ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

33 ຄົນ ເສຍຊີວິດ ໃນເຫດລະເບີດ ຢູ່ ປາກິສຖານ (ວີດີໂອ)


ໜ່ວຍກູ້ໄພ ແລະຕຈໍາຫຼວດປາກີສຖານ ຂະນະປະຕິບັດງານ ກູ້ໄພ ຢູ່ທີ່ ບ່ອນເກີດເຫດລະເບີດດັ່ງກ່າວ
ໜ່ວຍກູ້ໄພ ແລະຕຈໍາຫຼວດປາກີສຖານ ຂະນະປະຕິບັດງານ ກູ້ໄພ ຢູ່ທີ່ ບ່ອນເກີດເຫດລະເບີດດັ່ງກ່າວ
ບັນດາ​ເຈົ້າໜ້າ​ທີ່​ໃນ​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກີ​ສຖານ ​ເວົ້າ​ວ່າ ​ລະ​ເບີດ​ລູກ​ນຶ່ງ​ທີ່​ໄດ້​ແຕກ​ຂຶ້ນ ​ໄດ້​ສັງຫານ​ຢ່າງ​ໜ້ອຍ 33 ຄົນ ​ແລະ ບາດ​ເຈັບ​ອີກ 70 ຄົນ ​ໃນ​ເຂດ​ໃຈ ກາງເມືອງ​ Peshawar.

ຕໍາຫຼວດ​ເວົ້າ​ວ່າ ລະ​ເບີດ ທີ່​ບັງຄັບ​ຈາກໄລຍະໄກ ​ໄດ້​ຫ້າງ​ໄວ​ໃນ​ລົດຄັນ​ນຶ່ງ ທີ່​ຈອດ​ຢູ່ຄຸ້ມ​ຕະຫຼາດ​ເກົ່າໆ​ຂອງ​ເມືອງ​ດັ່ງກ່າວ.

​ເວລາ​ນີ້​ຍັງ​ບໍ່​ມີ​ຝ່າຍ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ເຫດລະ​ເບີດ​ນີ້​ເທື່ອ.

​ເຈົ້າໜ້າ​ທີ່​ເວົ້າ​ວ່າ ລົດ​ລະ​ເບີດ​ດັ່ງກ່າວ​ໄດ້ແຕກຂຶ້ນ​ເມື່ອ​ວັນ​ອາທິດ​ມື້​ນີ້ ຢູ່ໃກ້​ປ້ອມ​ຕໍາຫຼວດ​ແຫ່ງ​ນຶ່ງ ​ທີ່​ບໍ່​ໄກ​ຈາກ​ວັດ​ຄຣີສຕຽນ​ປານ​ໃດ ຊຶ່ງ​ເປັນວັດ​ທີ່​ໄດ້​ຖືກ​ໂຈມ​ຕີ​ໂດຍ​ມື​ລະ​ເບີດ​ສະ ຫຼະຊີບ​ສອງ​ບັ້ນ​ຕິດ​ກັນ​ເມື່ອ​ນຶ່ງ​ອາທິດຜ່ານ​ມາ. ​ເຫດ​ລະ​ເບີດ​ຄັ້ງ​ນັ້ນ ​ໄດ້​ສັງຫານ ຫຼາຍກວ່າ 8​0​ ຄົນ ​ແລະ​ບາດເຈັບ​ອີກ 120 ຄົນ. ​ເຫດ​ລະ​ເບີດ​ບັ້ນ​ລ່າ​ສຸດ ​ແມ່ນ​ຮູ້ສຶກ​ສະ​ເທືອ​ນ​ໄປຈົນ​ຮອດຂ້າງ ​ໃນ​ວັດ ທີ່​ສ້າງ​ຄວາມ​ຢ້ານ​ກົວ​ໃຫ້​ແກ່​ພວກ​ໄປ​ສວດ​ມົນ​ພາວະນານັ້ນ.

Pakistan
please wait
Embed

No media source currently available

0:00 0:01:25 0:00
XS
SM
MD
LG