ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

30 ຄົນ​ເສຍຊີວິດ ​ຢູ່​ນອກ​ຄຸກ​ອີຈິບ ຫຼັງຈາກສານຕັດສິນ ປະຫານຊີວິດ ນັກໂທດ 21 ຄົນ


ہر نسل کے کبوتر بھی خریداروں کی توجہ کا مرکز بنے ہوتے ہیں
ہر نسل کے کبوتر بھی خریداروں کی توجہ کا مرکز بنے ہوتے ہیں
ທາງ​ການ​ອີ​ຈິບ​ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ມີຢ່າງນ້ອຍ 30 ຄົນ​
ຖືກ​ຂ້າ​ຕາຍ​ຢູ່​ນອກ​ຄຸກ​ທີ່​ເມືອງ Port Said ​ເມື່ອ​ວັນ​ເສົາ​ວານ​ນີ້
ຫຼັງຈາກ​ສານ​ໄດ້​ຕັດ​ສິນ​ປະຫານ​ ຊີວິດ​ 20 ປາຍຄົນ ທີ່​ສານ​
ກ່າວ​ວ່າ ມີສ່ວນ​ເຮັດໃຫ້​ເກີດ​ເຫດກໍ່​ການ​ຈະລາຈົນ ທີ່ສົ່ງ​ຜົນໃຫ້
​ມີ​ຄົນ​ເສຍ​ຊີວິດ ໃນ​ການ​ແຂ່ງຂັນ​ເຕະບານ​ຂອງ​ອີຈິບນັ້ນ.

ການ​ປະ​ທະ​ກັນ​ໄດ້​ເກີດ​ຂຶ້ນ ລະຫວ່າງ​ພວກ​ຄອບຄົວ​ຂອງ​ຜູ້​ທີ່​ຖືກ​ຕັດສິນ​ປະຫານ​ຊີວິດ ​ແລະ​ຕໍາຫຼວດທີ່​ຍາມ​ຄຸ້ມ​ກັນ​ ຢູ່ຄຸກ​ບ່ອນ​ກັກ​ຂັງ​ພວກ​ທີ່​ຖືກ​ຕັດສິນວ່າ​ກະທໍາ​ຜິດ​ນັ້ນ. ​ລາຍ​ງານ​ເວົ້າ​ວ່າ ມີ​ຫຼາຍຄົນ​ໄດ້​ຮັບ​ບາດ​ເຈັບ.

ສາລະວັດ​ທະຫານ​ໄດ້ຫຼັ່ງ​ໄຫຼລົງ​ສູ່​ຖະໜົນເພື່ອ​ຮັກສາຄວາມ​ປອດ​ໄພ ​ແຕ່​ເຫດການ​ກໍ່
ຄວາມຮຸນ​ແຮງກໍ​ຍັງ​ດໍາ​ເນີນ​ໄປ​ຢູ່​ຈົນ ​ເຖິງ​ວັນ​ອາທິດ​ມື້​ນີ້​.

ສານ​ແຫ່ງ​ນຶ່ງ​ໃນ​ນະຄອ​ນຫຼວງ​ໄຄ​ໂຣ ​ໄດ້ຕັດສິນ​ໂທດ​ປະຫານ​ຊີວິດ 21 ຄົນ ທີ່​ຖືກ​ກ່າວ​ຫາ​ວ່າ​ມີ​ສ່ວນ​ໃນ​ເຫດການ​ກໍ່ຄວາມ​ຮຸນ​ແຮງ​ ​ໃນ​ການ​ແຂ່ງ ຂັນເຕະບານບັ້ນ​ນຶ່ງເມື່ອ​ປີຜ່ານມາ ທີ່​ເມືອງ Port Said ທີ່​ມີ​ຜູ້​ເສຍ​ຊີວິດ ​ເຖິງ 74 ຄົນ.

ບັນດາ​ຄອບຄົວ​ຂອງ​ຜູ້​ເສຍ​ຊີວິດ​ທີ່ຢູ່​ໃນ​ຫ້ອງ​ພິພາກສາ​ພາກັນ​ຮ້ອງ​ໄຫ້ ​ໃນຂະນະ​ທີ່ບາງ​
ຄົນ​ຮ້ອງ​ໂຮ​ດີ​ໃຈ ນໍາຄໍາພິພາກສາດັ່ງກ່າວ ​ແລະ​ຮ້ອງ​ໂຮ​ວ່າ ພະ​ເຈົ້າ​ເປັນ​ຜູ້​ຍິ່ງ​ໃຫຍ່.

ຜູ້​ພິພາກ​ສາ​ໄດ້​ອ່ານ​ລາຍ​ຊື່​ຂອງ​ຜູ້​ຕັດສິນ​ປະຫານ​ຊີວິດທັງ​ໝົດ 21 ຄົນ​.

ຄໍາ​ພິພາກສາ​ ຈໍາ​ເລີຍອີກ 52 ຄົນ ທີ່​ພົວພັນ​ໃນ​ເຫດການ​ດັ່ງກ່າວ ຈະຖືກ​ປະກາດ​ໃຫ້
​ຊາ​ບ ​ໃນ​ວັນ​ທີ 9 ​ເດືອນມີນາຕໍ່ ໜ້າ​ນີ້.

ຕາມ​ປະ​ເພນີ​ທີ່​ປະຕິບັດ​ກັນ​ມາ​ໃນ​ອີຈິບນັ້ນ ຄໍາ​ຕັດສິນ​ປະຫານ​ຊີວິດ​ຈະ​ຖືກ​ສົ່ງໄປ​ຍັງ​ເຈົ້າໜ້າ​ທີ່ລະດັບ​ສູງ​ທາງ​ສາສະໜາ ຄື the Grand Mufti ​ເພື່ອອະນຸມັດ.
XS
SM
MD
LG