ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງນ້ອຍ 20 ຄົນ ຖືກຂ້າຕາຍ ຫຼັງຈາກ ການໂຈມຕີ ຢູ່ເຂດຊາຍແດນ ຊີເຣຍ


ພາບທິວທັດ ເບິ່ງໄປຍັງເຂດຊາຍແດນ ຂອງເທີກີ ຈາກເມືອງ Kinsibba ຂອງ ຊີເຣຍ.
ພາບທິວທັດ ເບິ່ງໄປຍັງເຂດຊາຍແດນ ຂອງເທີກີ ຈາກເມືອງ Kinsibba ຂອງ ຊີເຣຍ.

ກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ​ໃນເຫດລະເບີດແຕກ ທີ່ໄດ້ສັງຫານ ຢ່າງນ້ອຍ 20 ຄົນ ສ່ວນໃຫຍ່ແມ່ນພວກນັກລົບຕໍ່ຕ້ານລັດຖະບານຊີເຣຍ ທີ່ໜູນຫຼັງ ໂດຍເທີກີ ຢູ່ຕາມເຂດຊາຍແດນທາງພາກຕາເວັນຕົກສຽງເໜືອຂອງຊີເຣຍ ທີ່ຕິດກັບ ເທີກີ.

ລົດລະເບີດສະຫຼະຊີບ ໄດ້ແນເປົ້າໝາຍໃສ່ຂະບວນລົດພວກທະຫານຕໍ່ຕ້ານລັດຖະ ບານຊີເຣຍ ຢູ່ໃກ້ກັບເຂດຂ້າມຊາຍແດນ ທີ່​ບ້ານ Atmeh ຊຶ່ງ​ຕັ້ງຢູ່​ໃກ້ໆ ກັບບ່ອນທີ່ ພວກກະບົດ ແລະ ກຸ່ມນັກຮົບເພື່ອສາສະໜາ ໄດ້ທຳການຕໍ່ສູ້ ຢູ່ຕາມເສັ້ນ​ແບ່ງເຂດ ຊາຍແດນ.

ກຸ່ມສິ້ງຊອມສິດທິມະນຸດ ​ໃນຊີເຣຍ ທີ່ເປັນກຸ່ມບໍ່ຫວັງຜົນກຳໄລ ມີຫ້ອງການຕັ້ງຢູ່ອັງກິດ ໄດ້ລາຍງານຈຳນວນຜູ້ທີ່ເສຍຊີວິດ 21 ຄົນ.

ກຸ່ມລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ​ໃນການໂຈມຕີ ຢູ່ໃນຖະແຫລງການ ອອນລາຍ.

ພວກທີ່ໄດ້ຖືກຂ້າຕາຍ ລວມມີ ຜູ້ພິພາກສາທ່ານໜຶ່ງ ແລະ ເຈົ້າໜ້າທີ່ຍຸຕິທຳ ຈາກ ເຂດທີ່ຄວບຄຸມໂດຍພວກຕໍ່ຕ້ານ ທາງພາກຕາເວັນອອກຂອງເມືອງ Aleppo ອິງຕາມເຈົ້າໜ້າທີ່ຂອງພວກຕໍ່ຕ້ານ.

ຜູ້ເຫັນເຫດການຄົນໜຶ່ງ ບອກອົງການຂ່າວ Reuters ວ່າ ພວກທີ່ຖືກຂ້າຕາຍ ໃນ ເຫດການລະເບີດ ສ່ວນໃຫຍ່ ແມ່ນພວກສະມາຊິກ ຂອງກຸ່ມ Failiq al-Sham ຊຶ່ງໄດ້ສູ້ລົບຄຽງບ່າຄຽງໄລ່ ກັບທະຫານເທີກີ ເພື່ອຜາບແພ້ ກຸ່ມລັດອິສລາມ.

Syria
please wait
Embed

No media source currently available

0:00 0:01:13 0:00

The Islamic State group claimed responsibility for a bomb blast that killed at least 20 people, most of whom were Turkish-backed opposition fighters along Syria's northwestern border with Turkey.

A suicide car bomber targeted a convoy of rebel troops near the border crossing in the village of Atmeh, just a short distance away from where the rebels and the jihadist group had been fighting along another stretch of the border.

The Syrian Observatory for Human Rights, a British-based non-profit group, put the number of dead at 21.

The Islamic State group took credit for the attack in an online statement.

Those killed include a judge and another top civil judicial figure from the rebel-held eastern Aleppo, according to a rebel official.

One witness told Reuters most of those killed in the blast were members of the Failiq al-Sham group, which has been fighting alongside Turkish soldiers to defeat the IS group.

XS
SM
MD
LG