ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ມີຜູ້​ ບາດ​ເຈັບລົ້ມ​ຕາຍ ຢ່າງຫຼວງ​ຫຼາຍ ໃນການປະທະກັນ ຢູ່ອີ​ຈິບ (ວີດີໂອ/ສະໄລດ໌)


Egypt Security Moves Against Pro-Morsi Camps
please wait

No media source currently available

0:00 0:01:30 0:00
ລິງໂດຍກົງ

ສະພາບການໃນກຸງໄຄໂຣ

ແຫຼ່ງຂ່າວ​ໃນກຸງ​ໄຄ​ໂຣ ລາຍ​ງານ​ວ່າ ມີ​ຜູ້​ຄົນບາດ​ເຈັບລົ້ມ​ຕາຍ
ຈໍານວນ​ຫຼວງ​ຫຼາຍ ຫຼັງ​ຈາກ​ກອງ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພອີ​ຈິບ ​
ໄດ້​ເຄື່ອນເຂົ້າ​ໄປທັບ​ມ້າງຄ້າຍ​ປະ​ທ້ວງ​ ​2 ຄ້າຍຂອງພວກ​ສະໜັບ
ສະໜູນປະທານາທິບໍດີ ທີ່​ຖືກໂຄ່ນ​ລົ້ມ ທ່ານ Mohammed Morsi
ນັ້ນ.

ສໍານັກງານຂ່າວ​ສານຝຣັ່ງ​ເວົ້າ​ວ່າ ພວກ​ນັກ​ຂ່າວ​ຂອງ​ຕົນ​ນັບໄດ້ວ່າ
ມີ​ຢ່າງ​ນ້ອຍ 43 ຄົນ ຢູ່ບ່ອນ​ເກັບ​ສົບ​ຊົ່ວຄາວທີ່ຈັດ​ຂຶ້ນ​ໂດ​ຍພວກ
ພະຍາບານແລະ​ນາຍ​ແພດ ທີ່​ປະ​ຈໍາຢູ່​ໂຮງໝໍ​ສະໜາມ​ແຫ່ງ​ນຶ່ງ
ແລະ​ຮັກສາ​ບາດ​ແຜໃຫ້​ພວກ​ບາ​ດ​ເຈັບ​ນັ້ນ.

​ແຕ່​ພວກສະໜັບສະໜູນທ່ານ Morsi ​ກ່າວ​ວ່າ ​ໂຕ​ເລກພວກບາດ​ເຈັບລົ້ມ​ຕາຍ​ແມ່ນ​ສູງ​ກ່ວາ​ນັ້ນ ​
ແຕ່​ຈໍານວນ​ຂອງ​ພວກ​ເຂົາ​ເຈົ້າ​ ບໍ່​ສາມາດຢືນຢັນ​ໄດ້​ໂດຍ​ແຫ​ລ່ງຂ່າວ​ອິດ​ສະລະ.​ ສື່​ຂອງ​ທາງ​ການ
ອີ​ຈິບ ລາຍ​ງານ​ວ່າ ມີ​ສະມາຊິກ​ຂອງ​ກອງກໍາລັງ​ຮັກສາ​ຄວາມ​ປອດ​ໄພ ຢ່າງ​ນ້ອຍ​ 2 ຄົນ ​ເສຍ​ຊີວິດ
ໃນການສົນລະ​ວຸນກັນ​ນີ້.


ຕໍາຫຼວດ​ທີ່​ໜຸນ​ຫຼັງໂດ​ຍລົດ​ດຸດ​ແລະ​ລົດ​ກຸ້ມ​ເກາະ ໄດ້​ຍິງ​ແກ໊ສນໍ້າຕາໃສ່​ບໍລິ​ເວນ​ຄ້າຍ​ປະ​ທ້ວງ.
ພາບ​ທີ່​ຖ່າຍ​ທອດ​ອອກທາງ​ໂທລະ​ພາບ ສະ​ແດງ​ໃຫ້​ເຫັນ​ຄວັນພຸ່ງ​ຂຶ້ນ​ສູ່​ທ້ອງຟ້າເໜືອ​ຄ້າຍຂອງ
​ພວກ​ປະ​ທ້ວງ ​ແລະ​ກໍ​ມີ​ພວກ​ເຮືອບິນ​ເຮ​ລິ​ຄອບ​ເຕີ ບິນ​ເວິ່ນ​ຢູ່​ເທິງ. ສື່​ຂອງລັດກ່າວ​ວ່າ ​ພວກ​ປະ
​ທ້ວງປະມານ 35 ຄົນ​ໄດ້​ຖືກ​ຈັບ​ກຸມເພາະ​ມີ​ກະປ໋ອງ​ຫລື​ບັ້ງແກ໊ສຢູ່​ໃນ​ຄວາມ​ຄອບ​ຄອງ.

ລາຍ​ງານ​ຂ່າວ​ເວົ້າ​ ວ່າ ຄ້າຍ​ປະ​ທ້ວງ​ໃນຈະຕຸ​ລັດ Nahda ​ໃກ້ໆ​ກັບ​ມະຫາວິທະຍາ​ໄລໄຄ​ໂຣນັ້ນ​
ແມ່ນ​ໄດ້ຖືກ​ກວດ​ລ້າງ​ຢ່າງ​ສິ້ນ​ເຊີງ ແລະພວກ​ປະ​ທ້ວງ​ໄດ້​ຖືກ​ຂັບ​ໄລ່​ໜີ​ອອກ​ໝົດ. ​ພວກ​ທະຫານ​
ໄດ້ປິດລ້ອມ​ຖະໜົນ​ຫົນທາງ​ທີ່​ເນ່ງໄປສູ່ມະຫາວິທະຍາ​ໄລ​. ​ເຈົ້າ​ໜ້າ​ທີ່​ການລົດໄຟຂອງ​ອີ​ຈິບ
ຖະ​ແຫຼງວ່າ ສາຍ​ລົດ​ໄຟ​ເຂົ້າ​ອອກ​ສູ່​ກຸງ​ໄຄ​ໂຣ​ໄດ້​ງົດ​ຊົ່ວຄາວ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພວກ​ນັກ​ເຄື່ອນ
ໄຫວ ກັບ​ຄືນ​ໄປ​ຮວມກຸ່ມ​ຕັ້ງ​ຄ້າຍກັນ​ອີກ​ໃນສະຖານ​ທີ່ແຫ່ງ​ອື່ນໆ.

​ນາງ Layla Moustafa ນັກເຄື່ອນໄຫວ ຂອງ​ກຸ່ມພັນທະ​ມິດ​ຕໍ່ຕ້ານ​ການ​ກໍ່​ລັດຖະປະຫານບອກ​
ກັບ VOA ວ່າ ກອງ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ ​ໄດ້​ເລີ່ມເຄື່ອນ​ເຂົ້າ​ໄປທັບ​ມ້າງ ໃນຕອນເຊົ້າມືດວັນນີ້.

​ແຕ່ນາງກ່າວວ່າ ການທັບມ້າງຂອງວັນພຸດມື້ນີ້ ຈະບໍ່ໄດ້ປິດ​ປາກ​ປິດ​ສຽງພວກທີ່ສະໜັບສະໜູນ
ທ່ານ Morsi ແຕ່ຢ່າງໃດ ຊຶ່ງ​ນາງເວົ້າ​ຕື່ມ​ວ່າ ພວກປະທ້ວງໄດ້ເລີ່ມພາກັນ ລົງສູ່ຖະໜົນຫົນທາງ
​ເດີນ​ຂະ​ບວນປະ​ທ້ວງ​ອີກແລ້ວໃນຂະນະນີ້ ຢູ່ທົ່ວປະເທດ ​ແລະໃນຫຼາຍຫົວເມືອງ.

Heavy Casualties Reported in Cairo
please wait

No media source currently available

0:00 0:01:30 0:00
ລິງໂດຍກົງ
XS
SM
MD
LG