ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກບິນ​ ອ​ະວະ​ກາດ ສຫລ ເສັດສິ້ນ ການປະຕິບັດ​ງານ ​ໃນ ​ອະວະກາດ ​(ສະໄລດ໌/ວີດີໂອ)


ນັກບິນ​ອ​ະວະ​ກາດ Rick Mastracchio and Michael Hopkins ພວມສ້ອມແປງ ລະບົບປັບຄວາມເຢັນ ຂອງສະຖານີອະວະກາດ ນາໆຊາດ.
ນັກບິນ​ອ​ະວະ​ກາດ Rick Mastracchio and Michael Hopkins ພວມສ້ອມແປງ ລະບົບປັບຄວາມເຢັນ ຂອງສະຖານີອະວະກາດ ນາໆຊາດ.
ນັກບິນ​ອ​ະວະ​ກາດ ອາ​ເມຣິກັນ ສອງ​ຄົນ ​ໄດ້​ປະສົບ​ຜົນ​ສໍາເລັດ
​ໃນ​ການສ້ອມ​ແປງລະບົບ​ປັບ​ຄວາມເຢັນ ໃນ​ລະຫວ່າງ​ການ
ອອກ​ໄປ​ປະຕິບັດ​ງານ ຢູ່​ນອກ​ສະຖານີອະວະກາດ ທີ່​ບໍ່ຄ່ອຍ​
ມີ​ກັນ ​ນຶ່ງ​ມື້​ກ່ອນ​ວັນ​ສະຫຼອງບຸນ​ຄຣິສ​ມາສ.

ນີ້​ແມ່ນ​ການ​ອອກ​ໄປ​ປະຕິບັດ​ງານ​ຢູ່​ນອກ​ສະຖານີ​ອະວະກາດ
​ເທື່ອທີ​ສອງ ພາຍ​ໃນ​ໄລຍະ ​ເວລາບໍ່​ຮອດສອງ​ອາທິດ ສໍາລັບ
​ນັກ​ບິນ​ອະວະກາດ Rick Mastracchio ​ແລະນັກ​ບິນອະວະ
ກາດ Mike Hopkins ​ແລະ​ເປັນການ​ປະຕິບັດ​ງານ​ເທື່ອ​ທີ​ສອງ
ທໍ່​ນັ້ນ ໃນ​ວັນ​ກ່ອນ​ວັນບຸນຄຣິສມາສ ​ເທົ່າ​ທີ່​ເຄີຍ​ມີ​ມາ.

ອົງການ NASA ​ໄດ້​ສັ່ງ​ໃຫ້​ອອກໄປ​ປະຕິບັດ​ງານສ້ອມ​ແປງ​ຢູ່ນອກສະຖານີອະວະກາດ ​
ເພື່ອໃຫ້ລະບົບ​ປັບ​ຄວາມ​ເຢັນທີ່ມີ​ຄວາມ​ຫຼໍ່​ແຫຼມສຳຄັນ​ຂອງ​ສະຖານີ​ອະວະກາດ​ນາໆ​ຊາດ​
ເຮັດ​ວຽກ​ຄືນ​ໃໝ່ ​ແລະ​ຕິດ​ຕັ້ງ​ປໍ້າປັບຄວາມ​ເຢັນອັນ​ໃໝ່.​

NASA Space Walk
please wait
Embed

No media source currently available

0:00 0:00:42 0:00

ອຸບປະກອນຕ່າງໆ​ທີ່​ບໍ່​ສໍາຄັນ​ທັງຫຼາຍນັ້ນ ​ຕ້ອງ​ໄດ້​ປິດ​ລົງ ​ເມື່ອ​ລະບົບ​ດັ່ງກ່າວນີ້ເພ ​
ໃນ​ວັນ​ທີ 11 ທັນວາ ​ແລະ​ການ​ທົດ​ລອງຫຼາຍ​ຢ່າງ ຕ້ອງ​ໄດ້​ຢຸດ​ເຊົາ.

ອົງການ NASA ​ໄດ້​ກ່າວ​ວ່າ ການ​ອອກ​ໄປ​ປະຕິບັດ​ງານ ​ຢູ່​ໃນ​ອະວະກາດ ​ເປັນ​ເວລາ
7 ຊົ່ວ​ໂມງນັ້ນ ​ແມ່ນ​ໄດ້​ຮັບຜົນ​ສໍາ​ເລັດ ​ແລະ​ລະບົບປັບ​ຄວາມ​ເຢັນ ກໍຄວນ​ດີແລ້ວ​
ແລະ​ອຸບປະກອນ​ທັງ​ໝົດກໍ​ພ້ອມ ​ທີ່​ເຮັດວຽກ​ເຮັດ​ການ​ໄດ້ ​ໃນ​ໄວໆ​ນີ້.

ນັກເຫາະ​ຈັກກະວານຣັດ​ເຊຍສອງ​ຄົນ ​ແມ່ນ​ມີ​ກໍານົດ​ທີ່​ຈະ​ອອກ​ໄປ​ປະຕິບັດ​ງານ​ຢູ່​ນອກ
ສະຖານີ​ອະ​ວະ​ກາດ​ໃນ​ວັນສຸກ ທີ່​ຈະ​ມາ​ເຖິງ​ນີ້ ​ເພື່ອ​ຈະ​ຕິດ​ຕັງ​ກ້ອງ​ຖ່າ​ຍຮູບ​ໃໝ່.


XS
SM
MD
LG