ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນດາ ນັກອະວະກາດ ລົງມາ ເຖິງພື້ນດິນ ທີ່ ກາຊັກສະຖານ


ນັກບິນອະວະກາດ ສາມທ່ານ ລົງມາເຖິງພື້ນດິນ ທີ່ກາຊັກສະຖານ
ນັກບິນອະວະກາດ ສາມທ່ານ ລົງມາເຖິງພື້ນດິນ ທີ່ກາຊັກສະຖານ
ບັນດາ​ເຈົ້າ​ໜ້າ​ທີ່ ອະ​ວະ​ກາດ ຣັດ​ເຊຍ ກ່າວ​ວ່າ ນັກ​ອະ​ວະ​ກາດ
ຈາກ​ສະຖານີ ອະວະກາດ​ນາໆ​ຊາດ ​ໄດ້​ລົງ​ມາ​ເຖິງ​ພື້ນ​ດິນ ຢ່າງ
​ກ້າວອອກ​ມາພໍ້ກັບ​ອາກາດ​ໜາວ​ເຢັນ​ໃນ Kazakhstan ​ຈາກ
ຍານ Soyuz ຂອງ ຣັດ​ເຊຍ.


ນັກ​ອະວະກາດ​ຍີ່​ປຸ່ນ ທ່ານ Akihiko Hoshide ທ່ານ Yury Malenchenko ຣັດ​ເຊຍ ​ແລະ​ທ່ານ​ນາງ Sunita William ສະຫະລັດ ​ໄດ້​ລົງ​ສູ່​ໜ້າ​ດິນ​ໃນ​ວັນ​ຈັນມື້​ນີ້ ຫ່າງ​ຈາກ​ຈຸດເປົ້າ​ໝາຍ​ຂອງ​ເຂົາ​ເຈົ້າບໍ່​ເທົ່າໃດ​ກິ​ໂລ​ແມດ.

​ນັກ​ອະວະກາດ ​ອີກສາມ​ຄົນ​ຍັງຄົງ​ຢູ່​ໃນ​ສະຖານີ​ ອະວະກາດຕາມ​ປົກກະຕິ.

ຍານ Soyuz ​ແມ່ນຍານ​ພາຫາ​ນະ ​ວິ​ທີ່​ດຽວສໍາ​ລັບ​ນັກ​ອະວະກາດ​ນາໆ​ຊາດ ທີ່ນຳໄປ​ສູ່ ສະຖານີ​ອະວະກາດ​ນາໆ​ຊາດ ນັບ​ຕັ້ງ​ແຕ່ ການ​ຢຸດ​ເຊົາ​ສ້າງ ຍານອະວະກາດ ຂອງ ສະຫະລັດ ​ໃນ​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ.
XS
SM
MD
LG