ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການເຈລະຈາ ສັນຕິພາບ ຊີເຣຍ ຮອບທີສອງ ຈັດຂຶ້ນທີ່ ນະຄອນຫຼວງ Astana


ບັນດາຜູ້ເຂົ້າຮ່ວມການເຈລະຈາສັນຕິພາບ ຊີເຣຍ ໃນນະ
ຄອນຫຼວງ ອາສຕານາ, ປະເທດ ກາຊັກສຖານ. 16 ກຸມພາ, 2017.
ບັນດາຜູ້ເຂົ້າຮ່ວມການເຈລະຈາສັນຕິພາບ ຊີເຣຍ ໃນນະ ຄອນຫຼວງ ອາສຕານາ, ປະເທດ ກາຊັກສຖານ. 16 ກຸມພາ, 2017.

ຣັດເຊຍ ຖື ການເຈລະຈາສັນຕິພາບ ຊີເຣຍ ຮອບທີສອງ, ທີ່ຖືກຈັດຂຶ້ນໃນປະເທດ ກາຊັກສຖານ ໃນສັບປະດານີ້ວ່າ ເປັນຄວາມສຳເລັດ ດັ່ງທີ່ເຈົ້າໜ້າທີ່ອາວຸໂສຂອງ ກະຊວງການຕ່າງ ປະເທດໄດ້ກ່າວ ໃນວັນເສົາວານນີ້.

ຜູ້ອຳນວຍການພະແນກ ຕາເວັນອອກກາງ ແລະ ອາຟຣິກາເໜືອຂອງກະຊວງ ທ່ານ Sergey Vershininໄດ້ກ່າວຕໍ່ສື່ມວນຊົນລັດຖະບານ ຣັດເຊຍ ວ່າການເຈລະຈາ ໃນນະຄອນຫຼວງ Astana ແມ່ນບາດກ້າວທີ່ສຳຄັນຕໍ່ການແກ້ໄຂວິກິດການ ຊີເຣຍ.

ປະເທດຜູ້ຮັບປະກັນສາມປະເທດ ຊຶ່ງມີ ຣັດເຊຍ ແລະ ອີຣ່ານ ທີ່ໜູນຫຼັງລັດຖະບານ ຊີເຣຍ ແລະ ເທີກີ, ເຊິ່ງໜູນຫຼັງພວກກະບົດບາງກຸ່ມ ທີ່ຄັດຄ້ານຕໍ່ມັນ ໄດ້ຈັດການເຈ ລະຈາຂຶ້ນໃນປະເທດ ກາຊັກສຖານ. ນອກຈາກປະເທດທີ່ເປັນຜູ້ຈັດການເຈລະ ຈາແລ້ວ, ປະເທດອື່ນໆທີ່ໄດ້ເຂົ້າຮ່ວມກໍລວມມີຜູ້ຕາງໜ້າຈາກນະຄອນຫຼວງ ດາມາສກັສ ແລະ ກຸ່ມຕໍ່ຕ້ານຕິດອາວຸດ ຊີເຣຍ, ອົງການ ສະຫະປະຊາຊາດ ແລະ ບັນດາຜູ້ສັງເກດການ ຫຼາຍຄົນ, ເຊັ່ນຈາກ ສະຫະລັດ ແລະ ປະເທດ ຈໍແດັນ.

ບັນດາຜູ້ແທນທີ່ເຂົ້າຮ່ວມໃນການເຈລະຈາໃນນະຄອນຫຼວງຂອງປະເທດ ກາຊັກສຖານ ແມ່ນນ້ອຍກວ່າ ແລະ ມີລະດັບທີ່ຕ່ຳກວ່າໃນລະຫວ່າງຮອບທຳອິດຂອງຂະບວນການ Astana ໃນເດືອນມັງກອນທີ່ຜ່ານມາ. ພວກເຂົາເຈົ້າບໍ່ສາມາດທີ່ຈະຕົກລົງໃນຄຳຖະ ແຫຼງສະບັບສຸດທ້າຍ, ແລະ ມັນກໍບໍ່ໄດ້ມີການສົນທະນາໂດຍກົງ ລະຫວ່າງ ລັດຖະບານ ຊີເຣຍ ກັບ ຝ່າຍກົງກັນຂ້າມ. ເຖິງແມ່ນຈະມີປັດໃຈດັ່ງກ່າວ, ບັນດາເຈົ້າໜ້າທີ່ ຣັດເຊຍ ກໍໄດ້ໃຫ້ການປະເມີນຜົນໃນແງ່ບວກຂອງຜົນທີ່ອອກມາໃນຄັ້ງນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG