ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານແດນຽລ ຣັດໂຊລ ພົບປະກັບ ບັນດາ ເຈົ້າໜ້າທີ່ອາວຸໂສ ຈາກເອເຊຍຕາເວັນອອກ


 ທ່ານ Daniel Russel ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບ
ກ່ຽວກັບກິດຈະ ການເອເຊຍຕາເວັນອອກ ແລະຍ່ານ
ມະຫາສະມຸດປາຊີຟິກ (ແຖວໜ້າ ທ່ານທີ 3 ຈາກຊ້າຍ) ເຂົ້າຮ່ວມກອງປະຊຸມສຸດຍອດ ບັນດາເຈົ້າໜ້າທີ່ອາວຸໂສ ຂອງ ປະເທດໃນເອເຊຍຕາເວັນອອກ ທີ່ຫຼວງພະບາງ.
ທ່ານ Daniel Russel ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບ ກ່ຽວກັບກິດຈະ ການເອເຊຍຕາເວັນອອກ ແລະຍ່ານ ມະຫາສະມຸດປາຊີຟິກ (ແຖວໜ້າ ທ່ານທີ 3 ຈາກຊ້າຍ) ເຂົ້າຮ່ວມກອງປະຊຸມສຸດຍອດ ບັນດາເຈົ້າໜ້າທີ່ອາວຸໂສ ຂອງ ປະເທດໃນເອເຊຍຕາເວັນອອກ ທີ່ຫຼວງພະບາງ.

ຫລັງຈາກການພົບປະສອງຝ່າຍ ທີ່ປະສົບຜົນສຳເລັດໃນນະຄອນຫລວງວຽງຈັນ ເມື່ອ ວັນທີ 6 ພຶດສະພາຜ່ານມານີ້ ແລ້ວ, ທ່ານ Daniel Russel ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບກ່ຽວກັບກິດຈະ ການເອເຊຍຕາເວັນ ອອກ ແລະຍ່ານມະຫາສະມຸດປາຊີຟິກ ຍັງໄດ້ພົບປະ ທີ່ນະ ຄອນຫລວງພະບາງ ໃນ ທ້າຍອາທິດ ທີ່ຜ່ານມານີ້ ກັບພວກເຈົ້າໜ້າທີ່ອະວຸໂສ ທີ່ເປັນຄູ່ຮ່ວມງານ ໃນເຂດເອເຊຍ ຕາເວັນອອກ ຊຶ່ງປະກອບດ້ວຍສະມາຊິກ 10 ປະເທດ ຂອງສະມາຄົມບັນດາປະຊາຊາດ ໃນເຂດເອເຊຍຕາເວັນອອກສຽງໃຕ້ຫລືອາຊຽນ ພ້ອມທັງອອສເຕຣເລຍ ຈີນ ອິນເດຍ ຍີ່ປຸ່ນ ນິວຊີແລນ​ ເກົາຫລີໃຕ້ ຣັດເຊຍ ແລະສະຫະລັດ ເຊິ່ງເປັນກອງປະຊຸມ ຄັ້ງປະຖົມ ມະເລີກ ເພື່ອໃຫ້ຜູ້ນຳໄດ້ສົນທະນາຫາລືກັນ ກ່ຽວກັບບັນຫາຍຸດທະສາດຕ່າງໆ ທີ່ກຳລັງ ປະເຊີນໜ້າເຂດພາກພື້ນເອເຊຍປາຊີຟິກ.

ບັນດາເຈົ້າໜ້າທີ່ອາວຸໂສ ຂອງສະຫະລັດ ພ້ອມດ້ວຍ ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປປ ລາວ ພົບປະກັບ ບັນດາເຈົ້າໜ້າທີ່ອາວຸໂສ ຂອງລາວ.
ບັນດາເຈົ້າໜ້າທີ່ອາວຸໂສ ຂອງສະຫະລັດ ພ້ອມດ້ວຍ ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປປ ລາວ ພົບປະກັບ ບັນດາເຈົ້າໜ້າທີ່ອາວຸໂສ ຂອງລາວ.

ຄຽງຄູ່ໄປກັບກອງປະຊຸມດັ່ງກ່າວ ຍັງມີການຫາລືກັນກ່ຽວກັບ ຂໍ້ລິເລີ້ມໃນເຂດລຸ່ມ ແມ່ນ້ຳ ຂອງ ເພື່ອນມິດຂອງເຂດລຸ່ມແມ່ນ້ຳຂອງ ກອງປະຊຸມວ່າດ້ວຍຄວາມໝັ້ນຄົງຂອງອາຊຽນ ອີງຕາມຖະແຫຼງຂ່າວກະຊວງການຕ່າງປະເທດສະຫະລັດ.

ທ່ານ Russel ຈະເດີນທາງຕໍ່ໄປຢ້ຽມຢາມ ຫວຽດນາມ ໃນວັນທີ 9 ແລະ 10 ພຶດສະພາ ແລະ ໃນ ວັນທີ​ 11 ແລະ 12 ທ່ານຈະເດີນທາງໄປມາເລເຊຍ ເພື່ອເຂົ້າຮ່ວມ ກອງປະຊຸມ ລະຫວ່າງ ສະຫະລັດກັບອາຊຽນ ແລະ ພົບປະກັບເຈົ້າໜ້າທີ່ ມາເລເຊຍ ຕະຫຼອດທັງ ການຮ່ວມມືສອງຝ່າຍ ລວມທັງການຮ່ວມມື ໃນການຈັດຕັ້ງປະຕິບັດຂໍ້ຕົກລົງ ຂ້າມມະຫາ ສະມຸດ ປາຊີຟິກ ຫລື TPP ນຳດ້ວຍ.

XS
SM
MD
LG