ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຕາເວັນອອກກາງ ອາດ ພັງທະລາຍ ຖ້າການໂຈມຕີ ທາງ ອາກາດ ລົ້ມແຫຼວ


ພາບນີ້ເປີດເຜີຍໂດຍ ອົງການຂ່າວ SANA ຂອງທາງການຊີເຣຍ ສະແດງໃຫ້ເຫັນປະທານາທິບໍດີ ຊີເຣຍ ທ່ານ Bashar Assad ກ່າວໃນລະຫວ່າງການໃຫ້ສຳພາດກັບ ໂທລະພາບ Khabar ຂອງ ອີຣ່ານ, ນະຄອນຫຼວງ Damascus, ຊີເຣຍ, 4 ຕຸລາ, 2015.
ພາບນີ້ເປີດເຜີຍໂດຍ ອົງການຂ່າວ SANA ຂອງທາງການຊີເຣຍ ສະແດງໃຫ້ເຫັນປະທານາທິບໍດີ ຊີເຣຍ ທ່ານ Bashar Assad ກ່າວໃນລະຫວ່າງການໃຫ້ສຳພາດກັບ ໂທລະພາບ Khabar ຂອງ ອີຣ່ານ, ນະຄອນຫຼວງ Damascus, ຊີເຣຍ, 4 ຕຸລາ, 2015.

ປະທານາທິບໍດີ ຊີ​ເຣຍ ທ່ານ Bashar al-Assad ​ໄດ້​ກ່າວ​ໃນ​ວັນ​ອາທິ​ດວານ​ນີ້​ວ່າ ພາກ​ພື້ນ​ຕາ​ເວັນ​ອອກກາງ​ຈະ​ຖືກ​ທຳລາຍ​ທັງ ໝົດຖ້າ​ການ​ຍິງ​ລະດົມ​ທາງ​ອາກາດ​ຂອງ ຣັດ​ເຊຍ ​ຕໍ່​ພວກ​ຫົວ​ຮຸນ​ແຮງ​ທີ່​ຕໍ່ຕ້ານ​ລັດຖະບານ​ຂອງ​ທ່ານ​ບໍ່​ໄດ້​ປະສົບ​ຜົນສຳ​ເລັດ.

ທ່ານ Assad ​ໄດ້ກ່າວຕໍ່​ໂທລະ​ພາບ​ລັດຖະບານ​ຂອງ ອີຣ່ານວ່າ “ການ​ເປັນ​ພັນ​ທະ​ມິດລະຫວ່າງ ຣັດ​ເຊຍ, ຊີ​ເຣຍ, ອີຣັກ ​ແລະ ອີຣ່ານ ຕ້ອງ​ປະສົບ​ຜົນສຳ​ເລັດ ຫຼືບໍ່​ດັ່ງ​ນັ້ນ ​ພາກ​ພື້ນທັງ​ໝົດ​ກໍຈະຖືກ​ທຳລາຍ.”

ຮູບນີ້ໄດ້ມາຈາກວິດີໂອ ຖ່າຍຈາກເວັບໄຊທ໌ທາງການ ຂອງກະຊວງປ້ອງກັນ ປະເທດ ຣັດເຊຍ ໃນວັນທີ 4 ຕຸລາ 2015, ພາບລະເບີດຈາກການໂຈມຕີ ທາງອາກາດໃນ ຊີເຣຍ.
ຮູບນີ້ໄດ້ມາຈາກວິດີໂອ ຖ່າຍຈາກເວັບໄຊທ໌ທາງການ ຂອງກະຊວງປ້ອງກັນ ປະເທດ ຣັດເຊຍ ໃນວັນທີ 4 ຕຸລາ 2015, ພາບລະເບີດຈາກການໂຈມຕີ ທາງອາກາດໃນ ຊີເຣຍ.

​ແຕ່​ທ່ານ​ໄດ້​ກ່າວເພີ່ມ​ເຕີມ​ວ່າ “​ໂອກາດ​ຂອງ​ຄວາມ​ສຳເລັດ ສຳລັບ​ການ​ເປັນ​ພັນທະ​ມິດ​ນີ້​ແມ່ນ​ຍິ່ງ​ໃຫຍ່ ​ແລະ ບໍ່​ໄດ້​ເປັນ​ເລື່ອງ​ເລັກນ້ອຍ​ເລີ​ຍ.”

ຂໍ້ຄວາມ​ຂອງ​ທ່ານ Assad ໄດ້ມີຂຶ້ນຫຼັງຈາກ ຣັດເຊຍ ໄດ້ໂຈມຕີ ທາງອາກາດໃສ່ພວກ ຕໍ່ຕ້ານລັດຖະບານຮຸນແຮງຂຶ້ນ. ມອສໂກ ໄດ້ປະກາດ ວ່າ ຕົນໄດ້ດຳເນີນພາລະກິດ 20 ຄັ້ງໂດຍແນເປົ້າ ໃສ່ຄ້າຍຝຶກຊ້ອມ, ຄັງອາວຸດ ແລະ ສະຖານ ບັນຊາການຂອງ ພວກຫົວ ຮຸນແຮງ ລັດອິສລາມ ໃນມື້ທີ່ຜ່ານມາໃນແຂວງ Idlib.

ເຖິງຢ່າງໃດກໍຕາມ, ສະຫະລັດ ໄດ້ກ່າວຫາ ຣັດເຊຍວ່າ ໃຫ້ການ ສະໜັບສະໜູນທ່ານ Assad ໂດຍແນເປົ້າໃສ່ຜູ້ຕໍ່ຕ້ານລັດຖະບານ ຂອງທ່ານທີ່ໜູນຫຼັງໂດຍປະເທດ ຕາເວັນ ຕົກ, ແທນທີ່ຈະເປັນພວກ ຫົວຮຸນແຮງ ລັດອິສລາມ ທີ່ພັນທະມິດນຳໜ້າໂດຍ ສະຫະລັດ ໄດ້ຖິ້ມ ລະເບີດໃສ່ມາດົນກວ່າໜຶ່ງປີນັ້ນ.

ປະທານາທິບໍດີ ທ່ານ ບາຣັກ ໂອບາມາ ກ່າວຕໍ່ບັນດານັກຂ່າວ ໃນຫ້ອງກິນ ເຂົ້າລັດຖະບານ ທີ່ທຳນຽບຂາວໃນ ນະຄອນຫຼວງ ວໍຊິງຕັນ. 2 ກໍລະກົດ, 2015.
ປະທານາທິບໍດີ ທ່ານ ບາຣັກ ໂອບາມາ ກ່າວຕໍ່ບັນດານັກຂ່າວ ໃນຫ້ອງກິນ ເຂົ້າລັດຖະບານ ທີ່ທຳນຽບຂາວໃນ ນະຄອນຫຼວງ ວໍຊິງຕັນ. 2 ກໍລະກົດ, 2015.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ກ່າວ ໃນວັນສຸກທີ່ຜ່ານມາວ່າ ສະຫະລັດ ຈະບໍ່​ເຮັດ “ສົງຄາມຕົວ ແທນ” ກັບ ຣັດເຊຍ ໃນ ຊີເຣຍ. ແຕ່ຄູ່ປໍລະປັກ ຫົວໜ້ານະໂຍ ບາຍຕ່າງປະເທດ ຂອງທ່ານ ໂອບາມາ, ສະມາຊິກສະພາ ທ່ານ John McCain, ໄດ້ກ່າວຕໍ່ໂທລະພາບ CNN ໃນວັນອາທິດ ວານນີ້ວ່າ “ແນ່ນອນ” ວໍຊິງຕັນ ແລະ ມອສໂກ ແມ່ນຕຽມພ້ອມ ຢ່າງຈິງຈັງໃນການມີສ່ວນ ຮ່ວມກັບການຕໍ່ສູ້ໃນ ຊີເຣຍ.

ທ່ານ McCain ສະມາຊິກສະພາສູງລັດ Arizona ທີ່​ໄດ້​ພ່າຍແພ້ ໃນ​ການ​ເລືອກ​ຕັ້ງ​ປະທາ ນາທິບໍດີ​ໃຫ້​ກັບ​ທ່ານ ​ໂອ​ບາ​ມາ​ ​ໃນ​ປີ 2008 ໄດ້ກ່າວວ່າ “ພວກເຮົາບໍ່ມີແຜນຍຸດທະ ສາດ” ໃນ ຊີເຣຍ. ທ່ານ​ກ່າວ​ວ່າ ຣັດ​ເຊ​ຍ, ​ໂດຍ​ການ​ລິ​ເລີ່​ມການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ພວກ​ເ​ຂົາ​ເຈົ້າ​ໃນ ຊີ​ເຣຍ ສັບປະ​ດາ​ທີ່​ຜ່ານ​ມາ ພ້ອມ​ດ້ວຍ​ການ​ປະກາດ​ຕໍ່ ວໍ​ຊິງ​ຕັນ ​ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງກ່ຽວ​ກັບ​ຄວາມ​ຕັ້ງ​ໃຈ​ຂອງ​ພວກ​ເຂົາ, ​ແມ່ນ “ການ​ປະຕິບັດ​ຕໍ່ ສະຫະ​ລັດ ດ້ວຍການ​ໝິ່ນປະໝາດ ​ແລະ ການດູ​ຖູກ.”

XS
SM
MD
LG