ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ທ່ານ Assad ກ່າວ​ວ່າ ຄຳ​ວ່າ ​ປະລາ​ໄຊ​ ​ແມ່ນ​ບໍ່​ມີ​​ໃນ​ ວັດຈະນານຸກົມ ສຳລັບ ຊີ​ເຣຍ


ປະທານາທິບໍດີ ຊີ​ເຣຍ Bashar Assad ​ກ່າ​ວຄຳ​ປາ​ໄສ​ໃນນະຄອນຫຼວງ Damascus, ປະ​ເທດ ຊີ​ເຣຍ. ພາບ​ນີ້​ແມ່ນໄດ້​ມາ​ຈາກ​ວິ​ດີ​ໂອ ອອກ​ອາກາດ​ໂດຍ​ໂທລະ​ພາບ ລັດຖະບານ ອິຣ່ານ​ ຊ່ອງ​ພາສາ​ອັງ​ກິດ. ກໍ​ລະ​ກົດ 26, 2015.
ປະທານາທິບໍດີ ຊີ​ເຣຍ Bashar Assad ​ກ່າ​ວຄຳ​ປາ​ໄສ​ໃນນະຄອນຫຼວງ Damascus, ປະ​ເທດ ຊີ​ເຣຍ. ພາບ​ນີ້​ແມ່ນໄດ້​ມາ​ຈາກ​ວິ​ດີ​ໂອ ອອກ​ອາກາດ​ໂດຍ​ໂທລະ​ພາບ ລັດຖະບານ ອິຣ່ານ​ ຊ່ອງ​ພາສາ​ອັງ​ກິດ. ກໍ​ລະ​ກົດ 26, 2015.

​ປະທາ​ນາ​ທິບໍດີ ຂອງ​ຊີ​ເຣຍ, ​ໃນ​ການ​ປາ​ໃສ​ອອກ​ອາກາດ​ສົດ​ທາງ​
ໂທລະ​ພາບ​ໃນ​ວັນ​ອາທິດ​ມື້​ນີ້, ຍອມຮັບ​ວ່າ ທະຫານ​ໄດ້​ຍອມ​ແພ້​
ການ​ຕໍ່ສູ້​ກັບພວກ​ຕໍ່ຕ້ານລັດຖະບານໃນ​ບາງ​ພື້ນ​ທີ່​ຂອງ​ປະ​ເທດ,
ແລະ ​ໄດ້​ສະ​ເໜີ​ຂໍ້​ອ້າງວ່າ​ເປັນ​ຫຍັງຈຶ່ງ​ເປັນ​ແນວ​ນັ້ນ.

ປະ​ທາ​ນາ​ທິບໍດີ al-Assad ​ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ກຳນົດ​ພື້ນ​ທີ່​ທີ່​ສຳ​ຄັນ ທີ່​ກອງ​ກຳລັງ​ທະ​ຫານ​ຮັກສາ​ໄວ້​ຢູ່ ​ດັ່ງ​ນັ້ນ​ມັນ​ຈຶ່ງ​ຈະບໍ່​ເຮັດ​ໃຫ້​ຂົງ​ເຂດ​ອື່ນ​ທັງ​ໝົດ​ພັງ​ທະລາ​ຍອີກ,” “ພວກ​ເຮົາ​ບໍ່ແມ່ນ​ກຳລັງ​ຈະພັງ​ທະລາ​ຍ.. ຄຳ​ວ່າປະ​ລາ​ໄຊ​ແມ່ນ​ບໍ່​ມີ​ໃນ​ວັດຈະນານຸກົມ​ຂອງ​ກອງ​ທັບ​ ອາຣັບ ຊີ​ເຣຍ.”

​ແຕ່​ວ່າ ຖານະຂອງ​ກອງທັບແມ່ນຈະ​ຊຸດ​ໂຊມ​ຍ້ອນ​ການ​ຕາຍ, ການ​ໂ​ຕນທະຫານ ​ແລະ ການ​ຫຼີກລ່ຽງການ​ເກນ​ທະຫານ, ​ເຊິ່ງ​ເປັນ​ບາງ​ຢ່າງ​ທີ່​ປະທານາທິບໍດີຮັບ​ຮູ້. “ພວກ​ເຮົາ​ມີ​ຊັບພະຍາກອນ​ມະນຸດ​ທີ່​ບໍ່​ພຽງພໍ” ​ໃນ​ກອງທັບ ຊ່ຶງກ່າວ​ໂດຍຜູ້ນຳ​ອາວຸ​ໂສ ທະຫານ ຊີ​ເຣຍ ໃນ​ຄຳ​ປະ​ໄສຂອງ​ທ່ານ​ທີ່​ນະຄອນຫຼວງ Damascus ໃນ​ວັນຕອນ​ເຊົ້າ​ວັນ​ອາທິດ​ມື້ນີ້.

ກອງ​ທັບ​ລັດຖະບານ ຊີ​ເຣຍ ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ພື້ນ​ທີ່​ສ່ວນ​ໃຫຍ່​ຂອງ​ແຂວງ Idilb ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງ​ປະ​ເທດ ​ແລະ ​ສະ​ຖານ​ທີ່​ສຳຄັນ​ຫຼາຍ​ແຫ່ງ​ໃນ​ໃນ​ພື້ນ​ທີ່​ເຂດ​ຊາຍ​ແດນທາ​ງພາກ​ໃຕ້​ຂອງ​ປະ​ເທດ. ປະຈຸ​ບັນ​ກຸ່ມ​ຫົວ​ຮຸ​ນ​ແຮງ​ລັດ​ອິສລາມ ​ແມ່ນ​ຄວບ​ຄຸ​ມ​ເມືອງ​ບູຮານ Palmyra ຢູ່.

XS
SM
MD
LG