ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ອາຊາດ ແລະ ປ. ພູຕິນ ສົນທະນາກັນ ຢູ່ນະຄອນມົສກູ ກ່ຽວກັບ ການສູ້ລົບ ໃນ ຊີເຣຍ


ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin (ຂວາ) ສຳພັດມືກັບ ປະທານາທິບໍດີ Bashar al-Assad ລະຫວ່າງການ ພົບປະກັນທີ່ ວັງ Kremlin ທີ່ Moscow, ຣັດເຊຍ.
ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin (ຂວາ) ສຳພັດມືກັບ ປະທານາທິບໍດີ Bashar al-Assad ລະຫວ່າງການ ພົບປະກັນທີ່ ວັງ Kremlin ທີ່ Moscow, ຣັດເຊຍ.

ປະທານາທິບໍດີ ຊີ​ເຣຍ ທ່ານ Bashar al-Assad ​ໄດ້​ກັບ​ຄືນ​
ບ້ານ​ໃນ​ວັນ​ພຸດ​ມື້​ນີ້​ ຫລັງ​ຈາກ​ການ​ເດີນທາງທີ່​ບໍ່​ຄ່ອຍໄດ້ເຫັນ
ກັນ​ໄປ​ປະ​ເທດຣັດ​ເຊຍ ​ເພື່ອ​ພົບ​ປະ​ກັບປະທານ​ນາ​ທິບໍດີ
Vladimir Putin ​ແລະຫາລືກ່ຽວ​ກັບການ​ສູ້​ລົບ​ ຂອງ​ທະຫານ
ຣັດ​ເຊຍ ເພື່ອໃຫ້ການສະໜັບສະໜູນທະຫານ​ທ່ານ Assad
ທີ່​ໄດ້​ເລີ້ມມາ​ເມື່ອ​ສາມ​ອາທິດ​ກ່ອນ.

ທ່ານ Assad ບໍ່ເປັນ​ທີ່​ຊາບ​ກັນວ່າ​ ເຄີຍໄດ້​ເດີນທາງ​ອອກ​
ນອກ​ປະ​ເທດນັບ​ຕັ້ງ​ແຕ່​ປີ 2011 ເປັນຕົ້ນມາ ຊຶ່ງ​ເປັນ​ປີ​ດຽວ​
ກັນ ​ກັບທີ່ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ຂອງຊີເຣຍ ໄດ້​ທັບ​
ມ້າງ​ການ​ປະ​ທ້ວງ​ແບບ​ສະຫງົບ ​ແລະ​ສະຖານະ​ການ​ໃນ​
ປະ​ເທດ​ຂອງ​ທ່ານ ​ໄດ້​ຜັນຂະຫຍາຍກາຍເປັນ​ສົງຄາ​ມກາງ​ເມືອງທີ່​ໄ​ດ້​ເຮັດ​ໃຫ້ຢ່າງໜ້ອຍ 240,000 ຄົນ​ເສຍ​ຊີວິດ.

ລະຫວ່າງ​ການ​ພົບ​ປະກັນ​ໃນ​ວັນ​ອັງຄານ​ວານ​ນີ້ ​ທີ່​ນະ​ຄອນ​ມົສກູ ທ່ານ Assad ​ໄດ້​ຂອບ
ໃຈ​ທ່ານ Putin ​ໃນ​ການ​ຊ່ວຍ​ເຫລືອ​ຂອງຣັດ​ເຊຍ ​ໂດຍ​ກ່າວ​ວ່າ ປາດ​ສະ​ຈາກ​ຊ່ວຍ
ເຫລືອແລ້ວ “ການ​ກໍ່​ການ​ຮ້າຍ” ອາດ​ແຜ່​ລາມ​ໄປສູ່ຫລາຍ​ເຂດ.

ທຸງຊີເຣຍ ປີວສະບັດຢູ່ເທິ່ງໝູ່ບ້ານ Maaloula, ພາກເໜືອຂອງ ນະຄອນ Damascus, Syria.
ທຸງຊີເຣຍ ປີວສະບັດຢູ່ເທິ່ງໝູ່ບ້ານ Maaloula, ພາກເໜືອຂອງ ນະຄອນ Damascus, Syria.

ລັດຖະບານຊີ​ເຣຍ ມັກ​ກ່າວອ້າງ​ເປັນ​ປະຈຳວ່າ ພວກນັກ​ລົບຕໍ່ຕ້ານລັດຖະບານ ເປັນ
“ພວກກໍ່​ການ​ຮ້າຍ” ​ແລະ ຣັດ​ເຊຍ ​ໄດ້​ຖືກ​ຕິຕຽນ​ຈາກ ສະຫະລັດ ​ແລະ​ບັນດາ​ປະ​ເທດ​
ອຶ່ນໆ ​ທີ່ໄດ້​ແນ​ເປົ້າ​ໝາຍ​ໃສ່​ພວກ​ຕໍ່ຕ້ານລັດຖະບານ ​ແລະ​ບໍ່​ໄດ້​ເລັງການ​ໂຈມ​ຕີ​ທາງ​
ອາກາດຂອງຕົນ ໃສ່ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ.

ທະຫານຊີເຣຍ ທີ່ສະໜັບສະໜຸນ ຈາກການໂຈມຕີທາງອາກາດ ທີ່ແຂວງ Latakia ໄກ້ຂາຍແດນເທິກີ
ທະຫານຊີເຣຍ ທີ່ສະໜັບສະໜຸນ ຈາກການໂຈມຕີທາງອາກາດ ທີ່ແຂວງ Latakia ໄກ້ຂາຍແດນເທິກີ

ການ​ເຈລະຈາດັ່ງກ່າວ ​ໄດ້​ມີ​ຂື້ນ​ໃນ​ວັນ​ດຽວ​ກັນ ກັບທີ່ຣັດ​ເຊ​ຍ ​ແລະສະຫະລັດ ​ໄດ້​ເຊັ​ນ​ບົດບັນທຶກ​ຄວາມ​ເຂົ້າ​ໃຈ ເພື່ອສະໜອງ​ຮ່າງ​ການ​ປະຕິບັດ​ງານ ​ສຳລັບ ເຮືອບິນ​ຂອງທັງ​ສອງ​ປະ​ເທ​ດ ​ໃນການ​ຮັກສາ “ລະຍະ​ຄວາມ​ປອດ​ໄພ” ຫ່າງ ຈາກ​ກັນ ​ໃນ​ຂະນະ​ທີ່​ປະຕິບັດ​ງາ​ນຢູ່່​ໃນຊີ​ເຣຍ.

ໂຄສົກ​ທຳນຽບຫ້າ​ແຈ ທ່ານ Peter Cook ປະຕິ​ເສດ​ທີ່ຈະກ່າວຢ່າງຄັກແນ່​ວ່າ ​ແມ່ນ​ຫຍັງ​ແທ້​ທີ່​ໝາຍ​ເຖິງ​ລະຍະດັ່ງກ່າວ ຢູ່​ໃນ​ກອງ​ປະຊຸມ​ກັບ​ບັນດາ​ນັກ​ຂ່າວ. ​ແຕ່ທ່ານ​ກໍກ່າວ​ວ່າ ບັນດາ​ນັກ​ບິນສະຫະລັດຮູ້​ດີ​ວ່າ​ແມ່ນ​ຫຍັງ. “ມັນ​ເປັນ​ທີ່​ປອດ​ໄພ ທີ່​ຈະກ່າວ​ວ່າ ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເຫັນ​ວ່າ​ເປັນ​ການ​ຂົ່ມຂູ່ຫລື​ເປັນ​ອັນຕະລາຍ ນັ້ນ ​ເຫັນ​ວ່າ​ເປັນ​ການ​ລະເມີດ​ຕໍ່​ຂໍ້​ຕົກລົງ​ດັ່ງກ່າວ.”

US Russia Syria
please wait
Embed

No media source currently available

0:00 0:01:38 0:00

XS
SM
MD
LG