ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ອາສາດ ຖິ້ມ​ໂທດ​ໃສ່ ​ປະ​ເທດ​ຕາ​ເວັນ​ຕົກ ກ່ຽວກັບ ການຫຼົບໜີ ​ຂອງອົບ​ພະຍົບ


ປະທານາທິບໍດີ ຊີ​ເຣຍ ທ່ານ ບາ​ຊາຣ໌ ​ແອ​ລ-ອາສາ​ດ ຕອບຄຳຖາມ ໃນລະຫວ່າງ ການສຳພາດ ກັບ ນັກຂ່າວຂອງ al-Manar ຢູ່ໃນນະຄອນ Damascus ປະເທດຊີເຣຍ.
ປະທານາທິບໍດີ ຊີ​ເຣຍ ທ່ານ ບາ​ຊາຣ໌ ​ແອ​ລ-ອາສາ​ດ ຕອບຄຳຖາມ ໃນລະຫວ່າງ ການສຳພາດ ກັບ ນັກຂ່າວຂອງ al-Manar ຢູ່ໃນນະຄອນ Damascus ປະເທດຊີເຣຍ.

ປະທານາທິບໍດີ ຊີ​ເຣຍ ທ່ານ ບາ​ຊາຣ໌ ​ແອ​ລ-ອາສາ​ດ ຖິ້ມ​ໂທດ
​ໃສ່​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ໃນການ​ທະວີ​ຂຶ້ນ ຂອງຊາວອົບ​
ພະຍົບ ທີ່​ໄດ້ພາກັນຫລົບ​ໜີ​ອອກ​ຈາກ​ປະ​ເທດ​ຂອງ​ຕົນ ​ແລະ
ມຸ້ງ​ໜ້າ​ໄປ​ຍັງ​ຢູ​ໂຣບ ​ໂດຍ​ກ່າວ​ວ່າ ປະເທດຕາ​ເວັນ​ຕົກ ​ໄດ້​
ສະໜັບສະໜູນ “ພວກກໍ່​ການ​ຮ້າຍ” ນັບຕັ້ງແຕ່ ​ວິ​ກິດ​ການ
​ໃນ​ຊີ​ເຣຍໄດ້​ເລີ້​ມຕົ້ນຂຶ້ນ.

ບັນຫາ​ຂັດ​ແຍ້​ງ​ໃນ​ຊີ​ເຣຍ ທີ່​ໄດ້​ເລີ້ມ​ຕົ້ນຂຶ້ນ ​ໃນ​ເດືອນ​ມີນາ ປີ
2011 ​ໃນ​ຂະນະ​ທີ່​ມີ​ການປະ​ທ້ວງ​ຢ່າງ​ສັນຕິ ກ່ອນທີ່ຈະ​ມີການ​
ປາບ​ປາມຢ່າງ​ໜັກ ​ແລະ​ ກາຍເປັນ​ສົງຄາມ​ກາງ​ເມືອງ​ຫຼາຍຝ່າຍ
ທີ່​ໄດ້​ກົດ​ດັນ​ໃຫ້ເຄິ່ງນຶ່ງ ຂອງ​ພົນລະ​ເມືອງຊີ​ເຣຍ ​ຕ້ອງໄດ້ພາກັນ
ຫລົບ​ໜີ​ອອກ​ຈາກ​ເຮືອນ​ຊານ​ຂອງ​ພວກ​ເຂົາ​ເຈົ້າ.

ນັກຕໍ່ສູ້ ຄົນນຶ່ງ ຂອງກຸ່ມ ກອງທັບປົດປ່ອຍຊີເຣຍ ແລ່ນຊອກຫາບ່ອນຫລົບລີ້ ໃນລະຫວ່າງ ຕໍ່ສູ້ກັບ ກອງທັບບົກຂອງຊີເຣຍ ໃນເຂດ Azaz ປະເທດຊີເຣຍ.
ນັກຕໍ່ສູ້ ຄົນນຶ່ງ ຂອງກຸ່ມ ກອງທັບປົດປ່ອຍຊີເຣຍ ແລ່ນຊອກຫາບ່ອນຫລົບລີ້ ໃນລະຫວ່າງ ຕໍ່ສູ້ກັບ ກອງທັບບົກຂອງຊີເຣຍ ໃນເຂດ Azaz ປະເທດຊີເຣຍ.

​ແຕ່ ​ໃນ​ການໃຫ້ສຳພາດ ກັບ​ສື່​ມວນ​ຊົນ​ຂອງຣັດ​ເຊຍ ທ່ານອາສາ​ດ ​ໄດ້​ປະຕິ​ເສດ​ຕໍ່​ແນວ​
ຄິດ​ທີ່​ວ່າ ການ​ກະທຳ​ຕ່າງໆ ຂອງລັດຖະບານ ​ເປັນ​ເຫດ​ຜົນ​ເຮັດ​ໃຫ້​ປະຊາຊົນ​ຫລົບໜີ ຫຼື
ວິ​ກິດ​ການໄດ້ເລີ້ມຕົ້ນດ້ວຍ​ການ​ລຸກ​ຮື​ຂຶ້ນ ຢ່າງ​ສັນຕິນັ້ນ. ທ່ານ​ກ່າວ​ວ່າ ອັນ​ນັ້ນ ​ເປັນ​ສ່ວນ​
ນຶ່ງ​ຂອງ​ການ​ໂຄສະນາ​ຊວນ​ເຊື່ອ​ໂດຍບັນດາ​ລັດຖະບານ ຂອງປະ​ເທດ​ຕາ​ເວັນ​ຕົກ ດັ່ງ​ທີ່​
ທ່ານ ​ກ່າວວ່າ ພວກເຂົາເຈົ້າສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ພວກ​ອົບ​ພະຍົບ ​ໃນຂະນະ​
ດຽວ​ກັນ ຍັງ​ໄດ້​ເຮັດ​ໃຫ້​ພວກ​ອົບພະຍົບ ຕົກ​ຢູ່​ໃນ​ສະພາບ​ທີ່ເປັນ​ອັນຕະລາຍ​ໃນ​ຂັ້ນຕົ້ນ.

ທ່ານອາສາ​ດ ​ເວົ້າວ່າ “ສະນັ້ນ ຕາບ​ໃດ​ທີ່​ພວກ​ເຂົາ ຍັງເດີນ​ຕາມ​ແຜນໂຄສະນາ ​
ຊວນ​ເຊື່ອນີ້ ພວກ​ເຂົາ​ຈະ​ມີ​ອົບ​ພະຍົບຫຼາຍຂຶ້ນຕື່ມ. ດັ່ງນັ້ນ ມັນ​ບໍ່​ແມ່ນ​ກ່ຽວ​ກັບ​
ຢູ​ໂຣບບໍ່ໄດ້ຮັບ​ເອົາ​ພວກອົບພະຍົບ ຫຼື​ເຊື້ອ​ເຊີນ​ພວກ​ເຂົາ​ໃນ​ຖານະ​ເປັນ​ອົບ​ພະຍົບ
ແຕ່ມັນກ່ຽວກັບ ​ການ​ບໍ່​ຍອມຮັບ​ມື​ກັບຕົ້ນ​ເຫດຫຼາຍກວ່າ. ຢຸດ​ສະ ຖ້າ​ທ່ານ​ເປັນ​ຫ່ວງ
ເປັນ​ໃຍພວກ​ເຂົາ ​ຢຸດ​ໃຫ້ ການ​ສະໜັບສະໜູນ​ພວກ​ກໍ່​ການ​ຮ້າຍ.”

ທ່ານ​ອາສາ​ດ ​ໄດ້​ກ່າວເຖິງພວກ​ນັກ​ຕໍ່ສູ້​ຕໍ່ຕ້ານ​ລັດຖະບານ ມາໂດຍຕະ ຫລອດວ່າ ​ແມ່ນ​ພວກ “ກໍ່​ການ​ຮ້າຍ.” ສະຫະລັດ ​ແລະ ບາງ​ປະ​ເທດ ໃນ​ຢູ​ໂຣບ ​ໄດ້​ສະໜອງ ອຸບປະກອນທາງ
ທະຫານ ​ແລະ ການ​ເຝິກ​ແອບ ​ໃຫ້​ແກ່ ອັນ​ທີ່​ພວກ​ເຂົາ​ເອີ້ນວ່າ ພວກ​ຕໍ່ຕ້ານລັດຖະບານ
ທີ່ນິຍົມແນວທາງ​ປານ​ກາງ.

ບັນຫາ​ຂັດ​ແຍ້ງ​ໃນ​ ຊີ​ເຣຍ ກາຍ​ມາ​ເປັນ​ເລື້ອງ ທີ່​ສະຫລັບ​ຊັບ​ຊ້ອນຫຼາຍຂຶ້ນ ດ້ວຍ​ການ​ເກີດ
ຂຶ້ນ​ຂອງ​ພວກກຸ່ມ​ລັດ​ອິສລາມ ທີ່​ໄດ້​ຍຶດ​ເອົາ​ເນື້ອ​ທີ່​ອັນ​ກວ້າງ​ໃຫຍ່ ​ໃນ​ພາກ​ເໜືອ ​ແລ​ະ
ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ ລວມທັງ​ເມືອງ Raqqa ນະຄອນຫຼວງ ຂອງ​ກຸ່ມດັ່ງກ່າວ.
ການ​ສູ້​ລົບ​ກັບ​ກຸ່ມລັດອິສລາມ ​ແມ່ນພາກສ່ວນ​ນຶ່ງ ​ທີ່ເປັນເອກະພາບ​ກັນ​ລະຫວ່າງ​ຊີ​ເຣຍ ​
ແລະ ກຸ່ມ​ແນວ​ໂຮມ ທີ່​ນຳພາ​ໂດຍສະຫະລັດ ​ທີ່​ໄດ້​ປະຕິບັດ​ການໂຈມຕີ​ທາງອາກາດຕໍ່ຕ້ານ ​
ພວກ​ຫົວ​ຮຸນ​ແຮງ ເປັນ​ເວລາ​ປີ​ນຶ່ງ​ຜ່ານ​ມາ.

Syria
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG