ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວເອເຊຍ ແລະຊາວອາເມລິກາລາຕິນ ຕົກໃຈກັບຜົນການເລືອກຕັ້ງ ປະທານາທິບໍດີ


Asians, Latinos in Shock Over Presidential Election Results
please wait

No media source currently available

0:00 0:02:48 0:00

ຊາວ​ລາ​ຕິນ ແລ​ະ​ຊາວ​ອາ​ເມຣິກັນ​ເຊື້ອສາຍ​ເອ​ເຊຍ ຢູ່​ໃນ​ສະຫະລັດ ຍັງ​ພາກັນ​ຢູ່​ໃນ​ສະ ພາບ​ຕື່ນ​ຕົກ​ໃຈໃນຄວາມບໍ່​ໜ້າ​ເຊື່ອ ກ່ຽວ​ກັບ​ຜົນ​ຂອງ​ການ​ເລືອກ​ຕັ້ງປະທານາທິບໍດີ ທີ່​ທ່ານ Donald Trump ​ໄດ້​ຊະນະ ເຮັດ​ໃຫ້​ຈຳນວນ​ນຶ່ງ​ເກີດ​ຄວາມ​ຢ້ານ​ກົວ​ກັບ​ອະນາ​ຄົດ ​ແຕ່ຄົນ​ອື່ນໆ ​ແນວ​ໃດ​ກໍ​ຕາມ ​ແມ່ນ​ມີ​ຄວາມ​ຮູ້ສຶກໄປໃນ​ແງ່​ດີ.ນັກ​ຂ່າວ​ວີ​ໂອ​ເອ Elizabeth Lee ມີລາຍ​ງານ ​ຈາກນະຄອນ Los Angeles ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ເອົາ​ລາຍ​ລະອຽດ​ມາ​ສະ​ເໜີ​ທ່ານ.

ເຂົາ​ເຈົ້າຮ່ວມ​ແຮງ​ກັນ ​ຢູ່ໃນ​ໂລກ ທີ່​ບໍ່​ຄາດ​ຝັນ​ເລີຍ​ວ່າ​ ໄດ້​ປີ້ນຈາກໜ້າ​ມື​ເປັນຫຼັງມື.

ນາງ Blanca Flores ຜູ້​ສະໜັບສະໜູນ ທ່ານ​ນາງ Clinton ກ່າວ​ວ່າ “ຂ້າພະ​ເຈົ້າ​ມີ​ຄວາມ​ຢ້ານ​ກົວ​ສຳລັບ​ຄອບຄົວ​ຂອງ​ຂ້າພະ​ເຈົ້າ. ຂ້າພ​ະ​ເຈົ້າ​ຢ້ານ​ກົວ​ສຳລັບ​ເພື່ອນ​ຝູງ ​ແລະ​ບັນດາໝູ່​ຄູ່​ຮ່ວ​ມງານ.”

ນາງ Blanca Flores ຊຶ່ງ​ຕົ້ນຕໍ່​ນັ້ນ ​ແມ່ນມາ​ຈາກ​ປະ​ເທດ El Salvador ​ເຂົ້າຮ່ວມ​ກັບ​ຊາວ​ລາ​ຕິນຄົນ​ອື່ນໆຢູ່​ໃນ​ນະຄອນ Los Angeles ​ເພື່ອ​ບອກ​ໃຫ້​ໂລກ​ຮູ້​ວ່າ ​ເຂົາ​ເຈົ້າ​ຈະ​ພາກັນ​ທຳ​ການ​ຕໍ່ສູ້​ໃຫ້ແກ່​ພວກຄົນ​ເຂົ້າ​ເມືອງ​ທັງ​ໝົດ ຮວມທັງ​ພວກ​ທີ່​ບໍ່​ມີ​ເອກ​ກະສາ​ນ ​ເຖິງ​ແມ່ນ​ວ່າ ທ່ານ Trump ຈະ​ເປັນ​ປະທານາທິບໍດີ​ຄົນ​ຕໍ່​ໄປກໍ​ຕາມ​.

ທ້າວ Pedro Trujillo ຜູ້​ທີ່ກຳລັງ​ລໍຖ້າ ຈະ​ຖືກເນລະ​ເທດ ຈາກ​ປະ​ເທດ ກ່າວ​ວ່າ “ທ່ານໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຍົກຍ້າຍ​ຄົນ​ເຂົ້າເມືອງ​ຄື​ດັ່ງ​ຂ້າພ​ະ​ເຈົ້າ ​ແລະ​ຄອບ ຄົວ​ຂອງ​ຂ້າພະ​ເຈົ້າ​ໄປຈາກ​ປະ​ເທດ​ນີ້ ​ເພາະສະ​ນັ້ນ ຂ້າພະ​ເຈົ້າ​ຢູ່​ທີ່​ນີ້ ​ພຽງ​ແຕ່​ກຽມພ້ອມ​ທີ່​ຈະ​ກ່າວ​ວ່າ ພວກ​ເຮົາ​ຈະ​ພາກັນ​ຕໍ່ສູ້. ພວກ​ເຮົາ​ຈະ​ພາກັນ​ຕໍ່ສູ້​ຢ່າງ​ແຂງ​ຂັນເທົ່າ​ທີ່​ພວກ​ເຮົາ​ສາມ​າດ​ເຮັດ​ໄດ້. ພວກ​ເຮົາ​ມາ​ທີ່​ນີ້​ເພື່ອ​ຢູ່ ພວກ​ເຮົາ​ຈະ​ບໍ່​ໜີ​ໄປ​ໃສ. ນີ້​ແມ່ນ​ບ້ານ​ເຮືອນ​ຂອງ​ພວກ​ເ​ຮົາ.”

ທ້າວ Pedro Truijillo ​ເປັນ​ຄົນ​ເຂົ້າ​ເມືອງ​ທີ່​ບໍ່​ມີ​ເອກ​ກະສາ​ນຈົນ​ເທົ່າ​ມີ​ດຳລັດ​ຈາກ ປະທາ ນາທິບໍດີ Barack Obama ອະນຸຍາດ​ໃຫ້​ລາວ​ເຮັດ​ວຽກຢ່າງ​ຖືກຕ້ອງ​ຕາມ​ກົດໝາຍຢູ່​ໃນ​ສະຫະລັດ ​ເພາະວ່າ​ລາວ​ໄດ້​ມາ​ທີ່​ນີ້ ​ໃນ​ຂະນະ​ທີ່​ຍັງ​ເປັນເດັກນ້ອຍ. ​ໃນ​ການ​ເປັນ​ປະທາ ນາທິບໍດີ ຂອງ​ທ່ານ Trump ທ້າວ Truijillo ກ່າວ​ວ່າ ຖານະ​ຂອງ​ລາວ ​ແລະເສັ້ນທາງ​ຊີວິດ​ຂອງ​ລາວ ​ບັດ​ນີ້​ບໍ່​ເປັນ​ທີ່​ແນ່ນອນ ​ແລະ​ນັ້ນ​ແມ່ນ ​ຄວາ​ມຈິງ​ສຳລັບ​ພວກ​ຄົນ​ເຂົ້າ​ເມືອງທີ່​ບໍ່​ມີ​ເອກ​ກະສາ​ນ​ທຸກໆ​ຊົນ​ຊາດ​ຊົນ​ເຜົ່າ.

ທ່ານ Jonathan Paik ຈາກສູນ​ກາງ​ຊັບພະຍາກອນ​ເກົາຫລີ​ກ່າວ​ວ່າ “ຊາວ​ອາ​ເມຣິກັນ​ເຊື້ອສາຍ​ເກົາຫລີຮວມຢູ່ໃນບັນດາປະຊາ​ຄົມ​ຊາວເອ​ເຊຍ​ແລະ​ຊາວ​ເກາະ​ຊາວ​ດອນ​ຕ່າງໆໃນ​ເຂດ​ມະຫາ​ສະມຸດປາຊິ​ຟິກຊຶ່ງແມ່ນ​ກຸ່ມ​ນຶ່ງ​ທີ່​ໄດ້​ຮັບ​ຜົນ​ກະທົບ ​ແຮ​ງທີ່​ສຸດ ​ເມື່ອ​ເວົ້າ​ເຖິງ​ພວກ​ທີ່ບໍ່​ມີ​ເອກ​ກະສາ​ນ.”

​ໃນ​ຂະນະ​ທີ່​ຊາວ​ເອ​ເຊຍ ​ແລະ​ຊາວ​ລາ​ຕິນຫລາຍ​ຄົນ​ພາກັນ​ຢ້ານ​ກົວ ກ່ຽວ​ກັບນະໂຍບາຍ​ຂອງ​ທ່ານ Trump ​ເຂົາ​ເຈົ້າ​ພາກັນຮວມຕົວ​ກັນໃນ​ການ​ປະ​ທ້ວງ ​ແຕ່​ສຳ ລັບ​ຜູ້ສະໜັບສະ ໜູນ​ທ່ານ Trump ມີ​ຄວາມເຫັນທີ່ແຕກ​ຕ່າງ​ໄປ ​ຕໍ່ປະທານາທິບໍ ດີ​ຄົນ​ຕໍ່​ໄປຂອງ​ສະຫະລັດ​.

ທ່ານ​ David Wang ຄົນອາ​ເມຣິກັນ​ເຊື້ອສາຍ​ຈີນ ທີ່ສະໜັບສະໜູນ​ທ່ານ Trump ກ່າວ​ວ່າ “ທ່ານ​ຄື​ກັນ​ກັບ​ພໍ່​ຕູ້ຂອງ​ຂ້​າພະ​ເຈົ້າ. ບາ​ງທີ່​ທ່ານ​ບໍ່​ໄດ້ເຖົ້າ​ປານ​ນັ້ນ ​ແຕ່​ນັ້ນແມ່ນ​ຄວາມ​ຮູ້ສຶກຂອງ​ຂ້າພະ​ເຈົ້າ.ທ່ານ​ແມ່ນ​ຜູ້​ທີ່​ຂ້າພ​ເຈົ້າ​ເບິ່ງເປັນແບບ ຢ່າງ. ທ່ານ​ເປັນ​ຄົນ​ທີ່​ລົງ​ເຖິງ​ພື້ນຖານ.”

ທ່ານ David Wang ຜູ້​ກໍ່​ຕັ້ງກຸ່ມ​ຊາວອາ​ເມຣິກັນ​ເຊື້ອສາຍ​ຈີນສະໜັບສະໜຸນ​ທ່ານ Trump ​ໄດ້​ພົບ​ກັບ​ປະທານາທິບໍດີ ທີ່ຖືກ​ເລືອກ​ໃໝ່ແລະໄດ້​ເຊື່ອ​ໃນ​ໂຕ​ຂອງ​ທ່ານ​ຍ້ອນ​ເຫດຜົນຫລາຍໆ​ຢ່າງ.

ທ່ານ David Wang ກ່າວ​ວ່າ “ມັນ​ຈະເປັນ​ເລື້ອງ ​ການ​ສຶກສາ ຄົນ​ເຂົ້າ​ເມືອງຄວາມ​ປອດໄພພາຍ​ໃນ​ຂອງສະຫະລັດ ​ເສດຖະກິດ ນະ​ໂຍບາຍ​ຕ່າງປະ​ເທດ ສິ່ງ​ສຳຄັນ​ທີ່​ສຸດ
ກໍ​ຄື​ທ່ານ Donald. ພອນ​ສະຫວັນ​ໃນ​ການ​ປາກ​ເວົ້າຂອງ​ທ່ານ ພວກ​ເຮົາ​ຮັກ​ທ່ານຍ້ອນ​ສິ່ງ​ນັ້ນ. ​ແລະ​ວິທີທີ່​ທ່ານ​ໂຈມ​ຕີທາງ​ການ​ເມືອງ​ໃຫ້​ຖືກ ຕ້ອງ. ທ່ານ​ກ່າວ​ໃນ​ສິ່ງ​ທີ່​ພວກ​ເຮົາ​ຢ້ານ​ບໍ່​ກ້າ​ເວົ້າ ​ແລະ​ພວກ​ເຮົາ​ຮັກ​ທ່ານ​ຍ້ອນ​ສິ່ງ​ນັ້ນ ​ແລະ​ປະຊາຊົນກໍ​ໄດ້​ກ່າວ​ອອກ​ມາ”.

Mandatory Courtesy: Caftmovement.com

ທ່ານ Wang ກ່າ​ວວ່າ ກຸ່ມຊາວ​ອາ​ເມຣິກັນ​ເຊື້ອສາຍ​ຈີນ​ ສະໜັບສະໜູນ​ທ່ານ Trump ​ເລີ້​ມ​ດ້ວຍ​ສະມາຊິກ​ສາມ​ຄົນ ​ແລະ​ໄດ້​ເພີ້​ມຂຶ້ນ​ເຖິງ 8,000 ຄົນ​ຢູ່​ທົ່ວ​ປະ​ເທດ. ສະມາຊິກ​ສ່ວນ​ໃຫຍ່​ແມ່ນ​ມີ​ຕົ້ນຕໍ​ມາ​ຈາກ​ຈີນ​ແຜ່ນດິນ​ໃຫຍ່. ທ່ານ Wang ກ່າວ​ວ່າ “ກຸ່ມຊາວ​ອາ​ເມຣິກັນ​ເຊື້ອສາຍ​ຈີນ​ ສະໜັບສະໜູນ​ທ່ານ Trump ເປັນ​ຂະ​ບວນການ​ທີ່​ຈະ​ດຳ​ເນີນ​ຕໍ່​ໄປ.”

ທ່ານ Wang ກ່າ​ວວ່າ “ຈື່​ຄຳ​ເວົ້າຂ້ອຍ​ໄວ້ ທ່ານ​ຈະ​ເຫັນ​ໃນ​ທຸກໆ​ເມືອງ ທີ່ມີ​ຄົນອາ​ເມຣິກັນ​ເຊື້ອສາຍ​ຈີນ ຈາກ​ຈີນ​ແຜ່ນດິນ​ໃຫຍ່ ​ລົງ​ສະໝັກ​ແນວ​ໃດ​ແນວ​ນຶ່ງ​ໃນ​ການ​ເລືອກ​ຕັ້ງ​ເ​ທື່ອໜ້າ. ຂ້າພະ​ເຈົ້າ​ຂໍໃຫ້​ຄຳ​ໝັ້ນ​ສັນຍາແກ່​ທ່ານ​ໄວ້.”

ໃນ​ຂະນະ​ທີ່​ທ່ານ Wang ​ມີ​ຄວາມ​ຫວັງ​ວ່າ ຈະ​ມີ​ອະນາຄົດທີ່​ດີ​ສຳລັບຊາວ​ອາ​ເມຣິກັນ​ເຊື້ອສາຍ​ຈີນ ຢູ່​ໃນ​ສະຫະລັດ ຊາວ​ລາ​ຕິນຫລາ​ຍຄົນ ​ແລະ​ເມຣິກັນ​ເຊື້ອ ສາຍ​ເອ​ເຊຍ ສັງກັດ​ພັກ​ເດ​ໂມ​ແຄຣັດກຳລັງພາກັນ​ລໍຖ້າ​ຢາກ​ຮູ້​ວ່າໄລຍະ​ສີ່​ປີຂ້າງ​ໜ້າຈະແຕກ​ຕ່າງ
​ຢ່າງ​ໃດກັບ​ແປດ​ປີ​ທີ່​ຜ່ນາມາພາ​ຍໃຕ້​ປະທານາທິບໍດີ Obama.

XS
SM
MD
LG