ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສາຍການບິນ Asiana ເຝິກອົບລົມ ນັກບິນ ໃຫ້ໂອ້ລົມກັນ ຫຼາຍຂຶ້ນ (ວີດີໂອ ພາສາລາວ/ອັງກິດ)


Asiana Adopts New Pilot Training
please wait

No media source currently available

0:00 0:01:48 0:00
ລິງໂດຍກົງ

ວີດີໂອ ພາສາອັງກິດ ກ່ຽວກັບ ລາຍງານນີ້.

ສາຍ​ການບິນ Asiana ກໍາລັງປ່ຽນແປງ ຫຼັກສູດການ​ເຝິກ​ອົບ​
ລົມ​ນັກບິນຂອງ​ຕົນ ເພື່ອ​ຊຸກຍູ້ສົ່ງ​ເສີມ​ໃຫ້​ນັກບິນຜູ້​ເປັນ​ຫົວໜ້າ ​
ແລະນັກ​ບິນ​ຜູ້​ຊ່ວຍ ຫຼື co-pilot ເວົ້າລົມ​ກັນ​ຫຼາຍ​ຂຶ້ນແລະ​ປັບ
ປ່ຽນປະ​ເພນີການ​ປະຕິບັດຢູ່​ໃນຫ້ອງ​ບັງຄັບ​ເຮືອບິນ. ການ​ສຶບ
ສວນ​ສອບ​ສວນ​ຂອງສະຫະລັດ​ບັ້ນ​ນຶ່ງ​ພົບ​ວ່າ ເລຶ່ອງວັດທະນະ
​ທໍາຂອງ​ບໍລິສັດ​ທຸລະ​ກິດ​ເກົາຫຼີໃຕ້ ທີ່​ຖື​ຜູ້​ອະວຸ​ໂສ​ເປັນ​ໃຫຍ່ນັ້ນ ​
ອາດ​ເປັນ​ປັດ​ໃຈສໍາຄັນ ທີ່ພາໃຫ້ເກີດ​ອຸບັດເຫດທີ່​ຮ້າຍ​ແຮງ
ເຖິງ​ຂັ້ນ​ມີ​ຄົນ​ຕາຍຂອງ​ສາຍ​ການບິນ Asiana ​ເມື່ອ​ປີຜ່ານມາ
ທີ່​ລັດ Califrnia. ຜູ້​ສື່​ຂ່າວ​ວີ​ໂອ​ເອ Carolyn Presutti ມີລາຍ​
ງານ​ກ່ຽວ​ກັບວ່າ ບາດກ້າວ​ໃໝ່ນີ້​ມີ​ຄວາມ​ໝາຍ​ແນວ​ໃດຕໍ່​ວົງ
​ການການ​ບິນຂອງ​ເກົາຫຼີໃຕ້ ຊຶ່ງ​ທອງ​ປານຈະນໍາມາສະ​ເໜີ​ທ່ານ.

ລິງໂດຍກົງ

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:


ຖ້ຽວ​ບິນ​ທີ 214 ຂອງ​ສາຍການບິນ Asiana ປະສົບ​ອຸບັດ​ຕິ​ເຫດ ຂະນະ​ແລ່ນ​ລົງສະໜາມ
​ບິນ San Francisco ​ເມື່ອ​ເດືອນ​ກໍລະກົດ ປີຜ່ານ​ມາ ຊຶ່ງພາ​ໃຫ້​ເສຍ​ຊີວິດ​ໄປສາມ​ຄົນ ແລະບາດ​ເຈັບ​ອີກ 180.

​ເດືອນ​ຕໍ່​ມາ ວີ​ໂອ​ເອ ເປັນ​ແຫຼ່ງຂ່າວ​ທໍາ​ອິດທີ່​ລາຍ​ງານ​ວ່າ ​ການ​ທີ່​ເຮືອບິນ​ຕົກ​ນັ້ນອາດໄດ້
ມີ​ສ່ວນ​ພົວພັນ​ກັບ ວັດທະນະ​ທໍາ​ຖືລໍາດັບ​ຊັ້ນອະ​ວຸ​ໂສ​ເປັນ​ໃຫຍ່ຢູ່​ໃນ​ຫ້ອງ​ບັງຄັບເຮືອບິນ
ກໍ​ຄືນັກ​ບິນ​ຜູ້​ຊ່ວຍຈະ​ປ່ອຍ​ໃຫ້​ນັກ​ບິນ​ຜູ້​ເປັນ​ຫົວໜ້ານັ້ນ ​ເປັນ​ຄົນ​ຕັດສິນ​ໃຈ​ໃນ​ເລື້ອງ​ຕ່າງໆ ​
ເຖິງ​ແມ່ນນັກ​ບິນຜູ້​ຊ່ວຍ​ຈະ​ຢ້ານວ່າ ກໍາລັງຈະ​ເກີດ​ໄພ​ອັນຕະລາຍກໍ​ຕາມ ​ແລະ​ກໍ​ຈະ​ບໍ່​
ສະ​ແດງ​ຄວາມ​ເຫັນ​ຫຍັງ​ອອກ​ມາ​ເລີຍ.

ການ​ຮັບ​ຟັງຄໍາ​ໃຫ້ການກ່ຽວ​ກັບ​ອຸບັດ​ດັ່ງກ່າວ ຂອງ​ກໍາມະການຄວາມ​ປອດ​ໄພດ້ານການ​
ຂົນ​ສົ່ງແຫ່ງ​ຊາດ​ສະຫະລັດ ຫຼື NTSB ​ເມື່ອ​ເດືອນ​ທັນວາ​ປີຜ່ານມາ ພົບວ່າ ນັກບິນຜູ້ຊ່ວຍ​
ຂອງ​ຖ້ຽວ​ບິນ Asiana ຖ້ຽວ​ນັ້ນ ຮູ້ສຶກ​ວ່າ​ຕົນ​ບໍ່​ມີ​ສິດ ທີ່​ຈະລົບ​ລ້າງ​ການ​ລົງ​ຈອດ​ຂອງເຮືອ
ບິນ​ ທີ່​ກໍາລັງ​ແລ່ນລົງເດີ່ນ​ໃນລະດັບ​ຕໍ່າ ​ແລະ​ຊ້າເກີນ​ໄປນັ້ນ.

ຖ້ຽວ​ບິນ​ທີ 214 ຕົກລົງ ​ເວລາ​ນັກ​ບິນ​ພະຍາຍາມ​ຈະ​ເອົາ​ເຮືອ​ບິນ​ຂຶ້ນ​ຄືນ ​ແຕ່​ເນື່ອງ​ຈາກ​
ເຮືອບິນ​ຢູ່​ໃນ​ລະດັບ​ຕໍ່າ ຫາງ​ຂອງ​ເຮືອບິນ​ຈຶ່ງ​ໄປ​ຕໍາ​ກັບ​ກໍາ​ແພງ​ຄອນ​ກຣີດ ກັ້ນ​ທາງແລ່ນ
​ກັບ​ນໍ້າ​ທະ​ເລ ຂອງ​ເດິ່ນບິນ​ສາກົນ​ນະຄອນ ​ແຊນ ​ແຟຣນຊິ​ສ​ໂກ ​ເຮັດ​ໃຫ້​ເຮືອບິນ​ຕົກລົງ​
ແລະ​ຫັກ​ອອກ​ເປັນ​ທ່ອນ.

​ແລະ​ບັດ​ນີ້ ສາຍ​ການບິນ Asiana ກໍາລັງ​ປັບ​ປ່ຽນ ວິທີ​ການ​ເຝິກອົບ​ລົມ​ພວກ​ນັກ​ບິນຂອງ
​ຕົນ​ແລ້ວ.

Asiana ​ຊຶ່ງເປັນ​ສາຍ​ການບິນ​ໃຫຍ່​ທີ່​ສຸດ​ອັນ​ດັບ​ສອງ​ຂອງ​ເກົາຫຼີ​ໃຕ້​ນັ້ນ ຈະ​ຊຸກຍູ້​ໃຫ້​ມີ
ວັດທະນະ​ທໍາ ທີ່​ເປັນ​ມິດກັນຫຼາຍ​ຂຶ້ນ ຢູ່​ໃນ​ຫ້ອງ​ບັງຄັບ​ເຮືອບິນ ​ແທນ​ທີ່​ຈະ​ໃຊ້​ລະບົບທີ່​
ອິງ​ໃສ່​ ຄວາມ​ເປັນຜູ້​ອາວຸ​ໂສ​ໃນ​ສາຍ​ການບິນ, ສະຖານະ​ພາບ​ທະຫານ ຫຼື​ອາຍຸ ​ເປັນຕົ້ນ.

David Kirstein ຈາກ​ບໍລິສັດ Kirstein & Young ​ເວົ້າ​ວ່າ:

“​ເຮົາ​ຈະ​ມີນັກ​ບິນ​ສອງ​ຄົນຢູ່ໃນເຮືອບິນ​ເຮັດ​ຫຍັງ ​ຖ້າວ່າເຂົາ​ເຈົ້າ​ຈະບໍ່​ເວົ້າ ບໍ່ລົມກັນ?”

ທ່ານ David Kirstein ທີ່ທໍາງານ​ກ່ຽວ​ກັບ​ ກົດໝາຍຄວບ​ຄຸມ​ການບິນ ​ບໍ່​ປະຫຼາດ​ໃຈ
ຫຍັງເລີຍ ກ່ຽວ​ກັບການ​ເຝິກອົບ​ລົມ​ໃໝ່​ນີ້. ທ່ານ ​ເຄີ​ສະ​ຕາຍ​ໃຫ້​ຄວາມ​ເຫັນ​ອີກ​ວ່າ:

“ກໍ​ຄົງ​ຈະ​ມີ​ແຮງ​ກົດ​ດັນຈາກ​ພວກເຈົ້້າໜ້າ​ທີ່​ການບິນ​ສະຫະລັດ ຈາກກໍາມະການ
NTSB ຫຼື​ລັດຖະບານ​ຂອງເຂົາ​ເຈົ້າ​ເອງ ​ແລະ​ກໍອາດ​ຈະມີ​ການ​ຕົກ​ຕໍ່າລົງ​ ໃນ​ຈໍາ
ນວນ​ຜູ້​ໂດຍສານ. ພວກ​ຜູ້​ຊົມ​ໃຊ້ພາກັນ​ເປັນ​ຫ່ວງ​ຫຼາຍ​ໃນ​ເລື້ອງຄວາມ​ປອດ​ໄພ.
ຖ້າ​ຫາກ​ວ່າ​ ບໍ່​ມີ​ຄົນຂີ່ເຮືອບິນ​ແລ້ວ​ ນັ້ນ​ກໍຈະ​ເປັນ​ປັດ​ໃຈຈູງ​ໃຈ​ທີ່​ແຮງ​ທີ່​ສຸດ.”


CEO ຂອງສາຍການບິນ Asiana (ຂວາ) ຖະແຫຼງຕໍ່ກອງປະຊຸມນັກຂ່າວ ຢູ່ກຸງໂຊລ, ວັນທີ 10 ກຸມພາ 2014.
CEO ຂອງສາຍການບິນ Asiana (ຂວາ) ຖະແຫຼງຕໍ່ກອງປະຊຸມນັກຂ່າວ ຢູ່ກຸງໂຊລ, ວັນທີ 10 ກຸມພາ 2014.

ຫົວໜ້າ​ບໍລິຫານ ຫຼື​ຊີ​ອີ​ໂອ ຂອງສາຍ​ການ​ບິນ Asiana ຍອມຮັບ
​ວ່າ ມີແນວໂນ້ມ​ໃນເກົາຫຼີ​ໃຕ້ ​ໄປ​ສູ່​ການ​ປະຕິບັດວັດທະນະ​ທໍາ​ຖື
ລໍາດັບ​ຊັ້ນອະ​ວຸ​ໂສ​ເປັນ​ໃຫຍ່ ຊຶ່ງທ່ານ​ເວົ້າ​ວ່າ ນັກ​ບິນຫຼາຍໆ​ຄົນ
ຈະ​ທໍາ​ງານຫຼື​ຂັບ​ເຮືອບິນ ​ ​ຢູ່​ພາຍ​ໃຕ້​ກົດ​ອັນ​ເຄັ່ງ​ຄັດ​ຂອງທະຫານ.

ທ່ານ ​ເຄີ​ສະ​ຕາຍ ​ເວົ້າ​ໃນ​ທີ່​ສຸດ​ວ່າ ສາຍ​ການບິ​ນອື່ນໆ ກໍຄວນຈະ
ໃຫ້​ຄວາມ​ສົນ​ໃຈ​ແກ່​ການ​ປັບປຸງ​ຂອງ​ສາຍ​ການບິນ Asiana ​ແລະ
ເຂົ້າ​ໃຈ​ໃນ​ຄວາມ​ສໍາຄັນ​ຂອງການ​ສື່ສານກັນແບບເປີດ​ກວ້າງ ຢູ່​ໃນ
​ຫ້ອງ​ບັງຄັບ​ເຮືອບິນນັ້ນ.


ວີດີໂອ: ກໍາມະການຄວາມປອດໄພ ດ້ານການບິນແຫ່ງຊາດສະຫະລັດ (NTSB) ສອບສວນກ່ຽວກັບ ອຸບັດເຫດຂອງ Asiana ຖ້ຽວບິນ 214 ຢູ່ ແຊນ ແຟຣນຊິສໂກ:

NTSB Continues Investigation of Asiana Crash
please wait

No media source currently available

0:00 0:03:14 0:00
ລິງໂດຍກົງ
XS
SM
MD
LG