ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຕະຫຼາດຮຸ້ນເອເຊຍ ສະ​ທ້ອນ ຄວາມເປັນຫ່ວງ ຕໍ່ການເຕີບໂຕ ຂອງ ເສດ​ຖະ​ກິດໂລກ


ບັນດາຜູ້ແລກປ່ຽນເງິນຕາ ເຮັດວຽກຢູ່ບ່ອນແລກປ່ຽນເງິນຕາຕ່າງ ປະເທດ ທີ່ທະນາຄານ KEB Hana ທີ່ ນະຄອນໂຊລ.
ບັນດາຜູ້ແລກປ່ຽນເງິນຕາ ເຮັດວຽກຢູ່ບ່ອນແລກປ່ຽນເງິນຕາຕ່າງ ປະເທດ ທີ່ທະນາຄານ KEB Hana ທີ່ ນະຄອນໂຊລ.

ຕະຫລາດ​ຮຸ້ນ​ທີ່​ສຳ​ຄັນ ​ໃນ​ປະ​ເທດ​ຈີນແລະແຫ່ງ​ອື່ນໆ ຢູ່​ໃນ​ຂົງ​
ເຂດເອເຊຍ ​ໄດ້​ປະສົບກັບອີກ​ມື້​ນຶ່ງ ​ຂອງ​ຄວາມ​ປັ່ນ​ປ່ວນໃນການ
ຊື້ຂາຍ​ໃນ​ວັນ​ພຸດ​ມື້​ນີ້ ​ໃນ​ຂະນະ ​ທີ່​ຫົວໜ້າອົງການກອງ​ທຶນ​ສາ
ກົນ ​ໄດ້​ເຕືອນ​ເຖິງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບເສດຖະ ກິດ​ເອ​ເຊຍ
ທີ່ກຳລັງ​ເຮັດ​ໃຫ້​ທົ່ວ​ໂລກສັ່ນ​ສະ​ເທືອນ​.

ຕະຫລາດ​ຮຸ້ນທີ່ນະຄອນ Shanghai ໄດ້ຕົກລາຄາ​ເກືອ​ບ 4.5
​ເປີ​ເຊັນ​ ໃນ​ເວລາ​ເປີດ ກ່​ອນທີ່ຈະຟື້ນ​ໂຕ​ຄືນມາ ໃນຕອນອັດຕະ
ຫລາດ ເຮັດໃຫ້ຕົກລາຄາແຕ່ ພຽງ .2 ເປີ​ເຊັນ.

​ທີ່ໂຕ​ກຽວ ດັດຊະນີ​ຮຸ້ນ Nikkei ກໍໄດ້​ຕົກ​ລາຄາເຊັ່ນດຽວກັນ ໃນ​
ເວລາ​ເປີດ​ຕະຫລາດຕອນ​ເຊົ້າ ​ແຕ່​ໄດ້​ປິດລົງໂດຍສູນເສຍແຕ່ພຽງ .4 ​ເປີ​ເຊັນເທົ່ານັ້ນ. ສ່ວນການ​ຊື້ຂາຍ ບໍ່​ມີ​ຫຍັງ​ປ່ຽນແປງຫລາຍ ຢູ່​ໃນນະຄອນໂຊ​ລ ​ແລະນະຄອນຊິດ​ນີ.

ຄວາມປັ່ນປ່ວນຂອງຕະຫລາດໃນ​ເຂດເອ​ເຊຍ ໄດ້ມີຂຶ້ນຫລັງ​ຈາກຮຸ້ນທີ່ສຳຄັນໆ ຢູ່ຕະ
ຫລາດຮຸ້ນ ​Wall Street ຂອງສະຫະລັດໄດ້ຕົກລາຄາ​ປະ​ມານ 3 ​ເປີ​ເຊັນ ​ໃນ​ວັນ​ອັງຄານ
​ວານ​ນີ້ ​ໃນ​ຂະນະ​ທີ່​ມີຄວາມ​ຢ້ານ​ກົວ​ເພີ້ມຂື້ນ ກ່ຽວ​ກັບ​ການຊັກ​ຊ້າ​ລົງ​ຂອງເສດຖະກິດ​ໂລກ.

ຫົວ​ໜ້າ​ອົງການກອງ​ທຶນ​ສາກົນ IMF ທ່ານ​ນາງ Christine Lagarde ທີ່​ກຳ ລັງ​ຢ້ຽມຢາມ
ອິນ​ໂດ​ເນ​ເຊຍ ​ໃນ​ວັນ​ພຸດ​ມື້​ນີ້ກ່າວ​ວ່າ ຄວາມ​ປັ່ນ​ປ່ວນຂອງຕະຫລາດ ​ເມື່ອໄວໆມານີ້ ໄດ້​
ສ​ະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ຫ່ວງ​ອັນ​ວ່ອງ​ໄວ ທີ່​ສາມາດ​ແຜ່​ລາມ​ຈາກ​ເຂດ​ນຶ່ງ​ ໄປ​ຫາ​ອີກເຂດ​ນຶ່ງໄດ້.

Global Markets, Oil, Sink on New Worries About China, Fed Rates
please wait

No media source currently available

0:00 0:01:43 0:00

XS
SM
MD
LG