ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮຸ້ນ ຢູ່ຈີນ ຂຶ້ນລາຄາ ຫຼັງຈາກຍົກເລີກ ການຢຸດຊື້ຂາຍຮຸ້ນ ຢ່າງອັດຕະໂນມັດ


ຊາຍຄົນນຶ່ງ ຍ່າງຜ່ານກະດານອີເລັກໂທຣນິກ​ສະແດງ ລາຄາຮຸ້ນ ນອກທະນາຄານແຫ່ງນຶ່ງ ໃນຮົງກົງ
ຊາຍຄົນນຶ່ງ ຍ່າງຜ່ານກະດານອີເລັກໂທຣນິກ​ສະແດງ ລາຄາຮຸ້ນ ນອກທະນາຄານແຫ່ງນຶ່ງ ໃນຮົງກົງ

ຫຼັງ​ຈາກ​ໄດ້​ມີ​ການ​ນຳ​ໃຊ້ກົນ​ໄກ​ຕັດ​ວົງ​ຈອນ​ໃນ​ການ​ຊື້ຂາຍ​ເຖິງ
2 ​ເທື່ອຍ້ອນ​ການ​ຕົກ​ລາຄາ​ຢ່າງ​ໃຫຍ່​ຂອງ​ຮຸ້ນ ໃນຕົ້ນອາທິດ​ນີ້​
ແລ້ວໃນ​ວັນ​ສຸກ​ມື້ນີ້ຮຸ້ນ​ຂອງ​ຈີນກໍ​ໄດ້​ເລີ້ມຕົກ​ລາຄາ​ໃນ​ຊົ່ວ​ໂມງ
​ທຳ​ອິດ​ຂອງ​ການ​ຊື້ຂາຍ ກ່ອນ​ທີ່​ຈະ​ມີ​ລາຄາສູງ​ຂຶ້ນໃນ​ຕອນ​ອັດ​
ຕະຫລາດ​ມື້ນີ້.

ການ​ຢຸດ​ເຊົາ​ຊື້ຂາຍທີ່​ເອີ້ນວ່າ​ ການ​ຕັດ​ວົງ​ຈອນ​ນັ້ນ​ ​ແມ່ນ​ມີຕັ້ງ
​ໃຈ​ແນ​ໃສ່ ​ເພື່ອ​ບໍ່​ໃຫ້​ຕະຫຼາດຕື່ນ​ຕົກ​ໃຈ ​ແຕ່​ເບິ່ງ​ຄື​ວ່າ​ມັນ​ມີ​ຜົນ
​ໃນ​ທາງ​ກົງກັນຂ້າມດ້ວຍເຫດ​ນີ້​ເຈົ້າໜ້າ​ທີ່​ຈີນ​ຈຶ່ງ​ໄດ້​ໂຈະ​ກົດ​ລະ
ບຽບ​ດັ່ງກ່າວ​ໃນ​ຕອນ​ແລງ​ຂອງ​ວັນ​ພະຫັດວານ​ນີ້.

ດ້ວຍ​ການ​ຢຸດ​ເຊົາ​ການ​ນຳ​ໃຊ້​ການ​ຕັດ​ວົງ​ຈອນ​ແບບ​ອັດຕະ​ໂນ​ມັດ​ແລ້ວ ​ດັດຊະນີ​ຮຸ້ນປະ
ສົມ​ຂອງ​ນະຄອນ​ຊຽງ​ໄຮ້ ສູງ​ຂຶ້ນ 2 ​ເປີ​ເຊັນ ​ເປັນ 3,186.41 ຢວນ​ ໃນ​ຂະນະ​ທີ່​ດັດຊະນີ
​ຮຸ້ນ CSI300 ຊຶ່ງ​ເປັນ​ບໍລິສັດ​ທີ່​ໃຫຍ່​ທີ່ສຸດຢູ່​ໃນ​ບັນຊີ​ລາຍ​ຊື່ຂອງ​ຕະຫລາດ​ຫລັກ​ຊັບ​ຊຽງ​
ໄຮ້​ແລະ Shenzhen ​ໄດ້​ຖີບ​ຂຶ້ນ 2 ​ເປິ​ເຊັນ​ເປັນ 3,361.56. ​ໃນລະຫວ່າງ​ທີ່​ລາຄາ​ຮຸ້ນ​ມີ
​ການ​ປ່ຽນ​ແປງ​ຢ່າງ​ແຮງ ໃນອາທິດທຳ​ອິດຂອງປີ 2016 ນີ້ ຮຸ້ນ​ຂອງ​ຈີນ​ໄດ້​ຕົກ​ລາຄາ 10
​ເປີ​ເຊັນ.

ຮຸ້ນ​ໃນ​ພາກສ່ວນ​ຊັບພະຍາກອນ​ຂອງ​ຈີນ​ໄດ້​ຂຶ້ນລາຄາ​ຫຼາຍກວ່າ 6 ​ເປີ​ເຊັນ​ ແລະຮຸ້ນ​ໃນ​
ພາກສ່ວນ​ພະລັງງາ​ນກໍ​ຂຶ້ນລາຄາ​ຫລາຍ​ກວ່າ 5 ​ເປີ​ເຊັນ​ໃນ​ວັນ​ສຸກ​ມື້ນີ້.

ສ່ວນ​ຢູ່​ໃນ​ຕະຫຼາ​ດອື່ນໆ ​ຂອງ​ເຂດເອ​ເຊຍ​ ​ໃນ​ຕອນ​ເຊົ້າມື້ນີ້​ ກໍ​ມີ​ການ​ປ່ຽນ​ແປງຢ່າງ​ໃຫຍ່
​ແຕ່​ໃນ​ຫລາຍໆ​ບ່ອນ ​ເວລາ​ອັດ​ຕະຫຼາດຮຸ້ນ​ແມ່ນ​ມີ​ລາຄາ​ສູງ​ຂຶ້ນ.

ດັດຊະນີ​ Hang Seng ຂອງ​ຮົງ​ກົງ ​ໄດ້​ຂຶ້ນລາຄາ .59 ​ເປີ​ເຊັນ ຊຶ່ງ​ໃນ​ຕອນອັດ​ຕະຫລາດ​
ຕົກ​ເປັນ​ 20,453.71​ ​ແລະ​ດັດຊະນີ Kospi ຂອງ​ເກົາຫລີ​ໃຕ້​ກໍ​ຂຶ້ນລາຄາ 0.6 ​ເປີ​ເຊັນຕົກ​
ເປັນ​1,914.87 ​ໃນ​ຕອນ​ອັດ​ຕະຫຼາດ.​ ດັດຊະນີ Sensex ຂອງ​ອິນ​ເດຍກໍ​ມີ​ລາຄາ​ສູງ​ຂຶ້ນ
ຕົກ​ເປັນ 24,824.61​ ແລະ​ຮຸ້ນ​ຕ່າງໆ ຢູ່​ໄຕ້​ຫວັນ​ກໍ​ມີ​ລາຄາ​ສູງ​ຂຶ້ນ ຂະນະ​ທີ່​ຮຸ້ນ​ໃນ​ເຂດ​ເອ​
ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ມີ​ທັງ​ຂຶ້ນ​ແລະ​ລົງ​ ປະສົມ​ປະສານ​ກັນ.​ ຮຸ້ນ S&P/ASX200 ຢູ່​ນະຄອນ​ຊິດ​ນີຕົກລາຄາ 0.4 ​ເປີ​ເຊັນ ຕົກ​ເປັນ 4,990.80​ ​ໃນ​ຕອນ​ອັດ​ຕະຫລາດ.

​ແຕ່​ແນວ​ໃດ​ກໍ​ຕາມດັດຊະນີ Nikkei ຂອງ​ຍີ່ປຸ່ນໄດ້​ຕົກ​ລາຄາ 0.4 ​ເປີ​ເຊັນ​ໃນຕອນ​ອັດ​ຕະ
ຫຼຫລາດເປັນ 17,697.96 ​ເຢັນ ຊຶ່ງ​ເປັນ​ລາຄາ​ທີ່​ຕ່ຳ​ສຸດ​ໃນ​ຕອນອັດ​ຕະຫລາດ​ນັບ​ແຕ່​ວັນ​
ທີ​ 30 ກັນຍາ​ເປັນຕົ້ນມາ.

World Markets
please wait
Embed

No media source currently available

0:00 0:00:27 0:00

XS
SM
MD
LG