ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮຸ້ນ ໃນເຂດເອເຊຍ ຍັງສືບຕໍ່ ມີລາຄາສູງຂຶ້ນ ໃນວັນສຸກມື້ນີ້


ຊາຍຄົນນຶ່ງ ກຳລັງໃຊ້ໂທລະສັບ smartphone ຍ່າງຜ່ານ ກະດານອີເລັກໂທຣນິກ ສະແດງລາຄາຮຸ້ນ Nikkei ຂອງຍີ່ປຸ່ນ (27 ສິງຫາ 2015).
ຊາຍຄົນນຶ່ງ ກຳລັງໃຊ້ໂທລະສັບ smartphone ຍ່າງຜ່ານ ກະດານອີເລັກໂທຣນິກ ສະແດງລາຄາຮຸ້ນ Nikkei ຂອງຍີ່ປຸ່ນ (27 ສິງຫາ 2015).

ຕະຫລາດເອເຊຍ ຍັງສືບຕໍ່ການຟື້ນໂຕຄືນ ຂອງຕະຫຼາດຮຸ້ນ
ໂລກ ແຕ່ຕະຫຼາດໃນຢູໂຣບປາກົດວ່າເກືອບບໍ່ມີການເໜັງຕີງ
ຫຍັງ.

ດັດຊະນີຮຸ້ນ Nikkei ຂອງຍີ່ປຸ່ນ ມີລາຄາສູງຂຶ້ນ 3 ເປີເຊັນໃນ
ຕອນອັດຕະຫຼາດ ຂະນະທີ່ຮຸ້ນຢູ່ນະຄອນຊຽງໄຮ້ ສູງຂຶ້ນ 4.8
ເປີເຊັນ ນຶ່ງມື້ຫຼັງຈາກໄດ້ມີລາຄາເພີ້ມຂຶ້ນຫຼາຍກວ່າ 5 ເປີເຊັນ.

ສ່ວນຕະຫຼາດອື່ນໆໃນເຂດປາຊີຟິກຕ່າງກໍມີລາຄາສູງຂຶ້ນ ຍົກ
ເວັ້ນແຕ່ດັດຊະນີຮຸ້ນ Hang Seng ຂອງຮົງກົງທີ່ໄດ້ຕົກລາຄາ
1 ເປີເຊັນ.

ຕະຫລາດຮຸ້ນທີ່ສຳຄັນໆຂອງຢູໂຣບ ຕ່າງກໍມີລາຄາຫລຸດລົງເລັກນ້ອຍ ໃນຕອນຕະຫຼາດ
ເປີດ ໃນວັນສຸກມື້ນີ້ ຫລັງຈາກໄດ້ມີລາຄາສູງຂຶ້ນຫລາຍກວ່າ 3 ເປີເຊັນໃນ ການຊື້ຂາຍມື້ ວານນີ້.

ການຟື້ນໂຕຄືນ ຂອງຕະຫລາດຮຸ້ນໂລກ ເລີ້ມຂຶ້ນ ໃນວັນພະຫັດວານນີ້ ຫລາຍໆມື້ ຫລັງ ຈາກໄດ້ເກີດຄວາມປັ່ນປ່ວນຍ້ອນມີຄວາມຢ້ານກົວກັນ ກ່ຽວກັບການຊັກຊ້າລົງໃນການ ເຕີບໂຕຂອງເສດຖະກິດຈີນ.

ທີ່ຕະຫລາດຮຸ້ນ ໃນນະຄອນນິວຢອກນັ້ນ ດັດຊະນີຮຸ້ນ S&P 500, Dow Jones ແລະ NASDAQ ຕ່າງກໍມີລາຄາສູງຂຶ້ນ ຫຼາຍກວ່າ 2 ເປີເຊັນ.

ຂໍ້ມູນກ່ຽວກັບການເຕີບໂຕ ຂອງເສດຖະກິດສະຫະລັດ ທີ່ເຂັ້ມແຂງກວ່າທີ່ຄາດຄະເນໄວ້ ແມ່ນພາກສ່ວນນຶ່ງ ຊຸກຍູ້ໃຫ້ພວກຄ້າຮຸ້ນຊື້ຂາຍຮຸ້ນໃນລາຄາທີ່ແພງຂຶ້ນ. ລາຍງານທີ່ໃຫ້ ຄວາມຫວັງໄປໃນທາງບວກດັ່ງກ່າວ ຍັງຊ່ອຍໃຫ້ລາຄານ້ຳມັນດິບສູງຂຶ້ນຫລາຍກວ່າ 10
ເປີເຊັນ ຊຶ່ງເປັນການຂຶ້ນລາຄາທີ່ຫຼາຍທີ່ສຸດພາຍໃນນຶ່ງມື້ໃນຮອບ 6 ປີກວ່າໆ. ການມີລາ ຄາສູງຂຶ້ນດັ່ງກ່າວສາມາດຊົດເຊີຍສ່ວນໃຫຍ່ຂອງການສູນເສຍເມື່ອໄວໆມານີ້ແລະພວກ ນັກລົງທຶນ ຄາດວ່າ ການເຕີບໂຕຂອງເສດຖະກິດ ຈະພາໃຫ້ມີຄວາມຮຽກຮ້ອງຕ້ອງການ ຫຼາຍຂຶ້ນໃນດ້ານພະລັງງານ.

ພວກນັກວິເຄາະເຕືອນວ່າ ມັນອາດຈະຍັງມີຄວາມບໍ່ແນ່ນອນຕື່ມອີກ ທັງໆທີ່ໃນປັດຈຸບັນ ນີ້ປາກົດວ່າ ຕະຫລາດໂດຍທົ່ວໄປໄດ້ກັບຄືນສູ່ສະພາບປົກກະຕິແລ້ວກໍຕາມ.

ເຈົ້າໜ້າທີ່ຈີນໄດ້ພະຍາຍາມທີ່ຈະຢັບຢັ້ງ ການຕົກລາຄາຂອງຕະຫຼາດຮຸ້ນເມື່ອໄວໆມານີ້ ໂດຍຕັດອັດຕາດອກເບ້ຍລົງ ເພື່ອຊຸກຍູ້ ໃຫ້ເສດຖະກິດເຕີບໂຕ. ເງິນຕາ ທີ່ຫລຸດຄ່າລົງ ຂອງຈີນ ອຳນວຍໃຫ້ຜະລິດຕະພັນທີ່ເຮັດໂດຍຈີນ ໄດ້ປຽບໃນດ້ານລາຄາຢູ່ໃນຕະຫຼາດ ໂລກຊຶ່ງສາມາດຊຸກຍູ້ການສົ່ງອອກແລະການເຕີບໂຕ ຂອງເສດຖະກິດໄດ້.

Global Markets
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG