ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕະຫຼາດຮຸ້ນ ເຂດເອເຊຍ ຟື້ນໂຕຄືນ ຍ້ອນຂ່າວ ການກະຕຸ້ນ ເສດຖະກິດຄັ້ງໃໝ່ ໃນຢູໂຣບ


ຜູ້ຍິງຄົນໜຶ່ງຍ່າງຜ່ານກະດານ ລາຍງານຕະຫລາດຮຸ້ນ Nikkei ຂອງຍິ່ປຸ່ນ ທີ່ນະຄອນ Tokyo, ສັນທີ 22, 2016.
ຜູ້ຍິງຄົນໜຶ່ງຍ່າງຜ່ານກະດານ ລາຍງານຕະຫລາດຮຸ້ນ Nikkei ຂອງຍິ່ປຸ່ນ ທີ່ນະຄອນ Tokyo, ສັນທີ 22, 2016.

ຕະຫລາດ​ຮຸ້ນ ​ໃນ​ເຂດ​ເອ​ເຊຍ ​ແລະ​ຢູ​ໂຣບ ​ມີ​ລາຄາ​ສູງ​ຂຶ້ນໃນ​
ວັນ​ສຸກ​ມື້​ນີ້ ຫຼັງ​ຈາກ​ການ​ນຳພາ​ຂອງ​ຕະຫລາດ ​ໃນ​ສະຫະລັດ
ລຸນຫລັງຫົວໜ້າທະນາຄານທີ່​ສຳຄັນ​ຂອງ​ຢູ​ໂຣບ ​ໄດ້​ໃຫ້​ຮ່ອງ
ຮອຍວ່າຈະ​ນຳ​ໃຊ້ມາດ​ຕະການ​ກະ​ຕຸ້ນ​ ​ເສດຖະກິດ​ຄັ້ງໃໝ່.

ດັດຊະນີຮຸ້ນ Nikkei ຂອງ​ຍີ່ປຸ່ນ ໄດ້​ນຳ​ທາງໝູ່ ຄື​ຖີບ​ໂຕ​ຂຶ້ນ
ເກືອບ 6 ​ເປີ​ເຊັນ. ຮຸ້ນ​ຂອງ Hong Kong ກໍ​ສູງຂຶ້ນ​ເກືອບ 3 ​
ເປີ​ເຊັນ. ທີ່​ນະ ຄອນ​ຫຼວງ ​Seoul ​ກໍ​ສູງ​ຂຶ້ນ 2 ​ເປີ​ເຊັນໃນ​ຕອນ​
ອັດ​ຕະຫລາດ. ຂະນະທີ່​ຮຸ້ນ ຢູ່​ນະຄອນ Sydney, Taipei,
Singapore ​ແລະ Manila ຕ່າງ​ກໍ​ມີ​ລາຄາ​ສູງ​ຂຶ້ນຕາມໆ​ກັນ.

​ໃນ​ການ​ຊື້ຂາຍ​ກັນ ໃນ​ຕອນ​ເຊົ້າມື້ນີ້ ຢູ່ຢູ​ໂຣບ ຮຸ້ນ​ທີ່​ນະຄອນ London ​ໄດ້​ສູງຂຶ້ນ 1.6 ​
ເປີ​ເຊັນ ​ໃນ​ຂະນະ​ທີ່ນະຄອນ Frankfurt ​ແລະ Paris ​ສູງຂຶ້ນ 2 ​ເປີ​ເຊັນ.

​ການ​ຖີບ​ໂຕ​ຂຶ້ນດັ່ງກ່າວ ມີ​ຂຶ້ນ​ຫລັງຈາກ​ຫົວໜ້າທະນາຄານ​ກາງ​ຢູ​ໂຣບ ທ່ານ Mario
Draghi ​ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້​ພາ​ໃຫ້​ມີ​ຄວາມ​ຫວັງ​ຕື່ມ​ວ່າ ຈະ​ມີການ​ກະ​ຕຸ້ນ​ເສດ
ຖະກິດ​ຈຳນວນ​ໜຶ່ງ ຢູ່ທີ່ກອງ​ປະຊຸມ​ທະ ນາຄານ ​ໃນ​ເດືອນ​ມີນາຈະ​ມານີ້.

ບັນດາ​ນັກ​ລົງທຶນ ​ແມ່ນ​ໄດ້​ຮັບ​ການ​ຊຸກຍູຸ້ ຫລັງ​ຈາກ​ລາຄາ​ນໍ້າມັນດີ​ຂຶ້ນ​ໜ້ອຍ​ໜຶ່ງ ​ໃນ
​ວັນ​ພະຫັດ​ວານ​ນີ້.

ຕະຫລາດ​ຮຸ້ນໄດ້​ຕົກຕ່ຳລົງ ​ນັບ​ແຕ່​ເລີ້ມ​ຕົ້ນ​ປີ 2016 ​ຍ້ອນ​ຄວາມ​ເປັນ​ຫ່ວງ​ກ່ຽວກັບລາຄາ​
ນໍ້າມັນ​ຕົກ ການ​ເຕີບ​ໂຕ​ຊ້າ​ລົງ​ຂອງ​ເສດຖະກິດໃນ ຈີນ ​ແລະ​ເປັນ​ຫ່ວງ​ກ່ຽວ​ກັບ​ເສດຖະກິດ
​ໂລກ.

Global Markets
please wait
Embed

No media source currently available

0:00 0:00:34 0:00

XS
SM
MD
LG