ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຕະຫຼາດຮຸ້ນ ເອເຊຍ ສືບຕໍ່ຕົກຕໍ່າລົງ ຍ້ອນຄວາມເປັນຫ່ວງ ກ່ຽວກັບ ນຳ້ມັນ ທີ່ລົ້ນເຫຼືອ


ຜູ້ຊາຍຄົນໜຶ່ງ ຍ່າງຜ່ານກະດານໄຟຟ້າ ຂອງຕະຫຼາດ
ຂາຍຮຸ້ນໃນນະຄອນຫຼວງ ໂຕກຽວ. 18 ມັງກອນ, 2016.
ຜູ້ຊາຍຄົນໜຶ່ງ ຍ່າງຜ່ານກະດານໄຟຟ້າ ຂອງຕະຫຼາດ ຂາຍຮຸ້ນໃນນະຄອນຫຼວງ ໂຕກຽວ. 18 ມັງກອນ, 2016.

ດັດສະນີຕະຫຼາດຮຸ້ນ Hang Seng ທີ່ສຳຄັນຂອງ ເອເຊຍ ໄດ້ຕົກ ລົງ 1.5 ເປີເຊັນໃນວັນຈັນມື້ນີ້, ປິດທ້າຍການຊື້ຂາຍຂອງມື້ ດ້ວຍ ຕົວເລກທີ່ຕ່ຳທີ່ສຸດ ໃນຮອບຫຼາຍກວ່າ 3 ປີ.

ບັນດານັກລົງທຶນໃນ ຕະຫຼາດຮຸ້ນ ຮົງກົງ ໄດ້ຕອບສະໜອງດ້ວຍ ລາຄານ້ຳມັນ ທີ່ຫຼຸດລົງໃນລາຄາທີ່ຕ່ຳທີ່ສຸດນັບຕັ້ງແຕ່ປີ 2003 ເປັນຕົ້ນມາ, ແລະ ການສູນ ເສຍໃນຕະຫຼາດຮຸ້ນ ສະຫະລັດ ໃນ ວັນສຸກທີ່ຜ່ານມາ.

ລາຄານ້ຳມັນດິບຕໍ່ໜຶ່ງຖັງໄດ້ຕົກລົງຕ່ຳກວ່າ 28 ໂດລາ ທີ່ໜຶ່ງຈຸດ ໃນວັນຈັນມື້ນີ້ ຫຼັງຈາກມາດຕະການລົງໂທດໄດ້ຖືກຍົກເລີກຕໍ່ ອີຣ່ານ ເຊິ່ງເປັນສະມາຊິກຂອງ ອົງການ OPEC. ຕອນນີ້ນະຄອນຫຼວງ ເທເຮຣານ ສາມາດ ສົ່ງນ້ຳມັນດິບໃນ ຕະຫຼາດທີ່ໄດ້ປະສົບກັບການມີນ້ຳມັນຢ່າງຖ້ວມລົ້ນ ນັ້ນອອກຂາຍໄດ້.

ຕະຫຼາດຮຸ້ນອື່ນໆໃນທະວີບເອເຊຍ ກໍຍັງມີການສູນເສຍເຊັ່ນກັນ, ນຳໜ້າໂດຍ ດັດສະນີຕະ ຫຼາດຮຸ້ນ Nikkei ທີ່ສຳຄັນຂອງ ໂຕກຽວ ເຊິ່ງຫຼຸດລົງເຖິງ 1.1 ເປີເຊັນ.

XS
SM
MD
LG