ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງປະຊຸມ ປະຈຳຂົງເຂດເອເຊຍ ເພື່ອຕໍ່ສູ້ກັບ ການປ່ຽນແປງ ຂອງ ດິນຟ້າອາກາດ


ພາບຖ່າຍຈາກ ອົງການ NASA ທີ່ບົ່ງບອກເຖິງອຸນຫະພູມ
ທີ່ອົບເອົ້າຂຶ້ນໃນຂົງເຂດເອເຊຍ
ພາບຖ່າຍຈາກ ອົງການ NASA ທີ່ບົ່ງບອກເຖິງອຸນຫະພູມ ທີ່ອົບເອົ້າຂຶ້ນໃນຂົງເຂດເອເຊຍ

ພວກ​ນັກ​ກົດໝາຍ​ເອ​ເຊຍ ກ່າວ​ວ່າ ຂົງ​ເຂດ​ຂອງ​ພວກ​ເຂົາ​ເຈົ້າ ເປັນຈຸດເລີ່ມຕົ້ນ​
ສຳລັບ​ຄວາມ​ພະຍາຍາມໃດໆໃນການຈຳກັດການ​ປ່ຽນ​ຂອງດິນ​ຟ້າອາກາດ​ ​ແລະ​ພວກ
​ເຂົາ​ເຈົ້າກໍມີພັນທະ​ທີ່​ຈະ​ຫາ​ທາງແກ້ໄຂບັນຫາ ຊຶ່ງ Ha Nguyen ມີ​ລາຍ​ງານ​ຈາກ​
ນະຄອນHo Chi Minh City ຊຶ່ງ​ວັນນະ​ສອນ ຈະນຳເອົາ​ລາຍ​ລະອຽດມາສະ​ເໜີ​ທ່ານ
ໃນ​ອັນ​ດັບ​ຕໍ່​ໄປ.

ໃນ​ກອງ​ປະຊຸມ Inter-Parliamentary Union (IPU) ທີ່​ຫາ​ກໍ​ມ້ວນທ້າຍລົງຫວ່າງ
ມໍ່ໆມາ​ນີ້ ​ໃນຫວຽດນາມ ພວກ​ນັກ​ກົດໝາຍ​ຈາກ​ຫຼາຍໆ​ປະ​ເທດ​ທົ່ວ​ຂົງ​ເຂດໄດ້​ມາເຕົ້າ
ໂຮມກັນເພື່ອ​ແບ່ງປັນ​ຄວາມ​ຮູ້​ສຶກຢ້ານ​ກົວ ​ເນື່​ອງມາຈາກອຸ​ນະ​ພູມໃນ​ທົ່ວ​ໂລກ​ທີ່
ຮ້ອນອົບເອົ້າກວ່າເກົ່າ ຮວ​ມທັງ​ເລື່ອງທີ່ວ່າຄວນຈະເຮັດແນວໃດ ໂດຍການ​ປະສານ
​ງານກັນ ແນວຄິດຈາກພວກ​ຜູ້​ຄົນ​ພື້ນ​ບ້ານ​ ​ໄປຫາ​ພວກທີ່ຂຸດນໍ້າເປັນອ່າງເປັນເວລາ
ດົນນານຈົນ​ຖ້ວ​ມລົ້ນ.

ເລຂາທິການເອກ​ ຂອງ​ອົງການ IPU ທ່ານ Martin Chungong ໄດ້ກ່າວ ໃນ​ກອງ​
ປະຊຸມ ​ເວລາ 3 ວັນ ທີ່​ນະຄອນ Ho Chi Minh ທີ່ສິ້ນສຸດ​ລົງ​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້
ວ່າ​“ການ​ປ່ຽນແປງ​ຂອງ​ດິນຟ້າ​ອາກາດ ບໍ່​ມີ​ໜັງສື​ຜ່ານແດນ, ມັນໄປປະເທດ
ໃດກໍໄດ້” ​

​ນອກຈາກນັ້ນແລ້ວ ນະຄອນເຈົ້າພາບ ຍັງ​ໄດ້ສະ​ແດງ​ໃຫ້​ເຫັນເປັນຕົວຢ່າງວ່າ
ເປັນ​ຫຍັງຂົງ​ເຂດ​ເອ​ເຊຍປາຊີຟິກ ຈຶ່ງ​ເປັນ​ຈຸດໃຈ​ກາງຂອງ​ຄວາມ​ເປັນ​ຫ່ວງ ຂອງ​ທົ່ວ​
ທັງ​ໂລກ. ຂົງ​ເຂດ​ດັ່ງກ່າວມີປະຊາກອນອາໄສຢູ່​ໃນເຂດຕົວເມືອງນັບເປັນພັນລ້ານຄົນ ຊຶ່ງຫຼາຍກວ່າຈຳນວນທັງໝົດຂອງ​ໂລກ ຮວມ​ເຂົ້າກັນ​ ອີງ​ຕາມ​ໂຄ​ງການ​ພັດທະນາ​
ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ແລະ​ປະຊາກ​ອນ​ໃນເຂດຕົວ​ເມືອງ ແມ່ນມີ​ຜົນ​ກະທົບ
​ຕໍ່ລະບົບ​ນິເວດຢ່າງຫຼວງຫຼາຍ.

ນະຄອນ Ho Chi Minh ​ເປັນເມືອງໃຫຽ່​ທີ່​ມີ​ປະຊາກອນ 10 ລ້ານ​ຄົນ ອາ​ໄສ​ຢູ່
ຊຶ່ງ​ໄດ້​ເຮັດ​ສິ່ງ​ເສດ​ເຫຼືອ​ແລະ​ໃຊ້​ນ້ຳ​ໃນ​ຈຳ​ນວນ 17 ​ເທົ່າຂອງຈຳນວນ ສະ​ເລ່ຍທີ່​ໃຊ້​ກັນ
​ໃນ​ທົ່ວປະ​ເທດ​ຫວຽດນາມ ຊຶ່ງ​ທ່ານ ​Nguyen Thien Nhan ປະທານ​ພັກ​ຄອມມຸຍນິດ
ປະຈຳນະຄອນ ​ໄດ້​ກ່າວ​ໄປ.

ຕໍ່​ມາ ທ່ານໄດ້​ພາ​ບັນດາ​ສະມາຊິກສະພາ ລົງ​ໄປ​ເບິ່ງ​ເຂດດິນປົ່ງໃໝ່ຂອງ​ແມ່ນໍ້າ​ຂອງ
ບ່ອນ​ທີ່​ໄດ້​ປູກ​ຕົ້ນ​ໄມ້​ໄວ້ ​ແລະ​ເປັນ​ສັກຂີ​ພິຍານ​ນຳກັນກ່ຽວ​ການ​ເຊາະໄຫຼ​ທີ່ຫວຽດນາມ
ກ່າວ​ວ່າ ​ເປັນ​ນຶ່ງ​ໃນຈຳນວນ ​3 ເຂດທີ່ ທີ່​ໄດ້​ຮັບ​ການ​ຂົ່ມ​ຂູ່ ​ຈາກ​ການ​ປ່ຽນ​ແປງ​ຂອງ​
ດິນຟ້າ​ອາກາດ.

ເຈົ້າ​ໜ້າ​ທີ່​ໄທ ​ໄດ້​ບອກ​ VOA ວ່າ ພວກ​ເຂົາ​ຈະ​ວາງ​ແຜນ​ວ່າ​ຈະ​ປູກ​ຕົ້ນ​ໄມ້​ຕື່ມ ຫຼັງ​ຈາກ​ກັບມາຈາກກອງ​ປະຊຸມ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດປະຈຳ​ຂົງ​ເຂດ ຫຼື Inter-Parliamentary Union (IPU) ແລ້ວ.

ທ່ານ Chaiyuth Promsookt ປະທານ​ຂອງ​ຄະນະ​ກຳມະການ​ແຫຼ່ງ​ຊັບພະຍາກອນ
ທຳມະຊາດ​ແລະ​ສິ່ງ​ແວດ​ລ້ອມຂອງສະພາແຫ່ງຊາດໄທ ​ໄດ້​ກ່າວຢູ່ຂ້າງ​ນອກ​ກອງ​
ປະຊຸມວ່າ ​“ການ​ຂົ່ມຂູ່ອັນ​ຮີບດ່ວນສຳລັບ​ປະ​ເທດ​ໄທ ຈາກການ​ປ່ຽນ​ແປງ​ຂອງ​
ດິນ​ຟ້າ​ອາກາດອັນທຳອິດນັ້ນ ​ແນ່ນອນ ກໍແມ່ນການ​ທຳລາຍ​ປ່າ​ໄມ້ ​ແລະ​ຫຼຸດຜ່ອນ​
ເຂ​ດສີ​ຂຽວ​ໃນ​ປະ​ເທດ​ໄທ,”
ຊຶ່ງ​ທ່ານ​ໄດ້​ກ່າວ​ວ່າ ລັດຖະບານ​ໄດ້​ຕັ້ງ​ເປົ້າ​ໝາຍໄວ້ວ່າ
ຈະ​ຮັກສາປ່າ​ໄມ້ໄວ້ ​ຢ່າງ​ນ້ອຍ 40 ​ເປີ​ເຊັນ ໃນ​ 2 ທົດຕະວັດ​ຕໍ່ໜ້າ. ການ​ປູກ​ປ່າ ​
ແມ່ນ​ເພື່ອຊ່ອຍ​ເຂົ້າ​ເຖິງ​ເປົ້າໝາຍ​ທີ່​ໄດ້​ວາງ​ໄວ້ ພ້ອມ​ທັງ​ຈະຊ່ອຍ​ປົກ​ປ້ອງ​ການ​ເຊາະ
ໄຫຼເພພັງຂອງຕາລິ່ງ.

ມາດຕະການ​ອີກ​ອັນ​ນຶ່ງກໍຄື ​ການ​ປ່ຽນ​ແປງການ​ປູກ​ຝັງຂອງຊົນ​ກຸ່ມ​ນ້ອຍ​ໄປເປັນ ​
ຕົ້ນ cherry ​ແລະ ຕົ້ນ apple ​ເພື່ອ​ຫຼີກເວັ້ນບໍ່​ໃຫ້​ຕັດ​ໄມ້ທຳລາຍ​ປ່າຢ່າງຜິດກົດໝາຍ.
ທ່ານ Chaiyuth ກ່າວ​ວ່າ ມັນ​ຈະ​ສົ່ງ​ຜົນດີຕໍ່ “ການ​ແບ່ງປັນ​ລາຍ​ຮັບ​ແລະ​ການ​ແບ່ງ
ປັນຜົນ​ຂອງ​ການ​ພັດທະນາ​ອື່ນໆ.”

​ທ່ານ Chaiyuth ​ເວົ້າຕໍ່ໄປ​ວ່າ​ “ມື້​ລາງ ພຣະ​ເຈົ້າ​ຢູ່​ຫົວ ເຊື່ອວ່າ ເວົ້າລວມແລ້ວ
ນີ້​ຈະເປັນການດີໃນດ້ານການ​ພັດທະນາ ດ້ານການ​ຮວມ​ເອົາ​ຜູ້​ຄົນ​ເຂົ້າ​ມາ​ຫາກັນ ​
ໂດຍສະ​ເພາະພວກ​ທີ່​ດ້ອຍ​ໂອກາດ ​ຢູ່ໃນ​ເຂດ​ຊົນນະບົດ​” ຊຶ່ງນັ້ນ ກໍ​ເປັນໄປຕາມ​ຄຳສະເໜີແນະຂອງ ທ່ານ​ນາງ Anna Schreyoegg ທີ່​ປຶກສາ​ຂອງ​ອົງການນະ​ໂຍ
ບາຍການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ທີ່ ສູນກາງ GIZ ທີ່ຫວຽດນາມ ຊຶ່ງເປັນອົງການ
ພັດທະນາ ຕັ້ງຢູ່ໃນເຢຍຣະມັນ. ທ່ານ​ນາງແນະ​ນຳ​ວ່າ ​ໃຫ້ພວກເຈົ້າ​ໜ້າ​ທີ່ວາງ​ນະ​ໂຍ
ບາຍ​ສະພາບແວດ​ລ້ອມທັງຫຼາຍ ທີ່​ຮວມ​ເອົາ​ຫຼັກ​ຖານ​ທາງວິທະຍາສາດນັ້ນລວມເອົາ
ຄວາມຄິດເຫັນຂອງ​ຄົນພື້ນເມືອງ ​ແລະ​ພວກ​ແມ່ຍິງເຂົ້ານຳ.

ການ​ຕັດ​ໄມ້ ທຳລາຍ​ປ່າ ແມ່ນ​ສ້າງ​ຄວາມ​ເປັນ​ຫວ່ງ​ຢູ່ໃນ​ສປປ ລາວ ຄື​ກັນ. ປະ​ເທດ​
ນ້ອຍໆ​ແຫ່ງນີ້ ອາດ​ເບິ່ງ​ຄື​ວ່າ ມີ​ພູມ​ຕ້ານທານ​ຕໍ່​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​
ອາກາດ ​ເພາະ​ເປັນ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ ບໍ່​ຄື​ກັນ​ກັບ​ປະ​ເທດ​ທີ່​ເປັນເກາະ
ດອນເຊັ່ນ ອິນ​ໂດ​ເນ​ເຊຍ ​ຟິລິປິ​ນ ​ແລະປະ​ເທດ​ທີ່​ມີ​ຊາຍ​ຝັ່ງ​ທະ​ເລ​ຍາວ​ຢຽດ​ຕິດ​ກັບ​
ທະ​ເລ ​ເຊັ່ນ​ຫວຽດນາມ​ແລະ​ມຽນມານັ້ນ. ​ແຕ່​ ອີງ​ຕາມ ທ່ານ ສັນຍາ ປະ​ເສີດ ຮອງ​
ປະທານ​ຄະນະ​ກຳມະການ​ເສດຖະກິດ ເທັກ​ໂນ​ໂລ​ຈີແລະສະພາບ​ແວດ​ລ້ອມຂອງ
ສະພາແຫ່ງຊາດລາວແລ້ວແມ່ນວ່າ ການສູນ​ເສຍ​ຕົ້ນ​ໄມ້ ພາໃຫ້ເພີ່ມ​ອຸນຫະພູມ
ສູງຂຶ້ນໃນ​ປະ​ເທດ​ລາວ. ທ່ານ​ໄດ້​ບອກ​ VOA ຕື່ມ​ອີກ​ວ່າ“ປະ​ເທດ​ຂອງ​ພວກ​ເຮົາ ​
ແມ່ນ​ຮ້ອນ​ຂຶ້ນເລື້ອຍໆ ຖ້າ​ປຽບທຽບໃສ່​ອາກາດ​ຂອງ​ປີກ່ອນ​ໜ້າ​ນີ້, ພາຍຸ​ໄຕ້​ຝຸ່ນ
​ບໍ່​ໄດ້​ເຂົ້າ​ມາ​ ຕາມ​ທີ່​ຄາດໄວ້ ​ໃນ​ແຕ່ລະ​ປີ ​ແລະ​ນັ້ນ​ມັນ​ໄດ້​ປ່ຽນ​ໄປ ​ແລະ​ພວກ​ເຮົ​າ
ກໍ​ບໍ່​ສາມາດ​ຄາດ​ເດົາ​ໄວ້ ​ແລະ​ນັ້ນ​ລະ​ຄື​ບັນຫາຫຼັກ.”

ສປປ ລາວ ​ກຳລັງ ​ຈະ​ຕັດບັນຫາລົງ ​ໂດຍ​ຈະໂຈະການອອກໃບອະນຸຍາດໃຫ້​ຕັດ​ໄມ້​.
ໃຫ້ຮັບຜິດຊອບ​ຕໍ່​ແກ໊ສເຮືອນ​ແກ້ວ ພ້ອມ​ທັງ ​ໃຫ້ການ​ບໍລິການໃນ​ຄວາມ​ພະຍາຍາມ​
ທາງ​ການ​ປ່ຽນ​ແປງ​ຂອງ​ດີ​ນຟ້າ​ອາກາດ ຂອງ​ປະ​ເທດ​ທີ່​ກຳລັງ​ພັດທະນາ.

​ທ່ານ​ນາງ Anna Schreyoegg ກ່າວ​ວ່າ. “ອິນ​ໂດ​ເນ​ເຊຍ ກໍ​ແມ່ນ​ປະເທດນຶ່ງ ທີ່ຢູ່​
ໃນສາຍຕາ​ຂອງບັນດາ​ປະ​ເທດ​ທີ່​ຈະເລີນແລ້ວ ທີ່​ຈະ​ສືບ​ຕໍ່​ເປັນ​ຜູ້ນຳ​ພາໃນເລື່ອງນີ້.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG