ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ADB ເວົ້າວ່າ ເສດຖະກິດຂອງລາວ ຍັງຈະຂະຫຍາຍໂຕ ຕໍ່ໄປ


ລັດຖະບານລາວ ແລະທະນາຄານພັດທະນາເອເຊຍ ຫລື ADB ຄາດວ່າລາວຍັງຈະສືບຕໍ່ມີຄວາມຈະເລີນທາງດ້ານເສດຖະກິດຕໍ່ໄປຢູ່.
ລັດຖະບານລາວ ແລະທະນາຄານພັດທະນາເອເຊຍ ຫລື ADB ຄາດວ່າລາວຍັງຈະສືບຕໍ່ມີຄວາມຈະເລີນທາງດ້ານເສດຖະກິດຕໍ່ໄປຢູ່.

ເນື່ອງ​ຈາກ​ມີ​ອັດຕາ​ຂະຫຍາຍ​ໂຕ​ທາງ​ດ້ານ​ເສດຖະກິດ​ເກືອ​ບຮອດເຈັດເປີເຊັນ ລາວເປັນດາຣາດວງ​ນຶ່ງຢູ່ໃນພາກພື້ນເອເຊຍຕາ​ເວັນ​ອອກສຽງ​ໃຕ້ ໂດຍ​ໄດ້​ຮັບ​ການ​ເອື້ອຍອໍານວຍ​ຈາກການລົງທຶນ ແລະການ​ພົວພັນດ້ານທຸລະກິດກັບຈີນ ຊຶ່ງເປັນຜູ້ລົງທຶນໃຫຍ່ສຸດ​ໃນປະເທດ.

ໃນການປະ​ເມີນໃໝ່ ລັດຖະບານລາວ ແລະທະນາຄານພັດທະນາເອເຊຍ ຫລື ADB ຄາດວ່າຄວາມຈະເລີນທາງດ້ານເສດຖະກິດຈະດຳເນີນສືບຕໍ່ໄປຢູ່.

ADB ກ່າວວ່າຜົນຜະລິດແຫ່ງຊາດ ຫລື GDP ຈະ​ເພີ້ມຂຶ້ນເຖິງ 6.9 ເປີເຊັນໃນປີ
2017 ແລະເຈັດເປີເຊັນ​ໃນປີ 2018 ເຖິງແມ່ນວ່າ ຈະ​ມີ​ບັນ​ຫາ​ທາງ​ດ້ານ​ງົບປະມານ ແລະຄວາມຕ້ອງການແຮ່ທາດຂອງໂລກຫລຸດ​ລົງ​ໃນ​ຊຸມປີທີ່ຜ່ານມາ.

ທ່ານຣັດຕະນະ​ໄຕ ຫລວງລາດບັນດິດ ຜູ້ຊ່ຽວຊານດ້ານ​ການບໍລິຫານຂອງ​ລັດ ປະ​ຈໍາ
ADB ຢູ່​ນະຄອນຫລວງ​ວຽງ​ຈັນກ່າວວ່າ “ປັດ​ໃຈ​ສໍາຄັນທີ່ເຮັດໃຫ້ເສດຖະກິດລາວເຕີບ
ໂຕສ່ວນ​ໃຫຍ່ແມ່ນມາຈາກຂະ​ແໜງຊັບພະຍາກອນ​ທໍາ​ມະ​ຊາດ, ​ເຊັ່ນ ເຂື່ອນໄຟຟ້າ
ນໍ້າຕົກ, ແລະບໍ່ແຮ່ ໂດຍສະເພາະກໍ​ແມ່ນ ທອງແດງ ເງິນ ແລະຄຳ.”

ຄວາມກະຕືລືລົ້ນຂອງລາວຢາກ​ເປັນ “ໝໍ້ໄຟຂອງພາກພື້ນເອເຊຍຕາ​ເວັນ​ອອກສຽງ
​ໃຕ້” ໄດ້​ເຮັດ​ໃຫ້​ມີການພັດທະນາເຂື່ອນໄຟຟ້ານໍ້າຕົກຫລາຍ​ແຫ່ງ ຊຶ່ງປັດຈຸບັນນີ້ມີ
10 ແຫ່ງທີ່ກຳ ລັງປະຕິບັດງານຢູ່. ອີກສາມແຫ່ງກໍາລັງໄດ້ສະເໜີ​ໃຫ້ສ້າງຢູ່ລຳແມ່ນໍ້າ

ຂອງທີ່ກຳລັງ​ເດີນໜ້າຕໍ່ໄປ ເຖິງແມ່ນວ່າ​ຈະມີການຕໍາໜິວິຈານຈາກບັນດານັກອະນຸ
ລັກທໍາ​ມະ​ຊາດ ​ເນື່ອງ​ຈາກວ່າ​ມັນ​ຈະມີຜົນກະທົບຕໍ່ສິ່ງແວດລ້ອມ ໂດຍສະເພາະ​ແມ່ນການຮັກສາບ່ອນຢູ່​ຂອງປາ.

ໃນຂະນະດຽວກັນ ກົມພັດທະນາດ້ານ​ການທ່ອງທ່ຽວກ່າວວ່າ ການທ່ອງທ່ຽວໄດ້ປະ
ກອບສ່ວນ​ເຂົ້າໃນງົບປະມານແຫ່ງຊາດ724 ລ້ານ​ໂດ​ລາ​ໃນ​ປີ 2016. ບັນດານັກ
ທ່ອງທ່ຽວທີ່​ເຂົ້າມາລາວ ມີ​ 4 ລ່້ານ 230 ພັນຄົນ ຊຶ່ງຫລຸດລົງຈາກ 4 ລ້ານ 680 ພັນ
ຄົນທີ່​ເຂົ້າມາໃນປີກ່ອນນັ້ນ ແຕ່ວ່າລາວກໍໃຊ້ເງິນ 61 ລ້ານໂດລາ ເພື່ອຂະຫຍາຍສະ
ໜາມບິນສາກົນວັດໄຕ.

ທ່ານຣັດຕະນະໄຕ ກ່າວວ່າ ອຸດສາຫະກຳທ່ອງທ່ຽວ ເປັນກະແຈທີ່ຮອງ​ຮັບ​ເອົາ​ກໍາ
ລັງແຮງງານ ທີ່​ມີ​ຈໍານວນນັບ​ມື້ນັບເພີ້ມຂຶ້ນ. ທ່ານຣັດຕະນະໄຕກ່າວຕໍ່ວີໂອເອວ່າ “ການຂະຫຍາຍ​ໂຕ​ຂອງ​ຂະ​ແໜງບໍລິການກຳລັງ​ເປັນ​ໄປຢູ່ໃນປັດຈຸບັນ. ມັນຈະ
ເລີ້ມຮັບເອົາແຮງງານ​ໃຫ້​ມີ​ວຽກ​ເຮັດງານທໍາ​ກັນໝົດ ແຕ່ມັນເກີດ​ເປັນ​ໄປ​ຢ່າງຊ້າໆຢູ່
ໃນພາກສ່ວນໂຮງແຮມ, ຮ້ານອາຫານ ແລະຮ້ານຄ້າຂາ​ຍຫຍ່ອຍ ແລະຈາກ​ນັ້ນກໍ​
ແມ່ນຜູ້​ໃຫ້ການບໍລິການທາງ ​ເທັກ​ໂນ​ໂລ​ຈີ ດ້ານ​ຂໍ້​ມູນ ຫລື IT.

ອີງຕາມລາຍງານຂ່າວຊິນຫົວ ຈີນເປັນປະເທດທີ່ລົງທຶນໃຫຍ່ທີ່ສຸດຢູ່ໃນລາວ ຊຶ່ງມີ
ມູນ​ຄ່າຫລາຍກວ່າ6 ຕື້ 7 ຮ້ອຍລ້ານໂດລາ ​ໃນ 760 ໂຄງການ. ຮອງ​ຈາກຈີນ​ມາ
ພາຄີ​ດ້ານ​ການຄ້າ ​ແລະ​ການລົງທຶນທີ່​ສໍາຄັນ​ອື່ນ ກໍຄື ໄທ ຫວຽດດນາມ ແລະມາເລ
ເຊຍ.

ທ່ານ Martin Stuart-Fox ສາດສະດາຈານກຽດຕິ​ຄຸນ​ດ້ານປະວັດສາດຢູ່ມະຫາວິ
ທະຍາໄລ Queensland ກ່າວວ່າ ລາວຕ້ອງ​ໄດ້ພິຈາລະນາຊັ່ງຊາຜົນປະໂຫຍດ
ຂອງຈີນ ແລະຫວຽດນາມ ​ໃຫ້​ດີ.

ສາດສະດາຈານ Fox ກ່າວຕໍ່ວີໂອເອວ່າ “ບັນຫາຂອງລາວກໍຄືການ​ຊັ່ງຊາເງິນລົງທຶນຈີນກັບຫວຽດນາມ ຊຶ່ງ​ເປັນອິດ​ທິພົນ​ທີ່​ເຄີຍ​ມີ​ມາຂອງຫວຽດນາມ ໂດຍສະເພາະ​ແມ່ນ​ອິດ​ທິພົນຂອງຫວຽດນາມຜ່ານທາງທະຫານ. ແລະກໍມີເງິນຈີນ
ເຂົ້າມາ ແລະເຂດເສດຖະກິດພິເສດຈຳນວນນຶ່ງທີ່ສ້າງຕັ້ງຂຶ້ນ​ທັງໝົດ​ແບບ ດໍາ​ເນີນ
​ງານ​ໂດຍ ບໍລິສັດຈີນ ​ເພື່ອ​ເຮັດກາຊີໂນ, ທໍາ​ກນຟອກເງິນ, ​ແລະ​ຄ້າປະເວນີ ແລະ
ການພະນັນ.”

ຈີນຍັງໄດ້ບໍລິຈາກ 70 ເປີເຊັນຂອງມູນ​ຄ່າທັງໝົດ 5 ຕື້ 800 ລ້ານໂດລາ ​ເພື່ອ​ສ້າງ
ລາງລົດໄຟຈີນ-ລາວນັ້ນ. ​ໄລຍະ​ທາງ 410 ກິໂລແມັດຂອງ​ລາງ​ລົດ​ໄຟ​ດັ່ງກ່າວ ​ແມ່ນ
ເປັນພາກສ່ວນທີ່ການເຊື່ອມຕໍ່ທາງລົດໄຟຈາກນະຄອນຂຸນໝິງຂອງຈີນ ໄປຫາສິງກະ
ໂປ. ທ່ານອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະອຸດສາຫະກຳແຫ່ງຊາດ
ລາວ ກ່າວຕໍ່ສື່ມວນ ຊົນລາວວ່າ ການເຊື່ອມຕໍ່ທາງລົດໄຟດັ່ງກ່າວ ເຫັນວ່າເປັນ “​ເປັນ
​ສິ່ງສຳຄັນ​ໃນ​ການຊຸກຍູ້ການພັດທະນາທີ່ສ້າງວຽກ​ເຮັດງານທໍາ ແລະລາຍໄດ້​ໃຫ້ແກ່
ປະຊາຊົນ​ໃນທ້ອງຖິ່ນ.”

ທ່ານນາງ Holly High ສະມາຊິກຄົ້ນຄວ້າອາວຸໂສຈາກມະຫາວິທະຍາໄລ Sydney ພະແນກມະນຸດສາດ ກ່າວວ່າ ຄວາມອຸດົມຮັ່ງມີ ທີ່ມີ​ທ່າ​ທີ​ທີ່​ແນ່ນອນ ​ແມ່ນ​ພື້ນຖານອັນ
​ສໍາ​ຫລັກ​ຂອງເວທີປະຕິບັດ​ວານ​ຂອງ​ພັກປະຊາຊົນປະຕິວັດລາວ.

ທ່ານນາງ High ກ່າວຕໍ່ວີໂອເອວ່າ “​ເພາະສະ​ນັ້ນ​ຖ້າ​ຫາກ​ເຂົາ​ເຈົ້າ​ເຮັດ​ໃຫ້​ເສດຖະກິດ​
ເຕີບ​ໂຕ​ຢ່າງ​ຫລວງຫລາຍນັ້ນ ​ແນ່ນອນ​ເປັນ​ບາດກ້າວ​ໄປ​ຂ້າງໜ້າອັນ​ນຶ່ງ ​ທີ່​ຈະ​ນຳ​ໄປ
​ສູ່​ການ​ບັນລຸຄຳໝັ້ນ​ສັນຍາ ​ແຕ່ມັນ​ຈະ​ບໍ່​ເປັນ​ທີ່​ພຽງພໍ ຖ້າ​ຫາກ​ວ່າ ມັນບໍ່ໄດ້ນຳໄປ​ສູ່​
ການ​ປະຕິບັດ​ສັນຍານັ້ນ ​ໃນ​ວິທີ​ທາງ​ທີ່​ເຫັນ​ວ່າ​ມີ​ຄວາມ​ສະ​ເໝີພາບ​ກັນ.”

ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ​ລາວ​ປະ​ເຊີນກັບ​ອັດຕາ​ຕໍ່​ການ​ສໍ້​ລາດ​ບັງຫລວງລູງ. ໃນ​ປີ
2016 ຜ່ານ​ມານີ້ ອົງການວ່າ​ດ້ວຍ​ຄວາມ​ຟປ່ງ​ໃສ​ສາກົນ​ ຫລື Transparency
International ​ທີ່​ຕັ້ງຢູ່​ນະຄອນ​ Berlin ​ໄດ້​ຈັດ​ໃຫ້​ລາວ​ອັນ​ດັບ​ທີ 123 ຂອງ​ຈຳນວນ
176 ປະ​ເທດ​ທີ່ຢູ່​ໃນລາຍການ​ດັດຊະນີ​ສໍ້​ລາດ​ບັງ​ຫລວງຂອງ​ອົງການດັ່ງກ່າວ. ທ່ານ
Stuart Fox ກ່າວ​ວ່າ​ການ​ສໍ້​ລາດ​ບັງ​ຫລວງ ​ແລະ​ເສດຖະກິດ​ມືດ ທີ່​ບໍ່ປະຕິບັດ​ຕາມ
​ລະບຽບການ​ຂອງ​ລັດຖະບານ​ຍັງ​ເປັນ​ບັນຫາ​ທີ່​ສຳຄັນຢູ່.

ທ່ານ Stuart-Fox ກ່່າວ​ເພີ້ມອີກ​ວ່າ “ມັນ​ເປັນ​ການ​ສໍ້​ລາດ​ບັງຫລວງ​ຢ່າງ​ໃຫຍ່. ສໍ້​ລາດ
ບັງ​ຫລວງ​ຢ່າງ​ໃຫຍ່ແນ່ນອນ​ເລີຍ. ຖ້າ​ຫາກ​ທ່ານ​ຢູ່ຕໍາ​ແໜ່ງ​ສູງ​ສຸດ​ຂອງພັກ ທ່ານ​ຈະ​ໄດ້​
ຮັບ​ເງິນ​ຢ່າງ​ຫລວງຫລາຍ ​ແລະ​ມີ​ເງິນຈາກ​ຈີນ​ເຂົ້າ​ມາ​ຢ່າງ​ຫລວງຫລາຍ, ​ແນ່ນອນ ​
ແລະ​ມີ​ຄົນ​ຢູ່ໃນ ຕໍາ​ແໜ່ງສູງ​ຂອງຄະນະກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ທີ່​ຮັ່ງ
ມີຫລາຍ​ທີ່​ສຸດ​ເລີຍ.”

ທ່ານນາງ High ກ່າວເພີ້ມ​ເຕີມວ່າ ຢູ່​ທາງ​ເບື້ອງ​ຫລັງ​ຂອງ​ການ​ເຕີບ​ໂຕນັ້ນ ຍັງ​ມີ
ຄວາມ​ຕ້ອງການໃຫ້ “ມີ​ຊ່ອງ​ທາງ​ສໍາລັບ​ຜູ້ທີ່​ບໍ່​ເຫັນ​ພ້ອມ​ດ້ານ​ການ​ເມືອງ” ​ເພື່ອ​ຈະ​ໃຫ້
​ປະຊາຊົນ​ໄດ້​ມີ​ການ​ຖົກ​ຖຽງກັນ​ກ່ຽວ​ກັບ​ບັນ​ຫາ​ສັງຄົມ ​ແລະ​ເສດຖະກິດ.

ທ່ານ​ນາງກ່າວມ້ວນທ້າຍ​ວ່າ “​ເຖິງ​ແມ່ນ​ວ່າຈະ​ມີ​ຂ່າວ​ດີ ທີ່​ເວົ້າ​ກ່ຽວ​ກັບ​ການ​ເຕີບ​ໂຕທາງເສດຖະກິດ ຫລື ຄວາມທຸກ​ຈົນ​ຫລຸດ​ລົງ ຄົນ​ຍັງ​ຈະ​ມີ​ຄວາມ​ສົງ​ໄສຢູ່ ​ເພາະວ່າ​ຍັງ​
ບໍ່​ມີ​ຄວາມໄວ້​ເນື້ອເຊື່ອ​ໃຈຫລາຍ ຢູ່​ໃນ​ວົງ​ການ​ເມືອງຂອງ​ລາວ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG