ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຫຼາຍ​ເມືອງ​ ໃນ​ເອ​ເຊຍ ປະສົບ​ກັບ ​ບັນຫາ​ໝອກ​ຄວັນ ທີ່ຮ້າຍ​ແຮງ


​ແມ່​ແລະ​ລູກນ້ອຍ ຈູ​ງມືກັນ​ຂ້າມ​ຖະນົນ ​ໃນຂະນະ​ທີ່​ຊາຍ​ຂີ່​ລົດຈັກຜູ້​ນຶ່ງ ປິດ​ດັງ​ຂອງ​ລາວ ​ເພື່ອ​ປົກ​ປ້ອງ​ໝອກ​ຄວັນ ​ໃນ​ປັກ​ກິ່ງ, ວັນ​ອາທິດ, 20 ທັນວາ, 2015.
​ແມ່​ແລະ​ລູກນ້ອຍ ຈູ​ງມືກັນ​ຂ້າມ​ຖະນົນ ​ໃນຂະນະ​ທີ່​ຊາຍ​ຂີ່​ລົດຈັກຜູ້​ນຶ່ງ ປິດ​ດັງ​ຂອງ​ລາວ ​ເພື່ອ​ປົກ​ປ້ອງ​ໝອກ​ຄວັນ ​ໃນ​ປັກ​ກິ່ງ, ວັນ​ອາທິດ, 20 ທັນວາ, 2015.

ໃນ​ວັນອັງຄານ​ມື້​ນີ້ຄວັນ​ໝອກ​ໜາ​ໄດ້​ປົກ​ຄຸມ​ນະຄອນ​ຫຼວງ​ຂອງ
ສອງ​ປະ​ເທດ​ທີ່​ມີ​ປະຊາ ກອນ​ອາ​ໄສ​ຢູ່​ຢ່າງ​ໜ​າ​ແໜ້ນ​ທີ່​ສຸດ​ຂອງ​
ໂລກ. ສະຖານີຄວບ​ຄຸມ​ສະພາບ​ອາກາດ ​ໃນ​ນະຄອນຫຼວງ​ປັກ​
ກິ່ງ ແລະ​ນະຄອນນິວແດ​ລີ​ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ມັນ​ໄດ້​ກາຍ
​ຂີດຈຳກັດ ​ຂອງ​ການ​ວັດ​ແທກ​ທີ່​ບົງ​ບອກ​ເຖິງອັນ​ຕະລາຍ​ນັ້ນ.

ນະຄອນຫຼວງ​ຂອງ​ຈີນ ​ໃນ​ວັນ​ຈັນ​ແລະ​ວັນ​ອັງຄານ​ມື້​ນີ້ ​ແມ່ນຢູ່​
ພາຍ​ໃຕ້​ ຄຳ​ເຕືອນ​ຂີດ​ແດງ​ ​ຄັ້ງ​ທີ​ສອງ​ກ່ຽວ​ກັບສະພາບ​ອາກາດ
ຕົກ​ຢູ່​ໃນ​ຂັ້ນ​ອັນຕະລາຍ ຈຶ່ງ​ເຮັດ​ໃຫ້​ລັດຖະບານ​ໃນ​ເຂດເທດ
ສະບານປັກ​ກິ່ງ ສັ່ງໃຫ້​ໂຮງ​ຈັດ​ໂຮງງານ​ຕ່າງໆ​ຫຼຸດ​ການ​ຜະລິດ​ລົງ
ຫຼືບໍ່ກໍ​ປິດກິດຈະການຊົ່ວຄາວ ສັ່ງໃຫ້​ລົດເຄິ່ງນຶ່ງ ຢຸດ​ແລ່ນ​ຢູ່​ໃນ​ເຂດ​ນະຄອນຫຼວງ​ປັກ​ກິ່ງ ​ແລະ​ສັ່ງ​ປິດ​ໂຮງຮຽນ​ນຳ.

ຄຳ​ເຕືອນຂີດ​ແດງຄັ້ງ​ທຳ​ອິດ​ຂອງ​ນະຄອນຫຼວງປັກ​ກິ່ງ ​ແມ່ນ​ໄດ້​ປະກາດ​ນຳ​ໃຊ້ເມື່ອວັນ​ທີ 7 ທັນວາ​ຜ່ານ​ມາ​ນີ້.

ຜູ້​ຄົນ​ເດີນ​ຂ້າມ​ຖະໜົນ ທີ່​ແອ​ອັດ ​ໃນ​ນະຄອນ New Delhi, ອິນ​ເດຍ, 10 ທັນວາ 2015.
ຜູ້​ຄົນ​ເດີນ​ຂ້າມ​ຖະໜົນ ທີ່​ແອ​ອັດ ​ໃນ​ນະຄອນ New Delhi, ອິນ​ເດຍ, 10 ທັນວາ 2015.

​ໃນ​ຕອນບ່າຍຂອງວັນ​ອັງຄານ​ມື້​ນີ້ ​ເຄື່ອງ​ບົ່ງ​ບອກ​ຄຸນ​ນະພາ​ບອາກາດ​ໃນ​ເຂດ​ໃຈກາງ​ນະ​ຄອນຫຼວງ​ປັກ​ກິ່ງ​ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ມັນ​ໄດ້​ກາຍ​ຈຳ​ນວນ 400 ​ໄມ​ໂກຣກຣາມ ຕໍ່ນຶ່ງ​ແມັດ​ກ້ອນ ສຳລັບ PM 2.5 ຄື​ມີ​ອະນຸ​ພາກ​ທີ່ລວງ​ກວ້າງ​ນ້ອຍ​ກວ່າ 2.5 ​ໄມ​ໂກ​ຣ​ແມັດ ສາ ມາດ​ແລ່ນ​ເຂົ້າ​ໄປ​ໃນ​ປອດ​ຂອງ​ເຮົາ​ໄດ້.

ການປະກາດ​ຄຳ​ເຕືອນທີ່​ເປັນ​ຂີດ​ໝາຍແດງ​ນີ້ ບໍ່​ໄດ້​ໝາຍ​ຄວາມ​ວ່າ ສະ​ພາບອາກາດ​ໃນ​ນະຄອນ​ປັກ​ກິ່ງ ​ແມ່ນ​ມີ​ມົນ​ລະພິດທີ່​ຮ້າຍ​ແຮງກວ່າ​ໃນ​ອະດີດ​ຜ່າ​ນມາ.

​ສ່ວນ​ທີ່ນະຄອນຫຼວງ​ອິນ​ເດຍ ​ເຖິງ​ແມ່ນ​ວ່າ ​ໄດ້​ມີ​ການ​ເອົາ​ມາດ​ຕະການ​ຕໍ່ຕ້ານ​ການ​ປ່ອຍ​ຄວັນ​ມາ​ໄດ້ເກືອບ​ທົດ​ສະ​ວັດແລ້ວ ​ທີ່​ເຮັດ​ໃຫ້​ສະພາບ​ອາກາດ​ໃນນະຄອນຫຼວງ​ດັ່ງກ່າວດີ
ຂຶ້ນນັ້ນ ​ແຕ່​ອີກ​ຄັ້ງນຶ່ງ​ນະຄອນຫຼວງຂອງ​ອິນ​ເດຍ ​ໄດ້​ຫາຍ​ໃຈ​ເອົາ​ອາກາດ​ທີ່​ຖື​ວ່າທີ່​ມີ​ມົນ​ລະ ພິດຮ້າຍ​ແຮງ​ທີ່​ສຸດ​ໃນ​ໂລກ ອິງ​ຕາມ​ລາຍ​ງານ​ຂອງ​ອົງການ​ອະນາ​ໄມ​ໂລກ.

XS
SM
MD
LG