ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ຜູ້​ສະໝັກ ​​ອາ​ເມຣິກັນ ເຊື້ອສາຍເອເຊຍ ​​​ ກ່າວວ່າ ພື້ນຖານຫຼັກ ແມ່ນການເຂົ້າຮອດ ເຂົ້າເຖິງໄດ້


Asian American Candidate in New York: All About Access
please wait

No media source currently available

0:00 0:02:04 0:00

ທ່ານ​ນາງ Yoo-Leen Nyoo ​ແມ່ນ​ເປັນຜູ້​ທີ່​ຄາດ​ວ່າ​ຈະ​ເປັນ​ຄົນ​ອາ​ເມຣິກັນ ​ເຊື້ອສາຍເອ​ເຊຍ ຜູ້​ທຳ​ອິດ ທີ່​ຈະ​ໄດ້​ເປັນ​ຕົວ​ແທນ ​ຂອງເຂດ​ເກາະ Manhattan ​ຢູ່ໃນສະພາ​ນິຕິ​ບັດ​ຍັດ​ຂອງລັດ. ການ​ມີ​ຊື່​ສຽງຂຶ້ນ​ມາ​ຂອງ​ທ່ານ​ນາງ​ແມ່ນ​ພື້ນຖານ​ຫຼັກທີ່ສຳຄັນໃນ​ຖານະ​ຜູ້​ສະໝັກ ທ້ອງ​ຖິ່ນ​ນັ້ນກໍ​ຄື​ຄວາມ​ໂປ່​ງ​ໃສ​ແລະການເປັນ​ຕົວ​ແທນ​ເພີ້ມຂຶ້ນ​ຂອງ​ທ່ານ​ນາງ​ໃນ​ເຂດຂອງ​ທ່ານ​ນາງ ຊຶ່ງ Ramon Taylor ນັກ​ຂ່າວ VOA ​ມີລາຍ​ງານ​ກ່ຽວ​ກັບ​ເລື່ອງ​ນີ້ ​ແລະ​ວັນ​ສະ ສອນ ຈະ​ນຳມາສະ​ເໜີ​ທ່ານ ​ໃນ​ອັນດັບ​ຕໍ່​ໄປ.

ທ່ານ​ນາງ Yuh-Line Niou ຜູ້​ຊຶ່ງ​ເກີດ​ທີ່ໄຕ້​ຫວັນ ​ແມ່ນ​ກຳລັງ​ລໍຄອຍ​ຖ້າດ້ວຍໃຈ​ຈົດ​ຈໍ່
ເຖິງ​ມື້ລົງ​ຄະ​ແນນ​ສຽງເລືອກຕັ້ງ​ໃນ​ວັນ​ທີ 8 ພະຈິກ ຄື​ກັນ ​ກັບ​ຊາວ​ອາ​ເມຣິກັນ ​ໃນ​ທົ່ວ​ປະ​ເທດ ທ່ານ​ນາງ​ຈະໄປ​ປ່ອນ​ບັດ​ເອົາ​ປະທານາທິບໍດີ ແຕ່​ວ່າ​ພ້ອມ​ດຽວ​ກັນ​ກັບເພື່ອນ​ບ້ານ​ຂອງ​ທ່ານ​ນາງ​ໃນ​ເຂດ​ເລືອກ​ຕັ້ງ​ 65 ຊຶ່ງ​ຢູ່​ໃຈກາງ​ນະຄອນ New York ທ່ານ​ນາງ ຍັງ​ຈະ​
ລົງ​ປ່ອນ​ບັດ​ເລືອກ​ເອົາ​ສະມາຊິກ​ສະພາຂອງ​ລັດ​ຄົນ​ໃໝ່ ດ້ວຍ​ຕົວ​ທ່ານ​ເອງ.

ທ່ານ​ນາງ Niou ຜູ້​ສະໝັກ​ເປັນ​ຕົວ​ແທນຂອງ​ພັກ​ເດ​ໂມ​ແຄຣັດ ​ໃນ​ເຂດ​ທີ່​ມີສະມາ​ຊິກ​ພັກ ພັກ​ເດ​ໂມ​ແຄຣັດ ອາ​ໄສ​ຢູ່​ຢ່າງ​ໜາ​ແໜ້ນ ທີ່​ຮວມທັງ​ຄຸ້ມ​ຄົນ​ຈີນ ຫລື Chinatown ​ແລະ​ເຂດ​ຕະຫລາດ​ຮຸ້ນ Wall Street ຊຶ່ງ​ຈະ​ມີ​ໂອກາດດີ​ທີ່​ຈະໄດ້ຊະນະ. ຖ້າ​ມັນ​ຫາກ​ເກີດ​ຂຶ້ນ​ແທ້ ຄຸ້ມ​ທີ່​ເຄີຍ​ມີ​ຊື່​ສຽງ​ບໍ່​ດີ ຍ້ອນ​ພົວພັນ​ກັບອະ ດີດ​ສ​ະມາ​ຊິກສະພາ​ຂອງ​ລັດ​ຄົນ​ກ່ອນທ່ານ Sheldon Silver ທີ່​ໄດ້​ຖືກ​ຕິດ​ຄຸກ 12 ປີ ​ໃນ​ຖານ​ສໍ້​ລາດ​ບັງ​ຫຼວງ ຊຶ່ງ​ນີ້ຈະ​ສົ່ງ​ຜົນ​ສະທ້ອນ
ທີ່​ສຳຄັນ​ໃຫ້​ເຫັນ​ເຖິງ ຄວາມ​ໂປ່​ງ​ໃສ ​ແລະ​ການ​ເຂົ້າ​ເຖິງ ​ໄດ້​ຢ່າງ​ສະດວກ​ສະບາຍ​ນັ້ນ ​ແມ່ນ​ວີ​ທີທີ່ຈະດຳ​ເນີນ​ການ​ໄປ​ໜ້າ.

ທ່ານ​ນາງ Niou ກ່າວ​ວ່າ “​ມັນຍັ​ງມີບາງ​ພວກພໍ່ແມ່ພີ່ນ້ອງ ຜູ້​ຊຶ່ງ​ໄດ້​ເຂົ້າ​ເຖິງ ​ແລະກໍ​ມີ​ບາງ​ພວກ​ທີ່​ຍັງບໍ່​ໄດ້​ເຂົ້າ​ເຖິງ​ ​ແລະ​ຂ້າ​ພະ​ເຈົ້າ​ຄິດ​ວ່າ ມັນ​ມີ​ຄວາມ​ຈຳ​ເປັນແລະເປັນ​ສິ່ງສຳຄັນ​ທີ່​ຈະ​ໃຫ້​ພວກ​ພໍ່​ແມ່​ພີ່ນ້ອງ​ນີ້​ເຂົ້າ​ເຖິງ​ລັດຖະບານ​ໄດ້.”

​ມັນ​ຍັງຈະ​ເປັນ​ສັນຍານ​ຂ​ອງ​ການ​ປ່ຽນ​ແປງ​ ໃນ​ການ​ເປັນ​ຕົວ​ແທນ​ຂອງ​ເຂດສັງ ຄົມ​ເສດຖະ ກິດ​ທີ່​ມີ​ຄວາມ​ຫລາກ​ຫລາຍ​ ທີ່​ມີຊາວ​ເອ​ເຊຍ 42 ​ເປີ​ເຊັນ ​ແຕ່​ວ່າ​ຍັງ​ບໍ່ເຄີຍ​ຮູ້ຈັກ​ວ່າ ​ໄດ້ມີ​ຊາວ​ອາ​ເມຣິກັນ​ເຊື້ອ​ສາຍ​ເອ​ເຊຍ ​ເປັນ​ຜູ້ນຳ​ພາ​ພວກ​ເຂົາ​ເຈົ້າມາ​ກ່ອນ.

ທ່ານ​ນາງ Niou ກ່າວ​ວ່າ “ພວກ​ເຮົາແມ່ນ​ປະກອບ​ເປັນ​ຫຼາຍ​ກວ່າ 10​ ເປີ​ເຊັນ ຂອງປະຊາກອນລັດ ​ແລະ​ວ່າ​ພວກ​ເຮົາ ມີໜ້ອຍ​ກວ່າ ​ເຄິ່ງ​ເ​ປີ​ເຊັນ ຂອງ​ຜູ້ຕາງ ໜ້າ​ພວກ​ເຮົາ​ແລະ​ຂ້າພະ​ເຈົ້າ​ຄິດ​ວ່າ​ສະຖິຕິພຽງລຳພັງນັ້ນ​ແມ່ນ​ສາມາດສະ​ແດງ ​ໃຫ້​ເຫັນ​ເຖິງ​ວ່າ​ ມັນໜ້າ​ຈະ​ມີ​ມາ​ແຕ່​ດົນ​ນານ​ແລ້ວ ພວກ​ເຮົາ​ຄວນ​ຈະ​ມີຄົນອາ​ເມ ຣິກັນ​ເຊື້ອ​ສາຍ​ເອ​ເຊຍ ຫຼາຍໆ​ຄົນ ລົງ​ແຂ່ງຂັນ ​ແລະ​ຊະນະ​ໃນ​ການເລື້ອກຕັ້ງ.”

​ໃນ​ຖານະ​ທີ່​ຊາວ​ອົບ​ພະຍົບທີ່​ພາກັນ​ເຕີບ​ໃຫຍ່​ໃນ​ສະຫະລັດ ທ່ານ​ນາງ Niou ຍັງ​ຈຳ​ໄດ້ວ່າ ທ່ານ​ນາງ ​ໄດ້​ເອົາ​ອາຫານ​ກາງ​ວັນ​ທີ່​ເປັນ​ອາຫານ​ຈີນ​ຂອງ​ທ່ານ​ນາງ​ຖິ້ມ ຍ້ອນ​ຄວາມຢ້ານກົວ​ວ່າ​ ຈະ​ມີ​ຄົນ​ຫົວ​ຂວັນ​ເຍາະ​ເຍີ້ຍທ່ານ​ນາງ ມື້​ນີ້ ພື້ນຖານ​ຫຼັກ​ຂອງ​ທ່ານ​ນາງ​ນັ້ນ ​ແມ່ນ​ເພັ່ງ​ເລັງ​ໃສ່ ບັນຫາ​ທີ່​ປະ​ເຊີນ​ໜ້າພວກ​ທີ່​ທຸກ​ຍາກ​ທີ່​ສຸດແລະ​ສິດ​ຂອງ​ພວກ​ຄົນ​ເຂົ້າ​ເມືອງ.

ທ່ານ​ນາງ Niou ກ່າວ​ວ່າ “ຜູ້​ຄົນ​ພາກັນ​ຮວມຕົວ​ພວກ​ເຂົາ​ເຈົ້າ​ເຂົ້າ​ເປັນ​ກຸ່ມ​ດຽວ​ ຮວມຕົວ​ພວກ​ເຮົາ​ເຂົ້າເປັນ​ກຸ່ມ​ນຶ່ງ​ແລະ​ພວກ​ເຂົາ​ເຈົ້າ​ກໍ​ລືມ​ໄປວ່າ ນີ້ພວກ​ເຮົາມີ​ຄວາມ​ຈຳ​ເປັນ​ທີ່​ແຕກ​ຕ່າງ​ກັນ​ໄປ ຈະ​ຕ້ອງ​ມີການ​ໃຫ້​ບໍລິການ ​ທີ່​ແຕກ​ຕ່າງອີງ​ຕາມ​ຄວາມ​ຈຳ​ເປັນຂອງ ພວກ​ເຂົາ​ເຈົ້າ ​ຊຶ່ງ​ຂ້າພະ​ເຈົ້າ​ຄິດ​ວ່າ ນັ້ນ​ລະ​ຄື​ສິ່ງ​ທີ່​ສຳຄັນ​ທີ່​ສຸດ ​ເພື່ອ​ກຳກັບ​ວ່າ​ພວກ​ເຮົາ
​ມີ​ມຸມ​ມອງ​ໃນ​ທຸກໆດ້ານຂອງ​ບັນຫາ​ທັງ​ໝົດ​ໃນ​ໂຕະ.”

ທ່ານ​ນາງ Niou ກ່າວ​ວ່າ ທ່ານ​ນາງ​ຮູ້ສຶກ​ວ່າ ຂະນະ​ທີ່ເຕີບໃຫຍ່​ຂຶ້ນມາ ລັດຖະບານ​ແມ່ນ​ຈະ​ເປັນ​ບ່ອນ​ທີ່​ສາມາດ​ເຂົ້າ​ຮອດ​ເຂົ້າ​ເຖິງ​ສຳຫຼັບ​ປະຊາຊົນ​ທັງ​ໝົດ ຖ້າ​ຫາກ​ວ່າທ່ານ​ຮູ້​ ວ່າປະຕູ​ໃດ ທ່ານ​ສາມາດ​ຈະ​ເຄາະ​ໄດ້. ​ໃນ​ຖານະ​ທີ່​ເປັນ​ຕົວແທ​ນຮັບ​ໃຊ້​ປະຊາຊົນ ທ່ານ​ນາງ​ຫວັງ​ວ່າ ທ່ານ​ນາງ​ຈະ​ເປັນ​ປະຕູ​ ທີ່​ເປີດ​ກວ້າງ ຊຶ່ງ​ຈະ​ໃຫ້​ຄວາມ​ຊ່ອຍ​ເຫຼືອ ​ແລະ​ໃຫ້​ບໍລິການ ​ແກ່ປະຊາ​ຄົມ​ຂອງ​ທ່ານ​ນາງ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG