ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເອ​ເຊຍ​ຢ້ານມາດຕະການໃໝ່ ຂອງ ສຫລ


ປະທານທະນາຄານກາງຂອງ ສຫລ ທ່ານ Ben Bernanke
ປະທານທະນາຄານກາງຂອງ ສຫລ ທ່ານ Ben Bernanke

ລັດຖະບານຂອງປະເທດຕ່າງໆໃນເອເຊຍມີຄວາມຢ້ານ
ກົວວ່າ ການດຳເນີນມາດຕະການເທື່ອລ່າສຸດ ຂອງສະ
ຫະລັດເພື່ອກະຕຸກຊຸກຍູ້ເສດຖະກິດນັ້ນ ຈະສົ່ງກະແສ
ຟອງຂອງການລົງທຶນຮອບໃໝ່ເຂົ້າໄປໃນຂົງເຂດ ຊຶ່ງ
ຈະເຮັດໃຫ້ຄ່າເງິນຕາຂອງປະເທດຕ່າງໆສູງຂຶ້ນ ແລະ
ພາໃຫ້ມີການເກີດຟອງສະບູ່ ໃນການເກັງກຳໄລທີ່ເປັນ
ອັນຕະລາຍ.

ຫຼາຍໆປະເທດພວມວາງແຜນທີ່ຈະເອົາມາດຕະການ
ເພື່ອພະຍາຍາມຫາທາງສະກັດກັ້ນ ການຫຼັ່ງໄຫຼເຂົ້າໄປ
ຂອງເງິນທຶນໃໝ່ ຊຶ່ງເຮັດໃຫ້ຄວາມຫວັງໃນການທີ່ຈະ
ບັນລຸຂໍ້ຕົກລົງກ່ຽວກັບອັດຕາແລກປ່ຽນເງິນຕາ ໃນ
ກອງປະຊຸມສຸດຍອດຂອງກຸ່ມຈີ 20 ທີ່ເກົາຫຼີໃຕ້ນັ້ນ ມີຄວາມສັບສົນຕື່ມຂຶ້ນ.

ກະຊວງການເງິນຂອງເກົາຫຼີໃຕ້ກ່າວໃນວັນພະຫັດມື້ນີ້
ວ່າ ຕົນຈະພິຈາລະນາຢ່າງຂຸ້ນຂ້ຽວ ເພື່ອຊອກຫາຊ່ອງ
ທາງຄວບຄຸມການຫຼັ່ງໄຫຼເຂົ້າໄປ ຂອງເງິນທຶນທີ່ຄາດ
ວ່າຈະມີຂຶ້ນ ຂະນະທີ່ຜູ້ວ່າການທະນາຄານກາງຂອງໄທກ່າວວ່າ ທ່ານໄດ້ເຈລະຈາຫາລືກັບຄູ່
ຕຳແໜ່ງຂອງທ່ານໃນບັນດາປະເທດເພື່ອນບ້ານ ເພື່ອສົນທະນາຫາລືໃນການເອົາມາດຕະ ການຮ່ວມກັນ.

ທີ່ປຶກສາຄົນນຶ່ງຂອງທະນາຄານກາງຈີນກ່າວວ່າ ສະຫະລັດຕ້ອງໄດ້ສ້າງຄວາມກໍ້າເກິ່ງລະ
ຫວ່າງຄວາມຕ້ອງການພາຍໃນປະເທດ ແລະຄວາມຮັບຜິດຊອບຂອງຕົນໃນຖານະເປັນຜູ້
ອອກເງິນຕາສຳຮອງຂອງໂລກ.

XS
SM
MD
LG