ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຕ້ຫວັນເຕືອນໃຫ້ ລະວັງໄພ ພາຍຸໄຕ້ຝຸ່ນ Nanmadol


ຄວາມເສຍຫາຍ ຈາກໄຕ້ຝຸ່ນ ນັນມາດົລ ທີ່ຟີລິບປິນ, ວັນອາທິດ ທີ 28 ສິງຫາ 2011. (AP Photo/Aaron Favila)
ຄວາມເສຍຫາຍ ຈາກໄຕ້ຝຸ່ນ ນັນມາດົລ ທີ່ຟີລິບປິນ, ວັນອາທິດ ທີ 28 ສິງຫາ 2011. (AP Photo/Aaron Favila)

ກົມ​ອຸຕຸນິຍົມ​ຂອງໄຕ້ຫວັນໄດ້ອອກຄໍາເຕືອນທາງທະເລແລະທາງບົກ ​ໃນວັນອາທິດມື້ນີ້
ໃນຂະນະທີ່ພາຍຸ​ໄຕ້ຝຸ່ນ Nanmadol ກໍາລັງພັດຢ່າງຊ້າໆ ອອກຈາກຟິລິບປິນ ​ໂດຍ​ໄດ້
ເຮັດໃຫ້ມີຜູ້ເສຍຊີວິດ ແລະສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຫລວງຫລາຍ.

ພວກເຈົ້າໜ້າທີ່ພະຍາກອນອາກາດໄຕ້ຫວັນກ່າວວ່າ ພາຍຸໄຕ້ຝຸ່ນ Nanmadol ອາດຈະ
ບໍ່ພັດເຂົ້າຝັ່ງ ແຕ່ກໍຕັກເຕືອນວ່າ ພາຍຸທີ່ມີພະລັງ ແຮງລູກ​ນີ້ ຄາດວ່າຈະພັດຂຶ້ນເໜືອໄປ ຕາມແນວຝັ່ງກໍ້າຕາເວັນອອກຂອງໄຕ້ຫວັນ ໃນວັນຈັນແລະວັນອັງຄານ ແລະມຸ້ງໜ້າຕໍ່ໄປ
ຍັງເກາະໂອກິນາວາ ທາງພາກໃຕ້ຂອງຍີ່ປຸ່ນ.

ພວກເຈົ້າໜ້າທີ່ໃນຟິລິບປິນກ່າວເມື່ອວັນອາທິດມື້ນີ້ວ່າ ມີຜູ້ເສຍຊີວິດຢ່າງໜ້ອຍເຈັດຄົນ
ຍ້ອນຈົມນໍ້າ ຫລື ຍ້ອນດິນເຈຶ່ອນທັບ ແລະອີກຫົກຄົນຫາຍສາບສູນຫລັງຈາກພາຍຸລູກນີ້
ໄດ້ສົ່ງ​ຝົນ ມາ​ກະໜໍ່າເຂດແຂວງພາກເໜືອຂອງປະເທດເປັນເວລາຫລາຍມື້ ກ່ອນຈະກະ
ໜໍ່າດ້ວຍກະ​ແສລົມ​ແຮງ ທີ່ມີຄວາມໄວເຖິງ 230 ກິໂລແມດຕໍ່ຊົ່ງໂມງ.

ພວກເຈົ້າໜ້າທີ່ກ່າວວ່າ ຈໍານວນຜູ້ບາດເຈັບລົ້ມຕາຍອາດສູງຂຶ້ນ ຫລັງ​ຈາກທີ່ເຈົ້າໜ້າທີ່
ໄດ້ສັ່ງຊາຕີລາຄາຜົນກະທົບຂອງພາຍຸ ຢ່າງເຕັມອັດຕາແລ້ວ.

ພາຍຸດັ່ງກ່າວ ກໍາລັງພັດໃນຄວາມໄວປະມານແປດກິໂລແມດຕໍ່ຊົ່ວໂມງ ພ້ອມກັບລົມທີ່​ ໄດ້ລົດລະດັບຄວາມໄວລົງ​ແດ່​ແລ້ວ ​ແຕ່​ກໍຍັງແຮງເຖິງ 155 ກິໂລແມດ ຕໍ່ຊົ່ວໂມງຢູ່.

XS
SM
MD
LG