ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບາງປະເທດອາຊ່ຽນ ປະກົດວ່າ ຮຽນແບບ​ຈີນ ​ໃນເລື້ອງຄວບຄຸມ ການອອກຄວາມເຫັນ ໃນສື່ສັງຄົມ


ຜູ້ຊາຍຜູ້ນຶ່ງໃຊ້ຄອມພີວເຕີຢູ່ຮ້ານກາເຟ ແຫ່ງນຶ່ງ ໃນເມືອງຊຽງໄຮ້ ຂອງຈີນ ຊຶ່ງມີອິນເຕີແນັດ ໃຫ້ລູກຄ້າໃຊ້ຟຣີ, (File photo).
ຜູ້ຊາຍຜູ້ນຶ່ງໃຊ້ຄອມພີວເຕີຢູ່ຮ້ານກາເຟ ແຫ່ງນຶ່ງ ໃນເມືອງຊຽງໄຮ້ ຂອງຈີນ ຊຶ່ງມີອິນເຕີແນັດ ໃຫ້ລູກຄ້າໃຊ້ຟຣີ, (File photo).
ການ​ເກືອດ​ຫ້າມ​ການ​ອອກຄວາມ​ເຫັນ​ຂອງ​ປະ​ຊົນ​ກ່ຽວກັບ​
ເລື້ອງການ​ເມືອງ ​ແລະ​ຫົວ​ຂໍ້​ອື່ນ​ໆ ໃນ​ສື່​ສັງຄົມຂອງ​ຈີນແມ່ນ
​ເປັນ​ເລື້ອງທີ່​ຮູ້​ຈັກ​ກັນດີ​ໂດຍ​ທົ່ວ​ໄປ. ບາງ​ປະ​ເທດ​ໃນ​ເຂດ
ເອເຊຍ​ຕາ​ເວັນ​ອອກສຽງ​ໃຕ້ກໍ​ປະກົດ​ວ່າ ​ກໍາລັງເລີ້ມຮຽນ
​ແບບຈີນ​ໃນ​ການ​ເຮັດ​ແນວ​ນັ້ນ. Steve Herman ຜູ້​ສື່​ຂ່າວ
​ວີ​ໂອ​ເອ ມີ​ລາຍ​ງານ​ເລື້ອງນີ້ມາ​ຈາກ​ບາງກອກ ຊຶ່ງ​ບົວ​ສະຫວັນ
ຈະ​ນໍາ​ມາສະ​ເໜີທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ຄໍາ​ເຕືອນ​ຈາກ​ເຈົ້າໜ້າທີ່ ​ແລະ​ກົດ​ລະບຽບ​ໃໝ່ຢູ່​ໃນ​ປະ​ເທດ ​ເຊັ່ນ​ໄທ ​ແລະຫວຽດນາມ ອາດ​ຈະເຮັດ​ໃຫ້​ພວກໃຊ້​ສື່​ສັງຄົມບາງ​ຄົນ ຕ້ອງ​ໄດ້​ຄິດ​ແລ້ວຄິດ​ອີກກ່ອນ ​ກ່ຽວກັບ​ສິ່ງ​ທີ່​ເຂົາ​ເຈົ້າຈະ​ຂຽນລົງ​ໃນອິນ​ເຕີ​ແນັດ ຫລື​ແມ່ນແຕ່​ຈະ​ກົດຄໍາ​ວ່າ "Like" ຫລື ມັກ ຢູ່​ໃນໜ້າ Facebook ທີ່​ຄົນ​ນິຍົມໃຊ້​ກັນຢ່າງ​ສູງນັ້ນ.

​ຢູ່ໄທ ​ມີ​ຄົນ​ໃຊ້ Facebook 15 ລ້ານ​ຄົນ ຊຶ່ງ​ຫລາຍ​ກວ່າ 1 ສ່ວນ 5 ຂອງ​ຈໍານວນ​ພົນລະ​ເມືອງ​ທັງໝົດຂອງ​ປະ​ເທດ. ​ແລະ​ປະມານ 40 ​ເປີ​ເຊັນ​ຂອງ​ຄົນ​ຫວຽດນາມ​ ດຽວນີ້​ແມ່ນ​ພາກັນໃຊ້​ອິນ​ເຕີ​ແນັດ ​ໂດຍ​ມີການ​ຖີບ​ຕົວສູງຂຶ້ນ ໃນ​ການ​ໃຊ້​ໂທລະສັບ​ສະຫລາດ ຫລື smartphones ​ເຂົ້າ​ອິນ​ເຕີ​ແນັດ​ນັ້ນ. ສື່​ສັງຄົມ ​ເຊັ່ນ Facebook ​ແລະ Zing Me ​ແຕ່​ລະ​ຢ່າງ ​ແມ່ນ​ມີ​ຄົນຊົມໃຊ້ ​ປະມານ 12 ລ້ານຄົນ​ ຢູ່​ຫວຽດນາມ.

ທ່ານ Shawn Crispin ​ຕົວ​ແທນ​ຄະນະ​ກໍາມະການປົກ​ປ້ອງ​ນັກ​ຂ່າວ ​ຂອງຂົງ​ເຂດຕາ​ເວັນ​ອອກສຽງ​ໃຕ້ກ່າວ​ວ່າ ຖ້າມກາງ​ການ​ຖີບ​ຕົວ​ສູງ​ຂຶ້ນ​ຂອງການ​ອອກ​ຄວາມ​ເຫັນ​ຢູ່​ໃນ​ສື່​ສັງຄົມນັ້ນ ບັນດາລັດຖະບານ​ຢູ່ ໃນຂົງ​ເຂດ​ດັ່ງກ່າວ​ແມ່ນກໍາລັງ​ຊອກ​ວິ​ທີ​ຮຽນ​ແບບ​ ຜົນ​ສໍາ​ເລັດຂອງ​ຈີນ​ໃນ​ການ​ຄວບ​ຄຸມ​ເບິ່ງ​ການ​ສົນທະນາ​ກັນ​ທາງ​ອິນ​ເຕີ​ແນັດ. ທ່ານ Crispin ​ເວົ້າວ່າ:

ຫລາຍ​ປະ​ເທດ​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ ອອກສຽງ​ໃຕ້ ​ແລະ​ພວກ​ເຮົາ
ໝາຍ​ເຖິງ​ປະ​ເທດ​ເຊັ່ນ​ ຫວຽດນາມ, ​ໄທ ​ແລະ​ມາ​ເລ​ເຊຍ ​ແມ່ນກໍາລັງ​ຮຽນ​
ແບບ​ເທັກ​ນິກແລະ​ວິທີຂອງ​ຈີນຫລາຍ​ຂຶ້ນນັບ​ມື້ ໃນ​ການ​ເກືອດ​ຫ້າມ​ເສລີ
ພາບໃນ​ການປາກ​ເວົ້າ​ທາງອິນ​ເຕີ​ແນັດ ​ແລະ​ກໍເຂົ້າ​ໄປ​ໃນ​ພື້ນທີ່​ຂອງ​ສື່​ສັງ
ຄົມ​ຫລາຍ​ຂຶ້ນນັບ​ມື້​ເ​ຊັ່ນ​ກັນ.


ທ່ານ ​ເສີມ​ສຸກ ກະຊິດປຣະດິດ, ບັນນາທິການຂ່າວ​ ອາວຸ​ໂສ ປະ​ຈໍາ​ໂທລະພາບ​ໄທ ຊ່ອງ Thai PBS
ທ່ານ ​ເສີມ​ສຸກ ກະຊິດປຣະດິດ, ບັນນາທິການຂ່າວ​ ອາວຸ​ໂສ ປະ​ຈໍາ​ໂທລະພາບ​ໄທ ຊ່ອງ Thai PBS

ທ່ານ ​ເສີມ​ສຸກ ກະ​ສິດປຣະດິດ, ນັກ​ຂ່າວໄທທີ່ມີ​ຊື່ສຽງທີ່
ຄົນຮູ້ຈັກ​ກັນ​ດີ​ໃນຊື່ "Pepsi” ​ອັນ​ເປັນນາມ​ປາກກາຂອງ​
ລາວ ໃນ​ການ​ຂຽນຂ່າວລົງ​ອິນ​ເຕີ​ແນັດ ຫລື blogger
ນັ້ນ ​ແມ່ນ​ນຶ່ງ​ໃນ​ຫລາຍໆຄົນ ທີ່ເມື່ອມໍ່ໆມານີ້ ​ຖືກເຈົ້າ
ໜ້າທີ່​ໄທ​ເຈາະ​ຈົງ​ເອີ້ນ​ໄປ​ສອບປ​າກຄໍາກ່ຽວກັບການ​ຂຽນ
ຂໍ້ຄວາມລົງ​ໃນ Facebook ຂອງທ່ານ. ທ່ານ ​ເສີມ​ສຸກ
ທີ່​ເປັນ ບັນນາທິການຂ່າວ​ອາວຸ​ໂສ ປະ​ຈໍາ​ໂທລະພາບ​ໄທ
ຊ່ອງ Thai PBS ​ເວົ້າວ່າ ຕໍາຫລວດ​ໄທ​ພະຍາຍາມຈະ​
ເອົາທ່ານ ​ເປັນ​ຕົວຢ່າງໃນການ​ນໍາ​ໃຊ້​ກົດໝາຍປາບ​
ປາມ​ການກໍ່ອາຊະຍາ​ກໍາ​ທາງ​ຄອມ​ພີ​ວ​ເຕີ ສະບັບປີ 2007 ຕໍ່ທ່ານ ​ແບບ​ບໍ່​ເຄີຍ​ມີ​ມາກ່ອນ. ​
ທ່ານເສີມ​ສຸກ​ເວົ້າວ່າ:

“ຂ້າພ​ະ​ເຈົ້າ​ເອງ​ແລ້ວ​ເຊື່ອ​ວ່າ ມັນ​ເປັນ​ການ​ຂົ່ມຂູ່​ແບບ​ໃດແບບ​ນຶ່ງ​ ​ເພື່ອ​ໃຫ້
ຜູ້​ຄົນ​ໃຊ້​ສື່​ສັງຄົມມີ​ຄວາມ​ຢ້ານ​ກົວ. ບໍ່​ເຄີຍ​ມີ​ເຫດການ​ແບບນີ້ ເກີດ​ຂຶ້ນ
ມາ​ກ່ອນຈັກ​ເທື່ອ​ຢູ່ໃນເມືອງ​ໄທ.”


​ເຈົ້າໜ້າທີ່​ໄທ ຍັງ​ໄດ້​ເຕືອນ​ສາ​ທາ​ລະນະ​ຊົນ​ວ່າ ການ share ຄວາມ​ເຫັນ​ຂອງ​ຜູ້​ໃດ​ຜູ້​ນຶ່ງ​ທາງ​ອິນ​ເຕີ​ແນັດ ຫລື​ແມ່ນ​ແຕ່ການສະ​ແດງ​ຄວາມ​ເຫັນ​ດີ​ນໍາ​ຄໍາ​ເຫັນ​ຂອງ​ຄົນ​ອື່ນ​ ໂດຍ​ການ​ກົດ 'Like' ຫລື ຄໍາ​ວ່າ ມັກ ຢູ່​ໃນ​ຂໍ້ຄວາມ​ໃນ Facebook ນັ້ນ ອາດ​ສາມາດເຮັດ​ໃຫ້​ພວກ​ກ່ຽວປະ​ເຊີນ​ກັບ​ການ​ຖືກ​ລົງ​ໂທດ​ໄດ້​ເຊັ່ນ​ກັນ ຖ້າ​ຫາກ​ວ່າ ຄໍາ​ເຫັນ​ອັນ​ທໍາ​ອິດ​ນັ້ນ ຖືກ​ພິຈາລະນາເຫັນວ່າ ມີ​ລັກສະນະ​ຜິດ​ກົດໝາຍ ຊຶ່ງ​ທ່ານ ​ເສີມ​ສຸກ​ເວົ້າ​ວ່າ:

“ຂ້ອຍ​ຄິດ​ວ່າ​ ມັນ​ເປັນ​ເລື້ອງບ້າ. ເລື້ອງ​ແບບ​ນີ້ບໍ່ຄວານ​ເກີດ​ຂຶ້ນ​ເລີຍ ​ເພາະ
ວ່າ​ ສື່​ສັງຄົມ​ຄວນ​ຈະ​ເປັນວິທີທີ່​ຄົນຄວນ ສາມາດອອກຄວາມ​ຄິດ ຄວາມ​
ເຫັນ​ໄດ້ຕາມໃຈ ​ແມ່ນ​ແຕ່​ບັນຫາ​ທາງ​ການເມືອງກໍ​ຕາມ.”


ຢູ່​ຫວຽດນາມນັ້ນ ຈຸດ​ເພັ່ງ​ເລັງແມ່ນຢູ່​ທີ່ ດໍາລັດ​ເລກ​ທີ 72 ທີ່​ຫາ​ກໍ​ຖືກຮັບ​ຜ່ານເມື່ອມໍ່ໆມາ
ນີ້ ຊຶ່ງ​ປະກົດ​ວ່າ ເກືອດ​ຫ້າມ​ການ​ເອົາ​ບົດຂ່າວ​ໃດໆ ​ໄປລົງ​ໃນອິນ​ເຕີ​ແນັດ ຫລື​ເວັບ​ໄຊ້ທ໌​ຂອງ​ສື່​ສັງຄົມ. ກົດໝາຍດັ່ງກ່າວ ຍັງ​ໄດ້​ວາງ​ຂໍ້​ບັງຄັບໃຫ້​ເວັບ​ໄຊ້ທ໌ບໍລິການສາກົນ​ທີ່​ມີ​ຊື່
ສຽງ​ເຊັ່ນ Google, Facebook ​ແລະ Yahoo ໃຫ້ມີໜ່ວຍບໍລິການທາງ​ຄອ​ມພີ​ວ​ເຕີ ​ຫລື server ປະ​ຈໍາທ້ອງ​ຖິ່ນ​ໃນ​ປະ​ເທດ​ນັ້ນອີກ​ດ້ວຍ.

ທ່ານ Shawn Crispin ຈາກ​ຄະນະ​ກໍາມະການ​ປົກປ້ອງນັກ​ຂ່າວ ​ໃຫ້​ຂໍ້​ສັງ​ເກດ​ອີກວ່າ ດໍາລັດ​ດັ່ງກ່າວ ທີ່​ກໍານົດ​ວ່າ ​ຂໍ້ຄວາມຕ່າງໆ​ທີ່ເອົາລົງ​ໃນ Twitter, Facebook ​ແລະ​ເວັບ​ໄຊ້ທ໌ອື່ນໆ ​ຕ້ອງຈໍາກັດ​ຂອບ​ເຂດ ​ໃຫ້​ເປັນ​ແຕ່​ພຽງການ​ແລກປ່ຽນຂໍ້​ມູນ​ສ່ວນ​ຕົວ​ເທົ່າ​ນັ້ນ ສາມ​າດທີ່​ຈະ​ເຮັດ​ໃຫ້ການ​ບໍລິການ​ຂອງ​ເວັບ​ໄຊ້ທ໌​ເຫລົ່ານີ້ ຢູ່​ຫວຽດນາມ ຖືກ​ປິດລົງ​ໄດ້.

ຫວຽດນາມ ຊຶ່ງ​ມີ​ລະບົບ​ການ​ເມືອງ​ແບບມີ​ພັກດຽວ ​ໄດ້​ຈັບ​ພວກ​ຂຽນຂໍ້ຄວາມ​ລົງ​ອິນ​ເຕີ​ແນັດ​ ຫລືບລັອກ​ເກີ ຫລາຍ​ສິບ​ຄົນ​ເຂົ້າ​ຄຸກແລ້ວ​ ​ໃນ​ປີນີ້ ​ໃນ​ຂໍ້​ຫາ​ວ່າ ມີ​ກິດຈະ​ກໍາ​ຕໍ່ຕ້ານລັດຖະບານ.

​ສ່ວນໄທ​ນັ້ນ ກໍ​ມີ​ການ​ບັງຄັບ​ໃຊ້ກົດໝາຍ​ຫ້າມວິຈານຄອບຄົວ​ຂອງ​ເຈົ້າຊີວິດຢ່າງ​ເຄັ່ງ​ຄັດ ທັງ​ໃນ​ທາງ​ອິນ​ເຕີ​ແນັດ ​ແລະ​ນອກ​ອິນ​ເຕີ​ແນັດ.

ສໍາລັບ​ຢູ່​ມາ​ເລ​ເຊຍ​ນັ້ນ ​ເຖິງ​ແມ່ນ​ວ່າ ລັດຖະບານ​ຈະ​ໃຫ້​ຄໍາໝັ້ນສັນຍາ​ວ່າ ຈະບໍ່ມີການ
ກວດ​ກາ​ທາງ​ອິນ​ເຕີແນັດ​ກໍ​ຕາມ ​ແຕ່​ພວກ​ໃຊ້ອິນ​ເຕີ​ແນັດກໍາລັງຈົ່ມ​ວ່າ ​ບາງເວັບ​ໄຊ້ທ໌
ໜ້າ Facebook ​ຂອງ​ບາງ​ຄົນ ແລະ​ເວັບ​ໄຊ້ທ໌​ອື່ນໆອີກກໍາລັງ​ຖືກ​ກວດກາ ແລະພວກ
ທີ່​ເຂົ້າ​ເບິ່ງເວັບ​ໄຊ້ທ໌​ເຫລົ່າ​ນັ້ນ ​ໄດ້​ຕົກຢູ່​ພາຍ​ໃຕ້​ການສິ້ງຊອມ​ຕິດຕາມທາງ​ອິນ​ເຕີເນັດ.

ຢູ່​ໃນ​ຟີ​ລິບ​ປິນ ກົດໝາຍວ່າ​ດ້ວຍ​ອາຊະຍາ​ກໍາ​ທາງ​ອິນ​ເຕີແນັດ ທີ່ກໍາລັງ​ລໍ​ຖ້າການ​ຮັບ​
ຜ່ານເອົາ ກໍາລັງ​ຖືກ​ຕໍາໜິວ່າ ​ເປັນ​ໄພ​ຂົ່ມຂູ່​ຕໍ່ການ​ປາກ​ເວົ້າຢ່າງ​ເສລີ.

ສ່ວນ​ມຽນມານັ້ນ ກໍ​ເຄີຍ​ມີ​ຊື່ສຽງເນົ່າ​ເໝັນໃນ​ເລື້ອງຈັບ​ພວກບລັອກ​ເກີ, ນັກ​ຂ່າວ ​ແລະ​
ນັກ​ກະວີ​ຂັງ​ຄຸກ ຈົນ​ຮອດ​ເມື່ອ​ບໍ່​ດົນ​ມານີ້. ການ​ປະຕິ​ຮູບທາງ​ປະຊາທິປະ​ໄຕ ໄດ້ເຮັດ​
ໃຫ້​ພວກ​ໃຫ້​ບໍລິການ​ທາງ​ອິນ​ເຕີ​ແນັດ ​ຍຸຕິ​ການ​ເກືອດ​ຫ້າມການ​ໃຊ້ Facebook ທີ່​ໄດ້​
ໂຜ່​ຕົວ​ຂຶ້ນມາ​ເປັນ​ເວທີ​ທີ່ໄດ້​ຮັບ​ຄວາມ​ນິຍົມ​ໃຊ້​ກັນ​ຫລາຍ ​ໃນ​ໝູ່ພວກຂຽນ​ຂ່າວ​ລົງ​ທາງ​ອິນ​ເຕີ​ແນັດ ຫລື​ບລັອກ​ເກີ ​ແລະ​ສໍາລັບການ​ກະຈາຍ​ຂ່າວ​ຕ່າງໆ.
XS
SM
MD
LG