ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳເອເຊຍ ປາຊີຟິກ ຢາກໃຫ້ ປະທານາທິບໍດີ ໂອບາມາ ຄ້ຳປະກັນ


ປະທານາທິບໍດີ ບາຣັກ ໂອບາມາ ພວມນຳທາງ ໂດຍຮອງປະທານາທິບໍດີ ຄົນທີ 2 ຂອງເປຣູ ທ່ານ Mercedes Araoz ເວລາທ່ານເດີນທາງໄປຮອດ ເພື່ອເຂົ້າ ຮ່ວມກອງປະຊຸມ APEC ທີ່ນະຄອນລີມາ. (18 ພະຈິກ 2016)​
ປະທານາທິບໍດີ ບາຣັກ ໂອບາມາ ພວມນຳທາງ ໂດຍຮອງປະທານາທິບໍດີ ຄົນທີ 2 ຂອງເປຣູ ທ່ານ Mercedes Araoz ເວລາທ່ານເດີນທາງໄປຮອດ ເພື່ອເຂົ້າ ຮ່ວມກອງປະຊຸມ APEC ທີ່ນະຄອນລີມາ. (18 ພະຈິກ 2016)​

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ​ ພວມ​ຢຸດ​ແວ່​ຢູ່​ບ່ອນ​ສຸດ​ທ້າຍ ​ໃນ​ການ​ເດີນທາງໄປຢ້ຽມຢາມ​ຕ່າງປະ​ເທດຄັ້ງສຸດ​ທ້າຍ ​ໃນ​ນາມ​ປະທານາທິບໍດີ ນັ້ນກໍ​ຄື​ນະຄອນ ຫລວງ​ລີ​ມາ ປະ​ເທດ​ເປຣູ ບ່ອນ​ທີ່​ທ່ານ​ຈະ​ໃຫ້ການ​ຄ້ຳປະກັນ ​ແກ່ພັນທະ​ມິດ​ ຂອງ​ສະຫະ ລັດ ​ໃນ​ເຂດ​ເອ​ເຊຍ​ປາຊີ​ຟິກ ຫລັງ​ຈາກ​ທ່ານ Donald Trump ຊະນະ​ການ​ເລືອກ​ຕັ້ງ​ໃນ​ສະຫະລັດ.

ທ່ານ​ໂອ​ບາ​ມາ ​ໄດ້​ເພັ່ງ​ເລັງ​ໃສ່​ເຂດ​ເອ​ເຊຍ ແລະ​ປາ​ຊີ​ຟິກ ​ໂດຍ​ເອີ້ນວ່າ ການ​ສ້າງ​ຄວາມ​ກ້ຳ​ເກິ່ງ​ຄືນ​ໃໝ່​ໄປ​ສູ່​ເຂດ​ເອ​ເຊຍຊຶ່ງ​ເປັນ​ຈຸດຫລັກ​ໃນ​ນະ​ໂຍບາຍການ ຕ່າງປະ​ເທດ​ຂອງ​ທ່ານ ​ແຕ່​ນັ້ນອາດ​ຈະ​ມີ​ການ​ປ່ຽນ​ແປງ​ ຢ່າງໃຫຍ່​ຫຼວງ ຫລັງ​ຈາກ​ທ່ານ​ອອກ​ຈາກ​ຕຳ​ແໜ່​ງ​ໄປ​ແລ້ວ ​ໃນ​ອີກ​ເກົ້າ​ອາທິດ​ຂ້າງ​ໜ້ານີ້.

ຜູ້ຊາຍຄົນນຶ່ງ ໂດດໃສ່ລົດຕຳຫຼວດ ໃນລະຫວ່າງ ການໂຮມຊຸມນຸມ ຂອງພວກຊົນເຜົ່າພື້ນເມືອງ ທີ່ປະທ້ວງຄວາມເປື້ອນເປິ ຈາກການຜະລິດນ້ຳມັນ ໃນເຂດອາເມຊອນ ທີ່ນະຄອນລີມາ ປະເທດເປຣູ
ຜູ້ຊາຍຄົນນຶ່ງ ໂດດໃສ່ລົດຕຳຫຼວດ ໃນລະຫວ່າງ ການໂຮມຊຸມນຸມ ຂອງພວກຊົນເຜົ່າພື້ນເມືອງ ທີ່ປະທ້ວງຄວາມເປື້ອນເປິ ຈາກການຜະລິດນ້ຳມັນ ໃນເຂດອາເມຊອນ ທີ່ນະຄອນລີມາ ປະເທດເປຣູ

ປະທານາທິບໍດີ​ໂອ​ບາ​ມາ ​ແລະ​ພັນທະ​ມິດ​ດ້ານ​ການ​ຄ້າ​ຂອງ​ທ່ານ ​ໄດ້​ດຳ​ເນີນ​ການຢ່າງ​ຂຸ້ນຂ້ຽວມາ​ເປັນ​ເວລາ​ຫຼາຍໆ​ປີ​ເພື່ອ​ສ້າງຕັ້ງຂໍ້​ຕົກລົ​ງພາຄີ​ຂ້າມ​ມະຫາ​ສະມຸດປາຊີ​ຟິກຫຼື TPP ໃຫ້ເປັນຈິງຂຶ້ນມາ. ​ແຕ່​ໃນ​ລະຫວ່າງ ການ​ໂຄສະນາ​ຫາ​ສຽງ​ນັ້ນ ຜູ້ທີ່​ຖືກ​ສະ​ເໜີ​ຊື່ແລະ​ ເວລານີ້ ​ປະ​ທາ​ນາ​ທິບໍດີ ​ທີ່​ໄດ້​ຮັບ​ເລືອກ​ໃໝ່ ທ່ານ Donald Trump ​ແມ່ນ​ໄດ້​ສະ ​ເໜີ​ທິດ​ທາງ​ທີ່ ​ແຕກ​ຕ່າງ​ໄປ​ຈາກ​ນີ້ຢ່າງ​ໃຫຍ່ຫຼວງ. ທ່ານ Trump ສະ​ເໜີ​ແນະ​ວ່າ ທ່ານ​ ຈະເລີກພົວພັນ​ກັບ​ເອ​ເຊຍ ​ໂດຍ​ໄດ້​ຕ້ອງ​ຕິ​ຢ່າງ​ແຮງ​ຕໍ່​ພັນທະ​ມິດ​ບາງ​ປະ​ເທດ ​ຂອງ​ສະ ຫະລັດແລະ​ເອີ້ນຂໍ້​ຕົກລົງ TPP ວ່າ ​ເປັນ​ການ​ປຸ້ນ​ສະດົມ​ຜົນ​ປະ​ໂຫຍ​ດຂອງ​ສະຫະລັດ.

Obama Bids Farewell to Europe, Offers Reassurances
please wait

No media source currently available

0:00 0:01:59 0:00

ແຕ່​ແນວ​ໃດ​ກໍ​ຕາມ ປະທານາທິບໍດີ​ເປຣູ ທ່ານ Pedro Pablo Kuczynski ​ໄດ້ກ່າວ​ຕໍ່​ຄະ ນະ​ຜູ້​ແທນ ​ທີ່​ໄປ​ຮ່ວມ​ກອງ​ປະຊຸມສຸດ​ຍອດ​ວ່າ “ສຳລັບ​ ບຸກຄົນ​ໃດກໍ​ຕາມ ທີ່​ຢາກ​ສົ່ງ​ເສີມ​ການ​ປົກ​ປ້ອງ​ຄຸ້ມ​ຄອງ​ສິນຄ້າ ຂ້າພະ​ເຈົ້າຂໍ​ແນະນຳ ​ໃຫ້ພວກ​ທ່ານ​ ໄປ​ອ່ານ​ເບິ່ງ​ປະຫວັດ ສາດ​ເສດຖະກິດຂອງ​ປີ 1930 ຊຶ່ງ​ເປັນ​ການໝາຍ​ເຖິງ​ສະພາບ​ເສດຖະກິດ​ຕົກ​ຕ່ຳ​ທີ່​ຮ້າຍ​ແຮງ ຊຶ່ງ​ຫລາຍໆ​ຄົນ​ໂຕ້​ແຍ້​ງວ່າ ​ເກີດ​ມາ​ຈາກ​ນະ​ໂຍບາຍ​ປົກ​ປ້ອງ​ຄຸ້ມ​ຄອງ​ສິນຄ້າ​ນັ້ນ.”

ທ່ານ Kuczynski ຊຶ່ງ​ເປັນ​ນັກ​ເສດຖະສາດ​ທີ່​ໄດ້​ຮັບ​ການ​ສຶກສາ​ຈາກ​ສະຫະລັດກ່າວ​ວ່າ “ມັນ​ເປັນ​ຫລັກການ​ພື້ນຖານ​ທີ່​ວ່າ ການ​ຄ້າ​ຂອງ​ໂລກ​ເຕີບ​ໂຕ​ອີກ​ແລະ​ລັດທິ​ການປົກ​ປ້ອງ​ຄຸ້ມ​ຄອງ​ສິນຄ້າ ​ໄດ້​ຮັບ​ການ​ປະລາ​ໄຊ.”

ຜູຸ້ຊ່ຽວຊານກ່ຽວກັບເອເຊຍ ທ່ານ Michael Kulelman ຈາກສູນກາງ Woodrow Wil- son ກ່າວຕໍ່ວີໂອເອວ່າ ເວລານີ້ໂລກຂອງເຮົາກຳລັງລໍຖ້າເບິ່ງຢູ່ວ່າ ໃນຂອບເຂດໃດ ທີ່ ທ່ານ Trump ຈະຫັນປ່ຽນ ການໃຫ້ຄຳໝັ້ນສັນຍາ ໃນການໂຄສະນາຫາສຽງຂອງທ່ານ
ໃຫ້ກາຍເປັນການຕັດສິນໃຈກ່ຽວກັບນະໂຍບາຍການຕ່າງປະເທດທີ່ແທ້ຈິງ.

Obama Peru
please wait
Embed

No media source currently available

0:00 0:01:38 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG