ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເອເຊຍໃຫ້ເງິນອຸດໜຸນ ຊ່ອຍເຫຼືອປະຊາຊົນ


ພວກຄົນງານພວມເຮັດວຽກ ທີ່ສາງເກັບເຂົ້າແຫ່ງນຶ່ງ ຂອງລັດຖະບານຟີລິບປິນ ທີ່ກຸງມະນີລາ
ພວກຄົນງານພວມເຮັດວຽກ ທີ່ສາງເກັບເຂົ້າແຫ່ງນຶ່ງ ຂອງລັດຖະບານຟີລິບປິນ ທີ່ກຸງມະນີລາ

ລາຄາສິນຄ້າພວມຖີບໂຕຂຶ້ນຢ່າງວ່ອງໄວໃນເຂດເອເຊຍແລະຫຼາຍໆຄົນພວມພະຍາຍາມຫາ ທາງປະຢັດໃນການໃຊ້ຈ່າຍເງິນຂອງພວກເຂົາເຈົ້າ ດັ່ງທີ່ນາງ Heda Bayron ລາຍງານ ມາຈາກຮົງກົງນັ້ນລັດຖະບານປະເທດຕ່າງໆພວມໃຫ້ການຊ່ອຍເຫຼືອເປັນເງິນສົດ ແລະເພີ່ມ ການໃຫ້ເງິນເກື້ອກູນອຸດໜຸນໃນການຊື້ເຊື້ອໄຟແລະສິນຄ້າຫຼັກຕ່າງໆເພື່ອຊ່ອຍບັນເທົາແກ່ຜູ້ບໍລິໂພກ

ທີ່​ປະ​ເທດ​ໄທ ຄົນຂາຍ​ອາຫານ​ເວົ້າວ່າ ສະພາບ​ເງິນ​ເຟີ້​
ເຮັດໃຫ້​ລາວ​ໄດ້ກຳ​ໄລ​ໜ້ອຍ​ລົງໃນ​ແຕ່​ລະມື້.

ຜູ້​ຊາຍ​ຄົນ​ນີ້​ເວົ້າວ່າ ລາວ​ໄດ້​ຂຶ້ນລາຄາ​ເຝີ 16 ​ເຊັນ​ຫຼື 5
ບາດຍ້ອນ​ລາຄາເຊື້ອໄຟ ນໍ້າມັນ​ເຮັດ​ກິນ ຊີ້ນ​ໄກ່​ ແລະ
ຊີ້ນໝູ​ແພງຂຶ້ນ.

ພໍ່ຄ້າ​ຂາຍ​ກ້ວຍ​ຈືນຄົນ​ນີ້​ເວົ້າວ່າ ລາວ​ໄດ້​ຫຼຸດຈຳນວນ​ກ້ວຍ
ທີ່​ລາວ​ຂາຍ​ນັ້ນລົງ 32 ​ເຊັນຈາກ 20 ປ່ຽງ​ ລົງ​ມາ​ເຫຼືອຢູ່
15 ປ່ຽງ.

ທ່ານ Frederico Gil Sanders ນັກ​ເສດຖະສາດ​ຂອງ
ທະນາຄານ​ໂລກ​ປະຈຳ​ປະ​ເທດ​ໄທ​ກ່າວ​ວ່າ.
“ສິ່ງ​ທີ່​ພວກ​ເຮົາ​ເຫັນ​ກໍ​ຄື​ຍ້ອນ​ເສດຖະກິດ​ໄດ້​ດຳ​ເນີນ
ໄປ​ດ້ວຍ​ດີ ຜູ້​ຄົນ​ຈຶ່ງ​ຮູ້ສຶກວ່າເຂົາ​ເຈົ້າຄວນ​ຈະ​ສາມາດ​
ໃຫ້​ພວກ​ຜູ້​ຊື້​ເປັນ​ຜູ້​ຊ່ອຍ​ຈ່າຍ​ບາງ​ສ່ວນ​ຂອງ​ລາຄາ
ທີ່​ແພງ​ຂຶ້ນ​ແຕ່​ເຮົາຈະ​ບໍ່​ສາມາດ​ໃຫ້​ພວກ​ເຂົາ​ເຈົ້າຊ່ອຍ​ຈ່າຍ​ໄດ້​ທັງໝົດ100%”

ການ​ເກັບ​ກ່ຽວ​ທີ່​ບໍ່​ດີ ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ການ​ເມືອງ​ແລະ​ຄວາ​ມຕ້ອງການ ທີ່​ມີ​ເພີ່ມ​ຂຶ້ນ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ງົບປະມານ​ຂອງຫຼາຍໆ​ຄອບຄົວ ແລະເງິນ​ຂອງ​ພວກ​ເຂົາ​ເຈົ້າ ສາມາດ​ຊື້ສິ່ງ​ຂອງຕ່າງໆ​ໄດ້​ໜ້ອຍ​ລົງ.

ຂະນະ​ທີ່​ລາຄາ​ນໍ້າມັນ​ແພງ​ຂຶ້ນ​ ໃນ​ໄລຍະ​ສອງ​ສາມ​ເດືອນ​ຜ່ານ​ມານີ້ ຍ້ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ກາງ ລັດຖະບານ​ໄທ​ໄດ້​ຄວບ​ຄຸມ​ລາຄານໍ້າມັນ​ກາ​ຊວນ ຊຶ່ງ​ເປັນ​ເຊື້ອ​ໄຟ​ທີ່​ພວກ​ຂັບ​ລົດ​ບັນທຸກ​ໃຊ້​ໃນ​ການ​ຂົນ​ສົ່ງ​ສິນຄ້າ​ຈາກ​ຈັງຫວັດ​ຕ່າງໆ​ ເຂົ້າ​ໄປ​ຍັງ​ຫົວ​ເມື​ອງ ບໍ່​ໃຫ້​ກາຍ 96 ​ເຊັນ​ຕໍ່ 1 ລິດ. ອິນ​ໂດ​ເນ​ເຊຍ​ກໍ​ໄດ້​ຕັດສິນ​ໃຈ​ເລື່ອນ​ເວລາ​ໃນ​ການ​ຕັດ​ການໃຫ້​ເງິນ​ເກື້ອກູນ​ໃນ ດ້ານ​ເຊື້ອ​ໄຟ ​ແລະ​ທີ່​ຟີ​ລິບ​ປິນ ລັດຖະບານ​ໄດ້​ອະນຸມັດ​ເງິນ​ອຸດໜຸນໃນ​ມູນ​ຄ່າ 11 ລ້ານ 5 ​ແສນ​ໂດ​ລາ ​ແກ່​ພວກ​ຄົນ​ຂັບ​ລົດ​ເມ​ຂອງລັດຖະບານ.

ທີ່​ຮົງ​ກົງ ຫົວ​ເມືອງ​ທີ່​ນຳ​ເຂົ້າສະບຽງ​ອາຫານ​ເກືອບ​ທັງ​ໝົດ​ນັ້ນ ອັດຕາ​ເງິນ​ເຟີ້ ​ໄດ້​ຖີບ​ໂຕ​ຂຶ້ນສູ່​ລະດັບ​ສູງ​ສຸດ​ໃນ​ຮອບ 2 ປີ​ເຄິ່ງ​ເມື່ອ​ເດືອນ​ກຸມພາ​ຜ່ານ​ມາ. ການ​ຂາດ​ແຄນ​ແລະ​ຄວາມ​ຕ້​ອງການ​ທີ່​ມີ​ເພີ່ມ​ຂຶ້ນຢູ່​ຈີນ​ແຜ່ນດິນໃຫຍ່ ຊຶ່ງ​ເປັນແຫຼ່ງທີ່​ມາ​ຂອງ​ອາຫານ​ສ່ວນ​ໃຫຍ່​ໃນ​ຮົງ​ກົງ​ນັ້ນ ​ໄດ້​ແຜ່​ລາມ​ມາ​ເຖິງ​ທີ່​ນີ້. ​ໃນ​ປັດຈຸບັນ ໝາກ​ເຂືອ​ໜ່ວຍ​ນຶ່ງ​ສາມາດ​ມີ​ລາຄາ​ສູງ​ກວ່າ 1 ​ໂດ​ລາຢູ່​ທີ່​ຕະຫຼາດຊູ​ເປີ້ມາກ​ເກັດ.

ລັດຖະ​ບານ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ໃຊ້​ການ​ໄດ້​ປຽບ​ໃນ​ດ້ານ​ງົບປະມານ​ຂອງ ຕົນໃນ​ປີນີ້​ເພື່ອ​ຊ່ອຍ​ປະຊາຊົນໂດຍ​ໄດ້​ສະ​ເໜີ​ໃຫ້​ເງິນ​ອຸດໜຸນ​ໃນ​ການ​ຈ່າຍ​ຄ່າ ​ໄຟຟ້າ ​ເພີ່ມ​ການ​ຈ່າຍ​ເງິນ​ສົງ​ເຄາະ​ແລະ​ໃຫ້​ເງິນສົດ​ຈຳນວນ 770 ​ໂດ​ລາ​ແກ່ປະຊາຊົນ​ທຸກໆ​ຄົນ.

ນາງ Connie Bolland ​ແມ່ນ​ຫົວໜ້າ​ນັກ​ເສດຖະສາດ​ຂອງອົງການ​ຄົ້ນຄວ້າວິ​ເຄາະ​ເສດຖະກິດ​ໃນ​ຮົງ​ກົງກ່າວ​ວ່າ ນາງ​ຄິດ​ວ່າການ​ໃຫ້​ເງິນ​ອຸດໜຸນ​ທີ່​ວ່າ​ນີ້ໄດ້ ຊ່ອຍ​ບັນ​ເທົາໃນ​ຮູບ​ໃດ​ຮູບ​ນຶ່ງຕໍ່​ພວກ​ທຸກຍາກ​ແລະ​ພວກ​ຄົນ​ຊັ້ນກາງ​ທີ່ມີລາຍໄດ້ຕໍ່າ ​ແຕ່​ນາງ​ຄິດ​ວ່າ ​ເງິນ​ຈຳນວນ​ດັ່ງກ່າວ​ນີ້ອາດ​ຈະ​ໜ້ອຍ​ເກີນ​ໄປ ພໍ​ທີ່​ຈະ​ພາ​ໃຫ້​ເກີດ​ຄວາມ​ແຕກ​ຕ່າງ​ໄດ້.

ແຕ່​ພວກ​ນັກ​ວິ​ເຄາະ​ເສດຖະກິດ​ເວົ້າວ່າ ຂະ​ນະ​ທີ່​ການ​ຄວບຄຸມ​ລາຄາ​ສິນຄ້າ​ແລະ​ການ​ໃຫ້​ເງິນ​ອຸດໜຸນ​ຊ່ອຍ​ບາງ​ຄົນ​ມັນ​ບໍ່ແມ່ນ​ທາງ​ອອກ​ແບບ​ຍືນ​ຍົງ​ຍ້ອນ ມັນ​ອາດ​ເຮັດ​ໃຫ້​ລັດຖະບານ​ຕ້ອງ​ໄດ້​ໃຊ້​ຈ່າຍ​ເງິນ​ເປັນ​ຈຳນວນ​ຫຼວງຫຼາຍ​ໃນ​ໄລ ຍະ​ຍາວ ​ເຮັດ​ໃຫ້ການ​ຂາດ​ດຸນ​ງົບປະມານ​ຮ້າຍ​ແຮງ​ຂຶ້ນ. ທ່ານ Sanders ​ເວົ້າວ່າ ການ​ໃຫ້​ເງິນ​ອຸດໜຸນ​ຄວນ​ມີ​ເປົ້າໝາຍ​ແນ​ໃສ່​ເພື່ອ​ໃຫ້​ຜົນ​ປະ​ໂຫຍ​ດ​ແກ່ ທຸກໆ​ຄົນ.

ທ່ານ Sanders ກ່າວ​ວ່າ "ຖ້າ​ຫາກ​ການ​ໃຫ້​ເງິນ​ອຸດໜຸນ​ເຫຼົ່ານີ້ມີ​ເປົ້າໝາຍ​ແນ​ໃສ່​ແຕ່​ພວກ​ທີ່​ມີ​ລາຍໄດ້​ຕໍ່າ​ທີ່​ສຸດ ມັນ​ຈະ​ໃຫ້​ຜົນ​ປະ​ໂຫຍ​ດຫຼາຍກວ່າ ໃນການ​ໃຫ້​ເງິນ​ອຸດໜຸນ​ໂດ​ຍທົ່ວ​ໄປ​ຊຶ່ງ​ໂດຍ​ພື້ນຖານ​ແລ້ວ​ແມ່ນທຸກໆ​ຄົນ​ໄດ້​ຮັບນັ້ນ.”

ພວກ​ເຈົ້າໜ້າ​ທີ່​ໃນ​ຈີນ ​ເກົາຫຼີ​ໃຕ້​ ອິນ​ເດຍ ​ໄທ ​ແລະ​ອິນ​ໂດ​ເນ​ເຊຍ​ຍັງ​ໄດ້​ພາກັນຂຶ້ນອັດຕາ​ດອກ​ເບ້ຍ​ໃນ​ໄລຍະສອງ​ເດືອນ​ຜ່ານ​ມານີ້ ​ເພື່ອ​ຫຼຸດປ​ະລິ​ມານ​ເງິນ​ໝູນວຽນ​ໃນ​ລະບົບ​ການ​ເງິນ​ໃຫ້​ໜ້ອຍ​ລົງ ຊຶ່ງ​ເປັນ​ອີກ​ວິທີ​ທາງ​ນຶ່ງ​ໃນ​ການ​ຄວບ​ຄຸມ ​ເງິນ​ເຟີ້. ​ພວກ​ເຈົ້າໜ້າ​ທີ່​ກ່າ​ວວ່າ ອັດຕາ​ດອກ​ເບ້ຍ​ຍັງ​ຈະ​ສູງ​ຂຶ້ນຕື່ມ ຕາບ​ໃດ​ທີ່ສິນຄ້າ​ຍັງ​ສືບ​ຕໍ່​ແພງ​ມີ​ລາຄາຂຶ້ນ.

ຕົ້ນທຶນສິນ​ເຊື່ອ​ທີ່​ແພງຂຶ້ນອາດ​ຈະ​ເພີ່ມ​ຄວາມເຈັບປວດໃຫ້ແກ່ທຸລະ​ກິດ​ຂະນະ​ທີ່​ພວກ​ເຂົາ​ເຈົ້າຕ້ອງໄດ້​ຈ່າຍ​ເງິນ​ຫຼາຍຂຶ້ນ ​ໃນ​ການ​ກູ້​ຢືມ​ຂອງ​ພວກເຂົາ​ເຈົ້າ. ນອກ​ນັ້ນພວກ​ນັກວິ​ເຄາະ​ບາງ​ຄົນ​ຍັງ​ມີ​ຄວາມ​ວິຕົກ​ກັງ​ວົນ​ຢ້ານ​ວ່າ​ມັນ​ຈະ​ເຮັດ​ການ​ເຕີບ​ໃຫຍ່​ຂະຫຍາ​ຍ​ໂຕ​ຂອງ​ເສດ​ຖະກິດ​ຢຸດ​ເຊົາ ຊຶ່ງ​ຈະ​ພາ​ໃຫ້​ເກີດ​ການ​ຫວ່າງ​ງານ​ເພີ່ມ​ຂຶ້ນນັ້ນ.

ທີ່​ຮົງ​ກົງ ​ເຈົ້າໜ້າ​ທີ່​ບໍ່​ມີ​ທາງ​ເລືອກຫຼາຍປານ​ໃດ​ໃນ​ການ​ທີ່​ຈະ​ແກ້​ໄຂ​ບັນຫາ​ເງິນ​ເຟີ້. ນາງ Bolland ​ເວົ້າວ່າ ​ອັດຕາ​ແລກປ່ຽນ​ທີ່​ຕາຍ​ໂຕ​ກັບ​ເງິນ​ໂດ​ລາ ​ເຮັດໃຫ້​ຊັບ​ສິນ​ຢູ່​ໃນ​ຮົງ​ກົງ​ ມີ​ລາຄາ​ຖືກ​ກວ່າ ​ສຳລັບ​ຜູ້​ຊື້ຈາກ​ຈີນ​ແຜ່ນດິນ​ໃຫຍ່​ທີ່​ມີ​ເງິນ​ຢວນມີຄ່າ​ສູງ​ຂຶ້ນ ​ແລະ​ນັ້ນໄດ້​ຜັກ​ດັນ​ໃຫ້​ຕະຫຼາດຮຸ້ນ​ແລະ​ຊັບ​ສິນມີ​ລາຄາສູງ​ຂຶ້ນ. ຢູ່​ໃນ​ບາງ​ຂົງ​ເຂດ​ຂອງ​ຕະຫຼາດຊັບ​ສິນ​ນັ້ນ​ລາຄາ​ໄດ້​ສູງ​ຂຶ້ນລື່ນ​ລາຄາ ທີ່​ສູງ​ສຸດ​ຍອດ​ໃນ​ປີ 1997 ອີກ.

ນາງ Bolland ​ເວົ້າວ່າ "​ແນ່ນອນຈາກຄວາມ​ສາມາດ​ໃນ​ການ​ທີ່​ຈະ​ປ່ຽນ​ແປງ​ເປັນ​ເງິນສົດໄດ້​ໃນ​ລະບົບ​ຢູ່​ຈີນ​ແຜ່ນດິນ​ໃຫຍ່ ​ເຖິງ​ແມ່ນ​ເຂົາ​ເຈົ້າພະຍາຍາມ​ທີ່​ຈະ ຄວບ​ຄຸມ​ສິນ​ເຊື່ອແລະ​ການ​ກູ້​ຢືມ​ຈາກ​ທະນາຄານໃຫ້​ເຄັ່ງ​ຄັດ​ຂຶ້ນ​ແລະ​ທັງ​ໝົດ ນັ້ນ ກໍ​ຍັງ​ມີ​ເງິນສົດ​ເປັນ​ຈຳນວນ​ຫຼວງຫຼາຍ​ສາມາດເລັດ​ລອດ​ຕົກ​ໄປເຖິງຮົງກົງໄດ້."

ໃນ​ຂະນະ​ທີ່​ເກືອບ​ທຸກໆ​ປະ​ເທດ​ໃນ​ເອ​ເຊຍ​ພວມ​ດີ້ນຮົນ​ຊອກ​ຫາ​ຊ່ອງ​ທາງ ຄວບ​ຄຸ​ມລາຄາ​ສິນຄ້າ​ທີ່​ພວມ​ແພງ​ຂຶ້ນຢູ່​ນັ້ນ ທ່ານ Sanders ຈາກ​ທະນາ ຄານ​ໂລກ​ເວົ້າວ່າ ​ເງິນ​ເຟີ້​ໄດ້​ຂັບ​ດັນ​ໃຫ້​ປະສິດທິ​ຜົນ​ຂອງ​ພະລັງງານ​ແລະ ​ແລະ​ຜະລິດຕະຜົນ​ໃນ​ດ້ານ​ກະສິກຳ​ມີ​ຄວາມສຳຄັນ​ສູງ​ຂຶ້ນ​ໃນ​ແຜນການ​ຂອງ ລັດຖະບານ​ປະ​ເທດ​ຕ່າງໆ​ຢູ່​ໃນ​ເຂດ​ເອ​ເຊຍ.

ທ່ານ Sanders ກ່າວວ່າ "​ໃນ​ໄລຍະ​ຍາວ​ໂດຍ​ພື້ນຖານ​ແລ້ວ​ທ່ານ​ຈະ​ນຳ​ເອົາ​ລາຄາ​ທີ່ ​ແພງ​ຂຶ້ນນີ້​ໄປ​ເປັນ​ເງື່ອນ​ໄຂ​ພົວພັນ​ໃສ່​ກັບ​ຜະລິດ​ຕະຜົນ​ດ້ານ​ກະສິກຳ​ບ່ອນ​ທີ່ ມີ​ປະຊາຊົນ​ໃນ​ຈຳນວນ​ເພີ່ມ​ຂຶ້ນ ຕ້ອງການ​ອາຫານ​ການ​ກິນ​ຕື່ມ​ຂຶ້ນນັ້ນ. ທ່ານຈຳ​ເປັນ​ຕ້ອງ​ເຮັດ​ໃຫ້​ອຸບ​ປະທານ​ສະໜອງ​ຕອບ​ແລະ​ເຮັດ​ໃຫ້​ພາກສ່ວນ​ກະສິ ກຳຜະລິດ​ອາຫານ​ການ​ກິນ​ເພີ່ມ​ຂຶ້ນ ​ແລະ​ພວກ​ເຮົາ​ຄິດ​ວ່າມີ​ຄວາມ​ເປັນ​ໄປ​ໄດ້ ສູງ​ກ່ຽວ​ກັບ​ເລື່ອງ​ນີ້ ​ແລະ​ປະການ​ທີ 2 ກ່ຽວ​ກັບ​ສະຖານະ​ການ​ດ້ານ​ເຊື້ອ​ໄຟນັ້ນ ​ຖ້າ​ທ່ານ​ຕ້ອງການ​ນໍ້າມັນ​ໜ້ອຍ​ລົງລາຄາ​ນໍ້າມັນ​ທີ​ແພງ​ຂຶ້ນຈະສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ທ່ານ​ໜ້ອຍ​ລົງ."

ອົງການ​ສະຫະ​ປະຊາ​ຊາດ​ກະ​ປະມານ​ວ່າ ຈະ​ມີ​ຜູ້​ຄົນ​ໃນ​ລະຫວ່າງ 10 ຫາ 42 ລ້ານ​ຄົນ​ໃນ​ເຂດ​ເອ​ເຊຍ​ຖືກ​ຜັກ​ດັນ​ໃຫ້ຕົກຢູ່ຫຼືບໍ່​ກໍ​ບໍ່​ໃຫ້ສາມາດຫຼຸດພົ້ນອອກຈາກ​ ສະພາບ​ຄວາມທຸກ​ຍາກ
ໄດ້ພາຍ​ໃນ​ປີນີ້ ຍ້ອນ​ລາຄາ​ສິນຄ້າ​ທີ່​ແພງ​ຂຶ້ນນັ້ນ.

XS
SM
MD
LG