ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການຄ້າມະນຸດແລະແຮງງານ ໃນທົ່ວໂລກ ສ້າງລາຍໄດ້ ຫລາຍພັນລ້ານໂດລາ ຕໍ່ປີ


ແມຍິງຂະເໝນກຸມນງ ທຕົກເປັນເຫຍອຂອງການຄາມະນຸດ ແລະຖືກບັງຄັບໃຫເປັນໂສເພນີ ຄາປະເວນີ.
ແມຍິງຂະເໝນກຸມນງ ທຕົກເປັນເຫຍອຂອງການຄາມະນຸດ ແລະຖືກບັງຄັບໃຫເປັນໂສເພນີ ຄາປະເວນີ.

​ເວລາ​ນີ້​ ວົງ​ການ​ທຸລະ​ກິດ​ຕ່າງໆ​ກໍາລັງ​ຖືກ​ຊັກ​ຊວນ​ໃຫ້​ເອົາ​ບົດບາດ​ຫລາຍ​ຂຶ້ນກວ່າເກົ່າ​ ໃນ​ການ​ລົດ​ຜ່ອນ​ການ​ລັກ​ລອບ​ຄ້າມະນຸດ ​ໃນລະຫວ່າງ​ຊາດ​ນັ້ນ​ລົງ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Ron Corben ມີລາຍງານຈາກບາງກອກ ກ່ຽວ​ກັບ​ໂຄງການ​ລິ​ເລິ່ມ​ຊຸດ​ໃໝ່​ຂອງ​ອົງການສະຫະ​ປະຊາ​ຊາດ​ ເພື່ອ​ປາບ​ປາມ​ການ​ລັກລອບ​ຄ້າ​ມະນຸດ​ ທີ່​ທາງ​ອົງການກໍາລັງນໍາ​ສະ​ເໜີຢູ່​ໃນ​ຂົງ​ເຂດ​ເອ​ເຊຍ. ທອງ​ປານ ມີ​ເລຶ່ອງນີ້ ມາສະ​ເໜີ​ທ່ານ​ໃນ ອັນ​ດັບ​ຕໍ່​ໄປ

ການຄ້າມະນຸດ ​ແລະ​ການ​ບັງຄັບ​ໃຊ້ແຮງ​ງານ ​ແມ່ນ​ສ້າງ​ລາຍ​ໄດ້ ​ເປັນ​ມູນ​ຄ່າ​ຫລາຍ​ເຖິງ
32 ພັນ​ລ້ານ​ໂດ​ລາ ໃນ​ແຕ່ລະ​ປີຢູ່​ໃນ​ທົ່ວ​ໂລກ ​ ຊຶ່ງເກືອບ​ນຶ່ງ​ສວນ​ສາມ​ຂອງ​ຈໍ​ານວນ​ນັ້ນ
ແມ່ນ​ຢູ່​ໃນ​ຂົງ​ເຂດ​ເອ​ເຊຍ. ພວກ​ນັກວິ​ເຄາະ​ດ້ານແຮງ​ງານ​ແລະ​ອາ​ຊະ​ຍາ​ກໍາ ທໍາ​ນາຍ​ວ່າ
ຜົນ​ກໍາ​ໄລ​ຈາກ​ທຸລະ​ກິດ​ຜິດ​ກົດໝາຍ​ສອງ​ຢ່າງ​ນີ້ ​ອາດຖີບ​ຕົວ​ສູງຂຶ້ນ​ກາຍ 100 ພັນ​ລ້ານ
ໂດ​ລາ​ພາຍ​ໃນ​ຫ້າ​ປີ​ຕໍ່ໜ້າ​ນີ້.

ທານນາງ ໂນລີນ ເຮເຊີ (UNIFEM) (File Photo)
ທານນາງ ໂນລີນ ເຮເຊີ (UNIFEM) (File Photo)

ທີ່​ບາງ​ກອກ ​ເມື່ອ​ວັນ​ອັງຄານ​ສອງ​ອາທິດ​ກ່ອນ​ນີ້ ທ່ານນາງ ໂນລີນ ເຮເຊີ (Noeleen
Heyzer) ​ເລຂານຸການ​ຝ່າຍ​
ບໍລິຫານຂອງ​ຄະນະ​ກໍາມາ​ທິການ​
ເສດຖະກິດ​ ແລະ​ສັງຄົມ​ຂອງອົງ
ການ​ສະຫະ​ປະຊາຊາດ ​ປະ​ຈໍາ​
ພາກ​ພື້ນ​ເອ​ເຊຍ ​ແລະ​ປາຊິ​ຟິກ
ຫລື UNESCAP ​ໄດ້​ນໍາ​ສະ
ເໜີ​ແຜນ​ການ​ປຸກລະດົມ​ໃໝ່​ຊຸດ​
ນຶ່ງ ​ເພື່ອ​ກໍາ​ຈັດການ​ລັກລອບ​ຄ້າ
ມະນຸດ. ທ່ານນາງເຮ​ເຊີ ກ່າວ​ວ່າ:

“ຄວາມ​ຈິງ​ແລ້ວ ຂອບ​ເຂດ
ແລະຂະໜາດ​ຂອງ​ການລັກ
ລອບ​ຄ້າ​ຂາຍມະນຸດ​ ແມ່ນ​
ໃຫຍ່​ຫລວງຫລາຍ ​ຂະໜາດ​ທີ່ວ່າ​ ຖ້າ​ຫາກພວກ​ເຮົາ​ບໍ່ປ່ຽນ​ວິ​ທີ​ການ​ທໍາ​ທຸລະ​ກິດ​
ຂອງ​ເຮົາ​ ຄື​ບໍ່ເຮັດ​ແບບ​ທີ່ເຄີຍເຮັດ​ມາ​ຕາມ​ປົກກະຕິນັ້ນ​ ​ແຕ່ເຮັດໃນ​ແນວທາງທີ່​
ແຕກ​ຕ່າງໄປບໍ່​ດັ່ງ​ນັ້ນ​ແລ້​ວ ພວກ​ເຮົາ​ກໍ​ຈະ​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ອາ​ຊະ​ຍາ​ກໍາ​
ຂ້າມ​ຊາດ ​ທີ່​ໜັກໜ່ວງນີ້​ໄດ້.”

ທີ່​ກອງ​ປະຊຸມ​ເສດຖະກິດ​ແຫ່ງ​ຂົງ​ເຂດ​ຄັ້ງ​ນີ້ ທ່ານນາງເຮ​ເຊີ ກ່າ​ວວ່າ ພາກສ່ວນ​ເອກກະ​ຊົນ
ຈະ​ຕ້ອງ​ເຂົ້າມາ​ມິີບົດບາດ ​ເພາະ​ວ່າພວກ​ພາຄີ​ຕ່າງໆ ​ທີ່ເຄີຍຮ່ວມ​ງານ​ກັນມາ​ແຕ່ໃດໆ ​ເຊັ່ນ​
ອົງການ​ຕ່າງໆ​ຂອງ​ສະຫະ​ປະຊາ​ຊາດແລະ​ພວກ​ອົງການ​ບັງຄັບ​ກົດໝາຍຂອງ​ປະ​ເທດຕ່າງໆ
ນັ້ນ ​ແມ່ນບໍ່​ສາມາດ​ແກ້​ໄຂ​ປາບປາມ​ ເອົາ​ຊະນະ​ຄວາມ​ຮ້າຍ​ແຮງ​ຂອງ​ອາ​ຊະ​ຍາ​ກໍາ​ນີ້ໄດ້ຕາມ
ລໍາພັງ​ອີກ​ແລ້ວ.

ເຫຍອຄົນນງຂອງການຄາມະນຸດ ທຖືກບັງຄັບໃຫເປັນໂສເພນີ.
ເຫຍອຄົນນງຂອງການຄາມະນຸດ ທຖືກບັງຄັບໃຫເປັນໂສເພນີ.

ການ​ຄ້າ​ມະນຸດ​ໃນ​ຂົງ​ເຂດ​ເອ​ເຊຍ ​ແມ່ນ​ເລິ່ມ
ໄປ​ຕັ້ງ​ແຕ່ ພວກ​ແມ່ຍິງ ​ແລະ​ເດັກນ້ອຍ​ຖືກ​
ບັງຄັບ​ໃຫ້​ຄ້າ​ປະ​ເວ​ນີ ​ໄປ​ຈົນ​ເຖິງ​ ​ຊາວປະ
ມົງຈາກ​ກໍາປູ​ເຈຍ ຖືກ​ບັງຄັບ​ໃຫ້​ທໍາ​ງານ​ທີ່
ບໍ່​ໄດ້ຮັບ​ຄ່າ​ຈ້າງ​ຢູ່ໃນ​ເຮືອ​ໃນ​ຂົງ​ເຂດ ​ໄປ​
ຈົນ​ເຖິງ​ຄົນ​ງານ​ໂຮ​ງງານ​ໂຮງ​ຈັກ​ໂຮງງານ ​
ທີ່ຖືກ​ໃຊ້​ແຮງ​ງານດ້ວຍ​ຄ່າ​ແຮງ​ພຽງ​ໜ້ອຍ​ ດຽວ.

ອົງການ UNESCAP ​ໄດ້ຊັກ​ຊວນ​ໃຫ້​ພວກທຸລະ​ກິດ​ທັງຫລາຍ ​ຮ່ວມ​ລົງ​ນາມໃນ​ອະນຸ​ສັນຍາ Athens Ethical Principles ຫລື
ຫລັກການ​ຈັນ​ຍາ​ບັນເອ​ເທັນສ໌ ທີ່​ກໍານົດ​ໃຫ້
ພວກ​ບໍລິສັດ​ຕ່າງໆ​ ໃຫ້ຄໍາ​ໝັ້ນ​ສັນຍາ​ທີ່ຈະ
ຊ່ວຍໃຫ້ການ​ສຶກສາອົບ​ລົມ​ສາທາລະນະຊົນ ກ່ຽວ​ກັບ​ການ​ຄ້າ​ມະນຸດ ​ແລະໃຫ້ຫລີກ​ລ່ຽງ
ຈາກການ​ໃຊ້ແຮງ​ງານໃດໆທີ່​ມາ​ຈາກ​ການ​ຄ້າ​ມະນຸດນັ້ນ. ​ເວລາ​ນີ້​ ປາກົດ​ວ່າ ມີປະມານ
10,000 ບໍລິສັດ​ຢູ່​ໃນ​ທົ່ວ​ໂລກ​ທີ່​ໄດ້​ເຊັນ​ລົງ​ນາມ​ໃນ​ອະນຸ​ສັນຍານີ້​ແລ້ວ ​ແຕ່​ມີ​ພຽງ​ບໍ່​ເທົ່າ
ໃດ​ບໍລິສັດ ​ຈາກ​ຂົງ​ເຂດ​ເອເຊຍ.

ທ່ານ ​ເດ​ວິດ ອາກ​ເກິ​ລສ໌ (David Arkles) ​ເປັນປະທານ​ຝ່າຍກິດຈະການ​ບໍລິສັດ ​ຂອງ​ກຸ່ມ Manpower ຊຶ່ງ​ເປັນ​ບໍລິສັດ​ຄຸ້ມ​ຄອງແຮງ​ງານ ແລະ​ເກນ​ແຮງ​ງານ​ນາໆຊາດ ນອກ​ນັ້ນ​ແລ້ວ ກໍຍັງ​ເປັນ​ສະມາ​ຊິກໃນ​ຄະນະ​ອໍານວຍ​ການຂອງ​ອົງການ​ຍຸຕິ​ການ​ລັກລອບ​ຄ້າ​ມະນຸດ​ແຕ່​ບັດ​ນີ້ ຫລື End Human Trafficking Now. ທ່ານ Arkles ​ໄດ້​ບອກ​ກອງ​ປະຊຸມ​ວ່າ ກໍາລັງ​ດ້ານເສດຖະກິດພວມກົດ​ດັນ​ໃຫ້​ປະ​ຊາ​ຄົມ​ນານາ​ຊາດ​ ຈັດການ​ກັບ​ກິດຈະ​ການ​ລະດົມ​ແຮງ​ງານ​ຂ້າມ​ຊາຍ​ແດນ​ນັ້ນ​ ໃຫ້​ດີ​ຂຶ້ນກວ່າ​ເກົ່າ. ທ່ານ​ ອາກ​ເກິ​ລສ໌ ກ່າວ​ວ່າ:

“ພວກ​ເຮົາ​ມີ​ບັນຫາ​ຊັບຊ້ອນ​ຫລາຍ​ຊັ້ນ​ຫລາຍ​ດ້ານ ປະ​ເຊີນ​ໜ້າ​ພວກ​ເຮົາ​ຢູ່ໃນ​ເວລາ​ນີ້ ​
ເລິ່ມຕັ້ງ​ແຕ່ ດ້ານ​ມະ​ນຸດ​ສະ​ທໍາ, ​ເສດຖະກິດ, ມະນຸດ ​ແລະ​ແນວທາງທີ່ສະຖິຕິ​ປະ
ຊາກອນ​ ກໍາລັງ​ຂັບ​ດັນໂລກ​ເສດຖະກິດ​. ພວກເຮົາແມ່ນຈະ​ຕ້ອງ​ໄດ້ຈັດການ​ຄວບ​ຄຸມ​
ສິ່ງ​ນີ້ໃຫ້ໄດ້​ ໄວ​ທີ່​ສຸດ ບໍ່​ແມ່ນ​ໃນ​ພາຍຫລັງ ​ເພາະວ່າມັນ​ກໍາລັງ​ຄອບ​ງໍາໄປ​ທົ່ວ​ແລ້ວ.”

ຮູບແບບນງຂອງການລັກລອບຂົນສງ ມະນຸດ ເພອເອົາໄປຂາຍແຮງງານ.
ຮູບແບບນງຂອງການລັກລອບຂົນສງ ມະນຸດ ເພອເອົາໄປຂາຍແຮງງານ.

ນອກ​ນີ້​ແລ້ວ ອົງ​ການ UNESCAP ​ແລະ​ກຸ່ມ​ອື່ນໆ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ມີ ການ​ປະຕິ​ຮູບ​ໃນ​ການ​ຊົ​ມ​ໃຊ້​ແຮງ​ງານ​ພວກ​ຄົນ​ຕ່າງ​ດ້າວ ​ໂຮມ​ທັງໃນພວກ​ປະເທດ ​ເຊັ່ນ ບັງ​ກລາ​ເດ​ສ ຟິລິບ​ປິນ ສີ​ລັງກາ ​ແລະ​ປາ​ກີ​ສຖານ ທີ່​ອາ​ໃສ ກາງ​ຕໍ່​ເງິນຈາກ​ພວກ​ຄົນ​ງານທີ່​ໄປ​ເຮັດ​ວຽກ​ຢູ່​ໃນ​ຕ່າງປະ​ເທດ ສົ່ງ​ມາຈຸນ​ເຈືອ​ຄອບ ຄົວນັ້ນ.

ທ່ານ Arkless ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ຕໍ່ສູ້​ກັບ​ການ​ລັກ​ລອບ​ຄ້າຂາຍ​ມະນຸດ ນັ້ນ ​ແມ່ນ​ໃຫ້ຜົນ​ປະ​ໂຫຍ​ດແກ່​ພວກ​ບໍລິ​ສັດ​. ທ່ານ​ກ່າວ​ວ່າ ທັງ​ວົງ​ການ​ທຸລະ​ກິດ ​ແລະ​ລູກຈ້າງ​ທັງ
ຫລາຍ​ ຈະ​ເຫັນ​ຜົນ​ຜະລິດສູງ​ກວ່າ​ເກົ່າ ​ແລະ​ການ​ຮັກສາ​ຈໍານວນ​ພະນັກງານ​ໄວ້ໄດ້ຕາມ​ຕ້ອງ
ການ​ຢູ່​ຕໍ່​ໄປ ຖ້າ​ຫາກພວກ​ຄົນ​ງານ​ໄດ້ຮັບ​ການ​ປະຕິບັດ​ຕໍ່ເປັນ​ຢ່າງ​ດີ ​ແລະ​ພວກ​ບໍລິ​ສັດ​ກໍ​ຢ້ານ
ວ່າ ຈະໄດ້​ຮັບ​ການ​ໂຈມ​ຕີ​ຕ້ອງ​ຕິຫລື​ແກ້​ແຄ້ນ ​ຈາກພວກ​ອຸບປະ​ໂພ​ກບໍລິ​ໂພກ​ ຖ້າ​ຫາກ​ພວກ
ເຂົາ​ເຈົ້າພົບ​ເຫັນ​ວ່າ​ ບໍລິສັດ​ທີ່​ພວກ​ເຂົາ​ເຈົ້າ​ຊື້​ສິນຄ້າ​ນັ້ນ ​ສວາຍປະ​ໂຫຍ​ດຈາກພວກ​ແຮງ​ງານ​ ທີ່​ຖືກ​ບັງຄັບ​ມາຫລືມາ​ຈາ​ກການ​ຄ້າ​ມະນຸດ​.

XS
SM
MD
LG