ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

4 ປະເທດໃນເຂດເອເຊຍ ມີປະວັດນັບຖືສິດທິມະນຸດ ບໍ່ດີ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Rodham Clinton ກ່າວຖະແຫຼງໃນໂອກາດ ນຳເຜີຍແຜ່ລາຍງານປະຈຳປີ ວ່າດ້ວຍການເຄົາລົບນັບຖືສິດທິມະນຸດ ທີ່ກະຊວງການຕ່າງປະເທດ (8 ເມສາ 2011)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Rodham Clinton ກ່າວຖະແຫຼງໃນໂອກາດ ນຳເຜີຍແຜ່ລາຍງານປະຈຳປີ ວ່າດ້ວຍການເຄົາລົບນັບຖືສິດທິມະນຸດ ທີ່ກະຊວງການຕ່າງປະເທດ (8 ເມສາ 2011)

ສະຫະລັດໄດ້ເນັ້ນໃຫ້ເຫັນວ່າ ຈີນ ກຳປູເຈຍ ມຽນມາ
ແລະຫວຽດນາມແມ່ນບັນດາປະເທດໃນເຂດເອເຊຍທີ່
ມີປະວັດການເຄົາລົບນັບຖືສິດທິມະນຸດຂີ້ຮ້າຍທີ່ສຸດໃນ
ປີ 2010 ຜ່ານມານີ້.

ໃນລາຍງານປະຈຳປີ ວ່າດ້ວຍການເຄົາລົບນັບຖືສິດທິ
ມະນຸດຂອງກະຊວງການຕ່າງປະເທດນັ້ນ ສະຫະລັດ
ໄດ້ກ່າວອ້າງ ເຖິງການດຳເນີນຄວາມພະຍາຍາມເພີ່ມ
ຂຶ້ນຂອງຈີນ ເພື່ອຈຳກັດຮັດແຄບ ອິດສະຫຼະພາບໃນ
ການປາກເວົ້າແລະປິດປາກຫາງສຽງທີ່ເປັນອິດສະຫຼະ
ທາງການເມືອງທັງຫຼາຍ. ນອກນັ້ນ ລາຍງານຍັງໃຫ້ຂໍ້
ສັງເກດກ່ຽວກັບການຈັບກຸມຄຸມຂັງພວກນັກເຄື່ອນໄຫວ
ດ້ານສິດທິມະນຸດ ແລະນິຍົມປະຊາທິປະໄຕທີ່ຍັງດຳ
ເນີນຢູ່ຕໍ່ມາຂອງລັດຖະບານມຽນມາ ການກະທຳທີ່
ໂຫດຮ້າຍທາລຸນຂອງກຳລັງຮັກສາຄວາມສະຫງົບກຳ
ປູເຈຍ ແລະການປາບປາມພວກຄັດຄ້ານລັດຖະບານ
ແລະສື່ມວນຊົນທີ່ເປັນອິດສະຫຼະຢູ່ໃນຫວຽດນາມ.

ລາຍງານເວົ້າວ່າ ການຊັ່ງຊາຕີລາຄາຂອງຕົນກ່ຽວກັບເກົາຫຼີເໜືອນັ້ນແມ່ນໄດ້ຮັບກະທົບ
ຍ້ອນຂາດການເຂົ້າເຖິງປະເທດດັ່ງກ່າວຢ່າງເປັນອິດສະຫຼະແຕ່ກໍໃຫ້ຂໍ້ສັງເກດວ່າພຽງຢາງ
ຍັງສືບຕໍ່ຈັບກຸມຄຸມຂັງປະຊາຊົນໂດຍພະລະການຮວມທັງພວກທີ່ສົງໄສວ່າຈະກໍ່ອາດຊະຍາ
ກຳທາງການເມືອງ.

ປະເທດນຶ່ງທີ່ໄດ້ຮັບການຍົກເວັ້ນໃນທາງບວກຢູ່ໃນບັນຊີລາຍຊື່ກໍແມ່ນອິນໂດເນເຊຍບ່ອນ
ທີ່ລາຍງານຂອງກະຊວງການຕ່າງປະເທດສະຫະລັດພົບວ່າ ສະພາບການເຄົາລົບນັບຖືສິດ ທິມະນຸດໄດ້ຮັບການປັບປຸງໃຫ້ດີຂຶ້ນ.

ຢູ່ຈີນລາຍງານເວົ້າວ່າ ລັດຖະບານໄດ້ເລັງເປົ້າໝາຍເພີ່ມຂຶ້ນໃສ່ພວກທະນາຍຄວາມ ພວກ
ນັກເຄື່ອນໄຫວພວກຂຽນຂ່າວລົງອິນເຕີແນັດແລະພວກນັກຂ່າວທົ່ວໄປຕະຫຼອດທັງການ ຈຳກັດຮັດແຄບໃນການໃຊ້ອິນເຕີແນັດ. ລາຍງານເວົ້າຕື່ມວ່າ ເຈົ້າໜ້າທີ່ຈີນໄດ້ນຳໃຊ້ເພີ່ມ
ຂຶ້ນ ການບັງຄັບໃຫ້ຫາບສາບສູນ ການກັກບໍລິເວນ ແລະການຈັບກຸມຄຸມຂັງໂດຍພະລະ
ການຕະຫຼອດທັງການກົດຂີ່ທາງດ້ານວັດທະນະທຳແລະພວກຊົນເຜົ່າກຸ່ມນ້ອຍໃນທິເບດ ແລະໃນເຂດພາກຕາເວັນຕົກຂອງຈີນ.

ຢູ່ມຽນມາ ພວກທະຫານຍັງສືບຕໍ່ທຳການຂົ່ມຂືນສຳເລົາ ແລະທໍລະມານພົນລະເຮືອນຢູ່
ໃນເຂດທີ່ມີພວກຊົນກຸ່ມນ້ອຍອາໄສຢູ່ຂະນະທີ່ລັດຖະບານຍັງສືບຕໍ່ຄວບຄຸມພວກພະສົງ
ຂອງສາສະໜາພຸດ ຢ່າງເຄັ່ງຄັດ. ລາຍງານຂອງກະຊວງການຕ່າງປະເທດສະຫະລັດເວົ້າ
ວ່ານອກນັ້ນ ມຽນມາຍັງມີຄວາມຜິດໃນການເກັບເກນ ທະຫານເດັກນ້ອຍແລະການຄ້າ
ມະນຸດນຳດວ້ຍ.

ສ່ວນລັດຖະບານຫວຽດນາມຍັງສືບຕໍ່ຈັບກຸມຄຸມຂັງພວກນັກເຄື່ອນໄຫວທາງດ້ານການ
ເມືອງໂດຍຜ່ານທາງລະບົບຕຸລາການ ທີ່ເຕັມໄປດ້ວຍອິດທິພົນທາງການເມືອງແລະການ
ສໍ້ລາດບັງຫຼວງແລະຈຳກັດຮັດແຄບອິດສະຫຼະພາບໃນການຊົມໃຊ້ອິນເຕແນັດ.

ອີງຕາມລາຍງານ ວ່າດ້ວຍການເຄົາລັບນັບຖືສິດທິມະນຸດ ສະບັບນີ້ແລ້ວ ກຳລັງຮັກສາ
ຄວາມສະຫງົບຂອງກຳປູເຈຍໄດ້ສັງຫານຜູ້ຄົນໂດຍທີ່ບໍ່ໄດ້ຮັບການລົງໂທດ. ນອກນັ້ນ
ພວກນັກສັງເກດການທາງດ້ານສິດທິມະນຸດໃນກຳປູເຈຍ ຍັງໄດ້ລາຍງານກ່ຽວກັບການ
ຈັບກຸມຄຸມຂັງໂດຍພະລະການແລະການແກ່ຍາວໃນການຄຸມຂັງກ່ອນການດຳເນີນຄະດີ
ແລະການສວຍໃຊ້ແຮງງານຂອງພວກເດັກນ້ອຍ.

ລາຍງານປະຈຳປີຂອງກະຊວງການຕ່າງປະເທດສະຫະລັດແມ່ນໄດ້ທຳການສຳຫຼວດກ່ຽວ
ກັບສະພາບການເຄົາລົບນັບຖືສິດທິມະນຸດຢູ່ໃນ 194 ປະເທດ.

XS
SM
MD
LG