ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະປະຊາຊາດຮຽກຮ້ອງ ໃຫ້ເລັ່ງລັດ ປິ່ນປົວເຊື້ອ HIV ໃນຂົງເຂດເອເຊຍປາຊິຟິກ


ຄົນເຈັບຊາວມຽນມາຄົນນຶ່ງທີ່ຕິດເຊື້ອ HIV ຊຶ່ງເປັນເຊື້ອທີ່ພາໃຫ້ເປັນ ໂຣກເອດສ໌ນັ້ນ
ຄົນເຈັບຊາວມຽນມາຄົນນຶ່ງທີ່ຕິດເຊື້ອ HIV ຊຶ່ງເປັນເຊື້ອທີ່ພາໃຫ້ເປັນ ໂຣກເອດສ໌ນັ້ນ

ອົງການ​ສະຫະ​ປະຊາ​ຊາດ​ກໍາລັງ​ຍົກຍ້ອງ ​ສັນລະ​ເສີນ​ພວກ​ປະ​ເທດ​ແຫ່ງ​ຂົງເຂດ​ເອ​ເຊຍ​ປາຊິ​ຟິກ ທີ່​ໄດ້​ພາກັນ​ຮັບ​ມື​ກັບ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ເອັຈ​ໄອ​ວີ​ ແລະໂຣກ​ເອດ​ສ໌ ​ແຕ່​ກໍ​ກ່າວ​ວ່າ ມັນ​ຍັງ​ມີອຸບປະສັກ​ຕ່າງໆ​ນາໆ​ທາງ​ດ້ານ​ກົດໝາຍ​​ແລະ​ສັງຄົມ ​ທີ່​ຖ່ວງດຶງຄວາມ ​ກ້າວໜ້າ​​ໃນ​ການ​ດຳ​ເນີນ​ຄວາມ​ພະຍາຍາມ ​ທີ່​ຈະ​ລຶບລ້າງເຊື້ອພະຍາດ​ດັ່ງກ່າວ​. Daniel Schearf ຜູ້​ສື່​ຂ່າວ​ວີ​ໂອ​ເອ ມີລາຍ​ງານ​ຈາກ​ກອງ​ປະຊຸມປະຈຳ​​ຂົງ​ເຂດ​ທີ່​ບາງກອກ ຊຶ່ງ​ທອງ​ປານຈະ​ນໍາ​ເລຶ່ອງນີ້​ມາສະ​ເໜີ​ທ່ານ.

ເມື່ອ​ວັນ​ຈັນ​ຕົ້ນ​ເດືອນ​ນີ້ ຄະນະ​ກໍາມາ​ທິການ​ເສດຖະກິດ​ແລະ​ສັງ ຄົມ​ອົງການ​ສະຫະ​ປະຊາ​ຊາດ​ ສໍາລັບ​ພາກ​ພື້ນ​ເອ​ເຊຍປາຊິ​ຟິກ ຫລື U.N. ESCAP ​ໄດ້​ເປີດ​ກອງປະຊຸມ​ເປັນ​ເວລາ 3 ວັນເພື່ອ​ສະ​ແດງ​ຜົນ​ຮັບ​ທີ່​ໜ້າ​ປະ​ທັບ​ໃຈ​ໃນ​ການ​ຕໍ່ສູ້​ກັບ​ເຊື້ອ​ເອັຈ​ໄອ​ວີ​ແລະໂຣກ​ເອດ​ສ໌ໃນ​ໄລຍະ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້.

ທ່ານນາງ​ Noeleen Heyzer ​ເລຂາທິການ​ບໍລິຫານ​ຂອງອົງການ ESCAP ​ໄດ້ແຈ້ງ​ໃຫ້​ພວກ​ເຈົ້າໜ້າ​ທີ່​ແລະ​ພວກ​ນັກ​ເຄຶ່ອນ​ໄຫວ​ຈາກ​ 34 ປະ​ເທດ ໃນຂົງ​ເຂດ​ເອ​ເຊຍ​ປາຊິ​ຟິກຊາບວ່າ ມີຄົນ​ຈໍານວນ​ຫຼາຍ​ຂຶ້ນກວ່າ​ແຕ່​ກ່ອນ ທີ່​ໄດ້ຮັບ​ການ​ປິ່ນປົວ ເຊື້ອ​ເອັຈ​ໄອ​ວີ ຊຶ່ງ​ທ່ານ​ນາງ​ກ່າວ​ວ່າ ຈໍານວນຄົນຕິດ​ເຊື້ອ​ເອັຈ​ໄອ​ວີໃໝ່ໆ​ໄດ້​ລົດ​ຕໍ່າລົງ 20 ​ເປີ​ເຊັນ ນັບຕັ້ງ​ແຕ່​ປີ 2001 ​ແລະ​ທ່ານ​ນາງ​ກໍ​ຄາດ​ວ່າ​ ຈະ​ສາມາດ​ບັນລຸ​ເປົ້າໝາຍໃນ​ການ ເລີ່​ມຕົ້ນ ເພື່ອ​ຍຸຕິ​ແລະ​ຕ່າວ​ປິ້ນ ການ​ແຜ່​ລະບາດ​ຂອງ​ເຊື້ອ​ເອັຊ​ໄອ​ວີ​ແລະ ໂຣກ​ເອດ​ສ໌​ໃຫ້​ໄດ້ ​ໃນ​ປີ 2015. ທ່ານ​ນາງ Heyzer ກ່າວ​ວ່າ

Dr. Noeleen Heyzer, ​ເລຂາທິການ​ບໍລິຫານ​ຂອງອົງການ ESCAP ຂອງສະຫະປະຊາຊາດ (File Photo)
Dr. Noeleen Heyzer, ​ເລຂາທິການ​ບໍລິຫານ​ຂອງອົງການ ESCAP ຂອງສະຫະປະຊາຊາດ (File Photo)

“ພວກ​ປະ​ເທດ​ຕ່າງ​ໆ​ເຊັ່ນກໍາປູ​ເຈຍ ອິນ​ເດຍ ມຽນມາ ​ແລະ​ໄທ ​ໄດ້​ປະສົບຜົນ​ສໍາ​ເລັດ​ໃນ​ການ​ລົດ​ຜ່ອນ​ອັດຕາ​ຄົນ​ຕິ​ດ​ເຊື້​ອ​ເອັຈໄອ​ວີ ຈາກໂຄງການປ້ອງ​ກັນຕ່າງໆ​ທີ່​ຂຸ້ນຂ້ຽວ​ຕັ້ງໜ້າແລະ​ເຂົ້າຫາ​ເຂົ້າ​ເຖິງ​ໃນ​ວົງ​ກວ້າງ ​ໂດຍສະ​ເພາະ​ໃນ​ກຸ່ມ​ຄົນ​ທີ່ຄ້າ​ຂາຍ​ປະ​ເວ​ນີນັ້ນ.”

ແນວ​ໃດ​ກໍ​ດີ, ທ່ານ​ນາງ Heyzer ​ໃຫ້​ຂໍ້​ສັງ​ເກດ​ວ່າ ​ຜົນ​ຮັບ​ຕ່າງໆ​ນັ້ນ​ບໍ່ສະ​ໝໍ່າສະ​ເໝີ​ກັນ​ປານ​ໃດ ​ແລະ​ວ່າ ​ຍັງ​ມີ​ຫລາຍຊ່ອງ​ວ່າງ ​ໃນເປົ້າໝາຍ​ຂອງ ການ​ເຂົ້າຫາ​ເຂົ້າ​ເຖິງແບບ​ກວ້າງຂວາງ​ເພື່ອໃຫ້ການ​ປິ່ນປົວ​ພວກ​ທີ່​ຕິດເຊື້ອ​ເອັຊ​ໄອ​ວີ​ນັ້ນ​ຢູ່. ​ທ່ານ​ນາງ​ກ່າວ​ອີກ​ວ່າ ການ​ແຜ່​ລາມ​ຂອງ​ເຊື້ອ​ເອັຈ​ໄອ​ວີ​ໃນ​ຂະນະ​ນີ້ ​ແມ່ນ​ລໍ້າໜ້າ​ກວ່າ​ການ​ຕອບ​ຮັບ.

ທ່ານ​ນາງ Heyzer ​ເວົ້າວ່າ “ຍັງ​ມີ​ຄົນ​ຕິດ​ເຊື້ອ​ໃໝ່​ເກືອ​ບວ່າ​ສອງ​ຄົນ ​ໃນ​ສັດສ່ວນ​ນຶ່ງ​ຄົນ​ໃດ
​ທີ່​ເລີ່ມຮັບ​ການປິ່ນປົວ. ພວກຕິດ​ເຊື້ອໃໝ່​ນີ້ ສ່ວນ​ໃຫຍ່ແລ້ວແມ່ນ​ຍັງ​ສືບ​ຕໍ່​ຢູ່​ໃນ​ກຸ່ມ​ຄົນ​ທີ່ມີ​
ຄວາມສ່ຽງ​ສູງ​ ​ເຊັ່ນ​ພວກຄົນ​ຊື້​ແລະ​ຄ້າ​ປະ​ເວ​ນີ ພວກ​ໃຊ້​ເຂັມ​ສີດ​ຢາ​ເສບ​ຕິດ​ ພວກຜູ້​ຊາຍທີ່
ມີ​ເພດ​ສໍາພັນ​ກັບ​ເພດ​ດຽວ​ກັນ ​ແລະ​ພວກແປງ​ເພດ.”

ຂະນະ​ນີ້ອົງການ​ສະຫະ​ປະຊາ​ຊາດກໍາລັງ​ຮຽກຮ້ອງ​ໃຫ້ບັນດາປະ​ເທດຕ່າງໆ​ຈົ່ງເລັ່ງລັດ​ຄວາມ​ພະຍາຍາມ​ໃຫ້​ໄວ​ຂຶ້ນ​ເພື່ອ​ກໍາຈັດ​ເຊື້ອ​ເອັຈ​ໄອ​ວີ​ທີ່​ລະບາດ​ຢູ່​ໃນ​ຂົງ​ເຂດ​ນັ້ນ. ພວກ​ເຈົ້າໜ້າ​ທີ່​ກ່າວ​ວ່າ 90 ​ເປີ​ເຊັນ​ຂອງ​ປະ​ເທດໃນຂົງ​ເຂດເອ​ເຊຍ​ປາຊີ​ຟິກທັງ​ໝົດ​ຍັງ​ມີ​ອຸບປະສັກ​ກີ​ດຂວາງ​ເພື່ອ​ໃຫ້​ການ​ປິ່ນປົວ​ພວກ​ທີ່​ຕິດເຊື້ອ​ເອັຈໄອວີ​ນັ້ນ​ຢູ່ ​ໂຮມ​ທັງ​ພວກ​ກົດໝາຍ​ທີ່​ລົງ​ໂທດ​ພວກ​ຄ້າ​ປະ​ເວ​ນີ ​ແລະ​ພວກ​ໃຊ້​ເຂັມ​ສີດ​ຢາ​ເສບ​ຕິດ. ພວກ​ເຈົ້າໜ້າ​ທີ່​ກ່າວ​ອີກ​ວ່າ ມາດ​ຕະການ​ຕ່າງໆ​ແມ່ນ​ເຮັດ​ໃຫ້​ມີ​ຄວາມລໍາບາກ​ຫລາຍ​ສໍາລັບ​ກຸ່ມ​ຄົນ​ພວກ​ນັ້ນເພື່ອ​ໃຫ້​ໄດ້​ຮັບ​ການ​ປິ່ນປົວ.

ຫລາຍໆປະ​ເທດຍັງ​ບໍ່​ຮັບ​ຮູ້ ຫລື​ແມ່ນ​ແຕ່​ຖື​ວ່າເປັນ​ການ​ກະທຳນອກ​ກົດໝາຍສໍາ​ຫຼັບພວກທີ່ ​ມີ​ເພດ​ສໍາພັນກັບ​ຄົນ​ເພດ​ດຽວ​ກັນ ແລະ​ພວກ​ແປງ​ເພດ​ນັ້ນ.

ໃນຮູບນີ້ທີ່ຖ່າຍເມື່ອວັນທີ 7 ເດືອນຕຸລາ 2009, ນາງ Do Thi Phuong ທີ່ຕິດເຊື້ອ HIV ກໍາລັງໄດ້ຮັບການກວດຢູ່ຄລີນິກແຫ່ງນຶ່ງ ທີ່ດໍາເນີນການ ໂດຍງົບປະມານຊ່ວຍເຫລືອຂອງອົງການ USAID ຂອງສະຫະລັດ ສໍາລັບພວກທີ່ຕິດເຊື້ອ HIV ແລະເປັນໂຣກ AIDS ທີ່ Tinh Bien, ຫວຽດນາມ. (AP Photo/David
ໃນຮູບນີ້ທີ່ຖ່າຍເມື່ອວັນທີ 7 ເດືອນຕຸລາ 2009, ນາງ Do Thi Phuong ທີ່ຕິດເຊື້ອ HIV ກໍາລັງໄດ້ຮັບການກວດຢູ່ຄລີນິກແຫ່ງນຶ່ງ ທີ່ດໍາເນີນການ ໂດຍງົບປະມານຊ່ວຍເຫລືອຂອງອົງການ USAID ຂອງສະຫະລັດ ສໍາລັບພວກທີ່ຕິດເຊື້ອ HIV ແລະເປັນໂຣກ AIDS ທີ່ Tinh Bien, ຫວຽດນາມ. (AP Photo/David

ໃນ​ປີ 2010 ​ຟິຈິ ນັບ​ວ່າ​ເປັນ
ປະ​ເທດ​ເກາະ​ຂົງ​ເຂດ​ປາຊິ​ຟິກ
ທໍາ​ອິດ ​ທີ່ໄດ້ຍົກ​ເລີກ​ໂທດໃຫ້
​ແກ່​ພວກ​ຮັກ​ຮ່ວມ​ເພດ​ຫຼືມີ​ເພດ
​ສໍາພັນ​ກັບ​ຄົນເພດ​ດຽວ​ກັນ
​ແລະເປັນປະ​ເທດ​ດຽວທີ່ອອກ
​ເງິນ​ງົບປະມານ​ຂອງ​ຕົນ​ເອງ
​ເພື່ອ​ການ​ປິ່ນປົວ​ພວກ​ທີ່​ຕິດ
​ເຊື້ອ​ໄວ​ຣັສ​ເອັຈ​ໄອວີດ້ວຍ​ການ
​ກິນ​ຢາ. ເມື່ອໝໍ່ໆ​ມາ​ນີ້ທັງ​ເກາະ
​ຟິຈິ ​ແລະ​ຈີນ​ໄດ້​ຍົກ​ເລີກ​ຂໍ້​ຈໍາ
ກັດ​ຮັດ​ແຄບ​ຕໍ່​ການ​ເດີນທາງ
​ຂອງ​ພວກ​ທີ່​ຕິດ​ເຊື້ອ​ເອັຈ​ໄອ​ວີ.

ທ່ານ Ratu Epeli Nailatikau ປະທານາທິບໍດີ​ຟິຈິໄດ້​ກ່າວຕໍ່ກອງ
​ປະຊຸມ ທີ່​ບາງກອກ​ເມື່ອ​ວັນ​ຈັນ
​ຕົ້ນ​ເດືອນ​ນີ້ ​ໂດຍທ່ານ​ໄດ້​ຮຽກ
ຮ້ອງໃຫ້​ຜູ້​ເຂົ້າຮ່ວມ​ປະຊຸມທັງ
ຫລາ​ຍ ຈົ່ງ​ໃຫ້ການ​ຄໍ້າປະກັນ​ເງິນ​ງົບປະມານໃຫ້​ພຽງພໍ​ສຳ​ຫຼັບໂຄງການຕໍ່ຕ້ານ​ເຊື້ອ ​ເອັຈ​ໄອ​ວີ​.

ທ່ານ Nailatikau ​ເວົ້າວ່າ “ປະ​ເທດ​ແລະ​ລັດຖະບານ​ທັງຫລາຍ​ຈະ​ຕ້ອງ​ມີ​ຄວາມ​ຮັບຜິ​ດຊອບ ​ໃຫ້​ສົມ​ກັບບູລິ​ມະ​ສິດ​ແລະ​ຄວາມ​ໝັ້ນ​ໝາຍ​ທີ່​ແຂ່ງ​ກັນ​ຕັ້ງເອົາໄວ້ນັ້ນ ​ເພື່ອ​ຮັບປະກັນ​ວ່າ​ພວກເຂົາ​ເຈົ້າ​ໃຊ້ເງິນ​ງົບປະມານ ​ຢູ່​ໃນ​ງົບປະມານ​ແຫ່ງ​ຊາດ​ຂອງ​ເຂົາ​ເຈົ້າ​ເອັງ ​ໃນ​ການ​ຕອບ​ຮັບຕໍ່​ເຊື້ອ​ເອັຊ​ໄອ​ວີແລະໂຣກ​ເອດ​ສ໌ນັ້ນ. ທັງ​ໝົດ​ແລ້ວ​ ມັນ​ເປັນຄວາມ​ຮັບຜິດຊອບ​ທີ່​ເປັນ​ຄຸນ​ນະ​ທໍາທີ່​ສຸດ​ຂອງ​ລັດຖະບານ​ທີ່​ຈະ​ສະໜອງ​ສະ​ວັດ​ດິກາ​ນ​ໃດໆ​ໃຫ້​ແກ່​ປະຊາ ຊົນ​ຂອງ​ພວກ​ເຂົາ​ເຈົ້າ.”

ເຖິງ​ແມ່ນ​ຜົນ​ຮັບ​ຕ່າງໆ​ທີ່​ໄດ້​ຈາກ​ການ​ຕໍ່ສູ້ກັບເຊື້ອ​ເອັຈ​ໄອ​ວີ​ແລະ​ໂຣກ​ເອດສ໌ກໍ​ຕາມ ງົບປະ
ມານ​ຂອງ​ລະຫວ່າງ​ຊາດ​ສໍາລັບ​ໂຄງການ​ຕ່າງໆໃນ​ຂົງ​ເຂດ​ເອ​ເຊຍ​ປາຊິ​ຟິກ ​ໄດ້​ຫຼຸດ​ຕໍ່າລົງ​
ໃນໄລຍະ​ບໍ່​ເທົ່າ​ໃດ​ປີຜ່ານມາ ​ແລະ​ກໍ​ຍັງ​ຫຼຸດຕໍ່າ ລົງ​ໄປ​ເລື້ອຍໆ.

ນາງພະຍາບານໄທຄົນນຶ່ງອ່ານໜັງສື ໃຫ້ຄົນປ່ວຍເປັນໂຣກເອດສ໌ຟັງ ຢູ່ໂຮງພະຍາບານສໍາລັບຄົນປ່ວຍເປັນໂຣກເອດສ໌ຂັ້ນສຸດທ້າຍ ໃກ້ໆລົບບຸຣີ ປະເທດໄທ Lopburi, Thailand (File)
ນາງພະຍາບານໄທຄົນນຶ່ງອ່ານໜັງສື ໃຫ້ຄົນປ່ວຍເປັນໂຣກເອດສ໌ຟັງ ຢູ່ໂຮງພະຍາບານສໍາລັບຄົນປ່ວຍເປັນໂຣກເອດສ໌ຂັ້ນສຸດທ້າຍ ໃກ້ໆລົບບຸຣີ ປະເທດໄທ Lopburi, Thailand (File)

ອົງການ​ສະຫະ​ປະຊາ​ຊາດກ່າວ​ວ່າ ມີ​ບາງ​ປະ​ເທດ ​ເຊັ່ນ ຈີນ ​ມາ​ເລ​ເຊຍ ປາ​ກີ​ສຖານ ​ເກາະຊາ​ມົວ ​ແລະ​ໄທ ​ແມ່ນ​ໄດ້​ປະສົບ​ຜົນ​ສໍາ​ເລັດ​ໃນ​ການ​ຕັ້ງເງິນ​ງົບປະມານ​ຂອງພວກ​ເຂົາ​ເຈົ້າ​ເອງ​ໃນ​ສ່ວນ​ໃຫຍ່ແກ່​ໂຄງ ການປິ່ນປົວ ພວກ​ທີ່​ຕິດ​ເຊື້ອ​ເອັຊ​ໄອ​ວີ​ຂອງ​ພວກ​ເຂົາ​ເຈົ້າ ​ເຖິງ​ແມ່ນ​ຈໍານວນ​ຜູ້​ບໍລິຈາກ​ຈາກ​ຕ່າງປະ​ເທດ​ຈະ​ລົດ​ຕໍ່າລົງ​ໄປ​ກໍ​ຕາມ. ທ່ານ​ນາງ Noeleen Heyzer ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ປະ​ເທດ​ອື່ນໆ​ໃນ​ຂົງ​ເຂດ​ຈົ່ງ​ເອົາ​ຕົວຢ່າງ.

ປັດຈຸບັນນີ້ ມີ​ປະຊາຊົນ​ໃນ​ຂົງ​ເຂດ​ເອ​ເຊຍ​ປາຊິ​ຟິກຫົກ​ລ້ານ​ຄົນທີ່​ຕິ​ດ​ເຊື້ອ​ເອັຈ​ໄອ​ວີ ຊຶ່ງ​ປະກອບ​ເປັນ ປະມານ 15 ​ເປີ​ເຊັນ​ຂອງ​ຈໍານວນ​ຜູ້​ຕິດ​ເຊື້ອທັງ​ໝົດ​ຂອງໂລກ.

XS
SM
MD
LG