ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມາເລເຊຍ ປະກາດ ພາວະສຸກເສີນ ຍ້ອນຄວັນໄຟ ຈາກການຈູດປ່າ ຢູ່ອິນໂດເນເຊຍ (ສະໄລດ໌/ວີດິໂອ)


ນັກຂີ່ລົດຈັກຜູ້ນຶ່ງໃສ່ໜ້າກາກອັດດັງ ໃນຂະນະທີ່ຂີ່ລົດຜ່ານ ເມືອງທີ່ເຕັມໄປດ້ວຍໝອກຄວັນ ທີ່ໜາ ຢູ່ໃນເມືອງ Muar ໃນລັດ Johor ທາງພາກໃຕ້ຂອງມາເລເຊຍ ໃນວັນທີ 22 ມິຖຸນາ 2013.
ນັກຂີ່ລົດຈັກຜູ້ນຶ່ງໃສ່ໜ້າກາກອັດດັງ ໃນຂະນະທີ່ຂີ່ລົດຜ່ານ ເມືອງທີ່ເຕັມໄປດ້ວຍໝອກຄວັນ ທີ່ໜາ ຢູ່ໃນເມືອງ Muar ໃນລັດ Johor ທາງພາກໃຕ້ຂອງມາເລເຊຍ ໃນວັນທີ 22 ມິຖຸນາ 2013.
ມາເລເຊຍໄດ້ປະກາດພາວະສຸກເສີນ ຢູ່ໃນສອງເຂດຂອງລັດ
Johor ຢູ່ທາງພາກໃຕ້ຂອງປະເທດ ໃນຂະນະທີ່ຄວັນທີ່ເກີດ
ມາຈາກໄຟໃນການຖາງປ່າເຮັດໄຮ່ ຢູ່ໃນອິນໂດເນເຊຍ ຜັກດັນໃຫ້ມົນລະພິດຖີບຕົວສູງຂຶ້ນ ເກີນລະດັບທີ່ປອດໄພ.

ທ່ານ G. Palnival ລັດຖະມົນຕີກະຊວງແຫລ່ງຊັບພະຍາ
ກອນທໍາມະຊາດ ແລະສິ່ງແວດລ້ອມ ກ່າວໃນວັນອາທິດມື້
ນີ້ວ່າ ຄໍາປະກາດດັ່ງກ່າວໄດ້ວາງອອກມາລຸນຫລັງທີ່ລະດັບ
ມົນລະພິດໃນມະເລເຊຍໄດ້ຖີບຕົວຂຶ້ນສູ່ຈຸດສູງສຸດ ໃນຮອບ
16 ປີຜ່ານມາ.

ຄຸນນະພາບຂອງອາກາດໃນສິງກະໂປ ຊຶ່ງເປັນປະເທດເພື່ອນບ້ານ ດີຂຶ້ນໃນວັນອາທິດ
ມື້ນີ້ ລຸນຫລັງທີ່ໄດ້ຖີບຕົວຂຶ້ນເຖິງລະດັບສູງສຸດໃນປະຫວັດສາດ ຢ່າງລຽນຕິດເປັນມື້ທີ
ສາມ ໃນວັນສຸກທີ່ຜ່ານມາ.

ອິນໂດເນເຊຍໄດ້ໃຊ້ຍົນເຮລິຄອບເຕີ ເພື່ອຊ່ວຍໃນການຕໍ່ສູ້ກັບໄຟໄໝ້ຢ່າງຮຸນແຮງ
ແລະເພື່ອສ້າງໃຫ້ມີເມກ ໃນຄວາມພະຍາຍາມສຸດຂີດ ທີ່ຈະສ້າງໃຫ້ມີຝົນທຽມ ເພື່ອ
ດັບໄຟທີ່ລຸກເປັນແປວນັ້ນ.

ທ່ານ Lee Hsien Loong ນາຍົກລັດຖະມົນຕີສິງກະໂປ ເວົ້າໃນວັນພະຫັດຜ່ານມາ
ວ່າ ໝອກຄວັນທີ່ເລີ້ມລົບກວນປະເທດສິງກະໂປທີ່ເທົ່າກັບຕົວເມືອງໃນວັນຈັນທີ່ຜ່ານ
ມານັ້ນ ອາດແກ່ຍາວໄປເຖິງທ້າຍລະດູຮ້ອນທີ່ແຫ້ງແລ້ງ ຢູ່ເທິງ ເກາະ Sumatra ຂອງ
ອິນໂດເນເຊຍ ໃນເດືອນກັນຍາ ຫລື ຕຸລາ.

ວີດິໂອ: ນາຍົກສິງກະໂປວ່າ ຄວັນໄຟຍັງຈະມີຢູ່ຕໍ່ໄປອີກຫລາຍອາທິດ

Singapore PM: Haze from Indonesia Could Blanket City for Weeks
please wait

No media source currently available

0:00 0:02:40 0:00
ລິງໂດຍກົງ

ທ່ານ Andrew Tan ຫົວໜ້າອົງການສິ່ງແວດລ້ອມແຫ່ງຊາດຂອງສິງກະໂປ ໄດ້ຮຽກ
ຮ້ອງໃຫ້ອິນໂດເນເຊຍເອົາບາດກ້າວ “ທີ່ເດັດດ່ຽວ” ຕໍ່ບໍລິສັດທີ່ສົງໄສວ່າ ໄດ້ຈູດເຜົາ
ປ່າ ໃນເກາະ Sumatra ໂດຍເປັນວິທີທາງທີ່ໃຊ້ຈ່າຍຖືກໃນການຖາງປ່າເຮັດໄຮ່. ແຕ່
ເຖິງຢ່າງໃດກໍຕາມ ທ່ານ Agung Laksono ລັດຖະມົນຕີກະຊວງສະຫວັດດີການ
ຂອງປະຊາຊົນອິນໂດເນເຊຍຕໍາໜິ ການຕອບໂຕ້ຂອງສິງກະໂປຕໍ່ໝອກຄວັນ ໂດຍ
ການກ່າວຫາ ສິງກະໂປວ່າ ເຮັດຄືກັນກັບ “ເດັກນ້ອຍ”.

ອິນໂດເນເຊຍໄດ້ກ່າວປ້ອງກັນການຮັບ​ມື​ກັບໄຟໄໝ້ປ່າຂອງ​ຕົນ ໂດຍເວົ້າວ່າ ຕົນກໍາ
ລັງພະຍາຍາມທີ່ຈະ​ໃຫ້ການ​ອົບຮົມ​ແກ່​ພວກເຈົ້າຂອງດິນປູກຝັງ ໃຫ້ຮູ້ທາງເລືອກອື່ນ
ແທນວິທີການຈູດ​ເຜົາປ່າ​ເພື່ອ​ເຮັດ​ໄຮ່​ ແບບດັ້ງເດີມທີ່ບໍ່ເສຍຄ່າໃຊ້ຈ່າຍຫລາຍນັ້ນ.

ພາບຜົນກະທົບຂອງໝອກຄວັນເກີດຈາກການຈູດປ່າ ຢູ່ອິນໂດເນເຊຍ

XS
SM
MD
LG