ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄທເລີ້ມຍົກຍ້າຍ ພວກປະສົບໄພນໍ້າຖ້ວມ ອອກຈາກສະໜາມບິນດອນເມືອງ (ເບິ່ງສະໄລດ໌)


ນາຍທະຫານອາກາດໄທຄົນນຶ່ງກໍາລັງຂີ່ລົດຈັກຜ່ານໍ້າຖ້ວມໄປຕາມຖະໜົນພະຫົນໂຢທິນ ໃກ້ໆກັບສະໜາມບິນດອນເມືອງ ໃນບາງກອກ,
ວັນທິ 25 ຕຸລາ 2011.
ນາຍທະຫານອາກາດໄທຄົນນຶ່ງກໍາລັງຂີ່ລົດຈັກຜ່ານໍ້າຖ້ວມໄປຕາມຖະໜົນພະຫົນໂຢທິນ ໃກ້ໆກັບສະໜາມບິນດອນເມືອງ ໃນບາງກອກ, ວັນທິ 25 ຕຸລາ 2011.



















ນໍ້າ​ຖ້ວມ​ທີ່​ຍຶ່ງຂຶ້ນ​ນັບ​ມື້​ໄດ້ຊຶມ​ຮົ່ວ​ເຂົ້າ​ໄປ ​ໃນ​ເຂດສະໜາມ​ບິນ​ດອນ​ເມືອງຂອງບາງກອກ ​ໃນ​ວັນ​ອັງຄານ​ມື້​ນີ້ ຊຶ່ງ​ໄດ້​ເຮັດ​ໃຫ້​ພວກ​ຖ້ຽວ​ບິນ​ຕ່າງໆ​ຕ້ອງ​ຢຸດ​ແລ່ນ ​ແລະ​ເຮັດ​ໃຫ້​ພວກ​ທາງ​ການ​ໄທ​ຕ້ອງ​ເລີ້ມ​ຍົກ​ຍ້າຍ​ປະຊາຊົນ​ອອກ​ຈາກ​ສູນ​ຮອງ​ຮັບ​ພວກ​ປະສົບໄພ​ນໍ້າ​ຖ້ວມ​ທີ່ສຳຄັນ​ອອກ​ໄປຈາກ​ສະຖານ​ທີ່​ດັ່ງກ່າວ.

ສ່ວນ​ສະໜາມ​ບິນ​ໃຫຍ່ລະຫວ່າງ​ຊາດ​ ​ທີ່​ຕັ້ງຢູ່​ທາງ​ກໍ້າ​ຕາ​ເວັນ​ອອກສຽງ​ໃຕ້​ນັ້ນ​ບໍ່​ໄດ້​ຮັບ​ຜົນ​ກະທົບ ​ແຕ່​ສະໜາມ​ບິນ​ດອນ​ເມືອງ​ຊຶ່ງ​ຕັ້ງ​ຢູ່​ໃກ້ໆ​ກັບຄຸ້ມ​ນໍ້າ​ຖ້ວມ​ຫລາຍ​ຄຸ້ມ​ຢູ່​ໃນ​ເຂດ​ຊານ​ເມືອງ​ໃນ​ພາກ​ເໜືອ​ຂອງ​ບາງກອກ ຊຶ່ງ​ເປັນສູນກາງທີ່ສຳຄັນ ເພື່ອຈັດສົ່ງປັດໄຈບັນ​ເທົາ​ທຸກ​ສຸກ​ເສີນ​ໄປ​ຍັງ​ພວກ​ຂົງ​ເຂດ​ທີ່​ຖືກ​ນໍ້າ​ຖ້ວມ​ໃນ​ພາກ​ເໜືອ​ຂອງໄທ​ນັ້ນ.

ຂະນະ​ທີ່​ນໍ້າ​ຊຶມ​ຮົ່ວ​ໄຫລ​ເຂົ້າ​ໄປ​ເຖິງ​ທາງ​ແລ່ນ​ຂອງ​ສະໜາມ​ບິນ​ແລະ​ແລະ​ກີດ​ກັນ​ບໍ່​ໃຫ້​ພວກ​ຖ້ຽວ​ບິນ​ມາ​ຈາກ​ບ່ອນ​ອື່ນ​ລົງ​ໄດ້​ນັ້ນ ທາງ​ການ​ຂອງ​ໄທ​ໄດ້​ແນະ​ນໍາ​ໃຫ້​ພວກ​ປະສົບ​ໄພ​ນໍ້າ​ຖ້ວມ​ຫລາຍ​ພັນ​ຄົນ​ທີ່​ໄດ້​ພັກ​ອາ​ໄສ​ຢູ່​ໃນຫ້ອງ​ຮັບ​ຄົນ​ໂດຍສານ​ແຫ່ງ​ນຶ່ງໃນ​ບັນດາຫ້ອງ​ຮອງ​ຮັບຄົນໂດຍສານ​ຫລາຍ​ແຫ່ງ​ໃນ​ສະໜາມ​ບິນ​ດັ່ງກ່າວ​ມານັ້ນ​ໃຫ້​ພາກັນ​ເລີ້ມ​ຍົກ​ຍ້າຍ​ອອກ​ຈາກ​ຫ້ອງ​ນີ້​ໄປ​ຍັງ​ສູນ​ຮອງ​ຮັບ​ພວກ​ປະສົບ​ໄພ​ນໍ້າ​ຖ້ວມ​ອີກແຫ່ງ​ອື່ນ​ທີ່ຢູ່ທາງ​ພາກ​ໃຕ້​ລົງໄປນັ້ນ.

XS
SM
MD
LG