ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້ນຳໄທກ່າວວ່າ ລະດັບນໍ້າ ໄດ້ສູງຂຶ້ນ ສຸດຂີດແລ້ວ


ພວກເດັກນ້ອຍຫຼິ້ນນໍ້າຢູ່ຄອງແຫ່ງນຶ່ງໃນບາງກອກ ທີ່ລະດັບນໍ້າໄດ້ຍື່ງສູງຂຶ້ນ (29 ຕຸລາ 2011)
ພວກເດັກນ້ອຍຫຼິ້ນນໍ້າຢູ່ຄອງແຫ່ງນຶ່ງໃນບາງກອກ ທີ່ລະດັບນໍ້າໄດ້ຍື່ງສູງຂຶ້ນ (29 ຕຸລາ 2011)

ນາຍົກລັດຖະມົນຕີໄທກ່າວວ່າ ລະດັບນໍ້າຈະເລີ່ມລົງຫຼົດລົງໃນໄວໆນີ້ ຂະນະທີ່ປະຊາຊົນ
ຈຳນວນຫຼາຍສິບພັນຄົນ ໄດ້ພາກັນຫຼັ່ງໄຫຼອອກຈາກບາງກອກເພື່ອຫຼົບໜີໄພນໍ້າຖ້ວມ.

ທ່ານນາງຍິ່ງລັກ ຊິນນະວັດກ່າວໃນຄຳປາໄສປະຈຳສັບປະດາຂອງທ່ານນາງໃນວັນເສົາມື້
ນີ້ວ່າ ລະດັບນໍ້າໄດ້ຂຶ້ນເຖິງຂີດສູງສຸດແລ້ວແລະຈະເລີ່ມຫຼົດລົງໃນອາທິດໜ້ານີ້.

ຂະນະດຽວກັນ ປະຊາຊົນໃນເຂດບາງກອກ ໄດ້ພາກັນຫຼັ່ງໄຫຼໄປຍັງສະໜາມບິນ ສະຖານີ
ລົດໄຟແລະຄິວລົດໂດຍສານຂະນະທີ່ອີກຈຳນວນນຶ່ງໄດ້ພາກັນຂັບລົດອອກຈາກນະຄອນ
ຫຼວງຂອງໄທໂດຍໄດ້ສວຍໂອກາດໃຊ້ວັນພັກ 5 ມື້ ທີ່ທາງລັດຖະບານໄດ້ປະກາດໄປນັ້ນ.
ຫຼາຍໆຄົນໄດ້ມຸ່ງໜ້າໄປສູ່ທິດໃຕ້ຊຶ່ງເປັນບ່ອນທີ່ມີດິນສູງ.

ທຳນຽບຫ້າແຈຂອງສະຫະລັດກ່າວວ່າ ປະເທດໄທໄດ້ຮ້ອງໃຫ້ເຮືອພິຄາດລຳນຶ່ງຂອງສະ
ຫະລັດຈອດຕໍ່ ທີ່ທ່າກຳປັ່ນໃຫຍ່ແຫ່ງນຶ່ງຂອງໄທ ເພື່ອອຳນວຍໃຫ້ເຮືອບິນເຮຣີຄອບເຕີ້
ຂອງສະຫະລັດ 2 ລຳ ທຳການສຳຫຼວດເບິ່ງເຂດທີ່ປະສົບໄພນໍ້າຖ້ວມຮ້າຍແຮງ.

ລະດັບນໍ້າທີ່ສູງພຽງຫົວເຂົ່າ ຊຶ່ງໄດ້ລົ້ນແມ່ນໍ້າເຈົ້າພະຍາເຂົ້າຖ້ວມນັ້ນ ແມ່ນໄດ້ອ້ອມບໍລິ
ເວນພະລາດຊະວັງຫຼວງຂອງໄທທີ່ບາງກອກແລ້ວ.

ນອກນັ້ນພວກເຈົ້າໜ້າທີ່ຍັງໄດ້ເລີ່ມຊັ່ງຊາເບິ່ງຄວາມເສຍຫາຍທາງດ້ານເສດຖະກິດ. ໃນ
ວັນສຸກວານນີ້ ທະນາຄານແຫ່ງປະເທດໄທໄດ້ຫຼຸດການຄາດຄະເນກ່ຽວກັບການເຕີບໂຕ
ທາງດ້ານເສດຖະກິດຂອງໄທ ລົງເກືອບເຄິ່ງນຶ່ງ ຄືຫຼຸດຈາກ 4.1% ມາເຫຼືອຢູ່ແຕ່ພຽງ
2.6% ທໍ່ນັ້ນ. ທະນາຄານກາງຂອງໄທເວົ້າວ່າ ໄພນໍ້າຖ້ວມໄດ້ມີຜົນກະທົບຕໍ່ທັງພາກ ສ່ວນການກະເສດແລະອຸດສາຫະກຳຂອງປະເທດນຳດ້ວຍ.

XS
SM
MD
LG