ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສ່ວນໃຫຍຂອງບາງກອກ ອາດຈະລອດພົ້ນ ຈາກໄພນໍ້າຖ້ວມ


ຜູ້ຊາຍຄົນນຶ່ງຢືນຢູ່ເທິງຂົວໄມ້ຍື່ນອອກໄປແຄມນໍ້າເຈົ້າພະຍາທີ່ຖືກນໍ້າຖ້ວມຢູ່ສະພານປະຖົມບໍລົມຣາຊານຸສອນ ບາງກອກ (14 ຕຸລາ 2011)
ຜູ້ຊາຍຄົນນຶ່ງຢືນຢູ່ເທິງຂົວໄມ້ຍື່ນອອກໄປແຄມນໍ້າເຈົ້າພະຍາທີ່ຖືກນໍ້າຖ້ວມຢູ່ສະພານປະຖົມບໍລົມຣາຊານຸສອນ ບາງກອກ (14 ຕຸລາ 2011)

ນາຍົກລັດຖະມົນຕີໄທ ທ່ານນາງຍິ່ງລັກ ຊິນນະວັດໃຫ້ການຄໍ້າປະກັນແກ່ປະຊາຊົນໃນເຂດ
ບາງກອກໃນວັນສຸກມື້ນີ້ວ່າສ່ວນໃຫຍ່ຂອງເຂດນະຄອນຫຼວງຂອງໄທຄວນຈະລອດພົ້ນຈາກ
ໄພນໍ້າຖ້ວມ ທີ່ໄດ້ສ້າງຄວາມເສຍຫາຍຮ້າຍແຮງໃຫ້ແກ່ພື້ນທີ່ນຶ່ງສ່ວນສາມຂອງປະເທດນັບ
ແຕ່ເດືອນກໍລະກົດເປັນຕົ້ນມາ.

ນາຍົກຂອງໄທກ່າວຕໍ່ພວກນັກຂ່າວວ່າ ເຂດທີ່ຢູ່ທາງນອກອອກໄປຂອງນະຄອນຫຼວງອາດ
ຈະປະເຊີນກັບບັນຫາບາງຢ່າງ ແຕ່ຢູ່ໃນເຂດໃຈກາງຂອງບາງກອກ ໄດ້ມີການປ້ອງກັນຢ່າງ ເຂັ້ມແຂງແລະສະຖານະການຍັງຢູ່ພາຍໃຕ້ການຄວບຄຸມ.

ສູນກາງບັນເທົາທຸກໄພນໍ້າຖ້ວມໃນເຂດບາງກອກ ລາຍງານໃນວັນພະຫັດວານນີ້ວ່າ ນໍ້າໄດ້
ເຮັດໃຫ້ປະຕນໍ້າທີ່ສຳຄັນແຕກຊຶ່ງໄດ້ສ້າງຄວາມຕື່ນຕົກໃຈໃຫ້ແກ່ປະ ຊາຊົນຈຳນວນນຶ່ງ ແຕ່ ພວກເຈົ້າໜ້າທີ່ໄດ້ຖອນລາຍງານດັ່ງກ່າວຢ່າງໄວໂດຍເອີ້ນວ່າເປັນຄວາມຜິດພາດ.

ມີຜູ້ເສຍຊີວິດເກືອບ 300 ຄົນຢູ່ທີ່ປະເທດໄທຊຶ່ງສ່ວນໃຫຍ່ແລ້ວແມ່ນຢູ່ໃນແລະກໍອ້ອມແອ້ມ
ນະຄອນອະຍຸດທະຍາ ອັນເປັນເມືອງທີ່ເຕັມໄປດ້ວຍວັດວາເກົ່າແກ່ທີ່ຕັ້ງຢູ່ທາງທິດເໜືອບາງ
ກອກ. ເຈົ້າໜ້າທີ່ເວົ້າວ່າ 61 ຂອງຈຳນວນທັງໝົດ 76 ຈັງຫວັດຂອງໄທ ໄດ້ປະສົບກັບໄພ
ນໍ້າຖ້ວມຊຶ່ງ ໄດ້ສ້າງຜົນກະທົບໃຫ້ແກ່ປະຊາຊົນ 8 ລ້ານຄົນ.

ສ່ວນຢູ່ທີ່ຫວຽດນາມ ເຈົ້າໜ້າທີ່ລາຍງານໃນວັນພະຫັດວານນີ້ວ່າ ມີຜູ້ເສຍຊີວິດຕື່ມອີກ 9
ຄົນຈາກໄພນໍ້າຖ້ວມ ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ບໍລິເວນທັງໝົດຂອງເຂດອ່າງແມ່ນໍ້າ
ຂອງ ແລະພວກນັກພະຍາກອນອາກາດທຳນາຍວ່າ ຈະມີຝົນຕົກໜັກເພີ່ມຕື່ມຢູ່ໃນບໍລິເວນ
ດັ່ງກ່າວໃນໄລຍະສອງສາມມື້ຂ້າງໜ້ານີ້. ຈຳນວນຜູ້ເສຍຊີວິດຍ້ອນໄພນໍ້າຖ້ວມທັງໝົດຢູ່ໃນ
ຫວຽດນາມມີແລ້ວຢ່າງນ້ອຍ 43 ຄົນ.

XS
SM
MD
LG