ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ໄທໃຊ້ມາດຕະການຈໍາເປັນຕ່າງໆ ເພື່ອສະກັດກັ້ນ ບໍ່ໃຫ້ນໍ້າຖ້ວມ ໃຈກາງບາງກອກ (ເບິ່ງສະໄລດ໌)


ແມ່ຍິງຄົນນຶ່ງກັບໝາຂອງລາວ ໄດ້ຮັບການຊ່ວຍເຫລືອ ໃນການຍົກຍ້າຍ ອອກຈາກບ້ານທີ່ຖືກນໍ້າຖ້ວມ ໃນບາງກອກ, ວັນທີ 26 ຕຸລາ 2011.
ແມ່ຍິງຄົນນຶ່ງກັບໝາຂອງລາວ ໄດ້ຮັບການຊ່ວຍເຫລືອ ໃນການຍົກຍ້າຍ ອອກຈາກບ້ານທີ່ຖືກນໍ້າຖ້ວມ ໃນບາງກອກ, ວັນທີ 26 ຕຸລາ 2011.

ປັດຈຸບັນນີ້ ພວກເຈົ້າໜ້າທີ່ໄທກໍາລັງຫັນໄປໃຊ້ມາດຕະການທີ່ຈໍາເປັນຕ່າງໆ ໃນຂະນະທີ່
ພວກເຂົາເຈົ້າພະຍາຍາມປ້ອງກັນບໍ່ໃຫ້ນໍ້າໃນແມ່ນໍ້າເຈົ້າພະຍາລົ້ນຕາຝັ່ງ ແລະໄຫລເຂົ້າຖ້ວມ
ເຂດໃຈກາງບາງກອກໄດ້.

ກອງທັບເຮືອໄທໄດ້ສົ່ງກໍ່າປັ່ນຫລາຍລໍາເຂົ້າໄປຍັງແມ່ນໍ້າເຈົ້າພະຍາ ແລະແມ່ນໍ້າສາຍອື່ນໆ ບ່ອນທີ່ພວກກຳປັ່ນເຫຼົ່ານີ້ໄດ້ໃຊ້ໃບພັດປັ່ນ ເພື່ອເລັ່ງລະບາຍນໍ້າລົງສູ່ທະເລໃຫ້ໄວຂຶ້ນ.

ພັກເຮືອເອກ ປຣະເສີດ ຈັນປຣະພັກ ເວົ້າວ່າລາວເຊື່ອວ່າຄວາມພະຍາຍາມດັ່ງກ່າວນີ້ ແມ່ນ
ຊ່ວຍໄດ້ຫລາຍ. ແລະກ່າວຕໍ່ໄປວ່າ ກໍ່າປັ່ນທັງສິບລໍາຢູ່ໃນສະຖານທີ່ແຫ່ງດຽວກັນນັ້ນ ລາວ
ເຊື່ອວ່າສາມາດຊ່ວຍເລັ່ງລັດການໄຫຼຂອງນໍ້າໃຫ້ໄວຂຶ້ນໃນປະລິມານຫລາຍເຖິງສອງເທົ່າຕົວ

ແຕ່ນາຍົກລັດຖະມົນຕີໄທທ່ານນາງ ຢິ່ງລັກ ຊິນນະວັດ ກ່າວວ່າ ເຖິງແມ່ນໄດ້ມີການຄວາມ ພະຍາຍາມຂອງກອງທັບເຮືອແລະການເສີມຄູກັ້ນນໍ້າຢູ່ຕະຫຼອດເວລາເພື່ອບໍ່ໃຫ້ນໍ້າລົ້ນເຂົ້າ ຖ້ວມກໍຕາມທ່ານນາງກໍໍບໍ່ແນ່ໃຈກາຍ 50 ເປີເຊັນ ວ່ານໍ້າຈະບໍ່ຖ້ວມໃຈກາງບາງກອກ.

XS
SM
MD
LG