ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງປະຊຸມສຸດຍອດ ເອເຊຍ-ຢູໂຣບ


ທ່ານ Jean-Claude Juncker
ທ່ານ Jean-Claude Juncker

16 ປະເທດທີ່ໃຊ້ເງິນຢູໂຣ ຮຽກຮ້ອງໃຫ້ຈີນປ່ອຍໃຫ້ເງິນຕາຂອງຕົນ ມີຄ່າແຂງຂຶ້ນ ເພື່ອຊຸກ ຍູ້ໃຫ້ເສດຖະກິດໂລກເຕີບໂຕ.

ໃນວັນອັງຄານມື້ນີ້ພວກຜູ້ນຳຂອງບັນດາປະເທດທີ່ໃຊ້ເງິນຢູໂຣ ໄດ້ພົບປະກັບນາຍົກລັດຖະ ມົນຕີຈີນ ທ່ານ Wen Jiabao ອັນເປັນພາກສວນນຶ່ງ ຂອງກອງປະຊຸມສຸດຍອດ 2 ມື້ ລະຫວ່າງສະຫະພາບຢູໂຣບ ແລະເອເຊຍ ທີ່ນະຄອນ Brussels.

ຫົວໜ້າ​ຄະນະລັດຖະມົນຕີການເງິນຂອງບັນດາປະເທດທີ່ໃຊ້ເງິນຢູໂຣທ່ານ Jean Claude Juncker ກ່າວວ່າ ຈີນສາມາດດຳເນີນການເພີ້ມຕື່ມ ໃນການປັບປ່ຽນ ນະໂຍບາຍການເງິນ ຂອງຕົນ ແລະການເຄື່ອນໄຫວດັ່ງກ່າວ ຈະຊຸກຍູ້ໃຫ້ມີການເຕີບໂຕ ທີ່ກໍ້າເກິ່ງຫຼາຍຂຶ້ນ.

XS
SM
MD
LG