ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄາດກັນວ່າ ການຂະຫຍາຍໂຕ ຂອງເສດຖະກິດເອເຊຍ ຈະຍັງຕໍ່າຢູ່ ໃນປີນີ້


ຊາວຈີນ ທີ່ຕົກງານ ພາກັນໄປຊອກຫາງານໃໝ່ ຢູ່ງານປະກາດໂຄສະນາເອົາຄົນ ແຫ່ງນຶ່ງ.
ຊາວຈີນ ທີ່ຕົກງານ ພາກັນໄປຊອກຫາງານໃໝ່ ຢູ່ງານປະກາດໂຄສະນາເອົາຄົນ ແຫ່ງນຶ່ງ.

ຜົນການສໍາຫຼວດໃໝ່ບັ້ນນຶ່ງຂອງອົງການສະຫະປະຊາຊາດເວົ້າວ່າ ການ ເຕີບໂຕຊ້າລົງຂອງເສດຖະກິດໃນ​ປະ​ເທດຈີນ ແລະອິນເດຍ ຍ້ອນສະພາວະເສດຖະກິດຖົດຖອຍຢູ່ໃນພາກພື້ນຢູໂຣບ ບວກກັບການ​ຂະຫຍາຍ​ໂຕແບບ​ບໍ່​ແຂງ​ແຮງ​ ຢູ່​ໃນສະຫະລັດ ເຮັດໃຫ້ການຄາດໝາຍດ້ານເສດຖະກິດຂອງຂົງເຂດເອເຊຍ-ປາຊິຟິກອ່ອນຕົວລົງ. ຕາມທີ່ Ron Corben ລາຍງານມາຈາກບາງກອກນັ້ນ ກໍແມ່ນວ່າ ຄະນະກໍາມາທິການເສດຖະກິດແລະສັງຄົມສໍາລັບຂົງເຂດ ເອເຊຍ ແລະປາຊິຟິກ ຂອງສະຫະ​ປະຊາ​ຊາດ ຫຼື UNESCAP ເວົ້າວ່າ ​ເຖິງ​ແມ່ນ​ເປັນ​ທີ່​ຄາດ​ວ່າ ເສດຖະກິດລະດັບຂົງ ເຂດຈະ ເລີ່ມຟື້ນຕົວຄືນມາໃນປີ 2013 ນີ້​ກໍ​ຕາມ ​ແຕ່ກໍເບິ່ງຄືວ່າຈະມີປະຊາຊົນ​ໃນ​ຈໍານວນ​ໜ້ອຍ​ລົງ ທີ່ຈະກ້າວພົ້ນຈາກ ຄວາມ ທຸກຈົນ​ໄປໄດ້ ໃນທ່າມກາງຊ່ອງ​ວ່າງ​ດ້ານລາຍໄດ້ທີ່ຂະຫຍາຍກວ້າງອອກໄປນັບມື້ນັ້ນ. ທອງປານມີ​ລາຍ​ລະ​ອຽດ ມາ ສະເໜີທ່ານ.

ບັນດານັກເສດຖະສາດຈາກຄະນະກໍາມາທິການເສດຖະກິດ
ແລະສັງຄົມ ສໍາລັບພາກພື້ນເອເຊຍແລະປາຊິຟິກຂອງອົງການ
ສະຫະປະຊາຊາດ ຫຼື UNESCAP ເວົ້າວ່າ ສະພາວະເສດຖະ
ກິດຖົດຖອຍ​ໃນຢູໂຣບ ບວກກັບການເຕີບ​ໂຕ​ດ້ານເສດຖະກິດ
ທີ່ຊັກຊ້າຢູ່​ໃນສະຫະ ລັດຢູ່ ກໍາລັງສົ່ງ​ຜົນ​ກະທົບໄປຍັງບັນດາ
ເສດຖະກິດໃນຂົງເຂດເອເຊຍປາຊິຟິກ ໂດຍສະເພາະຈີນ ຊຶ່ງເປັນພະລັງຂັບດັນທີ່ສໍາຄັນຂອງເສດຖະກິດຂອງຂົງເຂດ.

ລາຍງານທົບ​ທວນ​ເບິ່ງສະພາບ​ການ​ດ້ານ​ເສດຖະກິດ​ຂອງ​ຂົງ
​ເຂດດັ່ງກ່າວ ປະຈໍາ​ເຄິ່ງປີ ຂອງອົງການ UNESCAP ທີ່ນໍາ
ອອກ ເຜີຍແຜ່ເມື່ອວັນສຸກ ທີ 14 ທັນວາ​ຜ່ານ​ມານີ້ ​ໄດ້ຫລຸດ​ອັດຕາການເຕີບໂຕຂອງເສດຖະກິດໃນ ຂົງເຂດເອເຊຍປາຊິ
ຟິກ ລົງ​ມາເປັນ 5.6 ເປີເຊັນສໍາລັບປີ 2012 ຈາກ 6.5 ເປີເຊັນ
ກ່ອນໜ້ານີ້ ແຕ່ບັນດານັກເສດຖະສາດກໍຫວັງ ວ່າເສດຖະກິດ
ຈະຟື້ນຕົວຄືນໃນປີ 2013.

ການເຕີບໂຕຂອງເສດຖະກິດຈີນ ​ໄດ້​ຊັກຊ້າລົງມາ​ເປັນ 7.8 ເປີເຊັນໃນປີນີ້ ແລະບັນດາ ເສດຖະກິດແຫ່ງຂົງເຂດເອເຊຍປາຊິຟິກ ທີ່ເພິ່ງພາການເຕີບໂຕ ຂອງເສດຖະກິດຈີນ ສໍາລັບການສົ່ງອອກຂອງຕົນເອງນັ້ນ ​ກໍໄດ້ຮັບຄວາມເດືອດຮ້ອນຢ່າງໜັກໄປຕາມໆກັນ.

ການທໍານາຍການເຕີບໂຕຂອງຂົງເຂດກໍ​ໄດ້​ຖືກ​ຕັດ​ໃຫ້ຕໍ່າລົງ ເກືອບນຶ່ງ ເປີເຊັນ.

ການເຕີບໂຕໃນບັນດາເສດຖະກິດ ເຊັ່ນ ໄຕ້ຫວັນ ເກົາຫຼີໃຕ້ ແລະຮ່ອງກົງ ແມ່ນ​ໄດ້ຖືກ ກະທົບໂດຍກົງຈາກການເຕີບໂຕທີ່ຊັກຊ້າລົງຂອງຈີນ.

ໃນຕອນ​ທີ່​ເກີດວິກິດການດ້ານເສດຖະກິດເມື່ອປີ 2008 ນັ້ນ ປາກົດວ່າ ຂົງເຂດເອເຊຍ​ໄດ້ນໍາພາຕົນເອງໄປໄດ້ດີ ກວ່າພາກພື້ນຢູໂຣບແລະສະຫະລັດ ແຕ່ທ່ານ Anisuzzaman Chowdhury ຜູ້ອໍານວຍການພະແນກນະ ໂຍບາຍເສດຖະກິດມະຫາພາກແລະການ ພັດທະນາຂອງອົງການ ESCAP ເວົ້າວ່າ ມາ​ບັດ​ນີ້ ຂົງເຂດດັ່ງກ່າວບໍ່ສາມາດທີ່​ຈະຫຼີກ ລ່ຽງຜົນກະທົບຈາກ ຄວາມອ່ອນແອທີ່ຍືດເຍື້ອ​ແກ່ຍາວມາ ແລະຄວາມບໍ່ແນ່ນອນໃນ ບັນດາປະ ເທດເສດຖະກິດໃຫຍ່ໆນັ້ນ.

ທ່ານ ຊາວເດີຣີ ເວົ້າວ່າ: ຫລັງ​ຈາກ​ທີ່​ໄດ້​ສະ​ແດງ​ໃຫ້ເຫັນເຖິງຄວາມສາມາດກັບຄືນ ສູ່ສະພາບເດີມ​ໄດ້ ຫຼັງຈາກ​ເກີດວິກິດການນັ້ນ​ແລ້ວ ມາ​ບັດ​ນີ້ ພວກເຮົາກໍເລີ່ມຈະເຫັນ
ຜົນກະທົບ ເພາະວ່າມັນມີຂອບເຂດຈໍາກັດ ທີ່
​ເຮົາຈະສາມາດຕ້ານຢັນກັບບັນຫາທີ່
ເກີດຂຶ້ນໃນກຸ່ມປະເທດໃຊ້ເງິນຢູໂຣ ທີ່ຍັງ
ດໍາເນີນໄປຢ່າງຕໍ່ເນື່ອງ ຢູ່ໃນຂະນະນີ້ ແລະພວກເຮົາກໍບໍ່ຮູ້ໄດ້ວ່າ ບັນຫານີ້ຈະແກ້ໄຂໄດ້ເມື່ອໃດ.”

ທ່ານ ຊາວເດີຣີ ເວົ້າອີກວ່າ ນອກນີ້ຍັງມີ​ຄວາມວິຕົກກັງວົນ ກ່ຽວກັບຊ່ອງຫວ່າງຂອງລາຍ
ໄດ້ ທີ່ກວ້າງອອກໄປນັບມື້ ຢູ່ໃນຂົງເຂດເອເຊຍຕາເວັນອອກ ພ້ອມທັງກົນໄກພິທັກປົກປ້ອງ
ສັງຄົມ ທີ່ອ່ອນແອນັ້ນ.

ທ່ານ ຊາວເດີຣີ ຍັງເຕືອນອີກວ່າ ຖ້າການເຕີບໂຕທີ່ຊັກຊ້າລົງໄປໃນຂົງເຂດເອເຊຍຕາ ເວັນອອກນັ້ນ ຈະເຮັດໃຫ້ປະຊາຊົນຫຼາຍລ້ານຄົນສ່ຽງຕໍ່ການທີ່ຈະຕົກຢູ່ໃນຄວາມທຸກຈົນ ຄືນໄດ້ອີກ.

ທ່ານ ຊາວເດີຣີ ເວົ້າວ່າ: “ເຖິງແມ່ນພວກເຮົາພໍຈະຮູ້ວ່າ ຂົງເຂດເອເຊຍ ແມ່ນເຮັດໄດ້
ດີຫຼາຍໃນດ້ານການຫລຸດຜ່ອນຄວາມທຸກຈົນລົງນັ້ນກໍຈິງຢູ່ ແຕ່ ປະຊາຊົນຢ່າງໜ້ອຍ
4 ລ້ານຄົນ
ມີຖານະຄວາມເປັນຢູ່ ລື່ນລະດັບຄວາມ ທຸກຈົນແຕ່ພຽງໜ້ອຍດຽວເທົ່ານັ້ນ ແລະຜົນກະທົບນ້ອຍໆອັນ​ໃດ​ກໍ​ຕາມ ກໍ​ແມ່ນ​ຈະ​ຜັກ​ດັນ​ໃຫ້ພວກ​ເຂົາ​ເຈົ້າ ກັບຄືນສູ່
ສະພາບທຸກຈົນອີກໄດ້
ຊຶ່ງ​ກໍ​ຄື​ການ​ດໍາລົງຊີວິດ​ຢູ່ ໂດຍ​ມີ​ລາຍ​ໄດ້​ໃນລະຫວ່າງ 1 ​ໂດ​ລ່າ
ຫາ 2 ໂດລ່ເຄິ່ງເທົ່ານັ້ນຕໍ່ມື້. ພວກເຮົາຕ້ອງມີການພິທັກປົກປ້ອງທາງສັງຄົມທີ່ເຂັ້ມ ແຂງເພື່ອຊ່ວຍເຫຼືອພວກເຂົາເຈົ້າໃຫ້ພົ້ນຈາກ ສະພາບດັ່ງກ່າວ ຖ້າຫາກວ່າ ພວກເຂົາ
ເຈົ້າຕົກອັບລົງໄປແທ້ໆ.”


ລາຍງານເວົ້າອີກວ່າ ນອກ​ນີ້​ແລ້ວ ເສດຖະກິດຂອງຂົງເຂດເອເຊຍຕາເວັນອອກທັງໝົດ ຍັງຖືກກະທົບຢ່າງໜັກຢູ່​ຕໍ່​ມາ ຍ້ອນການຂາດເຂີນໂຄງລ່າງພື້ນຖານຕ່າງໆນັ້ນ.

ສໍາລັບປີ 2013 ຕໍ່ໜ້ານີ້ ລາຍງານທໍານາຍວ່າ ການເຕີບໂຕທາງເສດຖະກິດຂອງ​ຂົງ​ເຂດ​
ເອ​ເຊຍ​ປາຊິ​ຟິກ ຍັງຈະຢູ່ໃນລະດັບຕໍ່າກວ່າຄວາມສາມາດບົ່ມຊ້ອນຂອງຂົງເຂດ ໂດຍ​ມີ ລົມຕ້ານການເຕີບໂຕທີ່ຍັງຮຸນແຮງຢູ່ ຊຶ່ງສ່ວນໃຫຍ່ກໍແມ່ນຍ້ອນເສດຖະກິດຈີນ ຍັງສືບຕໍ່ ຊັກຊ້າ ການຄ້າໂລກທີ່ຊົບເຊົາ ແລະລາຄາສິນຄ້າວັດຖຸ​ດິບທີ່ຍັງຕໍ່າຢູ່ນັ້ນເອງ.
XS
SM
MD
LG