ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການຜະລິດໃນ 2 ຍັກໃຫຍ່ເອເຊຍ ຂະຫຍາຍໂຕຊ້າລົງ


پاپ فرانسیس اولین مراسم عشای ربانی خود در مقام پاپ را در داخل کلیسای سیستین  در واتیکان با کاردینال ها جشن می گیرد. عکس از نوار ویدئویی سی تی وی گرفته شده است. ١٤ مارس سال ٢٠١٣. 
پاپ فرانسیس اولین مراسم عشای ربانی خود در مقام پاپ را در داخل کلیسای سیستین  در واتیکان با کاردینال ها جشن می گیرد. عکس از نوار ویدئویی سی تی وی گرفته شده است. ١٤ مارس سال ٢٠١٣. 

ຍີ່ປຸ່ນ​ແລະ​ເກົາຫຼີໃຕ້​ຕ່າງກໍ​ລາຍ​ງານ​ວ່າ ການຜະລິດດ້ານ
ອຸດສາຫະກໍາຂອງພວກຕົນໃນ​ເດືອນ​ຕຸລານັ້ນ​ໄດ້ຊັກ​ຊ້າ​ລົງ
ຊຶ່ງ​ເປັນ​ການ​ເນ້ນໜັກຄວາມ​ເປັນ​ຫ່ວງ​ກັງ​ວົນທີ່​ວ່າ ການຟື້ນ
ໂຕຄືນຂອງ​ເສດຖະກິດໂລກນັ້ນ ອາດອ່ອນກໍ​າລັງລົງ.

ລາຍ​ງານ​ທີ່ອອກມາໃນ​ວັນອັງ​ຄານ​ມື້​ນີ້ ເປັນຂີດ​ໝາຍເດືອນ
ທີ 5 ​ລຽນຕິດໃນ ການ​ຊັກ​ຊ້າ​ລົງ​ຂອງ​ຍີ່ປຸ່ນ ​ແລະ​ເດືອນ
ທີ 3 ລຽນຕິດ​ຂອງ​ເກົາຫຼີ​ໃຕ້. ​ຢ່າງໃດກໍຕາມ ​ການລຸດ
ຕໍ່າລົງ 1.8% ​ໃນ​ຍີ່ປຸ່ນ​ນັ້ນ ກໍ​ຍັງບໍ່​ຮ້າຍແຮງ​ເທົ່າ​ກັບ​ທີ່​
ໄດ້ທໍານາຍ​ໄວ້ ​ແລະ​ທາງ​ເຈົ້າໜ້າທີ່ກໍ​ໄດ້​ທໍານາຍ​ວ່າ​ ຈະມີ
ການຕ່າວປີ້ນ ຫລືບໍ່ກໍມີການເຕີບ​ໂຕໃນ​ລະດັບ​ປານ​ກາງພາຍ​ໃນສອງ​ເດືອນ​ຂ້າງ​ໜ້າ​ນີ້.

ສ່ວນຜົນຜະລິດດ້ານອຸດສາຫະກໍາຂອງເກົາຫຼີໃຕ້ ທີ່ຫຼຸດ​ລົງ 4.2% ຈາກລະດັບຂອງ
ເດືອນກັນຍາທີ່​ຜ່ານ​ມາ​ນັ້ນ ແມ່ນຮ້າຍແຮງກ່ວາ​ທີ່​ທໍານາຍ​ໄວ້ ​ແລະ​ເປັນ​ການ​ຫຼຸດ​ຕໍ່າ​ລົງ
ຫລາຍທີ່ສຸດ ໃນໄລຍະເກືອບສອງ​ປີ. ທາງ​ການ​ໄດ້​ຖິ້ມໂທດ​ໃສ່​ປັດໄຈທາງລະດູ​ການແລະ
ການສົ່ງ​ອອກທີ່​ອ່ອນແອກ່ວາທີ່ໄດ້ທໍານາຍ​ໄວ້.

ໃນ​ວັນ​ອັງຄານ​ມື້ນີ້ ຍີ່ປຸ່ນ​ກໍໄດ້​ລາຍ​ງານເຊ່ນກັນ​ວ່າ ອັດຕາຫ​ວ່າງ​ງານໄດ້ຖີບຂຶ້ນ ເລັກນ້ອຍ
ເປັນ 5.1% ສົມທຽບ​ໃສ່ 5% ໃນເດືອນ​ກັນຍາ ຊຶ່ງເປັນ​ການ​ເພີ່ມ​ຂຶ້ນຄັ້ງ​ແລກ​ ນັບ​ຕັ້ງ​ແຕ່
ເດືອນມິຖຸນາ​ເປັນ​ຕົ້ນ​ມາ.

XS
SM
MD
LG