ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເອເຊຍຕາເວັນອອກ ຈະເຕີບໂຕ ໃນລະດັບປານກາງ ໃນປີນີ້ແລະປີໜ້າ


ທະນາຄານພັດທະນາເອເຊຍ ຫຼື ADB
ທະນາຄານພັດທະນາເອເຊຍ ຫຼື ADB

ທະນາຄານພັດທະນາເອເຊຍຫຼື ADB ກ່າວວ່າ ເສດຖະກິດໃນເຂດເອເຊຍຕາເວັນອອກ
ຈະເຕີບໂຕ ໃນລະດັບປານກາງ ໃນປີນີ້ແລະປີໜ້າ ຍ້ອນອັດຕາເງິນເຟຈະຖີບໂຕສູງຂຶ້ນ ແລະຄວາມວິຕົກກັງວົນກ່ຽວກັບໜີ້ສິນຂອງປະເທດຢູ່ໃນສະຫະລັດແລະຢູໂຣບ.

ໃນລາຍງານທີ່ນຳອອກເຜີຍແຜ່ໃນມື້ວັນພຸດວານນີ້ ADB ຊຶ່ງມີສຳນັກງານໃຫຍ່ຢູ່ກຸງມະ
ນີລາທຳນາຍວ່າ ອັດຕາການເຕີບໂຕສະເລ່ຍຂອງບັນດາປະເທດ ທີ່ມີເສດຖະກິດພຸ່ງພົ້ນ
ໃໝ່ ໃນເຂດເອເຊຍ ແມ່ນ 7.9% ໃນປີ 2011 ແລະ 7.7% ໃນປີ 2012. ຂົງເຂດ
ດັ່ງກ່າວ ໄດ້ມີການເຕີບໂຕຢ່າງເຂັ້ມແຂງ ໃນປີ 2010 ຂະນະທີ່ຟື້ນໂຕຄືນມາຈາກສະ
ພາບເສດຖະກິດຊັກຊ້າຂອງໂລກ.

ໃນຂະນະດຽວກັນ ADB ກໍເວົ້າວ່າ ເຂດເອເຊຍຕາເວັນອອກແມ່ນສ່ຽງຕໍ່ການທີ່ອັດຕາ
ເງິນເຟີ້ຈະຖີບໂຕສູງຂຶ້ນຊຶ່ງຈະເຮັດໃຫ້ຄ່າຈ້າງແຮງງານສູງຂຶ້ນແລະລາຄາສິນຄ້າແພງຂຶ້ນ ທີ່ອາດເຮັດໃຫ້ການເຕີບໂຕປະສົບກັບບັນຫາ.

ເຂດເອເຊຍຕາເວັນອອກຍັງຈະສາມາດປະສົບກັບບັນຫາໄດ້ ຖ້າການຟື້ນໂຕຄືນຂອງຍີ່
ປຸ່ນຈາກໄພແຜ່ນດິນໄຫວແລະຟອງຍັກສຸນາມິຫາກມີການຊັກຊ້າກວ່າທີ່ຄາດໝາຍໄວ້.

XS
SM
MD
LG