ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຸຂະພາບ:​ ໄຂ້ເລືອດອອກແຜ່ລະບາດຮ້າຍແຮງຂຶ້ນ ໃນເອເຊຍອາຄະເນ


ສຸຂະພາບ:​ ໄຂ້ເລືອດອອກແຜ່ລະບາດຮ້າຍແຮງຂຶ້ນ ໃນເອເຊຍອາຄະເນ
ສຸຂະພາບ:​ ໄຂ້ເລືອດອອກແຜ່ລະບາດຮ້າຍແຮງຂຶ້ນ ໃນເອເຊຍອາຄະເນ

ຂົງເຂດເອເຊຍຕາເວັນອອກສຽງໃຕ້ ກໍາລັງປະເຊີນກັບການເພີ້ມທະວີຂຶ້ນ ໃນຈໍານວນຄົນເຈັບ ທີ່ເປັນໄຂ້ເລືອດອອກ. ໃນບາງປະເທດ ລວມທັງຟີລິບປິນ ຈໍານວນຜູ້ເຄາະຮ້າຍຍ້ອນໂຣກນີ້ ໄດ້ເພີ້ມຂຶ້ນເກືອບເປັນສອງເທົ່າຂອງປີກາຍ.

ເຈົ້າໜ້າທີ່ການ​ແພດ​ຂອງ​ຟີ​ລິບ​ປິນ​ເວົ້າວ່າ ​ໃນ​ປີ​ນີ້ມີ​ກໍລະນີ​ຄົນເຈັບທີ່ລາຍ​ງານ​ວ່າ​ເປັນ​ໄຂ້​ແດງຫລືໄຂ້​ເລືອດ​ອອກ ຫລື ໄຂ້ຍຸງ​ລາຍ​ນັ້ນ ​ເພີ້ມຂຶ້ນຈາກ​ຈໍານວນໃນ​ປີ​ກາຍ​ນີ້ ​ເກືອບ ຮອດ 90%. ນັບ​ແຕ່​ເດືອນ​ມັງກອນ​ຫາກາງເດືອນ​ສິງຫານັ້ນ ໄດ້ມີ​ກໍລະນີ​ຄົນປ່ວຍ​ເປັນໄຂ້ນີ້ ປະມານ 63 ພັນລາຍ ຢູ່​ໃນ​ທົ່ວ​ປະ​ເທດ​. ​ໃນ​ນັ້ນ ມີ​ຄົນ​ເສຍ​ຊີວິດໄປແລ້ວຢ່າງໜ້ອຍ 465 ຄົນ ຍ້ອນອາການ​ປ່ວຍ​ເປັນ​ໂຣກ ​ທີ່​ເກີດ​ມາ​ຈາກ​ຍຸງ​ລາຍທີ່​ວ່າ​ນີ້.

ດອກເຕີ້ ​Eric Tayag ຫົວໜ້າຝ່າຍໂຣກລະບາດ​ຂອງ​ກະຊວງ​ສາທາລະນະ​ສຸກຟີ​ລິບ​ປິນ​ເວົ້າວ່າ​ການ​ທີ່​ມີລາຍ​ງານ​ວ່າຄົນເປັນໄຂ້ເລືອດ​ອອກ​ໃນຈຳນວນ​ສູງ​ຂຶ້ນນັ້ນ ​ແມ່ນມີ​ສາ​ເຫດ​ຫລາຍປະ​ການ​ດ້ວຍ​ກັນ, ​ເຊິ່ງລວມທັງການ​ລາຍ​ງານ​ທີ່​ດີກ​ວ່າ​ເກົ່າ ​ແລະການກວດ​ພົບເຫັນ​ພະຍາດໄດ້ໄວ​ກວ່າ​ເກົ່າ.

ທ່ານໝໍ ​Eric Tayag ​ເວົ້າວ່າ​ໄພ​ແຫ້ງ​ແລ້ງ​ທີ່​ປະ​ເທດກໍາ ລັງ​ປະ​ເຊີນ​ຢູ່​ນັ້ນ ກໍ​ໄດ້​ມີສ່ວນ​ເຮັດ​ໃຫ້​ເກີດ​ບັນຫານີ້ຄື​ກັນ ຊຶ່ງທ່ານຊີ້​ແຈງວ່າ:

"ເນື່ອງ​ຈາກ​ວ່າພວກ​ເຮົາມີ​ບັນຫາ​ເລື້ອງນໍ້າ ຢູ່ໃນ ຫລາຍ​ເຂດຂຶ້ນກ່ວາ​ເກົ່າໃນທົ່ວ​ປະ​ເທດ ຫລາຍ​ໆ ຄົນຈຶ່ງພາກັນເລີ້ມຕົ້ນເກັບ​ສະ​ສົມ​ນໍ້າໄວ້ໃຊ້ ແລ້ວ​ກໍ​ບໍ່​ໄດ້​ອັດ​ຝາ​ອ່າງ​ນໍ້າໄວ້. ສະ​ນັ້ນ ກໍ​ເລີຍ​ພາ​ໃຫ້​ຍຸງ​ອອກ​ແມ່​ແພ່​ລູກ."

ບ່ອນ​ທີ່​ມີນໍ້າຂັ​ງນິ້ງ​ຢູ່​ນັ້ນ ເປັນ​ບ່ອນທີ່ຍຸງເພາະພັນໄດ້​ດີ​ທີ່​ສຸດ.​ ໄຂ້​ເລືອດ​ອອກ​ເປັນ​ພະຍາດ ທີ່ມັກແຜ່​ລະບາດ​ເປັນ​ຄັ້ງ​ເປັນ​ຄາວ ຢູ່​ໃນ​ຂົງ​ເຂດເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ​ໃນຫລາຍ​ປະ​ເທ​ດ​ເຂດຮ້ອນອື່ນໆ​ອີກຢູ່​ເອ​ເຊຍ​ໃຕ້, ອາ​ຟຣິກາ ​ແລະຂົງເຂດອາ​ເມຣິກາລາ​ຕິນ.

ຄົນ​ທີ່​ເປັນໄຂ້​ເລືອດ​ອອກ ຫລືໄຂ້​ແດງ​ ຈະ​ມີ​ອາການຄີງຮ້ອນ, ​ເຈັບຫົວ​ແຮງ ​ແລະປວ​ດຂໍ້​ຕໍ່ ກະດູກແລະມີ​ເລືອດ​ອອກ​ຢູ່​ຂ້າງ​ໃນຮ່າງກາຍ. ມັນ​ສາມາດ​ຮ້າຍ​ແຮງ​ເຖິງ​ຂັ້ນ​ເປັນ​ໄຂ້​ສູງ ທີ່ ພາໃຫ້ມີເລືອດ​ໄຫລ​ອອກ​ມາຢ່າງ​ເປັນ​ອັນຕະລາຍ​ໄດ້ ເຊິ່ງ​ເລືອດມັກ​ໄຫລອອກ​ມາ​ທາງດັງ, ນຳ​ເຟັນ​ແຂ້ວ, ​ແລະເລືອດຕົກ​ຢູ່ທາງ​ໃນ​ຮ່າງກາຍ. ​ເດັກນ້ອຍ​ທີ່​ເປັນ​ໄຂ້​ນີ້ ມັກ​ຈະ​ມີ​ເລືອດ​ອອກງ່າຍ ຫລາຍ​ເປັນ​ພິ​ເສດ.

ທ່ານ ດຣ. Tayag ​ເວົ້າວ່າ ປີນີ້ ຍຸງ​ຢູ່​ໃນ​ຟີ​ລິບ​ປິນ​ໄດ້​ນຳເອົາເຊື້ອພະຍາດ​ໄຂ້​ເລືອດ​ອອກ ​ຫລາຍ​ສາຍ​ພັນ ມາ​ໃສ່​ຄົນ​ເຮົາ ຊຶ່ງບໍ່ມີ​ພຽງແຕ່​ສາຍ​ພັນ​ທີ່​ມັກ​ເຫັນ​ໃນເມື່ອ​ກ່ອນ. ​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ກ່າວວ່າ ຈຳນວນ​ກໍລະນີ​ຄົນ​ເປັນ​ໄຂ້​ນີ້ຍັງ​ບໍ່ທັນ​ເຖິງຂັ້ນ​ທີ່​ເວົ້າ​ໄດ້ວ່າ​ ເປັນ​ໂຣກ ລະບາດ ​ຢ່າງ​ແຮງເທື່ອ.

ເຈົ້າໜ້າທີ່​ໃນ​ຟີ​ລິບ​ປິນຄາດ​ວ່າ ຈະ​ມີຈໍານວນ​ກໍລະນີ​ຄົນ​ເປັນ​ໄຂ້​ເລືອດ​ອອກ​ທັງໝົດ 80 ພັນ ຄົນ ເມື່ອຮອດທ້າຍ​ປີນີ້. ​ແຕ່​ທ່ານ Tayag ກໍ​ເວົ້າວ່າ ການ​ແຜ່​ຫລາຍ​ຂອງ​ໂຣກນີ້​ກໍາລັງ​ຈະ​ຍຸດຕິ​ລົງ​ແລ້ວ ​ຊຶ່ງທ່ານ​ອະທິ​ບາຍ​ວ່າ:

"ຢູ່​ໃນ​ລະດັບ​ປະ​ເທດ ສ່ວນ​ຫລາຍ​ຄົນມັກ​ຈະ​ເປັນ​ໄຂ້​ນີ້​ໃນ​ໄລຍະ​ລະດູ​ຝົນ ​ໂດຍ​ມີ​ຈຸດ​ ສູງສຸດ​ແມ່ນ​ໃນເດືອນສິງຫາ ​ແລະຈາກ​ນັ້ນ ກໍ​ເລີ້ມຫລຸດ​ລົງ."

ຢູ່​ໃນສ່ວນ​ໃຫຍ່​ຂອງຂົງເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້, ລະດູຝົນແມ່ນເລີ້ມຕົ້ນ​ຂຶ້ນໃນ​ເດືອນ ມິຖຸນາ ຫລື​ເດືອນ​ກໍ​ລະ​ກົດ ແລະສືບຕໍ່ໄປຮອດເດືອນກັນຍາ.

ທີ່ປະ​ເທດ​ໄທ ໃນ​ໄລຍະ​ດຽວກັນ ຄືແຕ່ເດືອນມັງກອນ​ຫາເດືອນສິງຫານັ້ນ ກໍ​ລະ​ນີຄົນ​ເປັນ​ໄຂ້​ ເລືອດ​ອອກ​ ໄດ້​ເພີ້ມຂຶ້ນຫລາຍ​ກວ່າ 90%. ຫວຽດນາມກໍໄດ້​ລາຍ​ງານ​ວ່າ​ ມີກໍ​ລະ​ນີ​ຄົນທີ່​ເປັນ​ໄຂ້​ນີ້​ເພີ້ມຂຶ້ນ​ເຊັ່ນ​ກັນ. ລັດຖະບານຫວຽດນາມ​ໄດ້ແນະນຳ​ໃຫ້​ປະຊາຊົນ​ກຳຈັດ​ນໍ້າທີ່ຂັງ​ຢູ່​ອ້ອມຂ້າງເຮືອນ​ ເພື່ອ​ຫລຸດຜ່ອນແຫ​ລ່ງ​ເພາະ​ພັນ​ຂອງ​ຍຸງ ​ແລະ​ໃຊ້​ມາດ​ຕະການ​ອື່ນໆອີກນຳ ເພື່ອຫລີກ​ລ່ຽງບໍ່ໃຫ້​ຍຸງ​ກັດ.

ຄົນປ່ວຍເປັນໂຣກໄຂ້ເລືອດອອກ ໃນລາວ.
ຄົນປ່ວຍເປັນໂຣກໄຂ້ເລືອດອອກ ໃນລາວ.

ສ່ວນ​ຢູ່ ​ສປປ ລາວ​ ນັ້ນ​ກໍ​ມີ​ລາຍ​ງານ​ວ່າ ການ​ແຜ່​ລະບາດ​ ຂອງ​ພະຍາດ​ໄຂ້​ເລືອດ​ອອກ​ໃນ​ປີ​ນີ້ ​ຮຸນ​ແຮງ​ກວ່າ​ປີຜ່ານມາ​ ເຖິງສອງ​ເທົ່າ ຄືນັບ​ຈາກ​ກາງ​ເດືອນ​ເມສາ​ຈົນ​ເຖິງ​ກາງ​ເດືອນ​ສິງຫາ​ນີ້ ມີ​ລາຍ​ງານ​ການ​ເຈັບ​ປ່ວຍ​ຍ້ອນ​ພະຍາດ​ໄຂ້​ເລືອດ ​ອອກ​ໃນ​ກຸ່ມ​ປະຊາກອນ​ລາວ​ແລ້ວ​ຫລາຍ​ກວ່າ 12.000 ຄົນໂດຍ​ໄດ້ເຮັດ​ໃຫ້​ປະຊາຊົນ​ລາວ​ເສຍ​ຊີວິດ​ໄປ​ແລ້ວ​ ເກືອບ 40 ຄົນ. ສ່ວນ​ກຸ່ມ​ທີ່​ມີຄວາມ​ສ່ຽງ​ຫລາຍ​ທີ່​ສຸດ​ກໍ​ຄື​ບັນດາ​ແມ່ ຍິງ​ທີ່​ກໍາລັງ​ຖືພາຫລື​ຕັ້ງ​ທ້ອງ ແລະ​ເດັກ​ນ້ອຍ ​ອາຍຸ​ໃນລະ ຫວ່າງ 5-14 ປີ.

XS
SM
MD
LG