ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແກ໊ງອາຊະຍາກໍາຂ້າມຊາດ ໃນເອເຊຍ ມີລາຍໄດ້ສູງກ່ວາ ຈີດີພີ ຂອງຫລາຍໆປະເທດ


ລາຍງານຫົວເລຶ່ອງ“ອາຊະຍາກໍາຈັດຕັ້ງຂ້າມຊາດໃນ ຂົງເຂດເອເຊຍ ຕາເວັນອອກ​ແລະແປຊິຟິກ, ການຊັ່ງຊາຕີລາຄາ ໄພຂົ່ມຂູ່.”
ລາຍງານຫົວເລຶ່ອງ“ອາຊະຍາກໍາຈັດຕັ້ງຂ້າມຊາດໃນ ຂົງເຂດເອເຊຍ ຕາເວັນອອກ​ແລະແປຊິຟິກ, ການຊັ່ງຊາຕີລາຄາ ໄພຂົ່ມຂູ່.”
ອາດຊະຍາກໍາຂ້າມຊາດຢູ່ໃນຂົງເຂດເອເຊຍປາຊິຟິກ ກໍາລັງ
ສ້າງລາຍ​ໄດ້ ໃຫ້ແກ່ພວກແກ໊ງອາຊະຍາກໍາໃນມູນຄ່າ 90 ພັນ
ລ້ານໂດລ່າໃນແຕ່ລະປີ ຊຶ່ງສ່ວນໃຫຍ່​ແມ່ນໄດ້ມາຈາກການຄ້າ
ຢາເສບຕິດ ແລະການ​ຜະລິດເງິນປອມ. Daniel Schearf ຜູ້ສື່ຂ່າວວີໂອເອລາຍງານຈາກບາງກອກ ກ່ຽວກັບຜົນການສຶກ
ສາຄົ້ນຄວ້າຊຸດໃໝ່ຂອງອົງການສະຫະປະຊາຊາດ ທີ່ຊີ້ແນະ
ວ່າ ລາຍໄດ້ຂອງກຸ່ມອາຊະຍາກໍາພວກ​ນີ້ ​ແມ່ນ​ຫລາຍ​ກວ່າ​ມູນ​
ຄ່າ​ຜະລິດ​ຕະພັນ​ໂຮມພາຍ​ໃນ​ຂອງບາງເສດຖະກິດ ໃນຂົງ
ເຂດ​ເອ​ເຊຍ​ຕາ​ເວັນ​ອອກດ້ວຍຊໍ້າ ຊຶ່ງທອງປານ ມີເລຶ່ອງນີ້
ມາສະເໜີທ່ານ.

ຫ້ອງການຢຸກຢາແລະອາຊະຍາກໍາຂອງສະຫະ​ປະຊາ​ຊາດ
ຫຼື UNODC ເວົ້າວ່າ ພວກກຸ່ມອາຊະຍາກໍາໃນຂົງເຂດເອ
ເຊຍຕາເວັນອອກແລະປາຊິຟິກ ແມ່ນມີ​ການຈັດຕັ້ງກັນ​ເປັນ
ຢ່າງດີມີລະບົບ ທີ່ສາມາດຫາ​ຜູ້​ສະໜອງ​ສິນຄ້າໃຫ້​ຕົນ ​ໄດ້
ຈາກຂົງເຂດ​ໄກໆ​ຮອດ ອາຟຣິກາ ແລະຂະຫຍາຍຕະຫຼາດ
ອອກ​ໄປທົ່ວຂົງເຂດເອເຊຍ ​ແລະເຂົ້າໄປໃນພາກພື້ນຢູໂຣບ ແລະອະເມຣິກາເໜືອ ອີກດ້ວຍ.

ແລະກຸ່ມອາຊະຍາກໍາທີ່ວ່ານີ້ ທໍາລາຍໄດ້ຢ່າງມະຫາສານ ເປັນຫຼາຍໆ​ສິບພັນລ້ານໂດລ່າ
ຈາກການຂາຍຢາເສບຕິດ ສິນຄ້າປອມ ໄມ້ ແລະສັດປ່າຜິດກົດໝາຍ ແລະຈາກການລັກ
ລອບຄ້າມະນຸດ.

ເມື່ອວັນອັງຄານອາທິດ​ແລ້ວນີ້ UNODC ໄດ້ນໍາ​ອອກເຜີຍແຜ່ ຜົນການສຶກສາຄົ້ນຄວ້າ
ບັ້ນນຶ່ງ ທີ່​ມີຫົວເລຶ່ອງວ່າ “ອາຊະຍາກໍາຈັດຕັ້ງຂ້າມຊາດໃນຂົງເຂດເອເຊຍຕາເວັນອອກ
​ແລະແປຊິຟິກ, ການຊັ່ງຊາຕີລາຄາໄພຂົ່ມຂູ່.”

Giovanni Broussard ເຈົ້າໜ້າທີ່ໂຄງການຂອງ UNODC ປະ​ຈໍ​າບາງກອກ ທີ່​ເປັນ​ຜູ້ຮ່າງບາງ​ບົດຢູ່ໃນລາຍງານດັ່ງກ່າວເວົ້າຜ່ານ skype ວ່າລາຍ​ໄດ້​ຂອງພວກ​ກຸ່ມອາຊະ
ຍາກໍາຂ້າມຊາດ ແມ່ນຫລາຍກວ່າຜະລິດຕະພັນລວມພາຍໃນຂອງບາງປະເທດ.

ທ່ານ Broussard ເວົ້າວ່າ: “ມັນຕົກເປັນປະມານ 90 ພັນລ້ານໂດລ່າຕໍ່ປີ
ຊຶ່ງຖ້າ​ສົມ​ທຽບ​ໃສ່​ກັບ​ບາງ​ເສດຖະກິດ​ແລ້ວ ກໍ​ແມ່ນ ສອງເທົ່າຂອງຂະໜາດ
ຜົນຜະລິດລວມພາຍໃນ ຫຼື GDP ຂອງມຽນມາ, ແປດເທົ່າ ຂອງ GDP
ຂອງກໍາປູເຈຍ ແລະ 13 ເທົ່າຂອງ GDP ຂອງ ສປປ ລາວ.”


ລາຍ​ງານຂອງຢູແອັນເວົ້າວ່າ ຜົງຂາວເຮໂຣອີນ ແລະຢາກະຕຸ້ນປະສາດ ປະເພດ Methamphetamines ຫລື​ຢາ​ບ້າ ທັງສອງຢ່າງນີ້ລວມກັນ ແມ່ນປະກອບ ເປັນຫຼາຍ ກວ່ານຶ່ງສ່ວນສາມຂອງລາຍໄດ້ຈາກ​ແກ໊ງອາຊະຍາກໍາໃນຂົງເຂດ ຄື 16 ພັນ​ລ້ານ 3 ​
ແສນໂດ​ລ່າ ສໍາລັບ​ເຮ​ໂຣອິນ​ແລະ 15 ພັນລ້ານໂດລາ ສໍາລັບ​ຢາ​ບ້າ.

ເຈົ້າໜ້າທີ່ປາບປາມຢາເສບຕິດມຽນມາ ກໍາລັງຈູດເຜົາຝິ່ນທີ່ຈັບໄດ້
ເຈົ້າໜ້າທີ່ປາບປາມຢາເສບຕິດມຽນມາ ກໍາລັງຈູດເຜົາຝິ່ນທີ່ຈັບໄດ້

ຜົງຂາວເຮໂຣອີນສ່ວນໃຫຍ່ແມ່ນຜະລິດຢູ່ໃນມຽນມາ
ແລະສົ່ງຂາຍໃຫ້ຈີນແລະຂົງເຂດ ເອເຊຍຕາເວັນອອກ
ສຽງໃຕ້. ທັງມຽນມາແລະຈີນ ຍັງເປັນຜູ້ຜະລິດແລະຜູ້
ສົ່ງອອກລາຍ ໃຫຍ່ຂອງຢາບ້າອີກ. ທ່ານ Broussard
ເວົ້າວ່າ ຄວາມພະຍາຍາມເພື່ອກວາດລ້າງການຜະລິດ
ຝິ່ນຂອງອັຟການີສຖານ ທີ່​ເອົາ​ໄປກັ່ນເປັນຜົງເຮໂຣອີນ
ນັ້ນ ຍັງຜົນໃຫ້ພວກປູກຝິ່ນໃນມຽນມາ ພາກັນປູກຝິ່ນ
ຫຼາຍຂຶ້ນ.

ທ່ານ Broussard ເວົ້າວ່າ: “ດ້ວຍເຫດນັ້ນຫຼ່ະ ພວກເຮົາຈຶ່ງຂໍຮຽກຮ້ອງຢ່າງ ແຂງຂັນຕໍ່ປະເທດທັງຫຼາຍ ຈົ່ງປະຕິບັດງານຮ່ວມກັນເວລາວາງແຜນຍຸທະ
ສາດເຫຼົ່ານີ້ ຊຶ່ງແນ່ນອນ ກໍ​ແມ່ນເພື່ອຫຼີກລ່ຽງ ບໍ່​ໃຫ້ການປາບປາມກິດຈະກໍາ
ນຶ່ງ ກໍຄືກິດຈະກໍາອາຊະຍາກໍາ ໃນປະເທດ​ໃດນຶ່ງ ສົ່ງຜົນກະທົບທີ່ເສື່ອມ
ເສຍ ຕໍ່ປະເທດເພື່ອນບ້ານນັ້ນ.”


ໃນຕະຫລອດລາຍງານນັ້ນ ຈີນໂຜ່ໂຕຂຶ້ນເປັນປະ​ເທດ​ນຶ່ງ ​ໃນ​ບັນດາ​ພວກ​ປະ​ເທດ
ທີ່ມີບົດບາດສໍາຄັນທີ່ສຸດ ໃນ​ເລື້ອງອາຊະຍາກໍາຂ້າມຊາດ.

ເຈົ້າໜ້າທີ່ລັດຖະບານຟີລິບປີນ ເອົາມີດປາດກະເປົາ ຍີ່ຫໍ້ Louis Vuitton ປອມທີ່ຍຶດໄດ້ ໃນການເຂົ້າກວດຄົ້ນຮ້ານ ຢູ່ນະຄອນຫລວງມະນີລາ, ວັນທີ 30 ມີຖຸນາ2011.
ເຈົ້າໜ້າທີ່ລັດຖະບານຟີລິບປີນ ເອົາມີດປາດກະເປົາ ຍີ່ຫໍ້ Louis Vuitton ປອມທີ່ຍຶດໄດ້ ໃນການເຂົ້າກວດຄົ້ນຮ້ານ ຢູ່ນະຄອນຫລວງມະນີລາ, ວັນທີ 30 ມີຖຸນາ2011.

ຜະລິດຕະພັນປອມ ຊຶ່ງສ່ວນໃຫຍ່ແມ່ນມາຈາກຈີນ
ແລະສົ່ງ​ໄປຂາຍໃຫ້ຢູໂຣບແລະສະຫະລັດ ​ແມ່ນເປັນ
ອຸດສາຫະກໍາຜິດກົດໝາຍຢ່າງດຽວທີ່ໃຫຍ່ທີ່ສຸດ ຄືມີ
ມູນຄ່າຫຼາຍກວ່າ 24 ພັນລ້ານໂດລ່າຕໍ່ປີ.

ພວກຢຸກຢາປອມ ຊຶ່ງສ່ວນໃຫຍ່ກໍມາຈາກຈີນແລະ
ອິນເດຍ ​ແມ່ນ​ຫາ​ຊື້​ໄດ້​ງ່າຍ​ໃນທົ່ວ ຂົງເຂດເອເຊຍ
ຕາເວັນອອກສຽງໃຕ້ ແລະໄກໄປເຖິງຂົງເຂດອາຟຣີ
ກາ ຊຶ່ງ​ເປັນໄພອັນຕະລາຍຕໍ່ສຸຂະພາບ.

UNODC ໄດ້ອ້າງຜົນການສຶກສາຄົ້ນຄວ້າ ທີ່​ສະ​ແດງ​ວ່າ ມີ 47 ເປີເຊັນໂດຍສະເລ່ຍຂອງ
ຢາຕໍ່ຕ້ານໂຣກໄຂ້ຍຸງ ທີ່ໄດ້ກວດເບິ່ງຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ທີ່ພົບວ່າ ເປັນຢາປອມ.

ນອກນີ້ແລ້ວ ຈີນຍັງເປັນປະເທດທີ່ບໍລິໂພກພວກສັດປ່າທີ່ໃກ້ຈະສູນພັນແລະຜິດກົດໝາຍ
ລາຍໃຫຍ່ທີ່ສຸດ ຊຶ່ງສ່ວນໃຫຍ່ແມ່ນລັກລອບ​ເອົາ​ມາຈາກ ປະເທດອິນໂດເນເຊຍ ຟິລິບປິນ
ມຽນມາ ລາວ ແລະກໍາປູເຈຍ.

ຄວາມຮຽກຮ້ອງຕ້ອງການທີ່ເຕີບໂຕຂຶ້ນໄປນັບມື້ ສໍາລັບຢາພື້ນເມືອງແລະສິ່ງປະດັບເລັກໆ
ນ້ອຍໆທີ່​ແປກໆ ຢູ່​ໃນຂົງເຂດເອເຊຍນັ້ນ ຍັງເປັນຕົວຂັບດັນໃຫ້ມີການລັກລອບຂ້າແຮດ
ແລະຊ້າງ ຢູ່ໃນຂົງເຂດອາຟຣິການັ້ນນໍາ.

ທ່ານ ບຣູຊາດ ເວົ້າອີກວ່າ ຍັງພົບເຫັນຫຼັກຖານວ່າ ພວກລັກລອບຂ້າສັດຊາວອາຟຣິກາ
ກໍາລັງຊອກຫາສັດປ່າ ທີ່ໃກ້ຈະສູນພັນແຫ່ງຂົງເຂດຕາເວັນອອກສຽງໃຕ້ ນັ້ນແທນ.

ຜົນການສຶກສາຄົ້ນຄວ້າປະເມີນວ່າ ມີຫຼາຍກວ່າ 30 ເປີເຊັນຂອງຜະລິດຕະພັນໄມ້ຂອງ
ຂົງເຂດ ຊຶ່ງເປັນອຸດສາຫະກໍາທີ່ມີມູນຄ່າ 17 ພັນລ້ານໂດລ່າ ນັ້ນ ​ແມ່ນ​ໄດ້​ມາ​ຢ່າງຜິດກົດ
ໝາຍໃນປີ 2010 ແລະຈີນກັບອິນໂດເນເຊຍ ​ແມ່ນເປັນສອງປະເທດສົ່ງອອກລາຍໃຫຍ່
ທີ່ສຸດ ​ຄືໃນມູນຄ່າ 7 ພັນລ້ານ ໂດລ່າ ​ແລະ 6 ພັນລ້ານໂດລ່າ.

ທ່ານ ບຣູຊາດ ເວົ້າອີກວ່າ ຄວາມພະຍາຍາມເພື່ອປ້ອງກັນອາຊະຍາກໍາ ທີ່ມີການຈັດຕັ້ງ
ດັ່ງກ່າວ ຈະບໍ່ສາມາດເຮັດໄດ້ ໂດຍປາດສະຈາກການຊ່ວຍເຫຼືອແລະການຮ່ວມມືຂອງຈີນ.

ທ່ານ ບຣູຊາດ ເວົ້າວ່າ: “ແນ່ນອນວ່າ ຈີນເປັນຜູ້ມີບົດບາດສໍາຄັນທີ່ສຸດໃນເລຶ່ອງນີ້ ຄືດ້ວຍຂະໜາດຂອງປະເທດ ແລະການເຕີບໂຕທາງເສດຖະກິດຂອງຕົນນັ້ນ ແມ່ນແນ່ນອນເຮັດໃຫ້ຈີນມີບົດບາດສໍາຄັນທີ່ສຸດຜູ້ນຶ່ງຢູ່ໃນຂົງເຂດ. ຈະບໍ່ມີການ
ຈັດ​ຕັ້ງວິທີການຕອບ​ໂຕ້​ ຫລື​ຮັບ​ມືກັບ​ບັນຫາ​ນີ້ຢ່າງມີປະສິດທິຜົນໃດໆ ໃນຂົງ ເຂດເອເຊຍຕາເວັນອອກສຽງໃຕ້ ແລະແປຊິຟິກ​ໄດ້ ຖ້າປາດສະຈາກການເຂົ້າ ໄປພົວພັນຂອງຈີນ.”


UNODC ເວົ້າວ່າ ເຖິງແມ່ນວ່າ ການລັກລອບຄ້າມະນຸດແລະພວກຄົນງານຕ່າງດ້າວ ຂ້ອນຂ້າງຈະນ້ອຍ ຖ້າຄິດໃນແງ່ເງິນໂດລາ ຄືປະມານສອງພັນລ້ານໂດລາຕໍ່ປີ​ເທົ່າ​ນັ້ນ​
ກໍ​ຕາມ ແຕ່ຜົນເສຍຫາຍທີ່ມີຕໍ່ພວກເຄາະຮ້າຍນັ້ນ ​ແມ່ນໃຫຍ່ມະຫາສານ.

ລາຍ​ງານການສຶກສາຄົ້ນຄວ້າດັ່ງກ່າວໃຫ້ຂໍ້ສັງເກດວ່າ ສະມາຄົມປະຊາຊາດເອເຊຍຕາ ເວັນອອກສຽງໃຕ້ ຫຼືອາຊ່ຽນ ມີກໍານົດທີ່ຈະສ້າງຕັ້ງປະຊາຄົມເສດຖະກິດຂຶ້ນມາພາຍໃນ
ປີ 2015 ເພື່ອອໍານວຍຄວາມສະດວກ​ໃຫ້​ແກ່ການຫຼັ່ງໄຫຼຢ່າງເສລີ ຂອງແຮງງານ ວັດຖຸ ແລະການລົງທຶນ ​ໃນ​ລະຫວ່າງ​ປະ​ເທດ​ສະມາຊິກ.

ແຕ່ລາຍ​ງານເຕືອນວ່າ ການຈັດ​ຕັ້ງປະຊາຄົມເສດຖະກິດດັ່ງກ່າວນັ້ນ ກໍຈະເປັນຕົວເພີ່ມ ການເຄຶ່ອນໄຫວໄປມາ ຂອງສິນຄ້າຜິດກົດໝາຍຫຼາຍຂຶ້ນນໍາ ເຊ່ນ​ກັນ.
XS
SM
MD
LG