ລິ້ງ ສຳຫລັບເຂົ້າຫາ

ສະຖາບັນ Ophidian ໃຊ້ລະຄອນວິທະຍຸ ສອນວິທີປ້ອງກັນໂຣກເອດສ໌

  • Ira Mellmam
  • ດາຣາ
  • ວັນນະສອນ

ຜູ້ຊົມຄົນນຶ່ງເບິ່ງຮູບສະໄລດ໌ ທີ່ສາຍອອກມາທາງຈໍໃຫຍ່ໆ ໃນລະຫວ່າງກອງປະຊຸມໂຣກເອດສ໌ນາໆຊາດ ຄັງທີ 19 ທີ່ວໍຊິງຕັນ, ວັນທີ 25 ກໍລະກົດ 2012.

ອະດີດເຈົ້າໜ້າທີ່ສະຫະປະຊາຊາດທ່ານນຶ່ງ ໄດ້ເອົາບາດກ້າວຖອຍຫລັງ ໃນດ້ານເທັກໂນໂລຈີ ໃນຄວາມພະຍາຍາມເພື່ອປ້ອງກັນ ການຕິດແປດແລະແຜ່ຜາຍ ເຊື້ອ HIV/AIDS ຢູ່ໃນຂົງເຂດເອເຊຍ. ວັນນະສອນມີລາຍງານມາສະເໜີທ່ານ.

ໃນ​ຂະນະ​ທີ່​ຜູ້​ແທນ​ຈາກ​ປະ​ເທດ​ຕ່າງໆ ຫລາຍ​ກ່ວາ 2 ໝື່ນ​ຄົນ ມາ​ຮ່ວມ​ກອງະ​ຊຸມ​ໂຣກ​ເອດ​ສ໌ 2012 ຢູ່​ນະ​ຄອນ​ຫລວງວໍ​ຊິງ​ຕັນ ​ໃນ​ອາທິດ​ແລ້ວ​ນີ້ ດອກເຕີ້ David Feingold ຊ່ຽວຊານ​ດ້ານ​ມະນຸດ​ວິທະຍາ​ ແລະ​ອ​ະ ດີດຜູ້​ອໍານວຍ​ການໂຄງການ HIV, AIDS ​ແລະ​ການ​ຄ້າ​ມະນຸດ ປະ​ຈໍາ ຫ້ອງການທີ່​ບາງກອກ ຂອງ​ອົງການ ສຶກສາ ວິທະຍາສາດ ​ແລະ​ວັດທະນະ​ທໍາ ຂອງ​ສະຫະຊາ​ຊາດ ຫລື UNESCO ​ແມ່ນ​ໄດ້​ໄປ​ຢືນ​ຢູ່ໃກ້ໆ ຫ້ອງ​ວາງສະ​ແດງ​ຫ້ອງ​ນຶ່ງ ​ແລະເວົ້າລົມ​ກັບ​ຜູ້​ໃດ​ກໍ​ຕາມ​ທີ່​ຍ່າງ​ກາຍ​ແຜ່ນ​ໂພສ​ເຕີ້ ທີ່​ຕິດ​ຢູ່​ກັບ​ຝາ​ທີ່​ຕັ້ງ​ຂຶ້ນ​ຊົ່ວຄາວ ຢູ່​ທາງ​ຫລັງ​ທ່ານ.

​ໂພສ​ເຕີ້ແຜ່ນ​ນັ້ນ ສະ​ແດງ​ພາບ​ຜົນງານແລະ​ຄວາມ​ພະຍາຍາມຂອງ​ອົງການ​ຈັດ​ຕັ້ງ​ຂອງ​ທ່ານ ທີ່​ຊື່ວ່າ the Ophidian Research Institute ຫລື​ສະ​ຖາ​ບັນ​ຄົ້ນ​ຄ້ວາ Ophidian ທີ່​ມີ​ສໍານັກງານ​ຢູ່ ບາງກອກ ຫລື​ກຸງ​ເທບ ປະ​ເທດ​ໄທ ຊຶ່ງ​ຄວາມ​ພະຍາຍາມ​ເພື່ອປ້ອງ​ກັນ ການ​ແຜ່ຜາຍ​ຂອງ​ເຊື້ອ HIV/AIDS ຂອງ​ອົງການ​ຂອງ​ທ່ານ​ນັ້ນ​ແມ່ນ​ຮວມທັງ​ການ​ນໍາ​ໃຊ້​ອັນ​ທີ່​ບາງ​ຄົນ​ເວົ້າວ່າ ​ເປັນ​ເທັກ​ໂນ​ໂລ​ຈີ​ທີ່​ລ້າ​ສະ​ໄໝ.

ດອກເຕີ້ Feingold ກ່າວ​ວ່າ “ພວກ​ເຮົາ​ໄດ້​ຕັດສິນ​ໃຈ​ເຂົ້າ​ໄປ​ໃຫ້​ເຖິງ​ປະຊາຊົນ ​ໂດຍ​ການ​ໃຊ້​ວິທະຍຸ ຊຶ່ງ​ສາມາດ​ໄປ​ຮອດ​ໄປ​ເຖິງ​ປະຊາຊົນ​ຢູ່​ໃນ​ເຂດ​ທີ່​ໄກ​ທີ່​ສຸດ​ໄດ້. ​ເຂົາ​ເຈົ້າ​ສາມາດ​ຖື​ວິທະຍຸ​ແທຣນຊິ​ສ​ເຕີ້ນ້ອຍໆຂອງ​ເຂົາ​ເຈົ້າ​ໄປ​ນໍາ​ໄດ້ ​ເວລາ​ເຂົາ​ເຈົ້າ​ໄປ​ໄຮ່​ໄປ​ນາ.”

ອິງ​ຕາມ ດອກເຕີ້ Feingold ​ເປົ້າ​ໝາຍ​ນັ້ນ​ແມ່ນ​ ສະໜອງ​ຂໍ້​ມູນ​ກ່ຽວ​ກັບ​ການ​ປ້ອງ​ກັນ​ໂຣກ​ເອດ​ສ໌ ​ໃຫ້​ປະຊາຊົນ​ຮູ້​ໃນ​ພາສາຂອງ​ເຂົາ​ເຈົ້າ​ເອງ.

ທ່ານ​ກ່າວ​ວ່າ ຈຸດ​ສຸມ​ຂອງ​ໂຄງການ​ນີ້ກໍ​ຄື​ເຂົ້າ​ໄປໃຫ້​ເຖິງ​ບັນດາ​ຊົນເຜົ່າ ນ້ອຍ​ທັງຫລາຍ​ຂອງ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຊຶ່ງ​ຫລາຍໆເຜົ່າຮອດ ເວົ້າ​ພາສາຊາດ​ບໍ່​ໄດ້. ສິ່ງ​ທໍາ​ອິດ​ທີ່​ພວກ​ເຮົາ​ເຮັດ​ກໍ​ຄື ​ໃຊ້​ວິ​ທີ​ຫລິ້ນ​ລະ ຄອນຊີວິດ​ສັ້ນໆ ​ເພາະວ່າ​ພວກ​ຊາວ​ໜຸ່ມ​ຈະ​ບໍ່​ສົນ​ໃຈ​ຟັງ​ຄໍາ​ປະກາດບໍລິການ​ສາທາລະນະຊື່ໆ ບໍ່​ວ່າ​ຢູ່​ໃສ​ກໍ​ຕາມ ​ແຕ່​ວ່າ​ລະຄອນ​ແມ່ນ​ຈະ​ດຶງ​ດູດ​ຄວາມ​ສົນໃຈຂອງປະຊາຊົນ. ລະຄອນ​ທີ່​ພວກ​ເຮົານໍາ​ສະ​ເໜີ​ນັ້ນ​ແມ່ນ​ອິງ​ໃສ່ການ​ຄົ້ນຄວ້າ ອິງ​ໃສ່​ເລື່ອງລາວ​ໂຕ​ຈິງຂອງ​ຄົນ​ແທ້ໆ ຊຶ່ງ​ເອົາ​ມາ​ຫລິ້ນ​ເປັນ​ລະຄອນ​ເພື່ອ​ໃຫ້ມັນ​ໜ້າ​ຕື່ນ​ເຕ້ນ ໜ້າ​ສົນ​ໃຈຫລາຍ​ຂຶ້ນ​.”

ຄວາມ​ພະຍາຍາມ​ດັ່ງກ່າວ​ນີ້ ​ໄດ້​ເລີ່​ມຕົ້ນ​ຂຶ້ນ​ເມື່ອ 10 ກ່ວາປີ​ມາ​ແລ້ວ ພ້ອມ​ກັບ​ການ​ຜະລິດ​ບົດ​ລະຄອນ 30 ​ເລື່ອງ​ເປັນ​ພາສາ​ຂອງ​ຊົນ​ເຜົ່າ​ສານ​ໃນ​ປະ​ເທດ​ມຽນມາ ກັບ​ໄທ ຊຶ່ງ​ຕໍ່​ມາ ​ໄດ້​ຂະຫຍາຍ​ໄປ​ສູ່​ຂົງ​ເຂດ​ທີ່​ຫ່າງ​ໄກ​ຄວາມ​ຈະ​ເລີ​ນຂອງ​ປະ​ເທດລາວ ກໍາປູ​ເຈຍ ​ແລະ​ຈີນ ດ້ວຍເງິນ​ ​ບໍລິຈາກຊ່ວຍ​ເຫລືອ ຈາກ​ປະຊາຊົນ​ແລະ​ບໍລິສັດ​ຕ່າງໆ.

ດອກເຕີ້ Feingold ອະທິບາຍ​ຕໍ່​ໄປ​ວ່າ ບົດ​ລະຄອນ​ທັງ​ໝົດ​ແມ່ນ​ກ່ຽວ​ກັບ​ເລື່ອງ​ການ​ປ້ອງ​ກັນ​ເຊື້ອ HIV/AIDS ການ​ຄ້າ​ມະນຸດ ການ​ຍ້າຍ​ຖິ່ນ​ແບບ​ບໍ່​ປອດ​ໄພ ​ແລະ​ການ​ໃຊ້​ຢາ​ເສບ​ຕິດທີ່​ແຕກ​ຕ່າງ​ໄປ​ຈາກປະ​ເພດ​ທໍາ​ມະດາທີ່​ພວກ​ເຂົາ​ເຈົ້າ​ເຄີຍເສບ.” ​ແຕ່​ທ່ານ​ກ່າວ​ຕໍ່​ໄປ​ວ່າ ບັນ​ຫາ​ທ້ອງ​ຖິ່ນ ຫລາຍໆ​ເລື່ອງ​ກໍ​ນໍາ​ເອົາ​ມາ​ເຮັດ​ເປັນ​ບົດ​ລະຄອນ​ຄື​ກັນ ​ເຊ່ນ​ບັນ​ຫາ​ເລື່ອງ​ຄວາມ​ໝັ້ນຄົງ​ຂອງ​ທີ່​ດິນ ຊຶ່ງມີ​ຄວາມ​ສໍາຄັນ​ຫລາ​ຍສໍາລັບ​ຊົນ​ເຜົ່າ​ນຶ່ງ​ໃນ​ກໍາປູ​ເຈຍ ​ໃນ​ຂະນະ​ທີ່​ອີກ​ເຜົ່າ​ນຶ່ງ​ນັ້ນ ຊໍ້າພັດ​ມີ​ບັນຫາ​ໃຫຍ່​ນໍາ​ເລື່ອ​ງ ຄວາມຮຸນ​ແຮງ ພາຍ​ໃນ​ຄອບຄົວ.

ດອກເຕີ້ Feingold ກ່າວ​ວ່າ ບົດ​ລະຄອນ​ເຫລົ່າ​ນັ້ນ​ມີ​ປະສິດ​ທິຜົນ ຊຶ່ງ​ທ່ານ​ອະທິບາຍ​ຕໍ່​ໄປ​ວ່າ ​ໃນ​ຫລາຍໆ​ກໍລະນີ ພວກ​ເຮົາ​ໄດ້​ທົດ​ສອບ​ຄວາມ​ຮູ້​ຂອງ​ພວກ​ຊົນ​ເຜົ່າ ກ່ອນ​ຈະ​ໃຫ້​ເຂົາ​ເຈົ້າ​ຟັງ​ລະຄອນ ​ແລ້ວ​ກໍ​ທົດ​ສອບ​ເຂົາ​ເຈົ້າ​ອີກ​ວ່າ ​ເຂົາ​ເຈົ້າ​ຮູ້​ຫຍັງ​ແດ່​ຫລັງ​ຈາກໄດ້ຟັງ​ລະຄອນ​ແລ້ວ ຊຶ່ງ​ພວກ​ເຮົາ​ກໍ​ພົບ​ວ່າ ພວກ​ເຂົາ​ເຈົ້າ​ມີ​ຄວາມ​ຮູ້​ເພີ່ມ​ຂຶ້ນ​ຫລາຍ ​ແຕ່​ແລ້ວ​ເງິນ​ທຶນ​ກໍ​ໝົດ​ໄປ ​ແລະ​ການ​ຜະລິດ​ລະຄອນ​ກໍຢຸດ​ລົງ. ​ແຕ່​ນັ້ນ​ກໍ​ບໍ່​ໄດ້​ເຮັດ​ໃຫ້​ປະ​ໂຫຍດຂອງ​ໂຄງການ​ນີ້​ໝົດ​ໄປ ​ເພາະວ່າ​ບົດ​ລະຄອນ​ເຫລົ່າ​ນັ້ນ​ໄດ້​ຖືກ​ນໍາ​ເອົາ​ມາ​ອອກ​ອາກາດ​ຄືນ​ໃໝ່ ຫລາຍໆ​ເທື່ອ.

ນອກນີ້ ສະ​ຖາ​ບັນ​ຄົ້ນ​ຄ້ວາ Ophidian ຍັງ​ໄດ້​ອັດ​ບົດ​ລະຄອນ​ເຫລົ່າ​ນັ້ນ ​ໃສ່​ແຜ່ນ​ຊີ​ດີ​ໄວ້​ແລະ​ແຈກ​ຢາຍ​ໄປ​ທົ່ວ ຊຶ່ງກໍ​ໄດ້​ຖືກ​ນໍາ​ມາ​ຫລີ້ນ​ຄືນເລື້ອຍໆ ​ໂດຍໃຊ້​ເຄື່ອງ​ຫລີ້ນ​ສຽງ ​ເຄື່ອງ​ຫລີ້ນ​ຊີ​ດີສະ​ເຕຣິ​ໂອ​ເຄື່ອນ​ທີ່ ທີ່​ພວກ​ຊາວ​ໜຸ່ມ​ສະ​ໄໝ​ນີ້ ນິຍົມ​ຟັງ​ກັນ. ດອກເຕີ້ Feingold ກ່າວ​ຕໍ່ໄປ​ວ່າ ນອກ​ນັ້ນ​ແລ້ວ​ ກໍ​ມີ​ວິທີ​ແບບ​ເກົ່າໆ​ລ້າ​ສະ​ໄໝ​ອີກ ​ໂດຍ​ສະ​ເພາະ​ຢູ່​ໃນ​ບັນດາ​ປະ​ເທດ​ຄອມ​ມິ​ວນິສນັ້ນ ໝູ່​ບ້ານ​ທັງ​ຫລາຍ​ແມ່ນ​ຈະ​ມີ​ລະບົບ​ໂທລະ​ໂຄ່ງ ທີ່​ນໍາ​ເອົາ​ບົດ​ລະຄອນ​ເຫລົ່າ​ນັ້ນ ​ໄປ​ຫລີ້ນ​ຄືນ​ຊໍ້າ​ແລ້ວ​ຊໍ້າ​ອີກ ​ເພື່ອ​ເຜີຍ​ແຜ່​ຂໍ້​ມູນ​ແລະ​ສຶກສາ​ປະຊາຊົນ ກ່ຽວກັບ​ວິທີ​ການ​ປ້ອງ​ກັນ​ເຊື້ອ​ເອັຈ​ໄອ​ວີ ທີ່​ພາ​ໃຫ້​ເປັນ​ໂຣກ​ເອດ​ສ໌ນັ້ນ.

ດອກເຕີ້ Feingold ກ່າວ​ຕໍ່​ໄປ​ວ່າ ​ໃນ​ກໍາປູ​ເຈຍ​ນັ້ນ ລັດຖະບານ​ເອົາ​ບົດ ລະຄອນເຫລົ່າ​ນີ້ ​ໄປ​ຫລິ້ນ​ທາງ​ໂທລະ​ໂຄ່ງ​ທີ່​ຕິດ​ຕັ້ງ​ໄວ້​ເຖິງ​ລົດ​ທຣັກທີ່ ​ເດີນທາງ​ໄປເຜີຍ​ແຜ່​ຢູ່​ໃນ​ເຂດ​ບ້ານ​ນອກ​ໄກໆ. ​ເວລາ​ນີ້ ການ​ຜະ​ລິດ​ລະຄອນ​ຊີວິດ​ດັ່ງກ່າວ ​ທີ່​ສິ້ນ​ເປືອງ​ຄ່າ​ຜະລິດ​ປະມານ 2 ໝື່ນ​ດອນ​ລ່າ​ຕໍ່​ເລື່ອງ​ນັ້ນ ໄດ້​ຢຸດ​ເຊົາ​ໄປ​ແລ້ວ ​ແລະ ດອກເຕີ້ Feingold ກໍ​ໄດ້​ອອກ​ກິນ​ເບ້ຍ​ບໍານານ​ແລ້ວ ​ແຕ່​ທ່ານ​ກ່າວ​ວ່າ ບົດ​ລະຄອນ​ເຫລົ່າ​ນີ້​ກໍ​ຍັງ​ສາມາດ​ໄປ ຮອດ​ໄປ​ເຖິງຜູ້​ຟັງປະມານ 15 ລ້ານ​ຄົນ ທີ່​ສ່ຽງ​ຕໍ່​ການ​ຕິດ​ເຊື້ອເອັຈ​ໄອ​ວີ ​ແລະ​ການ​ຄ້າ​ມະນຸດ​ນັ້ນ​ຢູ່ ​ແລະ​ທ່ານ​ກ່າວ​ວ່າ ​ເຖິງ​ແມ່ນ​ທ່ານບໍ່​ໄດ້​ເວົ້າ​ໃນ ນາມ​ອົງການ UNESCO ອີກ​ຕໍ່​ໄປ​ແລ້ວ​ກໍ​ຕາມ ​ແຕ່​ວ່າ ຜູ້​ໃດ​ກໍ​ຕາມຫລື ອົງການ ຫລື​ບໍ​ລິ​ສັດ​ໃດ​ກໍ​ດີ ທີ່​ຢາກຈະ​ບໍ​ລິ​ຈາກ​ທຶນ​ສໍາລັບ​ການ​ຜະລິດ​ລະ ຄອນ​ຊີວິດ​ເຫລົ່າ​ນີ້ ຕື່ມ​ອີກ​ນັ້ນ ສາມາດ​ຕິດ​ຕໍ່​ພົວພັນ​ໄປ​ຍັງ​ຫ້ອງການ​ເອ​ເຊຍ​ແລະ​ປາຊີ​ຟິກ ຂອງ​ອົງການ UNESCO ​ໄດ້​.

XS
SM
MD
LG