ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວຢືນຢັນວ່າ ຕົນກຽມພ້ອມ ເປັນເຈົ້າພາບ ກອງປະຊຸມ ASEM ຄັ້ງທີ່ 9 ແລ້ວ


ການຂະຫຍາຍສະໜາມບິນວັດໄຕ ທີ່ຈະສໍາເລັດໃນໄວໆນີ້
ການຂະຫຍາຍສະໜາມບິນວັດໄຕ ທີ່ຈະສໍາເລັດໃນໄວໆນີ້

ລັດຖະມົນຕີລາວຢືນຢັນເຖິງ ຄວາມພ້ອມໃນການເປັນເຈົ້າພາບ ຈັດກອງປະຊຸມ ASEM ຄັ້ງ ທີ່ 9 ພ້ອມດ້ວຍກອງປະຊຸມນາໆ ຊາດທີ່ກ່ຽວເນື່ອງກັນອີກ 3 ກອງ ປະຊຸມທີ່ຈະຈັດຂຶ້ນໃນ ທ້າຍປີນີ້.

ທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການຕ່າງປະເທດ
ໄດ້ຖະແຫຼງຢືນຢັນ ໃນໂອກາດທີ່ໄດ້ລົງໄປທໍາການກວດກາຄວາມຄືບໜ້າໃນການດໍາ
ເນີນໂຄງການຕ່າງໆ ສໍາລັບຮອງຮັບການເປັນເຈົ້າພາບຈັດກອງປະຊຸມສຸດຍອດຜູ້ນໍາ ລັດຖະບານອາຊີກັບສະຫະພາບຢູໂຣບ (ASEM) ຄັ້ງທີ 9 ທີ່ຈະມີຂຶ້ນຢ່າງເປັນທາງການ
ໃນວັນທີ່ 5-6 ພະຈິກ 2012 ນີ້ ຢູ່ນະຄອນວຽງຈັນວ່າ ການດໍາເນີນງານໃນແຕ່ລະໂຄງ
ການ ໄດ້ຄືບໜ້າເປັນຢ່າງດີ ຈຶງໝັ້ນໃຈໄດ້ວ່າ ລັດຖະບານລາວຈະມີຄວາມພ້ອມໃນທຸກໆ
ດ້ານ ທີ່ຈະຈັດກອງປະຊຸມດັ່ງກ່າວໄດ້ເປັນຢ່າງດີເຊັ່ນດຽວກັນ ດັ່ງທີ່ທ່ານໄດ້ຖະແຫຼງວ່າ:

“ສປປ ລາວຂອງພວກເຮົາມີຄວາມພ້ອມຢ່າງເຕັມສ່ວນແລ້ວໃນການຈັດກອງ
ປະຊຸມ ຈະເປັນດ້ານເນື້ອໃນ ຈະເປັນດ້ານພື້ນຖານໂຄງລ່າງ ຈະເປັນດ້ານຄວາມ
ສະດວກຕ່າງໆ ກຽມພ້ອມຕ້ອນຮັບບັນດາຜູ້ນໍາຂອງບັນດາປະເທດອາຊີແລະຢູໂຣບ.

ບ້ານພັກຮັບຮອງຜູ້ນໍາລັດຖະບານ ທີ່ຈະເຂົ້າຮ່ວມກອງປະຊຸມ ASEM ຄັ້ງທີ 9 ທີ່ສ້າງໃກ້ຈະສໍາເລັດແລ້ວ
ບ້ານພັກຮັບຮອງຜູ້ນໍາລັດຖະບານ ທີ່ຈະເຂົ້າຮ່ວມກອງປະຊຸມ ASEM ຄັ້ງທີ 9 ທີ່ສ້າງໃກ້ຈະສໍາເລັດແລ້ວ

ພ້ອມກັນນີ້ ທ່ານທອງລຸນ
ກໍຍັງໄດ້ໃຫ້ການຊີ້ແຈງອີກ
ດ້ວຍວ່າ ໃນໂອກາດກອງປະ
ຊຸມ ASEM ຄັ້ງທີ 9 ທາງ
ການລາວ ກໍຍັງຈະເປັນເຈົ້າ
ພາບຈັດກອງປະຊຸມນາໆ
ຊາດທີ່ມີຄວາມກ່ຽວເນື່ອງ
ກັນອີກ 3 ກອງປະຊຸມດ້ວຍ
ກັນ ກໍ່ຄືກອງປະຊຸມວ່າດ້ວຍ
ການເປັນຫຸ້ນສ່ວນລະຫວ່າງ
ລັດຖະສະພາເອເຊຍກັບຢູ
ໂຣບຄັ້ງທີ 7 ທີ່ຈະຈັດຂຶ້ນໃນ
ວັນທີ 3-4 ຕຸລາ ແລະກອງປະຊຸມພາກປະຊາຊົນ ລະຫວ່າງເອເຊຍກັບຢູໂຣບ ຄັ້ງທີ 9
ຊຶ່ງຈະມີຂຶ້ນໃນວັນທີ່ 16-19 ຕຸລາ ກັບກອງປະຊຸມໃນພາກທຸລະກິດລະຫວ່າງເອເຊຍ
ກັບຢູໂຣບຄັ້ງທີ 13 ທີ່ຈະມີການປະຊຸມ ໃນວັນທີ່ 5-6 ພະຈິກ ຕາມລໍາດັບ.

ທັ້ງນີ້ໂດຍທາງການລາວຄາດວ່າ ຈະມີຄະນະຜູ້ແທນຈາກບັນດາປະເທດພາຄີ ແລະ
ຄະນະຂອງຜູ້ນໍາຈາກ 50 ປະເທດ ພ້ອມດ້ວຍຄະນະຜູ້ຕາງໜ້າຂອງສໍານັກເລຂາທິ
ການອາຊຽນ ແລະຄະນະກໍາມະທິການແຫ່ງສະພາຢູໂຣບ ຕະຫຼອດຈົນເຖິງຄະນະຜູ້
ແທນຈາກລັດຖະສະພາຂອງທັງສອງຝ່າຍ ຈໍານວນລວມກັນເກີນກວ່າ 4,000 ຄົນ
ທີ່ຈະເຂົ້າຮ່ວມ ໃນກອງປະຊຸມທີ່ກ່ຽວເນື່ອງກັນ ທັງ 4 ກອງປະຊຸມດັ່ງກ່າວ ສະນັ້ນ
ລັດຖະບານລາວຈຶ່ງໄດ້ອອກມາດຕະການຮັກສາຄວາມສະຫງົບຮຽບຮ້ອຍຢ່າງເຂັ້ມ
ງວດອີກດ້ວຍ.

ທ່ານທອງບັນ ແສງອາພອນ ລັດຖະມົນຕີກະຊວງ ປ້ອງກັນຄວາມສະງົບພາຍໃນຂອງລາວ
ທ່ານທອງບັນ ແສງອາພອນ ລັດຖະມົນຕີກະຊວງ ປ້ອງກັນຄວາມສະງົບພາຍໃນຂອງລາວ

ເມື່ອບໍ່ນານມານີ້ ທ່ານທອງ
ບັນ ແສງອາພອນ ລັດຖະມົນ
ຕີວ່າການກະຊວງປ້ອງກັນ
ຄວາມສະຫງົບພາຍໃນລາວ
ໄດ້ສັ່ງໃຫ້ທຸກພາກສ່ວນຂອງ
ກະຊວງ ທັງໃນສູນກາງ ແລະ
ທ້ອງຖິ່ນໃນທົ່ວປະເທດ ໃຫ້
ເພີ້ມຄວາມເຂັ້ມງວດເຂົ້າໃນ
ການດໍາເນີນມາດຕະການ
ກວດກາ ແລະຄວບຄຸມທຸກ
ການເຄື່ອນໄຫວໃນສັງຄົມ
ຢ່າງໃກ້ຊິດ ເພື່ອຮັບປະກັນ
ຄວາມໝັ້ນຄົງທາງການເມືອງ
ແລະຄວາມເປັນລະບຽບຮຽບ
ຮ້ອຍໃນສັງຄົມ ໃຫ້ໄດ້ 100% ເຕັມ ນັ້ນເອງ.

ສ່ວນການກະກຽມຄວາມພ້ອມໃນດ້ານອື່ນນັ້ນ ທາງການລາວໄດ້ແບ່ງການດໍາເນີນ
ງານອອກເປັນ 6 ພາກສ່ວນດ້ວຍກັນ ກໍຄືການກໍ່ສ້າງສູນກາງປະຊຸມນາໆຊາດ ເຊິ່ງ
ຕັ້ງຢູ່ບົນເນື້ອທີ່ກ້ວາງ 7 ເຮັກຕາ ຢູ່ຫຼັກ 6 ຖະໜົນໄກສອນພົມວິຫານ ທີ່ໄດ້ຮັບການ
ຊ່ວຍເຫຼືອຈາກລັດຖະບານຈີນ ໃນມູນຄ່າລວມ 80 ລ້ານໂດລາ.

ພາບຈໍາລອງຂອງສູນການປະຊຸມນາໆຊາດ ເຊິ່ງຕັ້ງຢູ່ຫຼັກ 6 ຖະໜົນໄກສອນພົມວິຫານ
ພາບຈໍາລອງຂອງສູນການປະຊຸມນາໆຊາດ ເຊິ່ງຕັ້ງຢູ່ຫຼັກ 6 ຖະໜົນໄກສອນພົມວິຫານ

ໂຄງການທີ່ 2 ກໍແມ່ນການ
ຂະຫຍາຍບ່ອນຈອດເຮືອບິນ
ຢູ່ສະໜາມບິນນາໆຊາດວັດ
ໄຕ ເພື່ອໃຫ້ສາມາດຮອງຮັບ
ທາງເຮືອບິນຂະໜາດໃຫຍ່
ໃຫ້ໄດ້ເຖິງ 40 ລຳພ້ອມດ້ວຍ
ອຸປະກອນຮັກສາຄວາມປອດ
ໄພ ແລະສິ່ງອໍານວຍຄວາມ
ສະດວກຕ່າງໆ ຢ່າງຄົບຊຸດ
ໂດຍເປັນການຊ່ວຍເຫຼືອຈາກ
ລັດຖະບານຍີ່ປຸ່ນ ໃນມູນຄ່າ
1,246 ລ້ານເຢນ ແລະກູ້ຢືມ
ຈາກລັດຖະບານຈີນຈໍານວນນຶ່ງ.

ສ່ວນອີກ 4 ໂຄງການທີ່ເຫລືອ ປະກອບດ້ວຍການພັດທະນາປັບປຸງເສັ້ນທາງ 21 ເສັ້ນ
ໃນເຂດນະຄອນວຽງຈັນ ການກໍ່ສ້າງເຮືອນພັກຮັບຮອງຜູ້ແທນ ASEM ຈຳນວນ 52 ຫຼັງ
ຢູ່ດອນຈັນການກໍ່ສ້າງໂຮງແຮມ 8 ຊັ້ນ ລະດັບ 5 ດາວຢູ່ດອນຈັນແລະການກໍ່ສ້າງເຮືອນ
ພັກສຳລັບຄະນະຜູ້ແທນທີ່ຈະເຂົ້າຮ່ວມໃນກອງປະຊຸມ 50 ຫລັງ ຢູ່ບ້ານພະຂາວ ເມືອງໄຊ
ທານີ ຊຶ່ງທັງໝົດນີ້ກໍເປັນການລົງທຶນ ແລະການຊ່ວຍເຫລືອຈາກຈີນເຊັ່ນດຽວກັນ.

XS
SM
MD
LG