ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີການເບິ່ງກັນວ່າ ກອງປະຊຸມ ສຸດຍອດ ສຫລ-ອາຊ່ຽນ ເປັນສັນຍາລັກ ຫຼາຍກວ່າ ແກ່ນສານ


ຍາມຄົນນຶ່ງ ກຳລັງລົມກັບຜູ້ໄປຢ້ຽມຢາມ ທີ່ທາງເຂົ້າ ບ່ອນພັກຜ່ອນ Annenberg ທີ່ Sunnylands ໃນລັດຄາລີຟໍເນຍ.
ຍາມຄົນນຶ່ງ ກຳລັງລົມກັບຜູ້ໄປຢ້ຽມຢາມ ທີ່ທາງເຂົ້າ ບ່ອນພັກຜ່ອນ Annenberg ທີ່ Sunnylands ໃນລັດຄາລີຟໍເນຍ.

ທ່າມກາງ​ການ​ອ້າງ​ກຳມະສິດ​ ແບບ​ມີ​ຄວາມ​ໝັ້ນ​ໃຈ​ຫລາຍ​ຂຶ້ນ
ຂອງ​ປັກ​ກິ່ງຢູ່​ໃນເຂດ​ທະ​ເລ​ຈີນ​ໃຕ້​ທີ່​ມີ​ການ​ຂັດ​ແຍ້​ງກັນນັ້ນປະ
ທານາທິບໍດີ​ສະຫະລັດທ່ານ​ບາຣັກ ​ໂອ​ບາ​ມາ​ ມີ​ກຳນົດ​ຈະເປັນ
​ເຈົ້າພາບ​ໃນ​ອາທິດ​ໜ້າ​ຕ້ອນຮັບ​ບັນດາ​ຜູ້ນຳຂອງ​ 10 ປະ​ເທດ
​ສະມາຊິກ​ອາ​ຊ່ຽນ ຢູ່ທີ່ຊັນ​ນີ​ແລ​ນ ​ໃກ້ໆ​ກັບ Palm Spring ​ໃນ
ລັດ​ຄາ​ລີ​ຟໍ​ເນຍ.

ພວກ​ນັກວິ​ເຄາະ​ໄດ້ເຕືອນ​ໃຫ້ລະມັດລະວັງຕໍ່​ຄວາມ​ຄາດໝາຍ
ກ່ຽວກັບ​ຜົນ​ທີ່ຢາກ​ໃຫ້​ມີ​ຂຶ້ນ.

ທ່ານ Simon Tay ປະທານ​ສະ​ຖາ​ບັນ ກິດຈະການນາໆ​ຊາດ
ຂອງ​ສິງກະ​ໂປກ່າວ​ວ່າ ນີ້​ແມ່ນ​ປີ​ສຸດ​ທ້າຍ ​ຂອງ​ປະທານາທິບໍດີ​ໂອ​ບາ​ມາ ທີ່ຢູ່​ໃນ​ຕຳ​ແໜ່​ງ ຂ້າພະ​ເຈົ້າບໍ່​ມີ​ຄວາມ​ເຂັ້ມ​ແຂງ​ປານ​ໃດ ກ່ຽວ​ກັບຄວາມ​ຄິດ​ທີ່​ວ່າ​ຈະ​ມີ​ຫຼາຍ​ສິ່ງ​ຢ່າງສາມາດ​ກະທຳ​ໄດ້.

ຟີ​ລິ​ບປິນ​ແລະ​ຫວຽດນາມ​ແມ່ນ​ຮວມຢູ່​ໃນ​ບັນດາ​ປະ​ເທດ​ທີ່​ພົວພັນ​ໃນ​ການ​ອ້າງ​ເອົາ​ກຳມະ
ສິດ​ກ່ຽວ​ກັບ​ການ​ຂັດ​ແຍ້​ງ​ເລື້ອງ​ເຂດ​ນ້ຳ​ແດນ​ດິນ​ ໃນ​ທະ​ເລ​ຈີນໃຕ້​ກັບ​ຈີນ ​ແລະ​ກຳລັງ​ເບິ່ງ
​ມາ​ຍັງ​ສະຫະລັດ​ຫຼາຍຂຶ້ນ ເພື່ອໃຫ້ການ​ຄ້ຳປະກັນ​ໃນ​ດ້ານຄວາມ​ປອດ​ໄພ​ ຊຶ່ງ​ນັ້ນ​ໄດ້​ເຮັດ​
ໃຫ້​ປະ​ເທດ​ທັງ​ສອງ​ ຕ່າງ​ຈາກ​ບັນດາ​ປະ​ເທ​ດອາ​ຊ່ຽນ​ອື່ນໆ ທີ່​ຕ້ານ​ຢັນ​ການ​ຂະຫຍາຍ​ສຳ
ນວນ​ໂວຫານ​ຕໍ່​ປັກ​ກິ່ງ​. ຊຶ່ງ​ນັ້ນອາດ​ຈະ​ສ້າງ​ຄວາມຫຍຸ້ງຍາກ​ຕື່ມ​ຂຶ້ນ ຕໍ່​ການປະກາດ​ກ່ຽວ
​ກັບ​ເນື້ອຫາ​ສາລະ​ຫລືການ​ລິ​ເລີ້ມ​ໃໝ່​ໃດໆ ທີ່​ປາກົດ​ອອກ​ມາ​ໃຫ້​ເຫັນ​ ຈາກ​ກອງ​ປະຊຸມ​ຢູ່​
ລັດ​ຄາ​ລີ​ຟໍ​ເນຍ.

XS
SM
MD
LG