ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງປະຊຸມ ສຸດຍອດ ອາຊຽນ ດຶງດູດເອົາ ການປະທ້ວງ ຢ່າງຮຸນແຮງ

ASEAN Summit Draws Strong Protests
please wait

No media source currently available

0:00 0:01:57 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້.

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ຕ້ອນຮັບບັນດາຜູ້ນຳຈາກ ເອເຊຍ ຕາເວັນ ອອກສຽງໃຕ້ສູ່ສະຖານທີ່ພັກຕາກອາກາດ Sunnylands ໃນລັດ ຄາລີຟໍເນຍ ໃນວັນຈັນສັບປະດານີ້ ສຳລັບ ກອງປະຊຸມສຸດຍອດ 2 ວັນກ່ຽວກັບບັນຫາການຄ້າ ແລະ ຄວາມ ໝັ້ນຄົງ. ນັກຂ່າວ Mike O’Sullivan ລາຍງານວ່າ ກອງປະຊຸມນີ້ ກໍ່ໃຫ້ເກີດການປະທ້ວງຂຶ້ນ ຊຶ່ງພວກປະກອບສ່ວນທັງຫຼາຍກ່າວວ່າ ພວກເຂົາເຈົ້າຢາກໃຫ້ມີການຢຸດເຊົາ ລະເມີດສິດທິມະນຸດຢູ່ໃນ ພາກພື້ນດັ່ງກ່າວ. ຕໍ່ໄປ ໄຊຈະເລີນສຸກ ຈະນຳລາຍລະອຽດມາ ສະເໜີທ່ານ.

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ພົບປະກັບບັນດາຜູ້ນຳທີ່ ເປັນສະມາຊິກ ສະມາຄົມປະ ຊາຊາດ ເອເຊຍຕາເວັນອອກສຽງໃຕ້ ຫຼື ອາຊຽນ 10 ປະເທດ, ແລະ ໄດ້ກ່າວວ່າ ສະຫະລັດ ໄດ້ເຮັດໃຫ້ນະໂຍບາຍການຕ່າງປະເທດຂອງຕົນ ຕໍ່ ເອເຊຍ ແລະ ປາຊີຟິກ ມີຄວາມກໍ້າເກິ່ງ ກັນຄືນໃໝ່.

ທ່ານ ໂອບາມາກ່າວວ່າ “ກອງປະຊຸມສຸດຍອດຄັ້ງນີ້ໄດ້ລວມມີການຜູກພັນກັບ ເອເຊຍຕາ ເວັນອອກສຽງໃຕ້ ແລະ ອາຊຽນ, ເຊິ່ງເປັນສູນກາງສັນຕິພາບ ແລະ ຄວາມຈະເລີນຮັ່ງມີ ຂອງພາກພື້ນ, ແລະ ເພື່ອແລກປ່ຽນເປົ້າໝາຍຂອງພວກ ເຮົາ ກ່ຽວກັບ ການສ້າງກົດລະ ບຽບແບບແຜນຂອງພາກພື້ນ ເຊິ່ງເປັນບ່ອນທີ່ ທຸກໆປະເທດຈະປະຕິບັດກົດລະບຽບອັນ ດຽວກັນ.”

ພວກຍົກຍ້າຍຖິ່ນຖານມາຈາກ ເອເຊຍຕາເວັນອອກສຽງໃຕ້ກ່າວວ່າ ການລ່ວງ ລະເມີດສິດທິ ມະນຸດຄວນເປັນບັນຫາຫຼັກໃນລາຍການກອງປະຊຸມຄັ້ງນີ້. ບາງຄົນ ແມ່ນມາຈາກປະເທດ ກຳປູເຈຍ, ເຊິ່ງເປັນປະເທດທີ່ນາຍົກລັດຖະມົນຕີ Hun Sen ໄດ້ຄອບງຳການເມືອງຂອງ ປະເທດມາເປັນເວລາ 30 ປີນັ້ນ.

ຕຳຫຼວດຄົນໜຶ່ງຢືນກວດກາ ໃນຂະນະທີ່ພວກປະທ້ວງລຽນແຖວຢູ່ຫົນ ທາງອີກຟາກໜຶ່ງ ທີ່ນຳໄປສູ່ Sunnylands ບ່ອນທີ່ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກະກຽມເພື່ອຕ້ອນຮັບບັນດາຜູ້ນຳຈາກ ເອເຊຍ ຕາເວັນອອກສຽງໃຕ້ ເຂົ້າກອງປະຊຸມສຸດຍອດ ອາຊຽນ ໃນເມືອງ Rancho Mirage, ລັດ ຄາລີຟໍເນຍ. 15 ກຸມພາ 2016.

​ທ້າວ Bona Chhith ຈາກພັນທະມິດ ກຳປູເຈຍ ອາເມຣິກາ ກ່າວ ວ່າ “ມື້ນີ້ພວກ ເຮົາມາທີ່ນີ້ ເພື່ອສົ່ງຂໍ້ຄວາມອັນກະຈ່າງແຈ້ງໃຫ້ ທ່ານ Hun Sen ວ່າ ພວກເຮົາ ບໍ່ໃຫ້ການສະໜັບສະໜູນຄອມ ມູນິສ, ພວກເຮົາບໍ່ສະໜັບສະໜູນຜູ້ນຳຜະເດັດ ການ, ພວກເຮົາ ບໍ່ສະໜັບສະໜູນພວກກົດຂີ່ຂູດຮີດ. ເວລາຂອງລາວແມ່ນໝົດ ລົງແລ້ວ. ທ່ານ Hun Sen ຕ້ອງລົງຈາກ ຕຳແໜ່ງ.”

ສ່ວນພວກປະທ້ວງຄົນອື່ນໆ ກໍກ່າວວ່າ “ຄອມມູນິສ ລາວ, ພວກເຈົ້າເປັນຄົນ ບໍ່ດີ.”

ເຂົາເຈົ້າກ່າວປະນາມລັດຖະບານຂອງ ລາວ ແລະ ຫວຽດນາມ ທີ່ໄປຄອບງຳປະເທດເພື່ອນບ້ານຂອງພວກເຂົາເຈົ້າ.

ການກໍ່ລັດຖະປະຫານໃນປະເທດ ໄທ ປີ 2014 ໄດ້ກໍ່ໃຫ້ມີການປະທ້ວງ ກ່ຽວກັບ ການລວມ ເອົານາຍົກລັດຖະມົນຕີ ໄທ ເຂົ້າມາຮ່ວມໃນກອງປະຊຸມຄັ້ງນີ້.

ພວກປະທ້ວງລຽນແຖວກັນຢູ່ຫົນທາງເສັ້ນໜຶ່ງ ມຸ່ງໜ້າໄປສູ່ Sunnylands ເຊິ່ງເປັນບ່ອນທີ່ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກຽມພ້ອມໃນການຕ້ອນຮັບບັນດາ ຜູ້ນຳຈາກ ເອເຊຍ ຕາເວັນອອກສຽງໃຕ້ ທີ່ກອງປະຊຸມສຸດຍອດ ອາຊຽນ ໃນເມືອງ Rancho Mirage, ລັດ ຄາລີຟໍເນຍ.​ 15 ກຸມພາ 2016.

​ທ້າວ Chao Suethae ຜູ້ປະທ້ວງຈາກ ໄທ ກ່າວວ່າ “ລາວບໍ່ຄວນ ເດີນທາງມາ ດິນແດນທີ່ມີເສລີພາບເຊັ່ນ ສະຫະລັດ ແຫ່ງນີ້. ພວກຜະເດັດການບໍ່ຄວນມາຢູ່ ໃນປະເທດທີ່ມີເສລີພາບແຫ່ງ ນີ້.”

ນອກນັ້ນບັນດາສະມາຊິກ 4 ປະເທດຍັງໄດ້ເຊັນສັນຍາພາຄີຂ້າມ ມະຫາສະໝຸດ ປາຊີຟິກ ທີ່ນຳໜ້າໂດຍ ສະຫະລັດ.

ທ່ານ ບາຣັກ ໂອບາມາ ກ່າວວ່າ “ໃນການເຂົ້າຮ່ວມພາຄີຂ້າມມະຫາສະໝຸດ ປາຊີຟິກ ປະ ເທດ ສິງກະໂປ, ຫວຽດນາມ, ມາເລເຊຍ ແລະ ບຣູໄນ ໄດ້ໃຫ້ຄຳ ໝັ້ນສັນຍາຕໍ່ມາດຕະ ຖານສູງຂອງ ການວ່າຈ້າງແຮງງານ ແລະ ສິ່ງແວດລ້ອມ.”

ພວກປະທ້ວງພວກນີ້ກ່າວວ່າ, ມັນຍັງບໍ່ສູງພໍ.

ພວກປະທ້ວງລຽນແຖວກັນຢູ່ຫົນທາງເສັ້ນໜຶ່ງ ມຸ່ງໜ້າໄປສູ່ Sunnylands ເຊິ່ງເປັນບ່ອນທີ່ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກຽມພ້ອມໃນການຕ້ອນຮັບ ບັນດາຜູ້ນຳຈາກ ເອເຊຍ ຕາເວັນອອກສຽງໃຕ້ ທີ່ກອງປະຊຸມສຸດຍອດ ອາຊຽນ ໃນເມືອງ Rancho Mirage, ລັດ ຄາລີຟໍເນຍ.​ 15 ກຸມພາ 2016.

ທ້າວ Lua Masumi ຈາກກຸ່ມໂຄສະນາການຄ້າ Citizens Trade ກ່າວວ່າ “ພາຄີຂ້າມມະຫາສະໝຸດປາຊີຟິກ ອະນຸຍາດໃຫ້ບັນດາ ບໍລິສັດຕ່າງໆ ສ້າງວຽກງານໃຫ້ກັບປະເທດຕ່າງໆທີ່ມີການປົກ ປ້ອງສິ່ງແວດລ້ອມທີ່ອ່ອນແອທີ່ສຸດ ບ່ອນທີ່ມັນມີການເອົາລັດ ເອົາປຽບກຳມະ ກອນໄດ້ງ່າຍທີ່ສຸດ ແລະ ສ້າງຄ່າແຮງງານຕ່ຳ ຢູ່ທີ່ນີ້ໃນ ສະຫະລັດ.”

ທ່ານ ໂອບາມາ ກ່າວວ່າ ການເຈລະຈາ ຈະສ້າງໂອກາດຢ່າງຫຼວງ ຫຼາຍສຳລັບພວກກຳມະ ກອນໃນ ສະຫະລັດ ແລະ ເອເຊຍຕາເວັນ ອອກສຽງໃຕ້. ພວກປະທ້ວງຈຳນວນນີ້ ກ່າວວ່າ ພວກເຂົາເຈົ້າບໍ່ມີ ຄວາມແນ່ໃຈ.

XS
SM
MD
LG