ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກອງປະຊຸມສຸດຍອດ ອາຊ່ຽນ ໄຂຂຶ້ນແລ້ວ ທີ່ພະນົມເປັນ


ທ່ານຮຸນເຊນ (ຊ້າຍ) ນາຍົກລັດຖະມົນຕີກໍາປູເຈຍ ແລະທ່ານ ສຸຣິນ ພິດ ສຸວັນ ເລຂາໃຫຍ່ສະມາຄົມອາຊ່ຽນ.
ທ່ານຮຸນເຊນ (ຊ້າຍ) ນາຍົກລັດຖະມົນຕີກໍາປູເຈຍ ແລະທ່ານ ສຸຣິນ ພິດ ສຸວັນ ເລຂາໃຫຍ່ສະມາຄົມອາຊ່ຽນ.
ບັນດາ​ຜູ້​ນໍາ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ເລີ່​ມຕົ້ນ​ເຈລະຈາ​ກັນ​ທີ່​ມີ​ກຳນົດເພັ່ງ​ເລັງ​ໃສ່ບັນ​ຫາ​ຂໍ້​ຂັດ​ແຍ້​ງ​ເລຶ່ອງ​ເຂດນໍ້າ​ແດນ​ດິນ ​ຄຳ​ປະກາດ ດ້ານ​ສິດທິ​ມະນຸດ ການ​ຮ່ວມ​ມື​ທາງ​ເສດຖະກິດ ແລະ​ເຫດການ​ຄວາມ​ບໍ່ສະຫງົບ​ຢ່າງ​ຮຸນ​ແຮງ​ຂອງບັນດາ​ຊົນ​ເຜົ່າ​ຢູ່​ໃນ​ມຽນມາ.

ກອງ​ປະຊຸມ​ສຸດ​ຍອດ​ປະ​ຈໍາປີ​ຂອງ​ສະມາຄົມ​ປະຊາ​ຊາດ​ອາ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຫຼື ອາ​ຊ່ຽນ ນັ້ນ ​ແມ່ນ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ອາທິດ​ມື້​ນີ້ ທີ່​ນະຄອນຫຼວງພະນົມ​ເປັນ​ ປະ​ເທດ​ກໍາປູ​ເຈ​ຍ ​ໂດຍ​ມີ​ຜູ້​ນໍາ​ຈາກ​ກຸ່ມ​ອາ​ຊ່ຽນ ທີ່​ມີ 10 ປະ​ເທດ​ສະມາຊິກ​ນັ້ນ ຄາດ​ວ່າຈະ​ລວມຕົວ​ເປັນ​ເອກ​ກະພາບຮ່ວມ​ກັນ​ຕໍ່ຕ້ານ​ການ​ອ້າງກຳມະສິດ​ເອົາ​ເຂດ​ນໍ້າ​ແດນ​ດິນ​ຂອງ​ຈີນ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້. ປັກ​ກິ່ງ​ໄດ້​ອ້າງ​ເອົາ​ເປັນ​ກໍາມະສິດເກືອບ​ວ່າ​ທັງ​ໝົດຂອງ​ພື້ນ​ທີ່​ ທີ່​ອຸດົມສົມ ບູນ​ໄປດ້ວຍ​ຊັ​ບພະຍາກອນ ​ແຂ່ງ​ກັນ​ການ​ອ້າງ​ອະທິປະ​ໄຕຂອງ​ຫວຽດນາມ ຟິລິບ​ປິນ ມາ​ເລ​ເຊຍ ບຣູ​ໄນ ​ແລະ ​ໄຕ້​ຫວັນ ນັ້ນ.

ບັນດາ​ຜູ້​ນໍາສະມາຄົມ​ອາ​ຊ່ຽນ ​ໄດ້​ຮັບຮອງ​ເອົາ​ໃນ​ວັນ​ອາທິດ​ມື້​ນີ້ ຄໍາ​ປະ ກາດ​ທີ່​ບໍ່​ມີ​ຂໍ້​ຜູກ​ມັດ ທີ່​ພວກ​ເຂົາ​ເຈົ້າກ່າວ​ວ່າ​ຈະ​ຮັບປະກັນ​ການພິທັກ​ປົກ​ປ້ອງ​ສິດທິ​ມະນຸດ​ສໍາລັບ​ປະຊາ ຊົນ​ຂອງ​ຂົງ​ເຂດ​ດັ່ງກ່າວ ​ແຕ່​ແນວ​ໃດ​ກໍ​ດີ ບັນດາ​ກຸ່ມ​ປົກ​ປ້ອງສິດທິ​ມະນຸດກ່າວ​ວ່າ ຄໍາ​ປະກາດ​ນີ້​ມີເນື້ອ​ໃນ​ຊ່ອງ​ວ່າງ​ທີ່​ອາດ​ເອື້​ອອໍານວຍ​ໃຫ້​ລັດຖະບານ​ຜະ​ເດັດ​ການ​ທັງຫຼາຍ ​ເຊັ່ນ​ຫວຽດນາມ ​ແລະ​ລາວຫາ​ທາງຫຼີກລ່ຽງຄຳ​ປະກາດ​ນີ້​ໄດ້.

ນອກ​ນີ້​ແລ້ວ ຫົວ​ຂໍ້​ປະຊຸມ​ທີ່ສໍາຄັນທີ່​ສຸດຂໍ້​ນຶ່ງ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊ່ຽນ​ຄັ້ງ​ນີ້ ກໍຄື​ເຫດການ​ຄວາມ​ຮຸນ​ແຮງຂັ້ນ​ເລືອດ​ຕົກ​ຢາງ​ອອກ​ລະຫວ່າງ​ຊາວ​ພຸດ ​ແລະ​ຊາວມຸສລິ​ມ​ໂຣຮິງ​ຢາ​ ​ໃນ​ລັດຣາຄີ​ນຂອງ​ມຽນມາ ທີ່​ຍັງ​ຜົນ​ໃຫ້​ມີຄົນ​ຕ້ອງ​ພັດ​ພາກ​ຈາກ​ຖິ່ນຖານ​ບ້ານ​ຢູ່​ອາໄສຫຼາຍກວ່າ 22,000 ຄົນ ນັບ​ຕັ້ງ​ແຕ່​ເດືອນມິຖຸນາ​ເປັນ​ຕົ້ນ​ມາ​ນັ້ນ.
XS
SM
MD
LG