ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມອາຊຽນ ໄຂກອງປະຊຸມ ສຸດຍອດ ທີ່ປະເທດ ມຽນມາ


ASEAN Holds 25th Summit in Myanmar’s Capital
please wait

No media source currently available

0:00 0:01:50 0:00

ເບິ່ງວີດີໂອ ເລື້ອງນີ້.

ບັນດາ​ຜູ້​ນຳ​ປະ​ເທດ​ໃນ​ກຸ່​ມອາ​ຊຽນ ກຳລັງ​ພົບ​ປະກັນ​ຢູ່​ທີ່​ມຽນມາ
ບ່ອນ​ທີ່​ພວກ​ເຂົາ​ເຈົ້າຕັ້ງ​ຄວາມ​ຫວັງ​ວ່າຈະສ້າງ​ຄວາມ​ຄືບ​ໜ້າ
​ພໍ​ປານປະມານກ່ຽວ​ກັບ​ການ​ລົດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ລົງ​ ໃນ​ທະ
​ເລ​ຈີນ​ໃຕ້​ນັ້ນ.

ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 25 ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​
ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຫຼືກຸ່ມ​ອາ​ຊຽນ ກຳລັງ​ເພ່ງ​ເລັງເຊັ່ນ​
ກັນໃສ່​ການຂະຫຍາຍການ​ຮວມ​ໂຕ​ເຂົ້າ​ກັນ​ທາງ​ດ້ານ​ເສດຖະກິດ
​ໃນ​ບັນດາ​ 10 ປະ​ເທດ​ສະມາຊິກຂອງ​ກຸ່ມ.

​ໃນ​ການ​ໄຂ​ກອງ​ປະຊຸມ​ໃນ​ວັນ​ພຸດ​ມື້​ນີ້ ປະທານາທິບໍດີ Thein Sein ​ແຫ່ງ​ມຽນມາ ກ່າວ​ວ່າ ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ສຳລັບ​ພວກ​ປະ​ເທດ​ສະມາຊິກ ​ໃຫ້​ຮ່ວມ​ສາມັກຄີ​ກັນກ່ອນ​ການ​ເລີ້ມ​ເປີດ​ເຂດ​ການ​ຄ້າ​ເສລີ​ຂອງ​ກຸ່ມ ​ອາ​ຊຽນ​ໃນ​ປີ​ໜ້າ​ນີ້ ຊຶ່ງ​ທ່ານ​ກ່າວ​ວ່າ

MYANMAR ASEAN VO
please wait
Embed

No media source currently available

0:00 0:01:02 0:00

“ອາ​ຊຽນຕ້ອງການ​ຮັກສາ​ໄວ້​ແຫ່ງ​ຄວາມ​ແຂງ​ແຮງ​ດ້ານ​ເສດຖະກິດ ​ໂດຍ​ເພີ້​ມ
ການ​ຮວມ​ໂຕ​ກັນຢ່າງ​ເຂັ້ມ​ຂົ້ນ ​ແລະ​ດຳ​ເນີນ​ຊ່ອງ​ທາງ​ໃນ​ການ​ພັດທະນາ​ທີ່​ຍືນ​ຍົງ ຊຶ່ງ​ຈະ​ຮັບປະກັນ​ການ​ພັດທະນາ​ທີ່​ຄົບ​ຖ້ວນ ລົດ​ຜ່ອນ​ຄວາມທຸກ​ຈົນ ​ແລະ​ເຮັດໃຫ້​ຊ່ອງ​ຫວ່າງ​ການ​ພັດທະນາແຄບ​ເຂົ້າ.

​ເອກະສານ​ທີ່​ຮົ່ວ​ໄຫລ​ອອກ​ມາ​ຂອງ​ກຸ່ມ​ອາ​ຊຽນ ທີ່​ກຳນົດ​ຈະ​ເປີດ​ເຜີຍ​ໃຫ້ຊາບ​ໃນຕອນ​ທ້າຍ​ການ​ປະຊຸມ​ກັນ ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ກົດ​ການ​ປະພຶດສຳລັບ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້. ນອກ​ນັ້ນ​ຍັງ​ຮຽກຮ້ອງ​ໃຫ້​ພວກ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງກັນ​ທາງ​ທະ
​ເລ​ກັບ​ຈີນ​ນັ້ນ​ໂດຍ​ສັນຕິ​ວິທີ.

​ເປັນ​ເວລາ​ດົນ​ກວ່າ​ນຶ່ງ​ທົດ​ສະ​ວັດ​ຜ່ານ​ມາ ກຸ່ມ​ອາ​ຊຽນ​ໄດ້​ດຳ​ເນີນ​ວຽກ​ງານ​ມາ​ກັບ​ຈີນ​ກ່ຽວ​ກັບ​ກົດ​ປະພຶດ​ດັ່ງກ່າວ ​ແຕ່​ຄວາມ​ຄືບ​ໜ້າ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຊ້າໆ ພາກສ່ວນ​ນຶ່ງ​ກໍ​ເປັນ​ຍ້ອນ​ຄວາມ​ບໍ່​ເຕັມ​ໃຈ​ຂອງ​ຈີນ ​ເພື່ອ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງກັນ​ໃນ​ດ້ານ​ເຂດ​ນ້ຳ​ແດນ​ດິນ​ຕົນແບບຫຼາຍຝ່າຍ​ນັ້ນ.

ລັດຖະມົນຕີ​ຖະ​ແຫຼ​ງຂ່າວ​ມຽນມາ ທ່ານ Ye Htut ​ໃນວັນ​ອັງຄານ​ວານ​ນີ້ ​ໄດ້​ມີ​ຄວາມ​ເຫັນ​ໃນ​ແງ່​ດີ ​ໂດຍ​ກ່າວ​ຕໍ່​ວີ​ໂອ​ເອ ວ່າ ບັດ​ນີ້​ມີ​ຄວາມ​ໝັ້ນ​ໝາຍແລ້ວ" ຈາກ​ພວກ​ທີ່​ມີ​ສ່ວນ​ໄດ້​ສ່ວນ​ເສຍ​ນຳ​ກັນ ​ເພື່ອ​ເລ່ງ​ລັດ​ການ​ດຳ​ເນີນ​ຂັ້ນ​ຕອນ​ດັ່ງກ່າວ.”

XS
SM
MD
LG