ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມອາຊຽນ ປຶກສາຫາລີກັນ ເລື້ອງຄວາມປອດໄພ ຂອງພາກພື້ນ ທີ່ອິນໂດເນເຊຍ


ກອງປະຊຸມບັນດາລັດຖະມົນຕີຕ່າງປະເທດ ຂອງກຸ່ມອາຊຽນ ທີ່
ເກາະບາຫລີ , ອິນໂດເນເຊຍ.
ວັນທີ 16 ພະຈິກ 2011.
ກອງປະຊຸມບັນດາລັດຖະມົນຕີຕ່າງປະເທດ ຂອງກຸ່ມອາຊຽນ ທີ່ ເກາະບາຫລີ , ອິນໂດເນເຊຍ. ວັນທີ 16 ພະຈິກ 2011.

ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ກຸ່ມ​ອາ​ຊຽນ​ໄດ້​ເພ່ງ​ເລັງ​ໃສ່​ເລື້ອງຄວາມ​ປອດ​ໄພໃນ​ພາກ​ພື້ນ​ ໃນ​ການ​ພົບ​ປະກັນ​ທີ່​ອິນ​ໂດ​ເນ​ເຊຍ​ໃນ​ວັນ​ພຸດ​ມື້​ນີ້.

ເລື້ອງ​ທີ່​ຍົກ​ຂຶ້ນ​ມາ​ສົນທະນາ​ກັນ ​ແມ່ນ​ຮວມທັງ​ການ​ສ້າງ​ຕັ້ງ​ສະ​ຖາ​ບັນ​ ສັນຕິພາບ​ແລະ​ຄວາມ​ປອງ​ດອງ​ກັນ​ຂອງອາ​ຊຽນ ການຈັດ​ຕັ້ງ​ປະຕິບັດ​ຄໍາ​ປະກາດ​ກ່ຽວ​ກັບກົດ​ການ​ປະພຶດ​ຂອງ​ພັກ​ຝ່າຍ​ຕ່າງໆໃນ​ທະ​ເລ​ຈີນ​ໃຕ້​ແລະ​ສົນທິສັນຍາມິດຕະພາບ​ແລະ​ການຮ່ວມມື​ກັນ.

ຈີນ ​ໄຕ້​ຫວັນ​ແລະ 4 ປະ​ເທດ​ສະມາຊິກ​ກຸ່ມ​ອາ​ຊຽນ ຄື ຟີ​ລິບ​ປິນ ມາ​ເລ​ເຊຍ ບຣູ​ໄນ​ແລະ​ຫວຽດນາມ ​ຕ່າງກໍ​ອ້າງ​ເອົາ​ກໍາມະສິດໃນ​ເຂດ​ຕ່າງໆ​ຂອງ​ທະ​ເລ​ຈີນ​ໃຕ້​ນັ້ນ.

ນອກຈາກ​ການ​ພົບ​ປະ​ຫາລື​ກັນ​ຂອງ​ພວກ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ນີ້ແລ້ວ ຍັງ​ມີ​ການ​ພົບ​ປະ​ຫາລື​ກັນ​ຕ່າງໆນອກ​ກອງ​ປະຊຸມ​ວ່າ​ດ້ວຍ​ການເສດຖະກິດ​ແລະ​ວັດທະນະ​ທໍາ​ໃນ​ວັນ​ພຸດ​ມື້​ນີ້.

ປະທານາທິບໍດີ​ຊູຊີ​ໂລ ບໍາບັງ​ຢຸດ​ໂທ​ໂຢ​ໂນະ ກ່າວ​ຕໍ່​ກອງ​ປະຊຸມ​ພວກ​ທຸລະ​ກິດ​ວ່າ ປະ​ເທດ​ຂອງ​ທ່ານ​ຄາດ​ວ່າ​ເສດຖະກິດ​ຂອງ​ຕົນ​ຈະ​ເຕີບ​ໂຕ​ຂຶ້ນ​ຢ່າງ​ໄວ​ໃນ​ປີ​ນີ້.

ກອງ​ປະຊຸມ​ອາ​ຊຽນ​ໄດ້​ນໍາ​ພວກ​ 10 ປະ​ເທດ​ສະມາຊິກ​ມາ​ຮ່ວມ​ກັນອັນ​ມີ ມຽນມາ ບຣູ​ໄນ ກໍາປູ​ເຈຍ ອິນ​ໂດ​ເນ​ເຊຍ ລາວ ມາ​ເລ​ເຊຍ ຟີ​ລິບ​ປິນ ສິງກະ​ໂປ ​ໄທ​ແລະ​ຫວຽດນາມ.

ບັນດາ​ຜູ້​ນໍາ​ປະ​ເທດ​ຍີ່ປຸ່ນ ຈີນ ​ເກົາຫລີ​ໃຕ້ ອິນ​ເດຍ ອອສ​ເຕຣ​ເລຍ​ແລະ​ນີວຊີ​ແລນ ຈະ​ມາ​ປະກອບສ່ວນ​ນໍາ​ໃນ​ທ້າຍ​ສັບປະດາ​ນີ້ ​ໃນ​ອັນ​ທີ່ເອີ້ນ​ກັນ​ວ່າ ກອງ​ປະຊຸມ​ສຸດ​ຍອດ​ເອ​ເຊຍ​ຕາ​ເວັນ​ອອກ​ ຊຶ່ງ​ໃນປີ​ນີ້ ກອງ​ປະຊຸມ​ດັ່ງກ່າວ ຮວມທັງ​ປະທານາທິບໍດິບາຣັກ​ໂອ​ບາ​ມາ​ແຫ່ງສະຫະລັດ​ແລະ​ປະທານາທິບໍດີ Dmitry Medvedev ​ແຫ່ງຣັດ​ເຊຍ ​ນໍາ.

XS
SM
MD
LG