ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມເປັນຫ່ວງ ກ່ຽວກັບ ທະເລຈີນໃຕ້ ຄອບງຳ ກອງປະຊຸມ ສຸດຍອດອາຊຽນ


ນາຍົກລັດຖະມົນຕີມາເລເຊຍ ທ່ານ Najib Razak ກ່າວເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ່ 26 ທີ່ນະຄອນ ກົວລາລຳເປີ.
ນາຍົກລັດຖະມົນຕີມາເລເຊຍ ທ່ານ Najib Razak ກ່າວເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ່ 26 ທີ່ນະຄອນ ກົວລາລຳເປີ.

ບັນດາ​ຜູ້ນຳ​ປະ​ເທດ​ໃນເຂດເອ​ເຊຍ​ອາຄະ​ເນກ່າວ​ວ່າ ຄວາມ​
ພະຍາຍາມກໍ່ສ້າງ ​ເກາະດອນ​ຂອງ​ຈີນ ທີ່ທະ​ເລ​ຈີນໃຕ້​ນັ້ນ
​ເປັນ​ໄພ​ຂົ່ມຂູ່​ ທີ່ຈະບ່ອນທຳລາຍ​ ຕໍ່ “ສັນຕິພາບ ຄວາມ​ໝັ້ນ
ຄົງ ​ແລະ​ສະຖຽນ​ລະ​ພາບ” ຂອງ​ຂົງ​ເຂດ​ທັງ​ໝົດ.

ຖະແຫລງສະບັບນຶ່ງ ທີ່ໄດ້ນຳອອກເຜີຍແຜ່ ຫລັງຈາກກອງ
ປະຊຸມສຸດຍອດຂອງສະມາຄົມບັນດາປະເທດຊາດໃນເຂດ
ເອເຊຍອາຄະເນຫລືອາຊຽນ ທີ່​ມາ​ເລ​ເຊຍ ໃຫ້​ຂໍ້​ສັງ​ເກດເຖິງ
“ຄວາມ​ເປັນ​ຫ່ວງຢ່າງ​ແຮງ” ທີ່​ຈີນໄດ້ຖົມເກາະດອນຢູ່​ທະ​ເລ
​ຈີນ​ໃຕ້ໂດຍຮຽກຮ້ອງ “ໃຫ້ໃຊ້ຄວາມຢັບຢັ້ງ​ໃນ​ການ​ປະຕິ​ບັດ​
ກິດຈະການຕ່າງໆ.”

ໂຄສົກກະຊວງຕ່າງປະເທດຈີນ ທ່ານ Hong Lei ໄດ້ປ້ອງກັນບົດບາດ ປະເທດຂອງຕົນ ໂດຍກ່າວວ່າ ການກໍ່ສ້າງຂອງຈິນ ຢູ່ບັນດາໝູ່ເກາະ ແລະເກາະຫີນປະກາລັງ ໃນທະເລຈີນ ໃຕ້ທັງໝົດ ແມ່ນຢູ່ໃນເຂດແດນທີ່ເປັນອະທິປະໄຕ ຂອງຈີນ ມັນທ່ຽງທຳ ແລະມີເຫດຜົນ ແລະຖືກຕ້ອງຕາມກົດໝາຍ ແລະມັນບໍ່ເປັນຜົນກະທົບ ແກ່ປະເທດອຶ່ນໃດໆ.

ນາຍົກລັດຖະມົນຕີ ມາເລເຊຍ ທ່ານ Najib Razak ໄດ້ເປີດກອງປະຊຸມໃນວັນຈັນວານນີ້
ໂດຍຮຽກຮ໊ອງໃຫ້ບັນດາເກົ້າ ຜູ້ນຳອາຊຽນອຶ່ນໆ ຈົ່ງແກ້ໄຂບັນຫາຂັດແຍ້ງເລື້ອງເຂດນຳ້ ແດນດິນ ຢ່າງສັນຕິກັບຈີນ ເພື່ອບໍ່ໃຫ້ເກີດຄວາມເຄັ່ງຕືງຢູ່ໃນຂົງເຂດ.

ຈີນໄດ້ຖົມດິນ ແລະສ້າງເດີ່ນເຮືອບິນ ແລະໂຄງລາງພຶ້ນຖານ ຢູ່ໃນເຂດໝູ່ເກາະ Spratly ທີ່ຍັງອ້າງເອົາກຳມະສິດໂດຍ ຟິລິບປີນ ຫວຽດນາມ ມາເລເຊຍ ບຣູນາຍ ແລະໄຕ້ຫວັນ.
ຂົງເຂດນີ້ແມ່ນ ອຸດົມສົມບຸນໄດດ້ວຍສັບພະຍາກອນທຳມະຊາດ ແລະເສັ້ນທາງການ ຄ້າທີ່ສຳຄັນ.

XS
SM
MD
LG